ແຂວງໄຊສົມບູນ

ຈາກ ວິກິພີເດຍ

ແຂວງໄຊສົມບູນ (ຄຳເຄົ້າ: ໄຊຍ໌ສົມບູຣນ໌) ເປັນ ໜຶ່ງໃນ 17 ແຂວງຂອງ ລາວ, ສ້າງຕັ້ງຂຶ້ນ ໃນວັນທີ 31 ທັນວາ 2013 ຢູ່ພາກກາງຂອງປະເທດ. ມີພື້ນທີ່ຕິດຕໍ່ຈັດລຽງຕາມທິດທາງຕາມເຂັມໂມງ. ໂດຍເລີ່ມຈາກທິດເໜືອດັ່ງນີ້: ຊຽງຂວາງ , ບໍລິຄຳໄຊ , ວຽງຈັນ ແລະ ຫຼວງພະບາງ  ມີເນື້ອທີ່ປະມານ 8,500 ຕາລາງກິໂລແມັດ  ພື້ນທີ່ສ່ວນໃຫຍ່ເປັນພູດອຍ. ສົ່ງຜົນໃຫ້ສະພາບອາກາດທີ່ຂ້ອນຂ້າງເຢັນຕະຫຼອດປີ ເດີນທາງຈາກ ນະຄອນຫຼວງວຽງຈັນ ໄປຕາມເສັ້ນທາງເລກທີ 13 ໃຕ້ ຜ່ານແຂວງບໍລິຄຳໄຊ. ເມືອງທີ່ມີປະຊາກອນ 102,041 ແສນຄົນ (2018), ແບ່ງຕາມ ຊົນເຜົ່າ ດັ່ງນີ້: 55,71 ເປີເຊັນ ຂອງ ຊາວ ມົ້ງ , ຄົນ ລາວ 25,97 ເປີເຊັນ ແລະ ເຜົ່າຂະມຸ 18,32 ເປີເຊັນ ສາມາດແບ່ງອອກເປັນ 7,800 ຄອບຄົວ, ໃນນັ້ນ 3,600 ຄອບຄົວ ຍັງຢູ່ໃນຄວາມທຸກຍາກ

ທີ່ຕັ້ງ[ດັດແກ້]

ແຂວງໄຊສົມບູນ ຕັ້ງຢູ່ພາກກາງຂອງປະເທດລາວເປັນແຂວງດຽວທີ່ບໍ່ມີຊາຍແດນຕິດກັບຕ່າງປະເທດ ແລະເປັນທີ່ຕັ້ງຂອງພູເບ້ຍ ແລະມີຊາຍແດນຕິດຈອດກັບແຂວງຕ່າງໆຄືດັ່ງນີ້:

1. ເຂດພິເສດ​ໄຊ​ສົມບູນ[ດັດແກ້]

ເຂດພິເສດໄຊສົມບູນ ​ເຄີຍ​ເປັນ​ເຂດ​ປົກຄອງ​ພິ​ເສດ ທີ່ຢູ່​ພາຍ​ໃຕ້​ຄວາມ​ຮັບຜິດຊອບ​ຂອງ​ກອງ ທັບປະຊາຊົນ​ລາວ ​ໃນ​ຊ່ວງ​ປີ 1975-2006 ​ເນື່ອງ​ຈາກ​ເປັນ​ເຂດ​ທີ່​ມີ​ບັນດາ​ຊາວ​ມົ້ງອາ​ໄສ​ຢູ່ ຢ່າງ​ໜາ​ແໜ້ນເຂດ​ນຶ່ງ​ໃນ​ລາວ ​ໂດຍ​ລັດຖະບານ​ລາວ​ໄດ້​ປະກາດ​ຍົກ​ເລີກ​ເຂດ​ພິ​ເສດ​ໄຊ​ສົມບູນດັ່ງກ່າວ​ໃນ​ປີ 2006 ​ແລ້ວ​ກໍ​ໄດ້​ໂອນ​ຍ້າຍ​ເມືອງ​ໄຊ​ສົມບູນ​ແລະ​ເມືອງ​ຮົ່ມ​ໄປ​ຢູ່​ພາຍ​ໃຕ້ ອໍານາດ​ການ​ປົກຄອງແຂວງ​ວຽງ​ຈັນ.

2. ການ​ສ້າງ​ຕັ້ງ​ແຂວງ​ໄຊ​ສົມບູນ ​ເປັນ​ແຂວງ​ທີ່ 18 ຂອງ ສປປ.ລາວ[ດັດແກ້]

ພິທີການ​ປະກາດການ​ສ້າງ​ຕັ້ງ​ແຂວງ​ໄຊ​ສົມບູນ ​ເປັນ​ແຂວງ​ທີ່ 17 ຂອງ ສປປ.ລາວ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 31 ທັນວາ ປີ 2013 ທີ່​ຜ່ານ​ມາ ​ໂດຍ​ມີ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ການ​ນໍາ​ພັກ-ລັດ ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ ພະນັກງານ​ລັດຖະກອນ ​ແລະ​ປະຊາ​ຊົນ​ລາວ ​ເຂົ້າຮ່ວມ​ໃນ​ພິທີ​ດັ່ງ​ກ່າວ​.

