Jump to content

ຈັງຫວັດປັດຕານີ

ຈາກ ວິກິພີເດຍ
ປັດຕານີ

ລັງກາສຸກະ
ແຂວງ
ທຸງຂອງປັດຕານີ
ທຸງ
ກາຢ່າງເປັນທາງການຂອງປັດຕານີ
ກາ
ແຜນທີ່ປັດຕານີ
ແຜນທີ່ປັດຕານີ
ປະເທດໄທ ປະເທດໄທ
ພູມິພາກ ໃຕ້
ກໍ່ຕັ້ງພ.ສ. 2059
ຈັດຕັ້ງ (ແຂວງ)ພ.ສ. 2476
ຫ້ອງການແຂວງຫ້ອງການແຊວງປັດຕານີ ຖະໜົນເດຊາ ຕຳບົນສະບາຣັງ ເມືອງປັດຕານີ ແຂວງປັດຕານີ 94000
ການປົກຄອງ
 • ປະເພດ ແຂວງ
 • ເຈົ້າແຂວງຣາຊິດ ສຸດພຸ່ມ
ພື້ນທີ່
 • ທັງໝົດ1,940.356 ຕລ.ກມ. (Bad rounding here750 ຕລ.ໄມລ໌)
ຄວາມສູງ20 - 200 ແມັດ (Bad rounding here−640 ຟຸດ)
ປະຊາກອນ
 • ທັງໝົດ726,013 ຄົນ
 • ຄວາມໜາແໜ້ນ374.17 ຄົນ/ຕລ.ກມ. (969.1 ຄົນ/ຕລ.ໄມລ໌)
ເຂດເວລາUTC+7 (Thailand)
ລະຫັດໄປສະນີ94000
ລະຫັດພື້ນທີ່073
ໂທລະສັບ(+66) 0 7334 9002, 0 7333 1154
ເວັບໄຊhttp://www.pattani.go.th

ແຂວງປັດຕານີ (ໄທ: จังหวัดปัตตานี, ມະລາຍູ: كراجأن ڤتاني; Kerajaan Patani, ອັງກິດ: Pattani, ຈີນ: 北大年 Běidànián) ເປັນແຂວງໃນພາກໃຕ້ປະເທດໄທ

ສັນຍາລັກປະຈຳແຂວງ

[ດັດແກ້]
  • ເຄື່ອງໝາຍປະຈຳແຂວງ: ປືນໃຫຍ່ນາງພະຍາຕານີ
  • ດອກໄມ້ປະຈຳແຂວງ: ດອກຊະບາ (Hibiscus sp.)
  • ໄມ້ປະຈຳແຂວງ: ຕະຄຽນທອງ (Hopes odorata)
  • ຄຳຂວັນປະຈຳແຂວງ: ເມືອງງາມສາມວັດຖະນະທຳ ສູນຮາລານເລີດລ້ຳ ຊົນນ້ອມນຳສັດທາ ຖິ່ນທຳມະຊາດງາມຕາ ປັດຕານີສັນຕິສຸກແດນໃຕ້

ອານາເຂດ

[ດັດແກ້]

ແຂວງປັດຕານີ ມີອານາເຂດຕິດຕໍ່ດັງນີ້

ບັນດາເມືອງໃນການປົກຄອງ

[ດັດແກ້]

ຂົງເຂດໃນການປົກຄອງຂອງແຂວງແບ່ງໄດ້ 12 ເມືອງ/ອຳເພີ 115 ຕຳບົນ 642 ບ້ານ

  1. ເມືອງປັດຕານີ
  2. ເມືອງໂຄກໂພ
  3. ເມືອງໜອງຈິກ
  4. ເມືອງປານາເລະ
  5. ເມືອງມາຍໍ
  6. ເມືອງທົ່ງຍາງແດງ
  7. ເມືອງສາຍບຸລີ
  8. ເມືອງໄມ້ແກ່ນ
  9. ເມືອງຍະຫລິ່ງ
  10. ເມືອງຍະລັງ
  11. ເມືອງກະພໍ້
  12. ເມືອງແມ່ລານ

ແຜນທີ່ການປົກຄອງແຂວງ

ການຄົມມະນາຄົມ

[ດັດແກ້]

ໄລຍະທາງຈາກເມືອງປັດຕານີໄປເມືອງຕ່າງໆ

ໄລຍະທາງຈາກເມືອງປັດຕານີໄປແຂວງໃກ້ຄຽງ

ປະຫວັດສາດ

[ດັດແກ້]

