ແຄນ

ຈາກ ວິກິພີເດຍ
ໝໍແຄນພວມເປົ່າແຄນ

ແຄນ ແມ່ນເຄື່ອງດົນຕີອະມະຕະຂອງຊາວລາວ ເຊິ່ງເປັນສິ່ງທີ່ຕິດພັນຢ່າງສະໜິດແໜ້ນກັບຊີວິດຂອງຄົນລາວ. ແຄນສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດອັນຈົບງາມ. ແຄນຍັງກ່ອມຈິດໃຈໃຫ້ຄົນຄຶດຮອດບ້ານເກົ່າເມືອງຫລັງ ແລະ ເຮັດໃຫ້ຄິດຮອດບ້ານເກົ່າທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດຜູ້ເຖົ້າຜູ້ແກ່ເມື່ອໄດ້ຟັງສຽງແຄນລາວຕ່າງໆ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ.

ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດຢ່າງຄັກແນ່.

ແຄນເຮັດດ້ວຍໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍວັດຖຸ 4 ຢ່າງ ແມ່ນ ໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼຶ ເງິນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ.

ແຄນມີ 4 ຊະນິດຄື: 1. ແຄນຫົກ: ເປັນແຄນສ່ຳນ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ. 2. ແຄນເຈັດ: ເປັນແຄນສ່ຳກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ. 3. ແຄນແປດ: ເປັນແຄນສ່ຳກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສຳລັບເປົ່າດ່ຽວໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່. 4. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ.

ເມື່ອເວົ້າຈາເຖິງແຄນແລ້ວຄົນລາວທົ່ວປະເທດລາວ ກໍ່ມັກເອີ່ຍເຖິງ "ລາຍ" ຂອງມັນສະເຫມີເຊັ່ນ: ລາຍແມ່ຮ້າງກ່ອມລູກ, ລາຍໝາ ອີ່ຈ່ອຍ.

ປະຫວັດຄວາມເປັນມາຂອງແຄນອີງຕາມການຄົ້ນຄວ້າຊອກຫາທາງບູຮານນະຄະດີແຕ່ກີ້ແຕ່ກ່ອນ ແລະ ທາງດ້ານວັນນະຄະດີຂອງນັກປາດ, ສາດສະດາຈານທາງພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມເປັນມາຂອງແຄນແລ້ວ ເພິ່ນກໍ່ສັນນິຖານໄວ້ເປັນຢ່າງເຊື່ອຖືວ່າ: ແຄນເປັນອຸປະກອນດົນຕີທີ່ຄົນລາວບັນດາເຜົ່າ, ແຄນທີ່ໄດ້ຄົ້ນພົບນັ້ນມີເຄົ້າຍາວຄື: ແຄນຂອງເຜົ່າມູເຊີ, ແຄນໂທນຂອງເຜົ່າຊ່ວຍຢູ່ແຂວງອັດຕະປື. ສະນັ້ນ, ຈິ່ງເວົ້າໄດ້ວ່າດົນຕີປະເພດນີ້ມີມາ ແຕ່ບູຮານນະການແລ້ວ ໄດ້ຄົງຢູ່ຄູ່ກັບຊາດລາວຕະຫລອດມານຳ.