ທົ່ງໄຫຫີນ

ຈາກ ວິກິພີເດຍ
Jump to navigation Jump to search

ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດເມືອງໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ. ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະນະປະກອບພິທີ. ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງສະດວກ ໃນເຂດໂພນສະຫວັນ ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທຸ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື:

  • ກຸ່ມທີ່ 1 ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ເມືອງຫລວງເກົ່າ ໄລຍະທາງປະມານ 7.5 ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດຕັ້ງຢູ່ໂນນພູທາງດ້ານຂວາມື ປາກໄຫຫັນໜ້າໄປທາງສະຫນາມບິນທົ່ງໄຫຫີນ ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍງາມອີກແຫ່ງໜຶ່ງເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫິນ ກອງບັນຊາການກອງທັບອາກາດລາວ ຕົວເມືອງໂພນສະຫວັນ ສ່ວນທາງດ້ານຂວາມືຈະມີຂັ້ນໄດປູນ ຍ່າງລົງໄປຍັງທົ່ງໄຫຫີນອີກຈຸດໜຶ່ງ ຊຶ່ງມີຫລາຍກວ່າໃນຈຸດຊົມວິວແຫ່ງນີ້ ຈາກຈຸດຊົມວິວໄປທາງຊ້າຍມືຈະເຫັນໄຫຫີນ ຈຳນວນນັບສິບໆໜ່ວຍ ວາງລຽງລາຍຢູ່ເຕັມທົ່ງຫຍ້າ ຖັດມາທາງດ້ານຊ້າຍມືຂອງທົ່ງໄຫຫີນ ຈະພົບຖ້ຳແຫ່ງໜຶ່ງ ມີແສງແດດສາດສ່ອງລົງມາ ພາຍໃນຖ້ຳມີລັກສະນະ ເປັນປ່ອງມີຄວາມສູງປະມານ 60 ແມັດ ລັກສະນະພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50-60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫລົບໄພສົງຄາມຂອງຊາວເມືອງຊຽງຂວາງ ຍາມເມື່ອເຮືອບິນ ມາຖິ້ມລະເບີດ ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ ເມື່ອສົງຄາມອິນດູຈີນທີ່ຜ່ານມາ ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວ ຈະພົບຮ່ອງຮອຍການຂຸດເປັນເດີ່ນ ເປັນແນວຍາວເພື່ອປ້ອງກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫລາຍຂຸມ ຕະຫລອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍອັນເປັນຜົນມາຈາກຝູງເຮືອບິນ ບີ 52 ຂອງອະເມຣິກາ
  • ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.
  • ກຸ່ມທີ່ 3 ກຸ່ມໄຫຫີນລາດຄ່າຍ ຢູ່ຖັດລົງມາຈາກກຸ່ມໄຫຫີນພູສະລາໂຕ ປະມານ 10 ກິໂລແມັດ ປະກອບດ້ວຍໄຫຫີນປະມານ 150 ໜ່ວຍ ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງທ້ອງນາຂອງ ບ້ານຊຽງດີ ຊຶ່ງຢູ່ເທິງໂນນພູໜ່ວຍຕໍ່ໄປ ໄດ້ຢ່າງຊັດເຈນ

ສະຖານທີ່ຕັ້ງ ຫ່າງຈາກເມືອງໂພນສະຫະຫວັນເມືອງຫລວງໃໝ່ ຂອງແຂວງຊຽງຂວາງປະມານ 5 ກິໂລແມັດ.