ຫຼັກຖານທີ່ມາຈາກເອກະສານເກົ່າແກ່ບູຮານຂອງແຜ່ນຈາລຶກຈີນ ອາຣັບ ຈາວາ ມາເລເຊຍ ແລະອິນເດຍ ທີ່ປະກົດວຊື່ເມືອງສຳຄັນບ່ອນໜຶ່ງໃນໃນແຫຼມມາລາຍູ ເຊິ່ງອອກສຽງຕາມສຳນຽງໃນແຕ່ລະພາສາເຊັ່ນ: ຫຼັງຍາຊູ, ຫຼັງຍາຊີຈຽງ (ພາສາຈີນໃນພຸດທະສະຕະວັດທີ 11-12 ແລະ 16-18) ,ລັງກາໂສກະ ,ອິລັງກາໂສກະ (ພາສາຈີນໃນພຸດທະສະຕະວັດທີສັນສະກິດ ພາສາທະມິນ ໃນພຸດທະສະຕະວັດທີ 9 ແລະ 16) ,ເລັງກະສຸກະ (ພາສາຈາວາ ພຸດທະສະຕະວັດທີ 20) ,ລັງຄະສຸກະ (ພາສາອາຣັບ ພຸດທະສະຕະວັດທີ 21) ,ລັງກະສຸກະ ,ລັງກາສຸກະ (ພຸດທະສະຕະວັດທີ 24) [1]

ຊື່ທີ່ສະແດງຢູ່ນີ້ ນັກວິຊາການສັນນິຖານວ່າແມ່ນຊື່ເມືອງດຽວກັນ ທີ່ໄດ້ຕັ້ງຢູ່ໃນລັດເຄດະ ຂອງມາເລເຊຍ ແລະແຂວງປັດຕານີໃນປະເທດໄທ ແຕ່ວ່າໃນສະໄໝຫລັງສູນກາງຂອງເມືອງແຫ່ງນີ້ໜ້າຈະຢູ່ໃນແຂວງປັດຕານີ ເນື່ອງຈາກຊາວພື້ນເມືອງໃນຊ່ວງພຸດທະສະຕະວັດທີ 24 ເຖິງຕົ້ນພຸດທະສະຕະວັດທີ 25 ພ້ອມທັງກ່າວວ່າເມືອງປັດຕານີ ພັດທະນາມາຈາກເມືອງລັງກາສຸກະ ສອດຄ້ອງກັບຕຳນານຂອງເມືອງໄຊບຸລີ ທີ່ກ່າວວ່າ ກະສັດມະໂລງມະຫາວົງສ້າງເມືອງລັງກາສຸກະຢູ່ທາງທິດຕາເວັນຕົກຂອງເຄດະ ແລະຫລານສາວຂອງກະສັດໄດ້ສ້າງເມືອງລັງກາສຸກະຢູ່ປັດຕານີ ຄົນພື້ນເມືອງປັດຕານີເອີ້ນພື້ນທີ່ນີ້ວ່າ "ລັງກາສຸກະ" ຈົນແມ່ນໍ້າປັດຕານີໄດ້ປ່ຽນເສັ້ນທາງ

ປະມານພຸດທະສະຕະວັດທີ 19 ລັງກາສຸກະເລີ່ມເສື່ອມໂຊມຍ້ອນບັນຫາທາງດ້ານພູມສາດ ວັດຖະນະທຳ ແລະສາສະໜາທີ່ປ່ຽນໄປ ນັກວິຊາການປະຫວັດສາດແລະບູຮານຄະດີເຊື່ອວ່າເມືອງປັດຕານີແມ່ນບ່ອນພັກເຊົາສຳຫຼັບເຮືອເພື່ອແລກປ່ຽນແລະຂາຍຜະລິດຕະພັນລະຫວ່າງພໍ່ຄ້າທ້ອງຖິ່ນຊາວອິນເດຍຢູ່ທິດຕາເວັນຕົກແລະພໍ່ຄ້າຊາວຈີນຢູ່ທາງທິດຕາເວັນອອກ ຊົນເຜົ່າພື້ນເມືອງຢູ່ເທິງແຜ່ນດິນໃຫຍາແລະໃນໝູ່ເກາະໃກ້ຄຽງກໍ່ມີຄວາມເຊື່ອວ່າປັດຕານີ ແມ່ນອານາຈັກເກົ່າແກ່ດັ່ງທີ່ໄດ້ສະແດງໃນເອກະສານທີ່ກ່າວມາຂ້າງຕົ້ນ

