Jump to content

ບາດໄທ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ບາທໄທ)
ທະນະບັດແບບ XI

ບາດໄທ (ໄທ: บาทไทย; ອັງກິດ: Thai baht; ສັນຍະລັກ: ฿; ລະຫັດ: THB) ແມ່ນຕະກູນເງິນຂອງປະເທດໄທ ໂດຍມີທະນາຄານແຫ່ງປະເທດໄທເປັນຜູ້ດູແລ

ປະຫວັດ

[ດັດແກ້]

ເງີນບາດ ເດີມຄຳວ່າ "ບາດ" ແມ່ນໜຶ່ງໃນຄຳຮຽກໜ່ວຍການຊັ່ງນ້ຳໜັກຂອງໄທ ປັດຈຸບັນຍັງມີໃຊ້ໃນຄວາມໝາຍເດີມຢູ່ບ້າງ ໂດຍສະເພົາະການຊື້ຂາຍຄຳໃນໄທ ໃນສະໄໝທີເລີ່ມການໃຊ້ຫຼຽນຄັ້ງທຳອິດ ຫຼຽນໜຶ່ງບາດມີຄ່າເທົ່າກັບຄຳໜັກໜຶ່ງບາດຈິງໆ ບໍ່ໄດ້ທຳດ້ວຍທອງແດງນິກເກີນຢ່າງໃນປັດຈຸບັນ.

ໜ່ວຍເງີນ

[ດັດແກ້]

ໃນປັດຈຸບັນເງີນບາດມີໜ່ວຍເງີນ ຄື 100 ສະຕາງ ເທົ່າກັບ 1 ບາດ ເລີ່ມໃຊ້ເມື່ອ ຄ.ສ. 1897 ໂດຍກ່ອນໜ້ານັ້ນໄດ້ໃຊ້ໜ່ວຍເງີນ ດັງນີ້

ໜ່ວຍເງີນມູລະຄ່າໝາຍເຫດ
1 ຫາບ80 ຊັ່ງ = 6.400 ບາດ
1 ຊັ່ງ20 ຕຳລຶງ = 80 ບາດ
1 ຕຳລຶງ4 ບາດ
1 ບາດ1 ບາດ = 100 ສະຕາວ
1 ມາຍົນ ຫຼື 1 ມະຍົງ1/2 ບາດ = 50 ສະຕາງປັດຈຸບັນຍັງມີການຮຽກຫຼຽນມູລະຄ່ານີ້ວ່າ "ຫຼຽນສອງສະລຶງ"
1 ສະລຶງ1/4 ບາດ = 25 ສະຕາງປັດຈຸບັນຍັງມີການຮຽກຫຼຽນມູລະຄ່ານີ້ວ່າ "ຫຼຽນສະລຶງ"
1 ເຟື້ອງ1/8 ບາດ = 12,5 ສະຕາງ
1 ຊີກ ຫຼື 1 ສິ້ກ1/16 ບາດ = 6,25 ສະຕາງ
1 ສ້ຽວ 1 ຊ່ຽວ ຫຼື 1 ໄພ1/32 ບາດ = 3,125 ສະຕາງ
1 ອັດ1/64 บาท = 1,5625 ສະຕາງ
1 ໂສລົດ1/128 ບາດ = 0,78125 ສະຕາງ
1 ເບ້ຍ1/6400 ບາດ = 0,015625 ສະຕາງ

ຫຼຽນ

[ດັດແກ້]

ຫຼຽນບາດໄທມີການຜະລິດຢູ່ 9 ຊະນິດລາຄາ ຄື 1, 5, 10, 25, 50 ສະຕາງ, 1, 2, 5 ແລະ 10 ບາດ ໂດຍຫຼຽນ 1, 5 ແລະ 10 ສະຕາງ ແມ່ນຫຼຽນທີບໍ່ໄດ້ໃຊ້ໝຸນວຽນແຕ່ໃຊ້ໃນທະນາຄານເທົ່ານັ້ນ ໂດຍມີ ກົມທະນາຮັກ ແມ່ນຜູ້ຜະລິດຫຼຽນ.

