ປ່າດົງດິບ

ຈາກ ວິກິພີເດຍ

ປ່າດົງດິບ ເປັນປ່າຕຶບດົງໜາທີ່ປະກອບດ້ວຍຕົ້ນໄມ້ໃຫຍ່ ແລະ ສູງຫຼາຍຊະນິດເຊັ່ນ: ໄມ້ຍາງ, ໄມ້ບາກ,ໄມ້ແຄນ, ໄມ້ຄະຍູງ, ໄມ້ເປືອຍ...ປ່າປະເພດດັ່ງກ່າວແບ່ງອອກເປັນ 3 ຊັ້ນຄື: ຊັ້ນຕົ້ນໄມ້ໃຫຍ່-ສູງ(ຊັ້ນເທິງ), ຊັ້ນຕົ້ນໄມ້ໃຫຍ່ປານກາງ(ຊັ້ນກາງ)ແລະຊັ້ນພື້ນປ່າ(ຊັ້ນຈຳດິນ) ເຊິ່ງແຕ່ລະຊັ້ນມັກມີເຄືອເຂົາກ້ຽວຕິດຕໍ່ໃສ່ກັນ. ປ່າດົງດິບໃນລາວຖືກພົບເຫັນຢູ່ຫຼາຍບ່ອນໃນເຂດທົ່ງພຽງ ຫຼື ຢູ່ຕາມແຄມ ແມ່ນ້ຳ, ປ່າປະເພດນີ້ມີຫຼາຍຢູ່ແຂວງວຽງຈັນ, ຫຼວງນ້ຳທາ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ເຊກອງ ແລະ ຈຳປາສັກ. ນອກນັ້ນຍັງມີຢູ່ເຂດພູມສັນຖານສູງເຊັ່ນ: ເປີ້ນພູຫຼວງ, ພູພຽງເມືອງພວນ ແລະ ເດັ່ນສຸດແມ່ນຢູ່ພູພຽງຕ່າງໆທາງພາກໃຕ້.