ຫຼັກຖານທາງບູຮານຄະດີທີ່ສະແດງໃຫ້ເຫັນຮ່ອງຮອຍຂອງຄວາມຈະເລີນຮຸ່ງເຮືອງໃນອະດີດຂອງເມືອງປັດຕານີທີ່ບໍລິເວນເມືອງຍະລັງ ແມ່ນຊາກຂອງຮ່ອງຮອຍທີ່ທັບຊ້ອນກັນ 3 ເມືອງ ເຊິ່ງມີຊາກບູຮານສະຖານບໍ່ຕໍ່າກວ່າ 40 ແຫ່ງ ຊາກເນີນບູຮານສະຖານຈຳນວນໜຶ່ງໄດ້ຖືກຂຸດຄົ້ນແລະຮັກສາໄວ້ ເຊັ່ນ ໂບຮານສະຖານບ້ານຈາເລະ 3 ແຫ່ງ ເຊິ່ງເປັນຊາກຕຶກອາຄານສາດສະນະສະຖານທີ່ສ້າງດ້ວຍອິດທີ່ປະດັບປະດາຢູ່ຖານຊັ້ນລຸ່ມ ແລະຍັງຄົ້ນພົບວັດຖຸບູຮານຈຳນວນຫຼວງຫຼາຍ ເຊັ່ນ ສະຖູບດິນເຜົ່າ ແມ່ພິມດິນດິບ ແລະບາງສ່ວນຂອງດິນເຜົາມີຕົວອັກສອນທີ່ນັກພາສາບູຮານອ່ານແລະແປເປັນພາສາປັນລະວະ (ພາກໃຕ້ຂອງອິນເດຍ) ພາສາສັນສະກິດຖືກຂຽນເປັນຄາຖາໃນພຸດທະສາສະໜານິກາຍມະຫາຍານ ແລະເສດພາຊະນະດິນເຜົາປະເພດຕ່າງ ໆ ວັດຖຸບູຮານເຫຼົ່ານີ້ແມ່ນປະມານພຸດທະສະຕະວັດທີ 12-13

ສອດຄ້ອງກັບຈົດໝາຍຂອງຈີນທີ່ໄດ້ກ່າວມາ ນອກຈາກນັ້ນ ຫຼັກຖານທີ່ໄດ້ຖືກຂຸດຄົ້ນຍັງສະແດງໃຫ້ເຫັນວ່າພື້ນທີ່ທີ່ຕັ້ງຢູ່ຊອງເມືອງຍະລັງປະຈຸບັນ ເປັນຊຸມຊົນທີ່ມີຄວາມຈະເລີນທາງວັດຖະນະທຳຊັ້ນສູງ ໂດຍສະເພາະສາດສະໜາພຸດໄດ້ຮັບອິດທິພົນຢ່າງຊັດແຈ້ງຈາກປະເທດອິນເດຍ ມີຄວາມພົວພັນກັບເຂດແດນໃກ້ຄຽງເຊັ່ນພາກກາງຂອງປະເທດໄທ ແລະແຫຼມອິນດູຈີນເຊັ່ນກັນ ແລະຍັງເປັນຊຸມຊົນທີ່ໄດ້ມີກິດຈະກຳທາງສາດສະໜາຈົນເຖິງປະມານພຸດທະສະຕະວັດທີ 15 ກ່ອນທີ່ອານາຈັກສີວິໄຊໄດ້ມີອຳນາດໃນການປົກຄອງຂອງແຫຼມມາລາຍູ

ນັກພູມສາດເຊື່ອວ່າ ເມືອງເກົ່າແກ່ທີ່ໃຫຍ່ທີ່ສຸດໃນເຂດເມືອງຍະລັງ ໄດ້ສູນເສຍຄວາມສຳຄັນເນື່ອງຈາກການປ່ຽນແປງຂອງລະດັບນ້ຳທະເລໃນໄລຍະ 1,000 ປີຜ່ານມາ ໂດຍການຫຼຸດລົງໃນລະດັບໜຶ່ງ ເຮັດໃຫ້ບໍລິເວນຊາຍຝັ່ງທະເລຖອຍໄປຈາກບ່ອນເກົ່າ ສະນັ້ນທີ່ຕັ້ງຂອງຊຸມຊົນແມ່ນບໍ່ເໝາະສົມອີກຕໍ່ໄປທີ່ຈະຕັ້ງເປັນທ່າເຮືອການຄ້າ ແລະໄດ້ເຮັດໃຫ້ມີການຍົກຍ້າຍເມືອງຂື້ນໃນໄລຍະຕໍ່ມາ ເຊິ່ງກ່ຽວຂ້ອງກັບຕຳນານກ່ຽວກັບການກໍ່ສ້າງເມືອງປັດຕານີ ທີ່ກ່າວເຖິງໃນປື້ມຫຼາຍຫົວ ເຊັ່ນ Hikayat Patani ຂອງ A.Teeuw: ເລື່ອງຂອງ Patani ແລະ D.K.Wyatt: Sajaraj Kerajaan Melaya Patani. ຫຼືຕຳນານ Pattani ຂອງ ibrahim Syukri ເປັນຕົ້ນ ເຖິງແມ່ນວ່າບໍ່ສາມາດກຳໜົດເວລາທີ່ແນ່ນອນຂອງການສ້າງຕັ້ງເມືອງປັດຕານີ ແຕ່ວ່າປັດຕານີໄດ້ມີຊື່ສຽງແລະມີການຂະຫຍາຍຕົວຕາມລຳດັບ

