ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ

ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວ | |
---|---|
ພະມະຫາກະສັດແຫ່ງສະຫຍາມ | |
ສະເວີຍລາດ | 21 ກໍຣະກົດ ຄ.ສ.1824 - 2 ເມສາ ຄ.ສ.1851 |
Coronation | ຄ.ສ.1824 |
ກ່ອນໜ້າ | ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ |
ປະສູດ | 31 ມີນາ ຄ.ສ. 1788 ບາງກອກ ປະເທດສະຫຍາມ |
ສິ້ນພະຊົນ | 2 ເມສາ ຄ.ສ. 1851 (63 ປີ) |
House | ລາຊະວົງຈັກກີ |
ພະບາດສົມເດັດພະປໍຣະມາທິວໍຣະເສດມະຫາເຈດສະດາບະດິນ ພະນັ່ງເກົ້າເຈົ້າຢູ່ຫົວ (ໄທ:พระบาทสมเด็จพระปรมาธิวรเสรฐมหาเจษฎาบดินทร พระนั่งเกล้าเจ้าอยู่หัว) ແມ່ນພະມະຫາກະສັດໄທລາຊະການທີ່ 3 ແຫ່ງລາຊະວົງຈັກກີ
ພະບາດສົມເດັດພະນັ່ງເກົ້າເຈົ້າຢູ່ຫົວແມ່ນພະລາຊະໂອລົດໃນພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ ແລະພະອົງແຮກທີ່ປະສູຕິແຕ່ສົມເດັດພະສີສຸລາໄລ ສະເດັດພະລາຊະສົມພົບເມື່ອ ວັັນຈັນ ແຮມ 10 ຄ່ຳ ເດືອນ 4 ປີມະແມ (31 ມີນາ ຄ.ສ. 1788) ຂຶ້ນຄອງລາດເມື່ອວັນອາທິດ ເດືອນ 9 ຂຶ້ນ 7 ຄ່ຳ ປີວອກ (21 ກໍຣະກົດ ຄ.ສ.1824)
ຊົງມີພະສະໜົມ 51 ທ່ານ ມີພະລາຊະໂອລົດທິດາ 51 ພະອົງ ສະເດັດສະຫວັນຄົດເມື່ອວັນພຸດ ເດືອນ 5 ຂຶ້ນ 1 ຄ່ຳ ປີກຸນ (2 ເມສາ ຄ.ສ. 1851) ສິຣິຮວມພະຊົນມາຍຸ 64 ພັນສາ ຮວມລາຊະສົມບັດ 27 ປີ