ໂຄກ

ຈາກ ວິກິພີເດຍ

ໂຄກ ເປັນປ່າຫ່າງທີ່ຂະຫຍາຍຕົວດີໃນເຂດທີ່ເປັນຫີນແຮ່, ມີຝົນຕົກບໍ່ຫຼາຍປານໃດ ແລະ ມີລະດູແລ້ງຍາວ ແຕ່ 6-7 ເດືອນ. ປະກອບດ້ວຍໄມ້ນາໆຊະນິດ ເຊິ່ງສ່ວນຫຼາຍມີໃບຫຼົ່ນຕາມລະດູການ ແລະ ມີຄວາມທົນທານ ຕໍ່ຄວາມແຫ້ງແລ້ງ. ປ່າໂຄກມີໂຄງສ້າງຫຼາຍໆຊັ້ນຄື: ຊັ້ນຕົ້ນໄມ້ໃຫຍ່(ສູງບໍ່ກາຍ 20 ແມັດ, ລຳຕົ້ນຄົດໂງ, ມີງ່າຫຼາຍ...), ຊັ້ນພຸ່ມໄມ້, ຊັ້ນຫຍ້າ ແລະ ເຄືອເຂົາຕ່າງໆ. ຕົ້ນໄມ້ໃຫຍ່ທີ່ມັກພົບເຫັນຢູ່ຕາມໂຄກມີ: ໄມ້ສະແບງ, ໄມ້ກຸງ, ໄມ້ຊາດ, ໄມ້ເຊືອກ, ໄມ້ຈິກ, ໄມ້ຮັງ... ປ່າປະເພດນີ້ມີຫຼາຍຢູ່ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ,ສາລະວັນ ແລະ ອັດຕະປື.