Jump to content

ຜັກອີ່ຕູ່

ຈາກ ວິກິພີເດຍ

ຜັກອີ່ຕູ່ ຫຼື ພາສາອັງກິດວ່າ Lemon basil, hoary basil, [1] Thai lemon basil, ຫຼື Lao basil, ( Ocimum × africanum ) ເປັນຜັກ ລູກປະສົມ ລະຫວ່າງ basil ( Ocimum basilicum ) ແລະ basil ອາເມລິກາ ( Ocimum americanum ). [2] [3] [4] ພືດສະຫມຸນໄພ ແມ່ນສ່ວນໃຫ່ຍປູກຢູ່ໃນພາກຕາເວັນອອກສຽງເຫນືອ ຂອງອາຟຣິກກາ ແລະ ອາຊີ ໃຕ້ສໍາລັບກິ່ນຫອມແບບໝາກນາວ, ແລະຖືກນໍາໃຊ້ໃນການປຸງແຕ່ງອາຫານ.

ຜັກອີ່ຕູ່ສາມາດເຕີບໃຫຍ່ໄດ້ເຖິງ 20–40 ເຊັນຕິແມັດ (0.66–1.31 ຟຸດ)ສູງ. ມັນມີ ດອກສີຂາວໃນທ້າຍລະດູຮ້ອນເຖິງຕົ້ນລະດູໃບໄມ້ປົ່ງ. ໃບ ແມ່ນຄ້າຍຄືກັນກັບໃບຜັກຫອມ basil, ແຕ່ແຄບກວ່າ, ມີຂອບເປັນຄືແຂ້ວເລື່ອຍ ເລັກນ້ອຍ. ແກ່ນ ຈະເກີດຢູ່ເທິງຕົ້ນໄມ້ຫຼັງຈາກອອກດອກ ແລະແຫ້ງໃນຕົ້ນ.

ຜັກອີ່ຕູ່ ເປັນພືດສະໝູນໄພທີ່ນິຍົມໃນອາຫານ ອາຣັບ, ອິນໂດເນເຊຍ, ຟີລິບປິນ, ລາວ, ມາເລ, ອິນເດຍ, ເປີເຊຍ ແລະ ໄທ .

ການນໍາໃຊ້

[ດັດແກ້]

ການເຮັດອາຫານ

[ດັດແກ້]

ໃນ ອາຫານລາວ, ຖືກນໍາໃຊ້ຢ່າງກວ້າງຂວາງໃນແກງ ເປັນຕົ້ນ ແກງໜໍ້ໄມ້, ມົກປາ ແລະ ອື່ນໆ.

  1. USDA GRIN Taxonomy
  2. Germplasm Resources Information Network
  3. "Basil". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  4. "Food & Wine Laos Food: Searching for a Lost Cuisine". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)