ໝາກຫຸ່ງ

ຈາກ ວິກິພີເດຍ

ໝາກຫຸ່ງ (ຊື່ທາງວິທະຍາສາດ: Carica papaya) ເປັນໄມ້ຜົນຊະນິດໜຶ່ງ. ສູງປະມານ 5-10 ແມັດ ມີຖິ່ນກຳເນີດໃນອະເມລິກາກາງ. ລູກດິບມີສີຂຽວ. ເມື່ອສຸກແລ້ວເນື້ອໃນຈະມີສີເຫຼືອງເຖິງສົ້ມ. ມັກນຳມາກິນທັງສົດແລະນຳໄປປຸງກັບຂອງກິນ ເຊັ່ນ ຕຳໝາກຫຸ່ງ ເປັນຕົ້ນ. ຫຼືນຳໄປແປຮູບເປັນຜະຫຼິຕະພັນອື່ນ ໆ ກໍ່ໄດ້.

ໜ້າຕາຂອງໝາກຫຸ່ງ[ແກ້ໄຂ]

ໝາກຫຸ່ງແມ່ນໄມ້ລົ້ມລຸກ (ບາງເທື່ອອາດເຂົ້າໃຈຜິດວ່າເປັນໄມ້ຢືນຕົ້ນ). ໃບມີລັກສະນະເປັນໃບດ່ຽວ 5-9 ແສກ. ເກາະກຸ່ມຢູ່ທາງເທິງສຸດຂອງລຳຕົ້ນ. ພາຍໃນກ້ານໃບແລະໃບມີຍາງໜຽວສີຂາວຢູ່.

ໝາກຫຸ່ງບາງຕົ້ນອາດມີດອກພຽງເພດດຽວ. ແຕ່ບາງຕົ້ນອາດມີດອກໄດ້ທັງສອງເພດກໍ່ໄດ້. ລູກເປັນຮູບລີ. ອາດໜັກໄດ້ເຖິງ 9 ກິໂລກຳ. ລູກດິບມີສີຂຽວ ແລະມີນ້ຳຍາງສີຂາວສະສົມຢູ່ເປືອກ. ສ່ວນລູກສຸກ ເນື້ອໃນຈະມີສີເຫຼືອງເຖິງສົ້ມ. ມີເມັດສີດຳນ້ອຍ ໆ ຢູ່ພາຍໃນກິນບໍ່ໄດ້.