Jump to content

ພຣະຣາຊອານາຈັກລາວ

ຈາກ ວິກິພີເດຍ
ພຣະຣາຊອານາຈັກຣ໌ລາວ
1947–1975
ທຸງຊາດLaos
ທຸງຊາດ
ເຄື່ອງໝາຍຊາດຂອງLaos
ເຄື່ອງໝາຍຊາດ
ທີ່ຕັ້ງຂອງLaos
ສະຖານະອານານິຄົມຝຣັ່ງ(1947–1953)
ລະບອບລັດຖະທຳມະນູນ (1953–1975)
ເມືອງຫຼວງວຽງຈັນ (ບໍລິຫານ)
ຫຼວງພະບາງ (ລາຊະວົງ)
ເມືອງໃຫຍ່ທີ່ສຸດວຽງຈັນ
ພາສາທົ່ວໄປພາສາລາວ
ພາສາຝຣັ່ງ
ການປົກຄອງລັດຖະທຳມະນູນທີ່ເປັນເອກະພາບ
ກະສັດ 
• 1947–1959
ເຈົ້າມະຫາຊີວິດສີສະຫວ່າງວົງ
• 1959–1975
ພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ
ນາຍົກລັດຖະມົນຕີ 
• 1947–1948 (ກ່ອນ)
ເຈ້າສຸວັນນະລາດ
• 1962–1975 (ສຸດທ້າຍ)
ເຈົ້າສຸວັນນະພູມາ
ປະຫວັດສາດ 
• ຄວາມເປັນເອກະລາດ
11 ພຶດສະພາ 1947
• ເອ​ກະ​ລາດ
22 ຕຸລາ 1953
• ການຍອມຮັບຂອງສະຫະປະຊາຊາດ
14 ທັນວາ 1955
• ການປະຕິວັດຂອງພັກປະຕິວັດປະຊາຊົນລາວ
23 ສິງຫາ 1975
2 ທັນວາ 1975
ປະຊາກອນ
• 
3,100,000
ສະກຸນເງິນກີບ
ຂັບລົດດ້ານຂວາ
ລະຫັດໂທລະສັບ856
ລະຫັດ ISO 3166LA
ກ່ອນໜ້າ
ຖັດໄປ
ອິນດູຈີນຝຣັ່ງ
ລັດໃນອະນຸລັກຝຣັ່ງໃນລາວ
ປະເທດລາວ
ລັດຖະບານລາຊະອານາຈັກລາວພັດຖິ່ນ
ປັດຈຸບັນເປັນສ່ວນໜຶ່ງຂອງປະເທດລາວ

ພຣະຣາຊອານາຈັກລາວ (ພະລາຊະອານາຈັກລາວ) ​ແມ່ນ​ຮູບ​ແບບ​ການ​ປົກຄອງ​ຂອງ ​ປະເທດລາວ ​ແຕ່​ປີ 1947 ຫາ 1975. ໄດ້ຮັບເອກະລາດຈາກຝຣັ່ງເສດໃນວັນທີ 22 ຕຸ​ລາ 1953 ແລະ ໃຊ້ລະບອບ​​ຣາຊາທິປະໄຕ. ມາຮອດວັນທີ 2 ທັນວາ ປີ 1975, ກະສັດອົງສຸດທ້າຍ ຄື ພຣະເຈົ້າສີສະວ່າງ ວັດທະນາ ໄດ້ຍອມຈຳນົນລາຊະບັນລັງ ໃຫ້ແກ່ ກຸ່ມປະເທດລາວ ໃນ ສົງຄາມກາງເມືອງໃນລາວ, ພັກປະຊາຊົນປະຕິວັດລາວໄດ້ ຍົກເລີກລະບອບຣາຊາທິປະໄຕ ແລ້ວມາປ່ຽນເປັນ ລັດທິມາກ-ເລນິນ ເອີ້ນວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຊິ່ງໄດ້ຄວບຄຸມປະເທດລາວ ຕັ້ງແຕ່ນັ້ນມາ.

ການປົກຄອງ

[ດັດແກ້]

ນັບຕັ້ງແຕ່ການປະກາດເອກະລາດຂອງລາວຕາມສົນທິສັນຍາເຈເນວາໃນປີ ຄ.ສ. 1953 ລັດຖະບານແຫ່ງພະຣາຊອານາຈັກລາວໄດ້ຖືກຍອມຮັບວ່າເປັນລັດຖະບານທີ່ມີອຳນາດປົກຄອງທົ່ວປະເທດລາວ. ຕາມລັດຖະທຳມະນູນແຫ່ງພະຣາຊອານາຈັກລາວໄດ້ກຳນົດໃຫ້ປະເທດຊາດມີລະບອບປົກຄອງແບບປະຊາທິປະໄຕ ແລະ ລະບອບຣາຊາທິປະໄຕພາຍໃຕ້ລັດຖະທຳມະນູນ[1][2].

ລັດຖະບານກາງແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ ສ່ວນສົມເດັດພະເຈົ້າຊີວິດແມ່ນປະທັບຢູ່ນະຄອນຫຼວງພຣະບາງ. ໃນເວລານັ້ນ, ສົມເດັດພະເຈົ້າຊີວິດສີສະຫວ່າງວົງເປັນພະມະຫາຊີວິດພະອົງທຳອິດ ແລະ ທ່ານເຈົ້າສຸວັນນະພູມາເປັນນາຍົກລັດຖະມົນຕີຄົນທຳອິດຂອງພະຣາຊອານາຈັກລາວ.

ຕໍ່ມາ, ຄວາມວຸ້ນວາຍທາງການເມືອງພາຍໃນປະເທດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍາວນານ ໄດ້ນຳໄປສູ່ຄວາມພະຍາຍາມຈັດຕັ້ງລັດຖະບານປະສົມຫຼາຍຄັ້ງ ແລະ ສ່ວນຫຼາຍແມ່ນລັດຖະບານທີ່ມີອາຍຸສັ້ນ ເນື່ອງຈາກຄວາມບໍ່ໝັ້ນຄົງທາງການເມືອງພາຍໃນປະເທດ ແລະ ການແຊກແຊງຈາກມະຫາອຳນາດຢ່າງສະຫະລັດອາເມຣິກາ[1].

ຂໍ້ມູນຈາກ

[ດັດແກ້]
  1. 1.0 1.1 https://thaistudentsoverseas.com/2021/02/12/laos-from-kingdom-to-peoples-republic/
  2. http://old-book.ru.ac.th/e-book/p/PS476(50/PS476-2.pdf