ນັບຕັ້ງແຕ່ພຸດທະສະຕະວັດທີ 19 ປັດຕານີໄດ້ເປັນທີ່ຮູ້ຈັກເປັນຫົວເມືອງໃຕ້ຂອງແຫຼມມາລາຍູ ມີສະຖານະພາບເປັນປະເທດສະລາດເມືອງລາຊະອານາຈັກອະຍຸດທະຍານັບຕັ້ງແຕ່ການປົກຄອງຂອງກະສັດພະບໍລົມໄຕໂລກະນາດ (ພ.ສ. 1991-2031) ແລະພາຍໃຕ້ອໍານາດການປົກຄອງຂອງກະສັດອະຍຸດທະຍາ ໃນປີ 2054 ປອກຕຸຍການສາມາດເອົາຊະນະມະລະກາໄດ້ສຳເລັດ ແລະມີຄວາມພະຍາຍາມທີ່ຈະຂະຫຍາຍອິດທິພົນທາງການຄ້າໃນພາກເໜືອຂອງແຫຼມມາລາຍູ ແລະດ້ວຍກັບກະສັດພະລາຊາທິບໍດີທີສອງ (ພ.ສ. 2034-2072) ໄດ້ຕົກລົງທີ່ອະນຸຍາດໃຫ້ປອກຕຸຍການສ້າງຕັ້ງສະຖານີການຄ້າໃນເມືອງແຄມທະເລ ເຊັ່ນ ນະຄອນສີທຳມະລາດ ເມືອງມະລິດ ເມືອງຕະນາວສີ (ຂອງມຽນມາໃນປະຈຸບັນ) ລວມທັງປັດຕານີ ເຮັດໃຫ້ປັດຕານີກາຍເປັນໜຶ່ງໃນເມືອງທ່າເຮືອຫຼັກເຊີ່ງເປັນທີ່ຕັ້ງຂອງສະຖານີຄ້າຂາຍສຳລັບພໍ່ຄ້າຊາວຕາເວັນຕົກແລະຕາເວັນອອກ ທັງອິນເດຍ ຈີນແລະຍີ່ປຸ່ນ ຜະລິດຕະພັນສຳຄັນຂອງປັດຕານີໃນເວລານັ້ນແມ່ນໄມ້ເກດສະໜາ ໄມ້ຝາງ ເຄື່ອງເທດ ຂອງປ່າ ງາຊ້າງແລະນໍແຮດ ນອກຈາກນີ້ປັດຕານີຍັງແມ່ນຈຸດຮັບສົ່ງສິນຄ້າສາກົນເຊັ່ນ ເຄື່ອງຄົວ ອາວຸດ ດິນປືນ ກົ່ວແລະຜ້າໄໝ ເຖິງແມ່ນວ່າປັດຕານີແມ່ນປະເທດສະລາດຂອງລາຊະອານາຈັກອະຍຸດທະຍາ ແຕ່ຍ້ອນວ່າເມືອງໃນປັດຕານີມີສະຖຽນລະພາບທາງເສດຖະກິດທີ່ດີ ເຮັດໃຫ້ເຈົ້າເມືອງປັດຕານີຕ້ອງການແຍກຕົວເປັນເອກະລາດຫຼາຍຄັ້ງ

ໃນປີ ພ.ສ 2092 ສະໄໝພະມະຫາຈັກກະພັດ ກອງທັບມຽນມາໄດ້ໂຈມຕີອານາຈັກກຸງສີອະຍຸດທະຍາ ພະຍາຕານີສີສຸລະຕ່ານໄດ້ນຳເຮືອຫຍ່າຫຍັບ 200 ລຳ ໄປຊ່ວຍເຮັດສົງຄາມ ແຕ່ເມື່ອສັງເກດວ່າກອງທັບມຽນມາໄດ້ຮັບໄຊຊະນະ ຈຶ່ງຖືເອົາໂອກາດກໍ່ກະບົດແລະບຸກໂຈມຕີພະລາດຊະວັງ ພະມະຫາຈັກກະພັດໄດ້ໜີໄປຢູ່ເກາະມະຫາພາມ ຈົນເຖີງເວລາທີ່ກອງທັບໄທໄດ້ລວບລວມກໍາລັງຂອງຕົນແລ້ວ ຈຶ່ງໄດ້ຍົກກອງທັບຂຶ້ນມາອ້ອມຮອບແລະໂຈມຕີທະຫານປັດຕານີຈົນແຕກ ຕໍ່ມາໃນປີ ພ.ສ. 2146 ສົມເດັດພະນະເຣສວນໄດ້ສັ່ງໃຫ້ກຳລັງທະຫານອອກຍາເດໂຊໂຈມຕີເມືອງປັດຕານີເພື່ອຍຶດອຳນາດ ແຕ່ບໍ່ປະສົບຜົນສຳເລັດເພາະວ່າປັດຕານີໄດ້ຮັບການຊ່ວຍເຫລືອຈາກພໍ່ຄ້າຊາວເອີຣົບ ທັງອາວຸດປືນໃຫຍ່ແລະທຶນ

