ໝູ
ຮູບຮ່າງການສະແດງຜົນ
| ໝູ | |
|---|---|
| ສະຖານະການອະນຸຮັກ | |
ສັດລ້ຽງຫຼືປະສຸສັດ
| |
| ການຈຳແໜກຊັ້ນທາງວິທະຍາສາດ | |
| ອານາຈັກ: | Animalia |
| ຟີລຳ: | Chordata |
| ຊັ້ນ: | Mammalia |
| ອັນດັບ: | Artiodactyla |
| ວົງ: | Suidae |
| ສະກຸນ: | Sus |
| ຊະນິດ: | Sus scrofa Linnaeus, 1758 |
| ຊະນິດຍ່ອຍ: | S. s. domesticus |
| ຊື່ພ້ອງ | |
| |
ໝູ ຫຼື ໝູບ້ານ (ຊື່ວິທະຍາສາດ: Sus scrofa domesticus) ເປັນສັດສີ່ຕີນ ເປັນສັດລ້ຽງຂະໜາດໃຫຍ່ ເຊິ່ງມະນຸດມັກລ້ຽງເພື່ອເປັນອາຫານ. ມີບັນພະບຸລຸດ ເປັນ ໝູປ່າ (Sus scrofa), ໂດຍໝູສາມາດຈຳແນກເປັນສະປີຊີຍ່ອຍຂອງໝູປ່າ ຫຼືເປັນອີກສະປີຊີນຶ່ງແຍກຕ່າງຫາກ. ຫົວແລະຄວາມຍາວລຳໂຕຢູ່ລະຫວ່າງ 0.9 ເຖິງ 1.8 ແມັດ ໂຕໃຫຍ່ເຕັມໄວໜັກປະມານ 50 ເຖິງ 350 ກິໂລ. ແມ່ນວ່າໝູເປັນສັດກີບຄູ່ ເຊິ່ງມັກກິນພືດເປັນອາຫານ ໝູກໍກິນໄດ້ທັງພືດແລະສັດເປັນອາຫານເໝືອນກັບບັນພະບຸລຸດໝູປ່າ. ໝູມີວິວັດທະນາການກະເພາະອາຫານໃຫຍ່ຂຶ້ນແລະລຳໄສ້ຍາວຂຶ້ນຍ້ອນພືດຍ່ອຍຍາກກວ່າຊີ້ນ. ເອີ້ນໝູໃຫຍ່ທີ່ຢູ່ໂຕດຽວວ່າ ໝູທອກ.