ລະດູ

ຈາກ ວິກິພີເດຍ
ການໂຄຈອນອ້ອມດວງອາທິດຂອງໂລກ.

ລະດູ ຫຼື ລະດູການ (ຄຳເຄົ້າ: ຣດູກາລ; ອັງກິດ: Season) ແມ່ນສ່ວນຂອງປີທີ່ແບ່ງໂດຍຖືເອົາພູມອາກາດເປັນຫຼັກ. ເກີດຂຶ້ນຈາກການທີ່ໂລກໂຄຈອນອ້ອມດວງອາທິດ ເນື່ອງຈາກແກນໂລກອຽງເປັນມຸມ 23.5 ອົງສາ ເຊິ່ງເຮັດໃຫ້ໃນແຕ່ລະໄລຍະຂອງປີແລະແຕ່ລະບໍລິເວນຂອງໂລກ ໄດ້ຮັບແສງແດດທີ່ບໍ່ເທົ່າກັນ ແລະການຮັບແສງແດດບໍ່ເທົ່າກັນນີ້ ກໍເຮັດໃຫ້ແຕ່ລະບໍລິເວນ ມີອຸນຫະພູມທີ່ຕ່າງກັນ ຈຶ່ງເຮັດໃຫ້ມີລະດູການຕ່າງ ໆ.

ໃນເຂດອົບອຸ່ນ ແລະເຂດໜາວ ຈະແບ່ງອອກເປັນ 4 ລະດູ ໄດ້ແກ່ ລະດູໃບໄມ້ປົ່ງ ລະດູຮ້ອນ ລະດູໃບໄມ້ຫຼົ່ນ ແລະລະດູໜາວ. ໂດຍທົ່ວໄປ ລະດູໃນເຂດອົບອຸ່ນຂອງຊີກໂລກເໜືອຈະມີໄລຍະເວລາດັ່ງນີ້

ໃນເຂດຮ້ອນ ຈະແບ່ງອອກເປັນ 3 ລະດູ ແມ່ນ ລະດູຮ້ອນ ລະດູໜາວ (ໂຮມກັນເອີ້ນວ່າ "ລະດູແລ້ງ") ແລະລະດູຝົນ.

ອ້າງອີງ[ດັດແກ້]