ເພງຊາດລາວ
ເພງຊາດລາວ ແມ່ນເພງຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ໂນ້ດເພງຊາດລາວ | |
| ເນື້ອຮ້ອງ | ມະຫາພູມີ ຈິດຕະພົງ (ເນື້ອຮ້ອງເດີມ) ສີຊະນະ ສີສານ (ເນື້ອຮ້ອງປັດຈຸບັນ) |
|---|---|
| ທຳນອງ | ດຣ.ທອງດີ ສຸນທອນວິຈິດ, 1941 |
| ຮັບໄປໃຊ້ | |
| ຕົວຢ່າງສຽງ | |
ເພງຊາດລາວ (ບັນເລງ) | |
ເນື້ອຮ້ອງ
[ດັດແກ້]- ທຳນອງ: ທອງດີ ສຸນທອນວິຈິດ
- ຄຳຮ້ອງ: ສີຊະນະ ສີສານ
ຊາດລາວຕັ້ງແຕ່ໃດມາ ລາວທຸກທົ່ວໜ້າເຊີດຊູສຸດໃຈ
ຮ່ວມແຮງຮ່ວມຈິດຮ່ວມໃຈ ສາມັກຄີກັນເປັນກຳລັງດຽວ
ເດັດດ່ຽວພ້ອມກັນກ້າວໜ້າ ບູຊາຊູກຽດຂອງລາວ
ສົ່ງເສີມໃຊ້ສິດເປັນເຈົ້າ ລາວທຸກຊົນເຜົ່າສະເໝີພາບກັນ
ບໍ່ໃຫ້ພວກຈັກກະພັດ ແລະພວກຂາຍຊາດເຂົ້າມາລົບກວນ
ລາວທັງມວນຊູເອກະລາດ ອິດສະຫຼະພາບຂອງຊາດລາວໄວ້
ຕັດສິນໃຈສູ້ຊີງເອົາໄຊ ພາຊາດກ້າວໄປສູ່ຄວາມວັດທະນາ
ສະໄໝພຣະຣາຊອານາຈັກລາວ (1947-1975)
[ດັດແກ້]- ທຳນອງ: ທອງດີ ສຸນທອນວິຈິດ
- ຄຳຮ້ອງ: ມະຫາພູມີ ຈິດຕະພົງ
ຊາຕລາວຕັ້ງແຕ່ເດີມມາ ຂື້ນຊື່ລືຊາຢູ່ໃນອາຊີ
ຊາວລາວຜູກພັນໄມຕຼີ ຮ່ວມສາມັຄຄີຮັກຫໍ່ໂຮມກັນ
ຮັກຊາຕຮັກປຼະເທສເຮົາ ຮັກເຈົ້າປົກເກສເກສາ
ໂຮມຮັກຮ່ວມສາສນາ ແຕ່ບູຮານມາຮັກສາດິນແດນ
ບໍ່ໃຫ້ຊາຕໃດມາລວນ ຣາວີຣົບກວນຍາດແຍ່ງຊີງເອົາ
ໃຜຂືນເຂົ້າມາລູ່ວຸ່ນວາຽ ສູ້ຈົນຕົວຕາຽຕ້ານທານສັຕຼູ
ຊ່ວຍເຊີດຊູເລືອດເນື້ອເຊື້ອເຜົ່າ ຟື້ນຟູກູ້ເອົາບັນເທົາທຸກຂ໌ກັນ
ສະໄໝອານານິຄົມອິນດູຈີນຝຣັ່ງ (1941-1947)
[ດັດແກ້]
ຫມາຍເຫດ: ເພງນີ້ມີຊື່ດົ້ງເດີມວ່າ "ລາວຮັກຊາຕ"[1]
- ທຳນອງ: ທອງດີ ສຸນທອນວິຈິດ
- ຄຳຮ້ອງ: ມະຫາພູມີ ຈິດຕະພົງ
ຊາຕລາວຕັ້ງແຕ່ເດີມມາ ຂື້ນຊື່ລືຊາຢູ່ໃນອາຊີ
ຊາວລາວຜູກພັນໄມຕຼີ ຮ່ວມສາມັຄຄີຮັກຫໍ່ໂຮມກັນ
ຮັກຊາຕຮັກປຼະເທສເຮົາ ຮັກເຈົ້າປົກເກສເກສາ
ໂຮມຮັກຮ່ວມສາສນາ ແຕ່ບູຮານມາຮັກສາດິນແດນ
ບໍ່ໃຫ້ຊາຕໃດມາລວນ ຣາວີຣົບກວນຍາດແຍ່ງຊີງເອົາ
ໃຜຂືນເຂົ້າມາລູ່ວຸ່ນວາຽ ສູ້ຈົນຕົວຕາຽຕ້ານທານສັຕຼູ
ຊ່ວຍເຊີດຊູເລືອດເນື້ອເຊື້ອເຜົ່າ ຟື້ນຟູກູ້ເອົາບັນເທົາທຸກຂ໌ກັນ
ຝຼັ່ງຊ່ວຽບັນເທົາທຸກຂ໌ ປຼຸກເຮົາໃຫ້ລຸກຫາທາງໃຫ້ເດິນ
ພວກເຮົາຕ້ອງຮີບດຳເນິນ ເຂົ້າແຖວກ້າວເດິນດ້ວຽກັນທັນໃດ
ລຸກ ໆ ລາວເຮົາຮີບລຸກ ພົ້ນທຸກຂ໌ຍ້ອນເຮົາຟື້ນຟູ
ຝຼັ່ງຜູ້ເພິ່ນເປັນຄຼູ ຍິນດີລ້ຽງດູອຸ້ມຊູເອົາເຮົາ
ເດິນ ໆ ພວກເຮົາຮີບເດິນ ຫາຄວາມເຈຼີນກ້າວໜ້າທັນເຂົາ
ຮີບຕັ້ງເຕົ້າໂຮມແຮງຢ່າຊ້າ ພຼ້ອມໃຈກັນມາທຳທ່າຫ້າວຫັນ
ເປັນດ້ວຍກັນຕ້ອງຕາຍດ້ວຍກັນ ເຜິ່ອແຜ່ແບ່ງປັນແກ່ກັນໄປມາ
ອ້າງອີງ
[ດັດແກ້]- ↑ Hymnes et Pavillons d'Indochine (ພາສາຝຣັ່ງ). Bibliothèque nationale de France, département Philosophie, histoire, sciences de l'homme, 4-LK10-918: Imprimerie d'Extrême Orient. 1941.
{{cite book}}: CS1 maint: location (link)
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ຟັງເພງຊາດລາວ (ASF FILE)
- ເພງຊາດລາວສະໄຫມພະຣາຊອານາຈັກລາວ
- ເນື້ອເພງຊາດລາວ ຈາກສຳນັກຂ່າວສານປະເທດລາວ (ຂປລ.) Archived 2012-04-20 at the Wayback Machine
- ເພງຊາດລາວ (midi) ທີ່ david.national-anthems.net Archived 2007-06-20 at the Wayback Machine
- ເພງຊາດລາວ (mp3) ທີ່ national-anthems.net Archived 2007-05-06 at the Wayback Machine
- ເພງຊາດລາວ (mp3) ໂດຍວົງດຸລິຍາງກອງທັບເຮືອສະຫະລັດອາເມລິກາ