ການບິນລາວ
Lao Airlines ການບິນລາວ | ||
---|---|---|
ຮູບ:Https://en.wikipedia.org/wiki/Lao Airlines | ||
IATA QV | ICAO LAO | Callsign LAO |
ສ້າງຕັ້ງ | 19 ມັງກອນ 1976 | |
ສູນການບິນ | ສະໜາມບິນສາກົນວັດໄຕ | |
ເມືອງສຸມ | ສະໜາມບິນສາກົນຫລວງພະບາງ | |
Frequent flyer program | ຈຳປາເມືອງລາວ | |
ຂະຫນາດຝູງບິນ | 11 | |
ຈຸດຫມາຍ | 23 | |
ສູນໃຫຍ່ | ນະຄອນຫລວງວຽງຈັນ, ປະເທດລາວ | |
ບຸກຄົນສໍາຄັນ | ທ່ານ ຄຳຫຼ້າ ພົມມະວັນ | |
ເວັບໄຊຕ໌: https://www.laoairlines.com |
ການບິນລາວ ເປັນສາຍການບິນແຫ່ງຊາດ ຂອງ ສປປລາວ ໃຫ້ບໍລິການທາງດ້ານການຂົນສົ່ງທາງອາກາດ ໃນເສັ້ນທາງພາຍໃນປະເທດ 7 ແຫ່ງ, ແລະ ໃຫ້ບໍລິການການບິນໄປສູ່ບັນດາປະເທດອ້ອມຂ້າງຄື: ສາທາລະນະລັດປະຊາຊົນຈີນ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ,ສາທາລະນະລັດສັງຄົມນິຍົມຫວຽດນາມ,ສິງກະໂປ,ເກົາຫຼີ.
ສຳນັກງານໃຫຍ່ຕັ້ງຢູ່ທີ່ ສະໜາມບິນສາກົນວັດໄຕ ຕູ້ ປ.ນ 6441 ໂທລະສັບ +856 21 513 150 ແຟັກ +856 21 512 004
ຫ້ອງການຂາຍປີ້ການບິນລາວ ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ https://goo.gl/maps/W8FqgE9wxyQ2
ສາຍດ່ວນ : 1626 ຫຼື +856 21 212051-54 ເວັບໄຊທ໌: https://www.laoairlines.com/ Facebook: Lao Airlines Line: Lao Airlines Instagram: Lao Airlines Twitter: Lao Airlines Youtube Channel: Lao Airlines
ປະຫວັດ[ແກ້ໄຂ]
ການຂົນສົ່ງທາງອາກາດ ຂອງລາວໄດ້ກຳເນີດເກີດຂຶ້ນໃນຊຸມປີ 1960 ເປັນຕົ້ນມາ ເຊິ່ງພາກສ່ວນໜຶ່ງ ແມ່ນການບິນຂອງ ລະບອບເກົ່າສ້າງຂຶ້ນ ແລະ ອີກພາກສ່ວນໜຶ່ງແມ່ນການບິນຂອງແນວລາວຮັກຊາດ ເຊິ່ງພະນັກງານໄດ້ຮັບການກໍ່ສ້າງຢູ່ບັນດາປະເທດສັງຄົມນິຍົມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນປີ 1975 ຈຶ່ງໄດ້ເຕົ້າໂຮມເອົາພາຫະນະ ແລະພະນັກງານຂອງທັງ 2 ຝ່າຍເຂົ້າກັນ ແລະ ສ້າງຕັ້ງການບິນລາວ ຂຶ້ນໃນວັນທີ 19 ມັງກອນ 1976 ທີ່ເປັນພາກສ່ວນນຶ່ງຂອງກົມການບິນພົນລະເຮືອນແລະ ຢູ່ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ. ໜ້າທີ່ຂອງການບິນລາວ ໃນໄລຍະນັ້ນແມ່ນຮັບໃຊ້ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ພົນລະເຮືອນທົ່ວໄປ. ເຮືອບິນທີ່ນຳໃຊ້ແມ່ນ ເຊ 123 (C-123) , ເຊ 47 (C-47), ເດເຊ 4 (DC-4), ອ່ານ 2(AN-2), ມີ 8(MI-8), ອ່ານ 24 (AN-24) ແລະ ອ່ານ 26 (AN-26).
