ເບຍລາວ

ເບຍລາວ (ອັງກິດ: Beerlao) ແມ່ນຜະລິດຕະພັນເບຍຂອງບໍລິສັດເບຍລາວ, ຕົ້ນຕໍແມ່ນຈໍາຫນ່າຍພາຍໃນປະເທດລາວ, ແຕ່ຈໍານວນຫນຶ່ງແມ່ນສົ່ງອອກຂາຍຕ່າງປະເທດ.
ສຳນັກງານໃຫຍ່ຂອງບໍລິສັດ ເບຍລາວ ຈຳກັດ ຕັ້ງຢູ່ຖະໜົນທ່າເດື່ອ, ບ້ານສາລາຄຳ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ປະຫວັດ
[ດັດແກ້]ເບຍແມ່ນປະກອບມີເຂົ້າທີ່ປູກຢູ່ໃນທ້ອງຖິ່ນ; ເຂົ້າເມົ້າທີ່ໃຊ້ແມ່ນນໍາເຂົ້າຈາກປະເທດຝຣັ່ງແລະແບນຊິກ, ແລະຢີສແມ່ນນໍາເຂົ້າຈາກເຢຍລະມັນ.[1]
ບໍລິສັດເບຍລາວ ຈຳກັດ ສ້າງຕັ້ງຂື້ນໃນປີ 1973 ໂດຍການຮ່ວມທຶນລະຫວ່າງນັກທຸລະກິດຊາວຝຣັ່ງເສດ ແລະ ລາວ ໂດຍໃຊ້ຊື່ວ່າ: ໂຮງງານເຫຼົ້າເບຍ ແລະ ນ້ຳກ້ອນລາວ, ສາມາດຜະລິດເບຍໄດ້ 3 ລ້ານລິດຕໍ່ປີ. ພາຍຫຼັງປົດປ່ອຍຢ່າງສົມບູນໃນປີ 1975, ໂຮງງານດັ່ງກ່າວໄປເປັນກຳມະສິດຂອງລັດຖະບານ.
ໃນປີ 1993, ບໍລິສັດ ເບຍລາວ ຈຳກັດ ໄດ້ເລີ່ມຮ່ວມທຶນກັບບໍລິສັດຕ່າງໆຈາກຕ່າງປະເທດ, ສາມາດຜະລິດເບຍໄດ້ 20 ລ້ານລິດຕໍ່ປີ
ປີ 1997, ບໍລິສັດ ເບຍລາວ ຈຳກັດ ໄດ້ເລີ່ມມີການສົ່ງອອກ.
ປີ 2002, ບໍລິສັດ ເບຍລາວ ຈຳກັດ ໄດ້ເຊັນສັນຍາຮ່ວມທຶນກັບບໍລິສັດ ຄາລສະເບີກ ບຣີເວີລີ ຈາກປະເທດເດັນມາກ ຖືຫຮຸ້ນ 50% ແລະ ລັດຖະບານລາວຖືຮຸ້ນ 50% ກຳລັງການຜະລິດເບຍ 120 ລ້ານລິດ ຕໍ່ປີ.
ປີ 2008, ບໍລິສັດ ເບຍລາວ ຈຳກັດ ໄດ້ສ້າງຕັ້ງໂຮງງານແຫ່ງທີ່ສອງທີ່ແຂວງຈຳປາສັກ ສາມາດຜະລິດເບຍໄດ້ 180 ລ້ານລິດ ຕໍ່ປີ.
ປີ 2011, ບໍລິສັດ ເບຍລາວ ຈຳກັດ ໄດ້ໂຮມຕົວກັບບໍລິສັດ ນ້ຳຫວານລາວ ຈຳກັດ ແລະ ດຳເນີນທຸລະກິດພາຍໃຕ້ຊື່ຂອງ ບໍລິສັດ ເບຍລາວ ຈຳກັດ ໂດຍທີ່ບໍລິສັດ ຄາລສະເບີກ ບຣີເວີລີ ຖືຮຸ້ນ 51% ແລະ ລັດຖະບານລາວຖືຮຸ້ນ 49%.ກຳລັງການຜະລິດເບຍ 220 ລ້ານລິດ ຕໍ່ປີ.
ປີ 2012, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂະຫຍາຍກຳລັງການຜະລິດເບຍ: 340 ລ້ານລິດ ຕໍ່ປີ, ນ້ຳອັດລົມ: 70 ລ້ານລິດຕໍ່ປີ ແລະ ນ້ຳດື່ມ 180 ລ້ານລິດ ຕໍ່ປີ.
ຜະລິດຕະພັນ
[ດັດແກ້]- ເບຍລາວ
- ເບຍລາວດາກ (ເບຍດໍາ)
- ເບຍລາວໄລທ໌ (ເບຍເບົາ)
- ເບຍລ້ານຊ້າງ (2008~)
ແຫຼ່ງຂໍ້ມູນອື່ນ
[ດັດແກ້]- ເວັນໄຊຢ່າງເປັນທາງການ
- ລາວ (ລາວ)
- ສະຫະລັດອາເມລິກາ Archived 2022-12-02 at the Wayback Machine (ອັງກິດ)
- ສະວິດເຊີແລນ Archived 2017-05-26 at the Wayback Machine (ເຢຍລະມັນ)