ໃນສະໄໝກະສັດພະເພດລາຊາ (ພ.ສ. 2231-2245) ປັດຕານີບໍ່ພໍໃຈກັບການປະກາດຕັ້ງກະສັດອົງໃໝ່ຂອງອະຍຸດທະຍາ ໄດ້ປະກາດບໍ່ຕົກລົງທີ່ຈະຂື້ນກັບກຸງສີອະນຸດທະຍາອີກຄັ້ງໜຶ່ງ ເຮັດໃຫ້ປັດຕານີເປັນເອກະລາດຢ່າງຕໍ່ເນື່ອງສືບມາ ຈົນອະຍຸດທະຍາໄດ້ສູນເສຍເອກະລາດໃຫ້ກັບມຽນມາອິກຄັ້ງໃນປີ ພ.ສ. 2301 ຕະຫຼອດຈົນໝົດສະໄໝກຸງສີອະຍຸດທະຍາແລະກຸງທົນບຸລີ ເມືອງປັດຕານີຕັ້ງແຕ່ພຸດທະສະຕະວັດທີ 19 ເປັນຕົ້ນໄປ ປະຊາຊົນສ່ວນຫຼາຍນັບຖືສາສະໜາອິດສະລາມຈາກຫຼັກຖານທາງບູຮານຄະດີທີ່ພົບໃນເມືອງຍະລັງສະແດງໃຫ້ເຫັນວ່າປະຊາຊົນໂດຍທົ່ວໄປກ່ອນນັ້ນແມ່ນນັບຖືສາສະໜາພຸດແລະພາມ ແລະໄດ້ປ່ຽນໄປນັບຖືອິດສະລາມ ຫຼັງຈາກອານາຈັກສີວິໄຊອຳນາດຫຼຸດລົງ ອິດທິພົນຂອງອິດສະລາມຈາກ ອານາຈັກມັດຊະປາຫິດໃນຈາວາໄດ້ມີການເຜີຍແຜ່ເຂົ້າໄປໃນແຫຼມມາລາຍູຈົນສ້າງຕັ້ງເປັນອານາຈັກມະລະກາ

ປະມານພຸດທະສະຕະວັດທີ 19 ໄດ້ແຜ່ລາມໄປສູ່ເມືອງຕ່າງໆ ເຊິ່ງເຮັດໃຫ້ເຈົ້າເມືອງຫັນມາປ່ຽນຈາກສາສະໜາເດີມໄປນັບຖືສາດສະໜາອິດສະລາມ ກໍ່ໃຫ້ເກີດການຮ່ວມມືດ້ານການເມືອງ ເສດຖະກິດແລະການຄ້າທີ່ເຂັ້ມແຂງໃນພູມິພາກນີ້ ສາດສະໜາອິດສະລາມໄດ້ຮຸ່ງເຮືອງພ້ອມໆ ກັນກັບການຄ້າ ໄດ້ມີການສ້າງມັດສະຍິດຂຶ້ນເພື່ອປະກອບພິທີກຳທາງສາດສະໜາ ມັດສະຍິດທີ່ສຳຄັນຄື ມັດສະຍັດກຣືເຊະ ເຊິ່ງເປັນມັດສະຍິດປະຈຳເມືອງ ແລະມັດສະຍິດບ້ານດາໂຕ໊ະເຊີ່ງເປັນບໍລິເວນທ່າເຮືອຢູ່ທາງເໜືອຂອງອ່າວປັດຕານີ ນອກຈາກນັ້ນຍັງໄດ້ສ້າງມັດສະຍິດແລະສຸເຫຼ່າໃນຊຸມຊົນອິດສະລາມອີກຫຼາຍແຫ່ງ

