ເສືອ

ຈາກ ວິກິພີເດຍ
ເສືອ

ເສືອ (ອັງກິດ: tiger) ແມ່ນສັດລ້ຽງລູກດ້ວຍນ້ຳນົມໃນວົງຟິລິດີ ອັນເປັນວົງດຽວກັບແມວໂດຍຊະນິດທີ່ເອີ້ນວ່າເສືອມັກມີຂະໜາດລຳໂຕຄ່ອນຂ້າງໃຫຍ່ກວ່າ ແລະອາໄສຢູ່ພາຍໃນປ່າ. ຂະໜາດຂອງລຳໂຕປະມານ ໑໖໘-໒໒໗ ຊັອງຕິແມັດແລະໜັກປະມານ ໑໘໐-໒໔໕ ກິໂລກຳ, ຮູມ່ານຕາກົມ ເປັນສັດກິນຊີ້ນກຸ່ມໜຶ່ງ ມີລັກສະນະແລະຮູບຮ່າງຮວມທັງພຶດຕິກຳອັນເປັນເອກະລັກ ແຕກຕ່າງແຕ່ສັດໃນກຸ່ມອື່ນ. ຫາກິນຍາມກາງຄືນ ມີຖິ່ນກຳເນີດໃນປ່າ. ເສືອສ່ວນຫຼາຍຍັງມີຄວາມສາມາດໃນການປີນປ່າຍກົກໄມ້ ເຊິ່ງຍົກເວ້ນເສືອຊີຕ້າ. ເສືອທຸກຊະນິດມີກາມທີ່ສັ້ນແລະແຂງແຮງ ມີແຂ້ວ ໒ ຄູ່ສຳລັບກັດເຫຍື່ອ. ທົ່ວທັງຫຼ້າມີສັດທີ່ຢູ່ໃນວົງເສືອແລະແມວປະມານ ໓໗ ຊະນິດ ອັນຮວມທັງແມວບ້ານນຳ.

ເສືອຈັດເປັນສັດນັກລ່າທີ່ມີຄວາມສະຫງ່າງາມໃນໂຕເອງ ໂດຍສະເພາະແມ່ນເສືອສ່ຳໃຫຍ່ທີ່ເບິ່ງເປັນຕາເກງຂາມ ບໍ່ວ່າຊິເປັນເສືອໂຄ່ງຫຼືເສືອດາວ.ຜູ້ທີ່ພໍ້ເຫັນເສືອໃນເທື່ອທຳອິດມັກເກີດຄວາມປະທັບໃຈໃນຄວາມສະຫງ່າງາມ ແຕ່ໃນຂະນະດຽວກັນກໍເກີດຄວາມຫວາດຫວັ່ນເກງຂາມໃນພະລະອຳນາດພາຍໃນໂຕຂອງພວກມັນ. ເສືອຈັ່ງໄດ້ຮັບການຍົກຍໍໃຫ້ເປັນລາຊາແຫ່ງສັດປ່າ ແລະເປັນເຈົ້າແຫ່ງນັກລ່າຢ່າງແທ້ຈິງ.

ຮູປຮ່າງທົ່ວໄປ[ດັດແກ້]

ເສືອສ່ວນຫຼາຍຢູ່ໃນປ່າແລະທົ່ງຫຍ້າ ສ່ວນຫຼາຍບໍ່ມັກນ້ຳຄືກັບແມວທົ່ວໄປ. ມີພຽງແຕ່ເສືອໂຄ່ງແລະເສືອຈາກົວທໍ່ນັ້ນທີ່ມັກນ້ຳ. ຍິ່ງກວ່ານັ້ນບ່ອນທີ່ພໍ້ເສືອໂຄ່ງຫຼາຍເທື່ອກວ່າໝູ່ມັກຈະເປັນແອ່ງນ້ຳ ທະເລສາບ ຫຼືແມ່ນ້ຳ. ເສືອເປັນສັດທີ່ຫາກິນໂດຍໂຕດຽວ ຂອງກິນຫຼັກມັກຊິເປັນສັດກິນຜັກສ່ຳກາງ ຄື ກວາງ ໝູປ່າ ແລະ ຄວາຍ ອັນຊິລ່າເຫຍື່ອດ້ວຍແນວທາງການຍ່າງ ຍ່ອງ ແລ່ນໄລ່ແລະຈັບເຫຍື່ອ ຢ່າງໃດກໍດີພວກມັນອາດຈະອອກລ່າສັດທີ່ສ່ຳໃຫຍ່ກວ່າບໍ່ກໍນ້ອຍກວ່າໃນສະຖານະການຄັບຂັນ.

ເສືອມີຮູບຮ່າງພິເສດ ແມ່ນສາມາດຊ່ອນເລັບໄວ້ໃນປາຍນິ້ວໄດ້ ເມື່ອຕ້ອງການຈັບເຫຍື່ອຈະກາງເລັບຕີນໜ້າອອກ. ສ່ວນເລັບຕີນທາງຫຼັງຈະໃຊ້ເປັນອາວຸດສຳລັບຈີກກະຊາກເຫຍື່ອ ແລະໃນຍາມທີ່ເສືອແລ່ນເລັບຕີນຫຼັງຈະຊ່ອຍຍຶດເກາະ. ເຮັດໃຫ້ສາມາດຕະກຸຍພື້ນເລ່ງຄວາມໄວໄດ້ໄວຂຶ້ນ. ນອກຈາກນີ້ແນວທາງການຫົດຊ່ອນເລັບຂອງເສືອນັ້ນ ຍັງແມ່ນແນວທາງການຮັກສາຄວາມແຫຼມຄົມຂອງເລັບໄວ້ ເພື່ອປ້ອງກັນການຂູດຂີດຍາມຍ່າງບໍ່ກໍເຄື່ອນໄຫວຕາມທຳມະດາ. ສັດຕູພຽງຢ່າງດຽວຂອງເສືອກໍແມ່ນຄົນ ຍາມນີ້ເສືອຖືກລ່າຢ່າງຜິດກົດໝາຍເພື່ອເອົາໄປເຮັດເສື້ອຂົນສັດ ແລະແມ່ນຄວາມເຊື່ອໃນການເຮັດຢາປິ່ນປົວແຮງຂອງຜູ້ຊາຍ.