ວັດອະຣຸນຣາດຊະວະຣາຣາມ

ຈາກ ວິກິພີເດຍ
ວັດອະຣຸນຣາດຊະວະຣາຣາມລາຊະວໍລະມະຫາວິຫານ
ພະປາງວັດອະຣຸນຣາດຊະວະຣາຣາມ
ຂໍ້ມູນທົ່ວໄປ
ຊື່ວັດອະຣຸນ
ວັດແຈ້ງ
ທີ່ຕັ້ງຖະໜົນວັງເດີມ ແຂວງວັດອະຣຸນ ເຂດບາງກອກໃຫຍ່ ບາງກອກ ປະເທດໄທ
ປະເພດພະອາຮາມຫຼວງຊັ້ນເອກ ຊະນິນລາຊະວໍລະມະຫາວິຫານ
ນິກາຍເຖຣະວາດ
ພະປະທານພະພຸດທະທຳມິດສະຣາດໂລກະທາດດິຫຼົກ
ພະພຸດທະຮູບສຳຄັນພະພຸດທະຊຳພູນຸດ ພະແຈ້ງ ພະພຸດທະນະຣຶມິດ
ເຈົ້າອາວາດພະພົມວັດຊະຣະເມທີ (ສົມກຽດ ໂກວິໂທ)
ວັດປະຈຳລາຊະການທີ 2

ວັດອະຣຸນຣາດຊະວະຣາຣາມ (ໄທ: วัดอรุณราชวราราม, ວັດອຣຸນຣາຊວຣາຣາມ) ແມ່ນວັດບູຮານ ສ້າງໃນສະໄໝອະຍຸດທະຍາ ວ່າກັນວ່າເດີມຮຽກ ວັດມະກອກ (ໄທ: วัดมะกอก) ແລະກາຍເປັນ ວັດມະກອກນອກ (ໄທ: วัดมะกอกนอก) ໃນເວລາຕໍ່ມາ ເພາະໄດ້ມີການສ້າງວັດຊຶ້ນອີກວັນໜຶ່ງໃນຕຳບົນດຽວກັນ ແຕ່ຢູ່ໃນຄອງບາງກອກໃຫຍ່ ຊາວບ້ານຮຽກວັດທີ່ສ້າງໃໝ່ວ່າ "ວັດມະກອກໃນ" (ວັດນວນນໍຣະດິດ) ແລ້ວຈຶງຮຽກວັດມະກອກທີ່ຢູ່ຕົງປາກຄອງບາງກອກໃຫຍ່ວ່າ "ວັດມະກອກນອກ” ສ່ວນເຫດທີ່ມີການປ່ຽນຊື່ເປັນວັດແຈ້ງນັ້ນ ເຊື່ອກັນວ່າ ເມື່ອສົມເດັດພະເຈົ້າກຸງທົນບຸລີຊົງຕັ້ງລາຊະທານີທີ່ກຸງທົມບຸລີ ໃນ ຄ.ສ. 1767 ໄດ້ສະເດັດມາເຖິງໜ້າວັດນີ້ຕອນຮຸ່ງແຂ້ງ ຈຶງພະລາຊະທານຊື່ໃໝ່ວ່າ ວັດແຈ້ງ (ໄທ: วัดแจ้ง)