ໃນສະໄໝການປົກຄອງຂອງກະສັດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດຂອງກຸງລັດຕະນະໂກສິນ (ພ.ສ. 2325-2352) ໄດ້ໃຫ້ສົມເດັດກົມພະລາດຊະວັງບໍວອນມະຫາສຸລະສິງຫະນາດ ຍົກກອງທັບຫຼວງລົງໄປປາບປາມກຸ່ມມຽນມາທີ່ໄດ້ເຂົ້າໄປຕີບັນດາເມືອງໃນແຫຼມມາລາຍູໃຫ້ແລ້ວເສັດ ແລະໃນປີ ພ.ສ. 2328 ສົມເດັດກົມພະລາດຊະວັງບໍວອນມະຫາສຸລະສິງຫະນາດໄດ້ຮັບຄຳສັ່ງລົງໃຫ້ໄປພັກຢູ່ໃນເມືອງສົງຂຼາ ແລະໄດ້ໃຫ້ບັນດາເຈົ້າແຂວງໄດ້ເຊື້ອເຊີນຄໍາສັ່ງໄປຍັງເມືອງທີ່ເຫຼືອຄື ປັດຕານີ ໄຊບຸລີ ແລະເຕຣງການູ ໃຫ້ກັບມາເປັນເມືອງຂຶ້ນຄືແຕ່ກ່ອນ ແຕ່ສຸລະຕ່ານມູຮຳໝັດພະຍາປັດຕານີບໍ່ຍິນຍອມ ສົມເດັດກົມພະລາດຊະວັງບໍວອນມະຫາສຸລະສິງຫະນາດໄດ້ສັ່ງໃຫ້ພະຍາກະລາໂຮມຍົກກອງທັບໄປເມືອງປັດຕານີໃນປີ ພ.ສ. 2329 ກວດຕ້ອນຄອບຄົວແລະອາວຸດຈຳນວນຫຼວງຫຼາຍ ລວມທັງປືນໃຫຍ່ 2 ກະບອກ ແຕ່ສາມາດນຳມາໄດ້ພຽງແຕ່ໜຶ່ງກະບອກ ແລະຫຼັງຈາກນັ້ນໄດ້ນຳເອົາມາຖະຫວາຍສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ແລະໄດ້ກະລຸນາໃຫ້ຂຽນຊື່ວ່າ "ພະຍາຕານີ" ເຊິ່ງຖືວ່າເປັນປືນໃຫຍ່ທີ່ໃຫຍ່ທີ່ສຸດໃນປະເທດໄທ ປະຈຸບັນຕັ້ງຢູ່ຕໍ່ໜ້າ ກະຊວງກະລາໂຮມ ໃນກຸງເທບມະຫານະຄອນ [2]

ໃນປີ ພ.ສ. 2332 ຕົນກູລາມິດດິນເຈົ້າເມືອງປັດຕານີໄດ້ມີປື້ມເຊີນຊວນອົງຊຽງສືເຈົ້າອະນຳກົ໊ກ (ເມືອງໄຊງ່ອນ ວຽດນາມຕອນໃຕ້) [3] ເພື່ອເຂົ້່າຮ່ວມກັນຕີເອົາບັນດາເມືອງໃນອານາຈັກໄທ ເມື່ອກະສັດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດຮູ້ ໄດ້ສັ່ງໃຫ້ຍົກທັບໄປປາບເມືອງປັດຕານີອີກຄັ້ງ ຕໍ່ມາໃນປີພ.ສ. 2351 ດາຕະປັງກາລັນໄດ້ເຮັດການກະບົດ ກະສັດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ໄດ້ໃຫ້ເຈົ້າພະຍາພົນເທບ (ບຸນນາກ) ຍົກກອງທັບຫຼວງເຂົ້າຮ່ວມກັບເມືອງສົງຂຼາ ເມືອງພັດທະລຸງ ເມືອງຈະນະ ໄປຕີເມືອງປັດຕານີໄດ້ສຳເລັດ

ໃນສະໄໝພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ (ພ.ສ.2352-2367) ເກີດຄວາມບໍ່ສະຫງົບມາຕໍ່ເນື່ອງ ໄດ້ສັ່ງໃຫ້ພຣະຍາອະໄພສົງຄາມແລະພຣະຍາສົງຂຼາ (ຖ່ຽນຈ໋ອງ) ຜູ້ຄວບຄຸມຫົວເມືອງໃນແຫຼມມາລາຍູແບ່ງເຂດຂອງເມືອງປັດຕານີອອກເປັນ 7 ເມືອງ ແລະໄດ້ແຕ່ງຕັ້ງເຈົ້າເມືອງເປັນຜູ້ປົກຄອງນັບແຕ່ປີ ພ.ສ.2359 ເປັນຕົ້ນໄປ ດັງນີ້