ໃນປີ 1977 ຍ້ອນຄວາມຮຽກຮ້ອງຕ້ອງການຂອງສົງຄົມຜູ້ຊົມໃຊ້ບໍລິການເພິ່ມຂຶ້ນ ບໍລິສັດ ການບິນລາວ ຈຶ່ງໄດ້ເປີດກວ້າງເສັ້ນທາງບິນສູ່ຕ່າງປະເທດເຊັ່ນ ຮ່າໂນ້ຍ, ບາງກອກ ແລະ ພະນົມເປັນ ແລະ ໃນປີ 1985 ການບິນລາວຈຶ່ງໄດ້ເລີ່ມຫັນຈາກລະບົບການ ບໍລິຫານໃຫ້ເປັນແບບວິຊາການ ເພື່ອເປັນການສ້າງລາຍຮັບ ແລະ ການເພີ່ມພາລະບົດບາດ. ການບິນຮັບໃຊ້ວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກ-ລັດໄດ້ເລັງເຫັນເຖິງຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ແບ່ງເຮືອບິນ AN-24 (ອ່ານ ຊາວສີ່) ຈຳນວນ 4 ລຳ, AN-2 (ອ່ານ 2) ຈໍານວນ 4 ລຳ ແລະ Mi-8 (ມີ່ 8) ຈໍານວນ 2 ລຳໃຫ້ພ້ອມດ້ວຍພາຫານະ ຮັບໃຊ້ພາກພື້ນດິນໃຫ້ແກ່ການບິນລາວເພື່ອໃຊ້ເຂົ້າໃນວຽກງານການບິນ. ມາເຖິງວັນທີ 18 ມີນາ 1989 ການບິນລາວທີ່ຂຶ້ນກັບກະຊວງປ້ອງການປະເທດກໍໄດ້ຖືກໂອນໄປໃຫ້ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລະ ວັນທີ່ 23 ພຶດສະພາ 1989 ການບິນລາວຈຶ່ງໄດ້ແຍກຕົວ ອອກຈາກກົມການບິນພົນລະເຮືອນ ສ້າງຕັ້ງເປັນບໍລິສັດການບິນລາວ ທີ່ເປັນຫົວໜ່ວຍທຸລະກິດ ຢ່າງຂາດຕົວຂຶ້ນຢ່າງເປັນທາງການ ໂດຍມີການໄລ່ລຽງລາຍຮັບລາຍຈ່າຍດ້ວຍຕົນເອງ.
ໃນປີ 1990 ບໍລິສັດການບິນລາວ ໄດ້ເຊັນສັນຍາການຮ່ວມທຶນກັບ ບໍລິສັດ ແດນຈາງ ຂາເຂົ້າ-ຂາອອກ ເພື່ອສ້າງຕັ້ງເປັນບໍລິສັດການບິນລາວ (ສາຍຕ່າງປະເທດ) ໂດຍເຊົ່າເຮືອບິນ TU154 (ຕູ ຮ້ອຍຫ້າສິບສີ່) ນຳສາຍການບິນ ບານການ ແອລາຍສ໌ - ບຸນກາລີ ເປັນເວລານຶ່ງປີ ຫລັງຈາກນັ້ນໄດ້ເຊົ່າ BOEING 737 (ໂບອິງ ເຈັດ ສາມ ເຈັດ) ຈາກ IAL Miami America (ໄອເອແອລ ໄມອາມີ ອາເມລິກາ) ມານຳໃຊ້ແຕ່ບໍ່ມີປະສິດທິຜົນ. ບໍລິສັດແດນຈາງ ຂາເຂົ້າ-ຂາອອກ ໄດ້ໄປຊອກຄູ່ຮ່ວມທຶນໃໝ່ຄື: ບໍລິສັດ ຊີທີເອ ເອສ໌ (CTAS) ຈາກຮົງກົງ ແລະໄດ້ດຳເນີນທຸລະກິດຮອດປີ 1994. ເນື່ອງຈາກທຸລະກິດບໍ່ມີປະສິດທິຜົນ ບໍລິສັດ ແດນຈາງ ຈຶ່ງໄດ້ຖອນຕົວ ແລະບໍລິສັດ ຊີທີເອເອສ໌ ຈຶ່ງໄດ້ຮ່ວມກັບສາຍການບິນຢຸນນານແອລາຍສ໌ ເພື່ອບິນເສັ້ນບິນສາຍຕ່າງປະເທດ ຈົນຮອດ ວັນທີ 30 ທັນວາ 1996. ໃນວັນທີ 1 ມັງກອນ 1997 ຈຶ່ງໄດ້ລວມເອົາເສັ້ນບິນສາຍພາຍໃນ ປະເທດເຂົ້ານຳກັນ ແລ້ວເອີ້ນຊື່ວ່າ ການບິນລາວຮ່ວມພັດທະນາຈຳກັດ (Lao Aviation Joint Development Company Limited), ໄດ້ດຳເນີນທຸລະກິດເປັນເວລາ 1 ປີກັບ 4 ເດືອນ ດ້ວຍຮູບການເຊົ່າພາຫະນະການຜະລິດທັງໝົດນຳລັດຖະບານ. ແຕ່ວ່າການດຳເນີນທຸລະກິດບໍ່ມີປະສິດທິຜົນ ຈາກນັ້ນການບິນລາວຮ່ວມພັດທະນາຈຳກັດກໍ່ໄດ້ຢຸດຕິການເຄື່ອນໄຫວ ແລະ ໃນວັນທີ 14 ພຶດສະພາ 1998 ໄດ້ຖືກໂອນກັບມາເປັນ ລັດວິສາຫະກິດ ການບິນລາວ ຄືເກົ່າຈົນເຖິງປະຈຸບັນ. ໃນປີ 2007 ແລະ 2008 ໃນ ລັດວິສາຫະກິດການບິນລາວໄດ້ຮັບລາງວັນ ດີເດັ່ນ http://www.laoairlines.com/?contentkey=pages&id=55
ການໃຫ້ບໍລິການ[ແກ້ໄຂ]
ໃນປີ 2019, ລັດວິສາຫະກິດການບິນລາວ ໄດ້ໃຫ້ບໍລິການເສັ້ນທາງບິນຕໍ່ໄປນີ້:
- ປະເທດກຳປູເຈຍ
- ປະເທດຈີນ
- ຄຸນໝິງ - ສະໜາມບິນສາກົນຄຸນໝິງຊາງສຸຍ
- ກວາງໂຈ່ວ - ສະໜາມບິນສາກົນກວາງໂຈວ (ເລິ່ມຕົ້ນ ປີ 2012)
- ຊຽງຮູ່ງ - ສະໜາມບິນສາກົນສິບສອງປັນນາ
- ເສິນຕູ່ - ສະໜາມບິນສາກົນເສິນຕູ
- ຊາງຊາ- ສະໜາມບິນສາກົນຊາງຊາ
- ຊຽງໄຮ້ - ສະໜາມບິນສາກົນຊຽງໄຮ້ຜູ່ຕົງ (ເລີ່ມຕົ້ນວັນທີ 28 ມັງກອນ 2019)
- ຫາງໂຈ່ວ - ສະໜາມບິນສາກົນ Xiaoshan ຫາງໂຈ່ວ (ເລີ່ມຕົ້ນວັນທີ 31 ມະຖຸນາ 2019)
- ປະເທດລາວ
- ແຂວງບໍ່ແກ້ວ - ສະໜາມບິນບໍ່ແກ້ວ (ຢຸດໃຫ້ບໍລິການຊົ່ວຄາວ)
- ແຂວງຫຼວງນ້ຳທາ - ສະໜາມບິນຫຼວງນ້ຳທາ
- ແຂວງຫຼວງພະບາງ - ສະໜາມບິນສາກົນຫຼວງພະບາງ (ຖານການບິນສຳຮອງ)
- ແຂວງອຸດົມໄຊ - ສະໜາມບິນອຸດົມໄຊ
- ແຂວງຈຳປາສັກ - ສະໜາມບິນສາກົນປາກເຊ
- ແຂວງສະຫວັນນະເຂດ - ສະໜາມບິນສະຫວັນນະເຂດ
- ນະຄອນຫຼວງວຽງຈັນ - ສະໜາມບິນສາກົນວັດໄຕ (ຖານການບິນຫຼັກ)
- ແຂວງຊຽງຂວາງ - ສະໜາມບິນຊຽງຂວາງ
- ປະເທດສິງກະໂປ
- ປະເທດສິງກະໂປ - ສະໜາມບິນສາກົນຊາງງີ (ຢຸດໃຫ້ບໍລິການຊົ່ວຄາວ)
- ປະເທດໄທ
