ຊາວປອກຕຸຍການ

ຈາກ ວິກິພີເດຍ

ຊາວປອກຕຸຍການ (ປອກຕຸຍການ: os portugueses; ອັງກິດ: Portuguese people) ເປັນຊົນຊາດແລະກຸ່ມຊາດຕິພັນຈາກປະເທດປອກຕຸຍການ ທາງຕາເວັນຕົກຂອງແຫຼມອີເບລີ ທາງຕອນໃຕ້-ຕາເວັນຕົກຂອງເອີລົບ ໃຊ້ພາສາປອກຕຸຍການ ສ່ວນຫຼາຍນັບຖືໂລມັງກາໂຕລິກ. ອາໄສຢູ່ໃນພາກພື້ນຕ່າງໆ ຂອງໂລກ ຍ້ອນມີປະຫວັດສາດທີ່ຍິ່ງໃຫຍ່ຂອງຈັກກະວັດປອກຕຸຍການ ການລ່າອານານິຄົມໃນທະວີບອາຟະລິກ ອາຊີ ແລະ ອາເມລິກາ ແລະ ການອົບພະຍົພຕັ້ງແຕ່ອະດີດຫາປັດຈຸບັນ.

ອ້າງອີງ[ດັດແກ້]