ລົດສອງແຖວ
ລົດສອງແຖວ ( ເຊິ່ງໂດຍທົ່ວໄປແລ້ວຈະມີຕັ່ງນັ່ງຢູ່ທາງດ້ານຫລັງເປັນ ສອງຕັ່ງຍາວ )ເຊິ່ງຕາມຄວາມເຂົ້າ ໃຈຂອງຄົນ ຝລັ່ງແລ້ວ ມັນກໍ່ແມ່ນອັນດຽວກັນ ກັບ ລົດ ບັດສ ນັ້ນເອງ. ລົດສອງແຖວ ແມ່ນພາຫະນະເພື່ອໃຊ້ຂ້າມໄປມາລະຫວ່າງ ລາວ ແລະ ໄທ ຫລື ເຮົາສາມາດພົບເຫັນໄດ້ໂດຍທົ່ວໄປຢູ່ຕາມຕົວເມືອງວຽງຈັນ, ຢູ່ຕາມເສັ້ນທາງສາຍຕ່າງໆຈະມີລົດສອງແຖວຈອດລຽນກັນເພື່ອຖ້າຮັບລູກຄ້າ ທີ່ທຽວຂ້າມໄປມາລະຫວ່າງ ລາວ ກັບ ໄທ.
ລົດສອງແຖວແມ່ນລົດທີ່ຖືກດັດແປງມາຈາກ ລົດ ຍີ່ຫໍ້ ຮຸ່ນໄດ, ໄດຮາດສຸ, ຈັງກັງ ຫລື ລົດກະບະ ຍີ່ຫໍ້ຕ່າງໆ. ເຊິ່ງເຂົາເຈົ້າໄດ້ດັດແປງໂດຍການເອົາຫລັງຄາມາໃສ່ ເພື່ອກັນແດດ, ເອົາຜ້າມາມຸງອອ້ມຂ້າງ ເພື່ອກັນ ຝົນ, ລົມ ແລະ ຂີ້ຝຸນ, ເອົາຕັ່ງຍາວວາງໃສ່ທັງສອງຂອກເພື່ອໃຫ້ຜູ້ໂດຍສານໄດ້ນັ່ງປິ່ນໝ້າໃສ່ກັນ. ເພື່ອບັນຈຸຄົນໄດ້ຫລາຍເພີ່ນຈະເອົາຕັ່ງຍາວອັນທີ ສາມ ມາວາງໃສ່ທາງກາງ ຫລື ປ່ອຍປ່ອຍໃຫ້ມັນເປັນຫວ່າງເລີຍກໍ່ໄດເພື່ອສຳຫລັບໄວ້ໃຫ້ຜູ້ໂດຍສານຢືນ, ແຕ່ເພີ່ນຈະດັດແປງຫລັງຄາໃຫ້ສູງຂື້ນກ່ວາເກົ່າ.
ສ່ວນໃຫຍ່ ແມ່ນເຮົານຳໃຊ້ ລົດສອງແຖວເພື່ອໂດຍສານໄປມາລະຫວ່າງ ຕົວເມືອງ ແລະ ຊົນນະບົດ ເພາະມັນທົນທານກັບຫົນທາງທີ່ຍາກລຳບາກ ແລະ ທີ່ສຳຄັນ ລາຄາກໍ່ຖືກ, ຄົນທຸກລະດັບສາມາດນຳໃຊ້ບໍລິານໄດ້.
ການຂົນສົ່ງ | |
---|---|
ລົດ | ລົດ · ລົດເກັ໋ງ · ລົດກະບະ · ລົດຈັກ · ລົດຖີບ · ລົດເຊົ່າ |
ລົດທີ່ໃຊ້ສິ່ງມີຊີວິດລາກ | ລົດລາກ · ລົດມ້າ · ກວຽນ |
ລົດໂດຍສານສາທາລະນະ | ລົດເມ · ລົດເມນ້ອຍ · ລົດຮັບສົ່ງເດີ່ນຍົນ · ລົດຮັບສົ່ງແຂກຂອງໂຮງແຮມ · ລົດຮັບສົ່ງຄົນເສຍອົງຄະ · ລົດຕັກຊີ · ລົດຈັກ · ລົດສອງແຖວ · ລົດຈຳໂບ້ · ລົດຕຸກໆ · ລົດທ່ອງທ່ຽວ · ລົດຕູ້ |
ລົດໂດຍສານ ສາທາລະນະເທິງລາງ | ລົດໄຟ · ລົດໄຟຟ້າ · ລົດໄຟໃຕ້ດິນ · ລົດລາງ |
ທາງນ້ຳ | ເຮືອ · ເຮືອດຳນ້ຳ · ເຮືອໃບ · ເຮືອໄວ · ເຮືອພາທ່ຽວ ·ກຳປັ່ນ · ແທັງເກີ |
ທາງອາກາດ | ຍົນ · ຍົນລະຫວ່າງປະເທດ · ຍົນພາຍໃນປະເທດ · ເຮລີກົບແຕ ·ບາລູນ |
ໃນອະວະກາດ | ຍານອະວະກາດ · ຈະຫຼວດ · ກະສວຍອະວະກາດ |
ລົດໃນຍາມສຸກເສີນ | ລົດອັກຄີໄຟ · ລົດໂຮງໝໍ |
ບ່ອນຖ້າ | ບ່ອນຈອດລົດໂດຍສານ · ເດີ່ນຍົນ · ສະຖານີລົດໄຟ · ທ່າເຮືອ |
ການໄປສະນີ | ຕູ້ໄປສະນີ · ລົດໄປສະນີ |