ແຂວງໄຊສົມບູນ ເປັນແຂວງໜຶ່ງໃນ 18 ແຂວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຊຶ່ງມີທີ່ຕັ້ງຢູ່ໃນເຂດພາກກາງຂອງປະເທດ ຂອບເຂດຊາຍແດນ:

ແຂວງໄຊສົມບູນ ມີຂອບເຂດຊາຍແດນຕິດກັບບັນດາແຂວງອ້ອມຂ້າງໃກ້ຄຽງດັ່ງນີ້:

- ທິດເໜືອ ມີຊາຍແດນ ຕິດກັບ ເມືອງພູຄູນ ແຂວງຫຼວງພຣະບາງ, ເມືອງພູກູດ,ເມືອງຜາໄຊ ແລະ ເມືອງຄູນ ແຂວງຊຽງຂວາງ.

- ທິດໃຕ້ ມີຊາຍແດນ ຕິດກັບ ເມືອງທຸລະຄົມ ແຂວງວຽງຈັນ ແລະ ເມືອງທ່າພະບາດ ແຂວງບໍລິຄໍາໄຊ

- ທິດຕາເວັນຕົກ ມີຊາຍແດນ ຕິດກັບ ເມືອງກາສີ, ເມືອງວັງວຽງ, ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ

- ທິດຕາເວັນອອກ ມີຊາຍແດນ ຕິດກັບ ເມືອງໝອກໃໝ່ ແຂວງ ຊຽງຂວາງ ແລະ ເມືອງບໍລິຄັນ ແຂວງບໍລິຄໍາໄຊ

ແຂວງໄຊສົມບູນມີເນື້ອທີ່ໃນເຂດການປົກຄອງທັງໝົດ 8.500 ຕາລາງກິໂລແມັດ ໂດຍໄດ້ມີການຈັດສັນພື້ນທີ່ອອກເປັນ 8 ປະເພດ ດັ່ງນີ້: ດິນກະສິກຳ 138. 340 ເຮັກຕາ ດິນປຸກສ້າງ 5. 371 ເຮັກຕາ ດິນອຸດສາຫະກຳ 17. 631 ເຮັກຕາ ດິນປ່າໄມ້ 599. 570 ເຮັກຕາ ດິນຄົມມະນາຄົມ 3. 375ເຮັກຕາ ດິນວັດທະນະທຳ1. 523 ເຮັກຕາ ດິນບໍລິເວນນ້ຳ 45.169 ເຮັກຕາ ດິນ ປກສ ແລະ ປກຊ 2.018 ເຮັກຕາ

ແຂວງໄຊສົມບູນພາຍຫຼັງໄດ້ຖືກຂະໜານນາມໃຫ້ເປັນແຂວງໜຶ່ງໃນ 18 ແຂວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຕາມມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 12/ສພຊ, ລົງວັນທີ 13 ທັນວາ 2013 ແລະ ໄດ້ປະກາດເປັນທາງການໃນວັນທີ 31 ທັນວາ 2013 ແລ້ວແຂວງໄຊສົມບູນກໍໄດ້ມີລະບົບການຈັດການປົກຄອງເປັນຂອງຕົນເອງຄືກັນກັບແຂວງໆອື່ນໆໃນ ສປປ ລາວ ທີ່ດໍາເນີນການປົກຄອງດ້ວຍ “ລະບອບປະຊາທິປະໄຕປະຊາຊົນ” ໂດຍມີທ່ານເຈົ້າແຂວງເປັນປະມຸກລັດຂອງແຂວງພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານພັກແຂວງ.

ແຂວງ​ໄຊ​ສົມບູນ ປະກອບ​ມີ​ເຂດ​ການ​ປົກຄອງ 5 ​ເມືອງ​ດ້ວຍ​ກັນ​ກໍ​ຄື : ​ເມືອງ​ຮົ່ມ ​ເມືອງ​ທ່າ​ໂທມ ​ເມືອງອະນຸວົງ ເມືອງ​ລ້ອງ​ຊານ ​ແລະ ເມືອງ​ລ່ອງ​ແຈ້ງ ຊຶ່ງ​ໃນ​ນີ້​ກໍ​ມີ​ຢູ່ 3 ​ເມືອງ ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່ ກໍ​ຄື​ ເມືອງ​ລ້ອງ​ຊານ ທີ່ແຍກ​ອອກ​ຈາກ ​ເມືອງ​ຮົ່ມ ກັບ ເມືອງ​ລ່ອງ​ແຈງ ​ແລະ ​ເມືອງ​ອະນຸວົງ ທີ່​ສ້າງ​ຕັ້ງ​ຂຶ້ນມາ ​ແທນ ເມືອງ​ໄຊສົມບູນ​ນັ້ນ​ເອງ.


<http://lao.voanews.com/content/laos-government-established-saysomboun-as-the-18th-province-of-country/1824608.html