ອາຫານລາວ

ຈາກ ວິກິພີເດຍ
ລາບເປັນອາຫານລາວທີ່ມີຊື່ສຽງທົ່ວໂລກ.

ອາຫານລາວ ຫຼື ຂອງກິນລາວ (ອັງກິດ: Lao cuisine, ຝຣັ່ງ: cuisine laotienne) ໝາຍເຖິງ ອາຫານທີ່ແຕ່ງກິນ ຫຼື ມີການຄິດຄົ້ນສູດອາຫານໂດຍຊົນຊາດລາວ ຫຼື ຄົນທີ່ມາຈາກປະເທດລາວ.

ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.

ຄວາມເປັນມາ[ດັດແກ້]

ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.

ອາຫານລາວຕາມທ້ອງຖິ່ນ[ດັດແກ້]

ສ່ວນປະກອບ[ດັດແກ້]

ຮູບ:PaDaek Laos.jpg
ປາແດກເປັນນຶ່ງໃນສ່ວນປະກອບທີ່ສຳຄັນໃນອາຫານລາວ.

ສ່ວນປະກອບທີ່ສຳຄັນໃນອາຫານລາວ ໄດ້ແກ່:

ນອກຈາກນີ້ຍັງມີສ່ວນປະກອບອື່ນໆ ອີກ ເຊັ່ນ:

ບັນດາອາຫານ[ດັດແກ້]

ອາຫານລາວທີ່ນິຍົມຊົມຊື່ນຮັບປະທານໄດ້ແກ່:

ເຄື່ອງດື່ມ[ດັດແກ້]

ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້[1][2][3] ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ[4] ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.

ເບິ່ງຕື່ມ[ດັດແກ້]

ອ້າງອີງ[ດັດແກ້]

  1. Locations - ::WELCOME TO:: LAOWINHOTEL - Vientiane (Laos)
  2. รวมทริปท่องเที่ยวเวียงจันทน์ ลาว - BlogGang.com
  3. "คนลาว" ....เรียบง่ายแต่มีความสุข
  4. Just Another Beer? Not to Those in Laos - NYTimes.com

ອ່ານຕື່ມ[ດັດແກ້]

  • Davidson, Alan (1975). Fish and Fish Dishes of Laos. Rutland, Vermont: Charles E. Tuttle Co. ISBN 0-907325-95-5.
  • Du Pont De Bie, Natacha (2004). Ant Egg Soup: The Adventures of a Food Tourist in Laos. London: Sceptre. ISBN 0-340-82567-7.
  • Sing, Phia. Alan Davidson and Jennifer Davidson, eds. (1981) Traditional Recipes of Laos: Being the Manuscript Recipe Books of the Late Phia Sing, from the Royal Palace at Luang Prabang, Reproduced in Facsimile and Furnished With an English Translation. London: Prospect Books. ISBN 0-907325-02-5.
  • Culloty, Dorothy (2010). Food from Northern Laos - The Boat Landing Cookbook. Te Awamutu, New Zealand: Galangal Press ISBN 978-0-473-17236-7

ແຫຼ່ງຂໍ້ມູນອື່ນ[ດັດແກ້]