ພາສີ

ຈາກ ວິກິພີເດຍ

ພາສີ (ອັງກິດ: Custom, ຝຣັ່ງ: Impot) ແມ່ນ ເງິນຫຼືສິ່ງຂອງອື່ນທີ່ລັດຫຼືສະຖາບັນປະຕິບັດໜ້າທີ່ທຽບເທົ່າລັດເອີ້ນເກັບຈາກຜູ້ເສຍພາສີ ເຊິ່ງອາດເປັນປັດເຈກບຸກຄົນຫຼືນິຕິບຸກຄົນກໍໄດ້. ກົດໝາຍມີບົດລົງໂທດຜູ້ທີ່ບໍ່ເສຍພາສີ. ລະບອບຕ່ຳກວ່າລັດ (subnational entity) ຈຳນວນຫຼາຍຍັງມີການເອີ້ນເກັບພາສີເຊັ່ນກັນ. ພາສີປະກອບດ້ວຍພາສີທາງກົງແລະພາສີທາງອ້ອມ ແລະອາດຈ່າຍເປັນຮູບໂຕເງິນຫຼືການໃຊ້ແຮງງານທີ່ທຽບເທົ່າ (ມັກເປັນການໃຊ້ແຮງງານທີ່ບໍ່ມີຄ່າຕອບແທນ ແຕ່ບໍ່ສະເໝີໄປ).