- ປະເທດຫວຽດນາມ
- ຮ່າໂນ້ຍ - ສະໜາມບິນສາກົນໂນຍບາຍ
- ນະຄອນໂຮ່ຈິມິນ - ສະໜາມບິນສາກົນເຕິນເຊິນເຍິດ (ຜ່ານສະໜາມບິນສາກົນປາກເຊ)
- ດານັງ - ສະໜາມບິນສາກົນດານັງ
- ປະເທດເກົາຫຼີ
- ນະຄອນເຊອຸນ - ສະໜາມບິນສາກົນເຊອຸນ (ເລິ່ມຕົ້ນ ປີ 2013)
- ປູຊານ - ສະໜາມບິນສາກົນຄິມແຮ (ຢຸດໃຫ້ບໍລິການຊົ່ວຄາວ)
- ປະເທດຍີ່ປຸ່ນ
ສາຍການບິນຮ່ວມ[ແກ້ໄຂ]
ສາຍການບິນລາວມີສາຍການບິນຮ່ວມ codeshare agreements ກັບສາຍການບິນລຸ່ມນີ້:
- Aeroflot (SkyTeam)
- Air France (SkyTeam)
- Asiana Airlines (Star Alliance)
- Bangkok Airways
- Berjaya Air
- Cambodia Angkor Air
- China Airlines (SkyTeam)
- Etihad Airways
- EVA Air (Star Alliance)
- Garuda Indonesia (SkyTeam)
- Korean Air (SkyTeam)
- KLM (SkyTeam)
- Jetstar Airways
- Qantas (Oneworld)
- Qatar Airways (Oneworld)
- Silk Air
- SriLankan Airlines (Oneworld)
- Thai Airways (Star Alliance)
- Turkish Airlines (Star Alliance)
- Vietnam Airlines (SkyTeam)
- XiamenAir (SkyTeam)
ຝູງບິນ[ແກ້ໄຂ]
ໃນປັດຈຸບັນການບິນລາວມີຝູງບິນປະຈຳການດັ່ງຕໍ່ໄປນີ້: [໑]
ຊະນິດເຮືອບິນ | ກຳລັງໃຫ້ບໍລິການ | ສັ່ງເພີ່ມ | ຈຳນວນຕັ່ງໂດຍສານ | ໝາຍເຫດ | ||
---|---|---|---|---|---|---|
ຊັ້ນທຸລະກິດ | ຊັ້ນປະຢັດ | ລວມ | ||||
Airbus A320-214 | 4 | — | 16 | 126 | 142 | |
8 | 150 | 158 | ||||
ATR 72-500 | 4 | — | — | 70 | 70 | |
ATR 72-600 | 3 | — | — | 70 | 70 | |
ລວມ | 11 | 0 |
ຍົນທີ່ເຄີຍຮັບໃຊ້[ແກ້ໄຂ]
- Harbin Y-12 2 ລຳ
- Airbus A320-200 1 ລຳ
- Xian MA60 4 ລຳ (ໂອນຊື່ໃຫ້ Lao Skyway)
- COMAC ARJ21-700 2 ລຳ, ສົ່ງມອບໃນປີ 2012
Incidents and accidents[ແກ້ໄຂ]
ແຫຼ່ງຂໍ້ມູນອື່ນ[ແກ້ໄຂ]
- ↑ "Global Airline Guide 2019 (Part One)". Airliner World (October 2019): 19.