ລາວເດີນອາກາດ
ຮູບຮ່າງການສະແດງຜົນ
| |||||||
| ສ້າງຕັ້ງ | 2002 | ||||||
|---|---|---|---|---|---|---|---|
| ສູນການບິນ | ສະໜາມບິນສາກົນວັດໄຕ | ||||||
| ເມືອງສຳຄັນ | ນະຄອນຫລວງວຽງຈັນ | ||||||
| ຈຸດປາຍທາງ | 8 | ||||||
| ສຳນັກງານໃຫຍ່ | ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ປະເທດລາວ | ||||||
| ເວັບໄຊທ໌ | http://www.laoskyway.com | ||||||
ບໍລິສັດ ລາວເດີນອາກາດ ເປັນ ສາຍການບິນ ພາຍໃນປະເທດຂະໜາດນ້ອຍ ມີສຳນັກງານໃຫຍ່ຕັ້ງຢູ່ທີ່ ສະໜາມບິນສາກົນວັດໄຕ ໃນ ນະຄອນຫລວງວຽງຈັນ, ປະເທດລາວ.[1]
ຄວາມເປັນມາ
[ດັດແກ້]ລາວເດີນອາກາດ ຖືກສ້າງຕັ້ງຂຶ້ນ ແລະ ເລີ່ມປະຕິບັດພາລະກິດຕັ້ງແຕ່ປີ ຄ.ສ. 2002 ເປັນຕົ້ນມາ.[2]
ຈຸດໝາຍ
[ດັດແກ້]ເພື່ອໃຫ້ບໍລິການຂົນສົ່ງທາງອາກາດຕາມຄວາມປະສົງຂອງລູກຄ້າ ບໍວ່າແບບເຊົ່າ-ເໝົາລຳ ເພື່ອທຸລະກິດ, ການທ່ອງທ່ຽວ, ແບບສ່ວນຕົວ ແລະ ອື່ນໆ. ແລະ ແບບສາຍການບິນປະຈຳພາຍໃນປະເທດ ຫລື ໄປຕ່າງປະເທດ (ຕາມນະໂຍບາຍລັດຖະບານ).
ລາວເດີນອາກາດ ມີເສັ້ນທາງການບິນດັ່ງລຸ່ມນີ້:[3]
- ວຽງຈັນ (ສະໜາມບິນສາກົນວັດໄຕ)
- ຊຳເໜືອ, ແຂວງຫົວພັນ
- ບຸນເໜືອ, ແຂວງຜົ້ງສາລີ
- ຫລວງນ້ຳທາ
- ຫ້ວຍຊາຍ, ແຂວງບໍ່ແກ້ວ
- ຫລວງພະບາງ
- ອຸດົມໄຊ
- ຊຽງຂວາງ
- ສະຫນາມບິນສາກົນປາກເຊ
ຊະນິດຂອງເຮືອບິນ
[ດັດແກ້]ລາວເດີນອາກາດ ມີເຮືອບິນດັ່ງຕໍ່ໄປນີ້:
- MA60, 3 ລຳ.
- Cessna 208, 2 ລຳ.
- Mi–17V1, 2 ລຳ.
- Eurocopter AS350 BA, 3 ລຳ.
- L410, 3 ລຳ (ກຳລັງມາ).
ເຊື່ອມຕໍ່ພາຍນອກ
[ດັດແກ້]ອ້າງອີງ
[ດັດແກ້]- ↑ "ໜ້າຕິດຕໍ່ພວກເຮົາຂອງເວັບໄຊ www.laoskyway.com." Lao Skyway. Retrieved on September 2, 2014. "ບໍລິສັດລາວເດີນອາກາດ ຖະໜົນອາຊຽນ, ສະໜາມບິນສາກົນວັດໄຕ"
- ↑ http://www.laoskyway.com/aboutus.php
- ↑ http://www.laoskyway.com/fligthschedule.php