ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ
ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ | |
---|---|
| |
ພະບໍລົມນາມາພິໄທ | ສິນ |
ພະປໍລະມາພິໄທ | ພະບາດສົມເດັດພະບໍຣົມຣາຊາທິຣາດຣາມາທິບໍດີ ສີສິນທະຣະບໍຣົມມະຫາຈັກກະພັດດິຣາຊາທິຣາດທິບໍດິນ ທໍຣະນິນທາທິຣາດ ຣັດຕະນາກາດພາສສະກໍຣະວົງ ອົງປໍຣະມາທິເບດ ຕີພູວະເນດວໍຣະນາຍົກ ດິຫຼົກຣັດຕະນະຣາດຊາດອາຊາວະໄສ ສະໝຸໄທດະໂຣມົນ ສາກົນຈັກກະວາລາທິເບນ ສຸຣິເຍາທາທິບໍດິນ ຫະຫຣິຫະຣິນທາ ທາດາທິບໍດີ ສີວິບູນຍະຄຸນອະກະນິດ ຣິດທິຣາເມສວນມະຫັນ ບໍຣົມທັນມິກກະຣາຊາທິຣາດເດໂຊໄຊ ພົມເທພາດິເທບນະຣຶບໍດິນ ພູມິນທະຣະປໍຣະມາທິເບດ ໂລກກະເຊດວິສຸດ ຣັດຕະນະມະກຸດປະກາດ ຄະຕາມະຫາພຸດທາງກູນບໍຣົມບໍພິດ ພະພຸດທະເຈົ້າຢູ່ຫົວ |
ພະລາຊະອິສະລິຍະຍົດ | ພະເຈົ້າກຸງສີອະຍຸດທະຍາ |
ລາຊະວົງ | ຈັກກີ |
ຄອງລາດ | 7 ກັນຍາ ຄ.ສ. 1809 – 21 ກໍລະກົດ ຄ.ສ. 1824 |
ບໍລົມລາຊາພິເສກ | 17 ກັນຍາ ຄ.ສ. 1809 |
ໄລຍະຄອງລາດ | 14 ປີ |
ລາຊະການກ່ອນໜ້າ | ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ |
ລາຊະການຕໍ່ໄປ | ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ |
ວັດປະຈຳລາຊະການ | ວັດອະຣຸນຣາດຊະວະຣາຣາມ |
ພະບໍລົມມະອັດຖິ | ຫໍພະທາດມົນທຽນ ໃນພະບໍລົມມະຫາລາຊະວັງ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 24 ກຸມພາ ຄ.ສ. 1767 |
ບ່ອນທີ່ພະລາຊະສົມພົບ | ນະ ບ້ານອຳພະວາ ເມືອງສະໝຸດສົງຄາມ ອານາຈັກທົນບຸລີ |
ສະຫວັນຄົດ | 21 ກໍລະກົດ ຄ.ສ. 1824 (56 ພັນສາ) |
ບ່ອນທີ່ສິ້ນພະຊົນ | ນະ ພະລາຊະວັງຫຼວງ ບາງກອກ ອານາຈັກຣັດຕະນະໂກສິນ |
ພະລາດຊະບິດາ | ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ |
ພະລາດຊະມານດາ | ສົມເດັດພະອະມະຣິນທາບໍຣົມລາຊິນີ |
ພະມະເຫສີ | ສົມເດັດພະເຈົ້າຫຼານເທີ ເຈົ້າຟ້າບຸນຣອດ ສົມເດັດພະເຈົ້ານ້ອງນາງເທີ ເຈົ້າຟ້າກຸນທົນທິບພະຍະວະດີ |
ພະສະໜົມ | 56 ທ່ານ |
ພະລາດຊະບຸດ | 73 ພະອົງ |
ພະບາດສົມເດັດພະບໍລົມລາຊະພົງເຊດມະເຫສວນສຸນມອນ ພະພຸດທະເລີດຫຼ້ານະພາໄລ (ໄທ: พระบาทสมเด็จพระบรมราชพงษเชษฐมเหศวรสุนทร พระพุทธเลิศหล้านภาลัย, ພຣະບາທສມເດັຈພຣະບຣມຣາຊພງສເຊສຖມເຫສວຣສຸນທຣ ພຣະພຸທທເລິສຫລ້ານພາລັຍ; 24 ກຸມພາ ຄ.ສ. 1767 – 21 ກໍລະກົດ ຄ.ສ. 1824) ແມ່ນພະລາຊະໂອລົດພະອົງທີ 4 ໃນພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ແລະເປັນກະສັດອົງທີ 2 ຂອງສະຫຍາມໃນສະໄໝລາຊະວົງຈັກກີ ປົກຄອງຮະຫວ່າງ ຄ.ສ. 1809 ເຖິງ ຄ.ສ. 1824 ໃນປີ ຄ.ສ. 1809 ເຈົ້າຟ້າສິມ ຫຼື ກົມຫຼວງອິດສະຫຣະສຸນທອນ ພະລາຊະໂອລົດອົງໂຕສືບລາຊະບັນລັງຕໍ່ຈາກລາຊະການທີ 1 ພະລາຊະບິດາຜູ້ສະຖາປະນາລາຊະວົງຈັກກີເປັນ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ ລາຊະສະໄໝຂອງພະອົງສະຫງົບສຸກ ປາດສະຈາກຄວາມຂັດແຍ້ງ ລາຊະສະໄໝຂອງພະອົງແມ່ນ "ຍຸກຄຳຂອງວັນນະຄະດີ" ເນືອງຈາກພະອົງຊົງອຸບປະຖຳກະວີຫຼາຍຄົນໃນລາຊະສຳນັກ ແລະພະອົງເອງກົມີຊື່ສຽງໃນຖານະກະວີແລະສິນລະປິນ ກະວີທີ່ໂດດເດ່ນທີ່ສຸດໃນລາຊະສຳນັກຄືສຸນທອນພູ່