ຫຼຽນຊຸດປັດຈຸບັນ

[ດັດແກ້]
ການໝຸນວຽນຂອງເງີນຕາ (ໄທ)
ມູລະຄ່າຕົວແປທາງເທັກນິກຄຳບັນຍາຍປີທີຜະລິດຄັ້ງທຳອິດ
ເສັ້ນຜ່ານສູນກາງມວນອົງປະກອບດ້ານໜ້າດ້ານຫຼັງ
ຫຼຽນ 1 ສະຕາງ 1 15 ມີລີແມັດ 0,5 ກຳ 97,5% Al, 2,5% Mg ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ກາປະຈຳພະອົງ ວ.ປ.ຣ. ຄ.ສ. 2018
99% ອະລູມີນຽມ
ຫຼຽນ 5 ສະຕາງ 1 16 ມີລີແມັດ 0.6 ກຳ 97,5% Al, 2,5% Mg
16,5 ມີລີແມັດ 99% Al
ຫຼຽນ 10 ສະຕາງ 1 17,5 ມີລີແມັດ 0,8 ກຳ 97,5% Al, 2,5% Mg
99% Al
ຫຼຽນ 25 ສະຕາງ 16 ມີລີແມັດ 1,9 ກຳ ອະລູມີນຽມບອນ
ຫຼຽນ 25 ສະຕາງ (ແບບ 2) 16 ມີລີແມັດ 1,9 ກຳ ທອງແດງ ຊຸບ ເຫຼັກ
ຫຼຽນ 50 ສະຕາງ 18 ມີລີແມັດ 2,4 ກຳ ອະລູມີນຽມບອນ
ຫຼຽນ 50 ສະຕາງ (ແບບ 2) 18 ມີລີແມັດ 2,4 ກຳ ທອງແດງ ຊຸບ ເຫຼັກ
ຫຼຽນ 1 ບາດ 20 ມີລີແມັດ 3,4 ກຳ ຄິວໂປນິກເກີນ
3 ກຳ ນິກເກີນ ຊຸບ ເຫຼັກ
ຫຼຽນ 2 ບາດ 21,75 ມີລີແມັດ 4,4 ກຳ ນິກເກີນ ຊຸບ ເຫຼັກຄາບອນຕ່ຳ
21,75 ມີລີແມັດ 4 ກຳ ອະລູມີນຽມບອນ
ຫຼຽນ 5 ບາດ 24 ມີລີແມັດ 7,5 ກຳ ຄິວໂປນິກເກີນ ຫຸ້ມ ທອງແດງ
6 ກຳ
ຫຼຽນ 10 ບາດ 26 ມີລີແມັດ 8,5 ກຳ ວົງແຫວນ: ຄິວໂປນິກເກີນ
ຕົງກາງ: ອະລູມີນຽມບອນ
ຫຼຽນ 10 ບາດ
(ແບບ 2)
26 ມີລີແມັດ

ທະນະບັດ

[ດັດແກ້]

ທະນະບັດໄທປັດຈຸບັນແມ່ນແບບ XVII ພິມຈຳໜ່າຍ 5 ຊະນິດລາຄາ ຄື 20, 50, 100, 500 ແລະ 1.000 ບາດ ໂດຍທະນາຄານແຫ່ງປະເທດໄທແມ່ນຜູ້ພິມທະນະບັດ

ທະນະບັດທີໝຸດວຽນໃນປັດຈຸບັນ

[ດັດແກ້]
ທະນະບັດແບບ XVII
ຊະນິດລາຄາຂະໜາດສີຄຳອະທິບາຍວັນປະກາດອອກໃຊ້ວັນຈ່າຍແລກ
ຮູບດ້ານໜ້າຮູບດ້ານຫຼັງ
ທະນະບັດ 20 ບາດ138 × 72 ມມ.ຂຽວ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ແລະ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ8 ມີນາ 20186 ເມສາ 2018
ທະນະບັດ 20 ບາດ (ແບບ 2)138 × 72 ມມ.ຂຽວ 20 ມັງກອນ 202224 ມີນາ 2022
ທະນະບັດ 50 ບາດ144 × 72 ມມ.ຟ້າ ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ ແລະ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ8 ມີນາ 20186 ເມສາ 2018
ທະນະບັດ 100 ບາດ150 × 72 ມມ.ແດງ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ແລະ ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ8 ມີນາ 20186 ເມສາ 2018
ທະນະບັດ 500 ບາດ156 × 72 ມມ.ມ່ວງ ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ແລະ ພະບາດສົມເດັດພະປໍຣະເມນທະຣະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ8 ມີນາ 201828 ກໍລະກົດ 2018
ທະນະບັດ 1000 ບາດ162 × 72 ມມ.ນ້ຳຕານ ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ ແລະ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ8 ມີນາ 201828 ກໍລະກົດ 2018