ບ່ອນຈອດລົດເມ

ຈາກ ວິກິພີເດຍ
ບ່ອນຈອດລົດເມໃນປະເທດໄທ.

ບ່ອນຈອດລົດເມ (ຄຳເຄົ້າ: ບ່ອນຈອດຣົຖເມລ໌[1], ອັງກິດ: bus stop, ຝຣັ່ງ: arrêt de bus) ຫຼື ປ້າຍລົດເມ (ຄຳເຄົ້າ: ປ້າຍຣົຖເມລ໌) ແມ່ນສະຖານທີ່ທີ່ກຳໜົດໄວ້ ເພື່ອໃຫ້ລົດເມມາຈອດຮັບ-ສົ່ງຜູ້ໂດຍສານ. ສ່ວນຫຼາຍຈະຕັ້ງຢູ່ຂ້າງຖະໜົນທຳມະດາ ບໍ່ຕັ້ງເທິງຖະໜົນທາງດ່ວນ. ຄຸນະພາບຂອງປ້າຍລົດເມຂຶ້ນຢູ່ກັບປໍລິມານຂອງການໃຊ້ບໍລິການ. ຈຸດຮັບ-ສົ່ງທີ່ມີຄົນໃຊ້ບໍລິການຫຼາຍມັກຈະມີຫຼັງຄາ ແລະ ບ່ອນນັ່ງ ແຕ່ປ້າຍລົດເມທີ່ມີຄົນໃຊ້ບໍລິການໜ້ອຍກໍມັກຈະມີພຽງແຕ່ເສົາກັບປ້າຍ ບໍ່ມີບ່ອນນັ່ງຄອຍຖ້າ. ປ້າຍລົດເມສາມາດຕັ້ງຢູ່ໃກ້ ສະຖານີລົດໂດຍສານອື່ນໆ ເຊັ່ນສະຖານີລົດໄຟ, ບ່ອນຖ້າລົດຕັກຊີ, ຫຼື ເດີ່ນຍົນ ຯລຯ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.