  1. ເມືອງປັດຕານີ ຕ່ວນສຸຫຼົງ ເປັນເຈົ້າເມືອງ
  2. ເມືອງຍະຫຣິ່ງ ທ້າວພ່າຍ ເປັນເຈົ້າເມືອງ
  3. ເມືອງສາຍ ນະເດະ ເປັນເຈົ້າເມືອງ
  4. ເມືອງໜອງຈິກ ຕ່ວນນິ ເປັນເຈົ້າເມືອງ
  5. ເມືອງລະແງະ ນິດະ ເປັນເຈົ້າເມືອງ
  6. ເມືອງລາມັນ ຕ່ວນລັນໂຊ ເປັນເຈົ້າເມືອງ
  7. ເມືອງຍະລາ ຕ່ວນຍາລໍ ເປັນເຈົ້າເມືອງ

ສະໄໝພະບາດສົມເດັດພະຈຸນລະຈອມເກຼ້າເຈົ້າຢູ່ຫົວ ໃຫ້ຍົກເລີກລະບຽບວິທີການປົກຄອງແບບຈະຕຸສະດົມ (ຫຼືເສົາ 4 ເສົາ ປະກອບດ້ວຍ ວຽງ ວັງ ຄັງ ນາ) [4] ຕັ້ງແຕ່ປີ ພ.ສ. 2435 ຈັດການປົກຄອງອອກເປັນ 12 ກະຊວງ ມີກະຊວງມະຫາດໄທເປັນກະຊວງແຜ່ນດິນ ໃຫ້ຈັດລະບົບເປັນແບບສຸຂາພິບານ ຍຶດໝັ້ນນະໂຍບາຍການປະນີປະນອມແລະດຳເນີນການທີລະຂັ້ນຕອນໂດຍບໍ່ໃຫ້ສົ່ງຜົນກະທົບຕໍ່ການປົກຄອງຂອງບັນດາເຈົ້າເມືອງທັງ 7 ເມືອງ ໄດ້ແບ່ງການປົກຄອງເປັນ 4 ມົນທົນ ໄດ້ແກ່

  1. ມົນທົນພູເກັດ
  2. ມົນທົນຊຸມພອນ
  3. ມົນທົນນະຄອນສີທຳມະລາດ
  4. ມົນທົນໄຊບຸລີ

ມົນທົນນະຄອນສີທຳມະລາດ ປະກອບດ້ວຍ 10 ເມືອງ ລວມທັງ 7 ຫົວເມືອງຮວມເຂົ້າເຊັ່ນກັນ ປະກອບດ້ວຍ ເມືອງນະຄອນສີທຳມະລາດ ພັດທະລຸງ ສົງຂຼາ ປັດຕານີ ຍະຫຣິ່ງ ສາຍບຸລີ ໜອງຈິກ ຍະລາ ລະແງະ ແລະລາມັນ ມີຜູ້ວ່າລາດຊະການເມືອງດູແລ ຢູ່ໃນການປົກຄອງຂອງຂ້າຫຼວງເທສາພິບານມົນທົນ ປີ ພ.ສ. 2447 ໄດ້ແຍກຫົວເມືອງທັງ 7 ອອກຈາກມົນທົນນະຄອນສີທຳມະລາດ ມາຕັ້ງເປັນມົນທົນປັດຕານີ ພ້ອມທັງປ່ຽນຖານະເມືອງເປັນອຳເພີ ແລະຈັງຫວັດ ໄດ້ແກ່

  1. ຈັງຫວັດປັດຕານີ ລວມເມືອງໜອງຈິກ ແລະເມືອງຍະຫຣິ່ງ
  2. ຈັງຫວັດສາຍບຸລີ ລວມເມືອງລະແງະ
  3. ຈັງຫວັດຍະລາ ລວມເມືອງລາມັນ

ນອກຈາກນີ້ ຍັງແຍກເຂດເມືອງໜອງຈິກຍົກຖານະເປັນອຳເພີເມືອງເກົ່າ ເຊິ່ງຕໍ່ມາໄດ້ປ່ຽນຊື່ເປັນອຳເພີມະກຣູດແລະອຳເພີໂຄກໂພຕາມລຳດັບ ເມືອງປັດຕານີໄດ້ຖືກປ່ຽນຊື່ໃໝ່ເປັນເມືອງປະກາຮະລັງ ແລະໄດ້ສ້າງຕັ້ງອຳເພີຂຶ້ນໃໝ່ອີກ 2 ອຳເພີຄື ອຳເພີຍະລັງ ແລະອຳເພີປະນາເລະ ໃຫ້ຂຶ້ນກັບຈັງຫວັດປັດຕານີ

