ຕັກຊີ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ລົດຕັກຊີ)
ລົດຕັກຊີສີເຫຼືອງໃນລັດນີວຢອກ.

ຕັກຊີ ແມ່ນການໂດຍສານສາທາລະນະປະເພດໜຶ່ງສຳລັບຜູ້ໂດຍສານຄົນດຽວ ຫຼືກຸ່ມນ້ອຍໆ. ລົດຕັກຊີແມ່ນຍານພາຫະນະໄວ້ສຳລັບວ່າຈ້າງໂດຍຜູ້ຂັບຈະສົ່ງຜູ້ໂດຍສານລະຫວ່າງບ່ອນໜຶ່ງໄປຍັງບ່ອນໜຶ່ງຕາມທີ່ຜູ້ໂດຍສານຢາກຈະໄປ.

ຕັກຊີ ແມ່ນຄຳຫຍໍ້ມາຈາກ ຕັກຊີ ແຄັບ (Taxicab) ຄິດຄົ້ນໂດຍແຮລີ້ ເອັນ ອັນເລນ ນັກທຸລະກິດຊາວນີວຢອກທີ່ນຳເຂົ້າລົດຕັກຊີມາຈາກປະເທດຝະລັ່ງ ໂດຍຫຍໍ້ມາຈາກຄຳວ່າ ຕັກຊີມິເຕີ້ ແຄັບ (Taximeter cab) ອີກທີ. ສ່ວນຄຳວ່າ cab ມາຈາກຄຳວ່າ cabriolet ແມ່ນລົດມ້າລາກຈູງ ແລະຄຳວ່າ taxi ເປັນຄຳເຄົ້າພາສາລາແຕັງໃນຍຸກກາງ ອັນມາຈາກ ຄຳວ່າ taxa ທີ່ໝາຍເຖິງ ພາສີຫຼືການຄິດເງິນ ແລະຄຳວ່າ meter ມາຈາກພາສາເກັກຄຳວ່າ metron ແປວ່າ ວັດໄລຍະທາງ.