ທຸງຊາດໄທ

ຈາກ ວິກິພີເດຍ
Flag of Thailand.svg

ທຸງຊາດໄທ (ໄທ: ธงชาติไทย) ຫຼືເອີ້ນອີກຢ່າງໜຶ່ງວ່າ ທຸງໄຕລົງ (ໄທ: ธงไตรรงค์) ແມ່ນທຸງປະຈຳຊາດຂອງລາຊະອານາຈັກໄທ. ມີລັກສະນະເປັນທຸງສີ່ຫຼ່ຽມຜືນຜ້າ ໃຊ້ສີຫຼັກໃນທຸງ 3 ສີ ແມ່ນ ສີແດງ ຂາວ ແລະຟ້າແກ່. ພາຍໃນແບ່ງເປັນແຖບ 5 ແຖບ ແຖບໃນສຸດສີຟ້າແກ່ ຖັດມາດ້ານນອກທັງດ້ານເທິງແລະກ້ອງແມ່ນສີຂາວແລະສີແດງຕາມລຳດັບ ແຖບສີຟ້າແກ່ມີສ່ຳໃຫຍ່ກວ່າແຖບສີອື່ນເປັນ 2 ເທົ່າ. ຄວາມໝາຍສຳຄັນຂອງທຸງໄຕລົງນັ້ນໝາຍເຖິງສະຖາບັນຫຼັກທັງສາມຂອງປະເທດໄທ ແມ່ນ ຊາດ (ສີແດງ) ສາສະໜາ (ສີຂາວ) ແລະພະມະຫາກະສັດ (ສີຟ້າແກ່). ສີທັງສາມນີ້ເອງແມ່ນທີ່ມາຂອງການເອີ້ນຊື່ທຸງນີ້ວ່າທຸງໄຕລົງ (ໄຕ (ໄຕຣ) = ສາມ, ລົງ (ຣົງຄ໌) = ສີ).

ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າຯ ໃຫ້ໃຊ້ທຸງນີ້ເປັນທຸງຊາດໄທ (ຂະນະນັ້ນຍັງເອີ້ນຊື່ປະເທດວ່າສະຫຍາມ) ເມື່ອຊ່ວງປາຍປີ ຄ.ສ. 1917 ເພື່ອດັດແກ້ບັນຫາການຊັກທຸງຊ້າງເຜືອກ (ອັນໃຊ້ເປັນທຸງຊາດມາຕັ້ງແຕ່ລັດຊະກາຍທີ 4) ກັບດ້ານ ແລະເພື່ອເປັນອະນຸສອນໃນການເຂົ້າຮ່ວມສົງຄາມໂລກເທື່ອທີ 1 ກັບຝ່າຍສຳພັນທະມິດ.