ໃນລະຫວ່າງການປົກຄອງຂອງກະສັດພຣະບາທສົມເດັດພຣະປົກເກຼົ້າເຈົ້າຢູ່ຫົວ ເສດຖະກິດຂອງປະເທດໄດ້ຫຼຸດລົງພາຍຫຼັງໄດ້ມີການປ່ຽນແປງກົດລະບຽບການປົກຄອງ ໃນປີພ.ສ. 2475 ເພື່ອລັດຖະບານຈະໄດ້ຕັດລາຍຈ່າຍເພື່ອຮັກສາສະຖຽນລະພາບດ້ານງົບປະມານຂອງປະເທດ ຈຶ່ງໄດ້ຍົກເລີກມົນທົນປັດຕານີ ແຕ່ຍັງຄົງສະຖານະຈັງຫວັດໄວ້ຄືເກົ່າ ຍົກເລີກຈັງຫວັດສາຍບຸລີປ່ຽນເປັນອຳເພີຕະລຸບັນ ແລະແບ່ງພື້ນທີ່ບາງສ່ວນຂອງສາຍບຸລີອອກເປັນ ອຳເພີລະແງະ ແລະອຳເພີບາເຈາະ ໄປຂຶ້ນກັບຈັງຫວັດນະລາທິວາດ ຕັ້ງແຕ່ປີ ພ.ສ. 2476 ຈັງຫວັດປັດຕານີໄດ້ມີການປົກຄອງໂດຍຜູ້ວ່າລາດຊະການ ພຣະຍາລັດຕະນະພັກຄີ (ແຈ້ງ ສຸວັນຈິນດາ) ເປັນຜູ້ວ່າລາດຊະການຄົນທຳອິດ ພາຍໃຕ້ການປົກຄອງລະບອບປະຊາທິປະໄຕ ເຊີ່ງກະຊວງມະຫາດໄທໄດ້ປະກາດໃຊ້ປີພ.ສ. 2476 ຈັດລະບຽບບໍລິຫານສ່ວນພູມິພາກ ແລະໄດ້ມີການປັບປຸງແກ້ໄຂ ພ.ສ. 2499 ແລະ ພ.ສ. 2509

ລັກສະນະພູມປະເທດ

[ດັດແກ້]

ແບ່ງອອກເປັນ 3 ລັກສະນະ ປະກອບດ້ວຍທົ່ງພຽງແຄມຝັ່ງທະເລ ສ່ວນໃຫຍ່ແມ່ນປະມານ 1 ສ່ວນ 3 ຂອງພື້ນທີ່ແຂວງ ລວມທັງຕອນເໜືອ ແລະທິດຕາເວັນອອກຂອງແຂວງເປັນຊາຍຫາດຊາຍຍາວ ແລະເປັນເຂດທົ່ງພຽງແຄມທະເລກວ້າງ ປະມານ 10 - 30 ກິໂລແມັດ ພື່ນທີ່ລາບລຸ່ມບໍລິເວນຕອນກາງ ແລະຕອນໃຕ້ຂອງແຂວງ ມີແມ່ນ້ຳປັດຕານີໄຫຼຜ່ານເຮັດໃຫ້ເໝາະສົມກັບການກະສິກຳ ແລະເຂດພູດອຍເຊິ່ງແມ່ນສ່ວນນ້ອຍທາງຕອນໃຕ້ຂອງເມືອງໂຄກໂພ ເມືອງກະພໍ້ ແລະທິດຕາເວັນອອກຂອງເມືອງສາຍບຸລີ

ລັກສະນະພູມອາກາດ

[ດັດແກ້]

ອ້າງອິງ

[ດັດແກ້]
  1. ສຳນັກງານປະຊາສຳພັນປັດຕານີ. ກົມປະຊາສຳພັນ. "ປະຫວັດແຂວງປັດຕານີ ລົງວັນທີ່ 7 ກຸມພາ 2557." [1] Archived 2018-04-01 at the Wayback Machine. ຄົ້ນຄວ້າ 22 ພຶດສະພາ 2564.
  2. ไทยรัฐออนไลน์. "ปืนนางพญาตานี ລົງວັນທີ່ 6 ກຸມພາ 2560." [2]. ຄົ້ນຄວ້າ 23 ພຶດສະພາ 2564.
  3. วชิรญาณ พระราชพงศาวดารกรุงรัตนโกสินทร์ รัชกาลที่ ๑. "องเชียงสือตั้งตัวเป็นเจ้าอนัมก๊ก ລົງຂໍ້ມູນ 2333." [3]. ຄົ້ນຄວ້າ 23 ພຶດສະພາ 2564.
  4. ວິທຍຸເອເຊີຽເສຣີ "ບ້ານລາວໃນປະເທດໄທ ( ຕອນ 3 ) ລົງວັນທີ່ 20 ພະຈິກ 2550." [4]. ຄົ້ນຄວ້າ 23 ພຶດສະພາ 2564.