Jump to content

ແຂວງຂອງປະເທດລາວ

ຈາກ ວິກິພີເດຍ
ແຂວງຂອງປະເທດລາວ
ໝວດເຂດການປົກຄອງລະດັບທຳອິດຂອງລັດດ່ຽວ
ທີ່ຕັ້ງປະເທດລາວ
ຈຳນວນ17 ແຂວງ
1 ເຂດນະຄອນຫຼວງ
ພົນລະເມືອງ98,000 (ໄຊສົມບູນ) – 1,004,000 (ສະຫວັນນະເຂດ)
ພື້ນທີ່3,920 km2 (1,510 sq mi) (ນະຄອນຫຼວງວຽງຈັນ) – 21,774 km2 (8,407 sq mi) (ສະຫວັນນະເຂດ)
ການປົກຄອງ
  • ລັດຖະບານແຂວງ
ໜ່ວຍການປົກຄອງ

ປະເທດລາວແບ່ງເຂດການປົກຄອງອອກເປັນ 17 ແຂວງ ເຊິ່ງແມ່ນເຂດການປົກຄອງລະດັບທຳອິດຂອງປະເທດ ກັບອີກ 1 ເຂດນະຄອນຫຼວງ ເຊິ່ງແມ່ນທີ່ຕັ້ງຂອງວຽງຈັນ ນະຄອນຫຼວງຂອງປະເທດ ໂດຍແຕ່ລະແຂວງມີບົດບາດແມ່ນລັດຖະບານທ້ອງຖິ່ນ ແລະ ມີການແບ່ງເຂດການປົກຄອງອອກເປັນເມືອງ ແລະ ບ້ານ

ນະຄອນຫຼວງວຽງຈັນຖຶກແຍກອອກຈາກແຂວງວຽງຈັນໃນປີ ຄ.ສ. 1989 ສ່ວນເຂດການປົກຄອງລ່າສຸດທີ່ສ້າງຕັ້ງຂຶ້ນ ແມ່ນ "ແຂວງໄຊສົມບູນ" ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 31 ທັນວາ ຄ.ສ. 2013 ແຕ່ເດີມແຂວງນີ້ເຄຍຖືກສ້າງຕັ້ງເປັນ "ເຂດພິເສດໄຊສົມບູນ" ໂດຍແຍກອອກຈາກແຂວງວຽງຈັນ, ແຂວງຊຽງຂວາງ, ແລະ ແຂວງບໍລິຄຳໄຊໃນປີ ຄ.ສ. 1993 ແຕ່ຕໍ່ມາຖືກຍຸບຮວມກັບແຂວງວຽງຈັນ ແລະ ແຂວງຊຽງຂວາງ ໃນວັນທີ 13 ມັງກອນ ຄ.ສ. 2006

ລາຍຊື່ແຂວງ

[ດັດແກ້]
ທີ່ຕັ້ງ ຊື່ ເມືອງເອກ ປະຊາກອນ
(ສຳຫຼວດ
ສຳມະໂນປະຊາກອນ
ຄ.ສ. 2023)
ພື້ນທີ່ (km2) ຄວາມໜາແນ່ນ ISO
ແຂວງອັດຕະປື ເມືອງສາມັກຄີໄຊ 153,000 10,320 14 LA-AT
ແຂວງບໍ່ແກ້ວ ເມືອງຫ້ວຍຊາຍ 198,000 6,196 29 LA-BK
ແຂວງບໍລິຄຳໄຊ ເມືອງປາກຊັນ 287,000 14,863 18 LA-BL
ແຂວງຈຳປາສັກ ເມືອງປາກເຊ 706,000 15,415 45 LA-CH
ແຂວງຫົວພັນ ເມືອງຊຳເໜືອ 302,000 16,500 18 LA-HO
ແຂວງຄຳມ່ວນ ເມືອງທ່າແຂກ 397,000 16,315 24 LA-KH
ແຂວງຫຼວງນ້ຳທາ ເມືອງນ້ຳທາ 182,000 9,325 19 LA-LM
ແຂວງຫຼວງພະບາງ ເມືອງຫຼວງພະບາງ 444,000 16,875 26 LA-LP
ແຂວງອຸດົມໄຊ ເມືອງໄຊ 313,000 15,370 20 LA-OU
ແຂວງຜົ້ງສາລີ ເມືອງຜົ້ງສາລີ 192,000 16,270 11 LA-PH
ແຂວງສາລະວັນ ເມືອງສາລະວັນ 410,000 10,691 37 LA-SL
ແຂວງສະຫວັນນະເຂດ ເມືອງໄກສອນ ພົມວິຫານ 1,004,000 21,774 45 LA-SV
ແຂວງວຽງຈັນ ເມືອງໂພນໂຮງ 435,000 18,526 23 LA-VI
ນະຄອນຫຼວງວຽງຈັນ ເມືອງຈັນທະບູລີ 836,000 3,920 209 LA-VT
ແຂວງໄຊຍະບູລີ ເມືອງໄຊຍະບູລີ 395,000 16,389 23 LA-XA
ແຂວງເຊກອງ ເມືອງລະມາມ 124,000 7,665 15 LA-XE
ແຂວງໄຊສົມບູນ ເມືອງອະນຸວົງ 98,000 4,506 19 LA-XS
ແຂວງຊຽງຂວາງ
ເມືອງແປກ 254,000 15,880 15 LA-XI

ປະຊາກອນ

[ດັດແກ້]

ປະຊາກອນແຕ່ລະແຂວງໃນປີ ຄ.ສ. 2023 ແມ່ນຂໍ້ມູນຈາກການສຳຫຼວດສຳມະໂນປະຊາກອນ ໂດຍປະຊາກອນຂອງປະເທດລາວໃນປີ ຄ.ສ. 2023 ຮວມທັງໝົດ 6,730,000 ຄົນ[1]

ອ້າງອິງ

[ດັດແກ້]
  1. "Results of Population and Housing Census 2015" (PDF). Retrieved 2019-11-10.