ເຮືອດຳນ້ຳ
ເຮືອດຳນ້ຳ (ອັງກິດ: submarine, ຝຣັ່ງ: sous-marin) ແມ່ນເຮືອທີ່ໃຊ້ໃນສົງຄາມ ສ້າງຈາກເຫຼັກແຕ່ມີຄວາມສາມາດໃນການເຄື່ອນທີ່ພາຍໃຕ້ຜິວນ້ຳ. ເຮືອດຳນ້ຳ ຖືກນຳມາໃຊ້ໃນການສົງຄາມແລະການຄົ້ນຄວ້າສຳຫຼວດໃຕ້ທະເລເລິກໃນບໍລິເວນທີ່ມະນຸດບໍ່ສາມາດດຳລົງໄປໄດ້ດ້ວຍການສວມພຽງຊຸດດຳນ້ຳ ດ້ວຍຄຸນະສົມບັດທີ່ພິເສດເໜືອກວ່າຍານພາຫະນະຊະນິດອື່ນ ແມ່ນ ມັນສາມາດທີ່ຈະຢູ່ໄດ້ທັງເທິງຜິວນ້ຳແລະໃຕ້ນ້ຳ.
ປະຫວັດສາດ[ດັດແກ້]
ນັບຕັ້ງແຕ່ ປີ ຄ.ສ. 1620 ທີ່ເຮືອດຳນ້ຳລຳທຳອິດຖືກສ້າງຂຶ້ນມາ ຂະນະນັ້ນເຮືອດຳນ້ຳສາມາດຈຸຄົນໄດ້ພຽງ 12 ຄົນ ດຳນ້ຳໄດ້ເລິກພຽງ 4.5 ແມັດ ແລະເຄື່ອນທີ່ໃຕ້ນ້ຳໄດ້ພຽງ 8 ກິໂລແມັດກ່ອນທີ່ຈະຕ້ອງຂຶ້ນສູ່ຜິວນ້ຳ. ປັດຈຸບັນເຮືອດຳນ້ຳສາມາດຈຸຄົນໄດ້ເຖິງ 150 ຄົນ ສາມາດຢູ່ໃຕ້ນ້ຳໄດ້ດົນນັບເດືອນ ດ້ວຍຂະໜາດທີ່ໃຫຍ່ໂຕຈົນສາມາດຈຸຄົນໄດ້ຫຼາຍຂະໜາດນີ້.
ການອອກແບບ[ດັດແກ້]
ເຮືອດຳນ້ຳຖືກອອກແບບມາເພື່ອໃຫ້ສາມາດຢູ່ໃນນ້ຳເລິກໄດ້ ດ້ວຍໂຕລຳເຮືອທີ່ຖືກອອກແບບໃຫ້ມີຜະໜັງສອງຊັ້ນ ເປັນສ່ວນນຶ່ງທີ່ເຮັດໃຫ້ລູກເຮືອສາມາດຢູ່ໃນເຮືອໄດ້ຢ່າງປົກກະຕິ ເຖິງແມ່ນຈະຢູ່ໃນລະດັບຄວາມເລິກຫຼາຍພຽງໃດກໍຕາມ ແລະສາມາດຢູ່ໄດ້ດົນຈົນກວ່າອາກາດແລະອາຫານຈະບໍ່ພຽງພໍ.
ອ້າງອີງ[ດັດແກ້]
ການຂົນສົ່ງ | |
---|---|
ລົດ | ລົດ · ລົດເກັ໋ງ · ລົດກະບະ · ລົດຈັກ · ລົດຖີບ · ລົດເຊົ່າ |
ລົດທີ່ໃຊ້ສິ່ງມີຊີວິດລາກ | ລົດລາກ · ລົດມ້າ · ກວຽນ |
ລົດໂດຍສານສາທາລະນະ | ລົດເມ · ລົດເມນ້ອຍ · ລົດຮັບສົ່ງເດີ່ນຍົນ · ລົດຮັບສົ່ງແຂກຂອງໂຮງແຮມ · ລົດຮັບສົ່ງຄົນເສຍອົງຄະ · ລົດຕັກຊີ · ລົດຈັກ · ລົດສອງແຖວ · ລົດຈຳໂບ້ · ລົດຕຸກໆ · ລົດທ່ອງທ່ຽວ · ລົດຕູ້ |
ລົດໂດຍສານ ສາທາລະນະເທິງລາງ | ລົດໄຟ · ລົດໄຟຟ້າ · ລົດໄຟໃຕ້ດິນ · ລົດລາງ |
ທາງນ້ຳ | ເຮືອ · ເຮືອດຳນ້ຳ · ເຮືອໃບ · ເຮືອໄວ · ເຮືອພາທ່ຽວ ·ກຳປັ່ນ · ແທັງເກີ |
ທາງອາກາດ | ຍົນ · ຍົນລະຫວ່າງປະເທດ · ຍົນພາຍໃນປະເທດ · ເຮລີກົບແຕ ·ບາລູນ |
ໃນອະວະກາດ | ຍານອະວະກາດ · ຈະຫຼວດ · ກະສວຍອະວະກາດ |
ລົດໃນຍາມສຸກເສີນ | ລົດອັກຄີໄຟ · ລົດໂຮງໝໍ |
ບ່ອນຖ້າ | ບ່ອນຈອດລົດໂດຍສານ · ເດີ່ນຍົນ · ສະຖານີລົດໄຟ · ທ່າເຮືອ |
ການໄປສະນີ | ຕູ້ໄປສະນີ · ລົດໄປສະນີ |