ປະຫວັດສາດລາວ
| ປະຫວັດສາດ ລາວ | ||||||||||||||
|---|---|---|---|---|---|---|---|---|---|---|---|---|---|---|
| ຍຸກນະຄອນລັດ | ||||||||||||||
|
||||||||||||||
| ຍຸກລ້ານຊ້າງ | ||||||||||||||
|
||||||||||||||
| ຍຸກແຕກແຍກ | ||||||||||||||
|
||||||||||||||
| ຍຸກເປັນຫົວເມືອງຂຶ້ນ | ||||||||||||||
|
||||||||||||||
| ຍຸກລາວໃໝ່ | ||||||||||||||
|
||||||||||||||
| ເບິ່ງຕື່ມ | ||||||||||||||
ປະຫວັດສາດລາວ (ຄຳເຄົ້າ: ປະວັຕິສາສຕຣ໌ລາວ[1]) ແມ່ນປະຫວັດສາດທີ່ກ່ຽວຂ້ອງກັບຊົນຊາດລາວຫຼືປະເທດລາວ.ປີ ຄ.ສ1934ຄະນະພັກແຄວ້ນລາວກໍ່ຕັ້ງຂຶ້ນໃນໄລຍະໃດໃຜເປັນຜູ້ນຳພາປະເທດລາວ
ຕາມພົງສາວະດານລາວ (ເລື່ອງການເກີດຂຶ້ນຂອງຊົນຊາດລາວ) ກ່າວໄວ້ວ່າ: ຟ້າຄືທີ່ສູງ ແລະ ຢູ່ເໜືອໂລກ ສິ່ງທີ່ເຮົາເຫັນຢູ່ເທິງທ້ອງຟ້າກໍຄືດາວ ຄົນລາວໃນບາງທ້ອງຖິ່ນ ຫລື ຄົນຈີນສ່ວນຫລາຍມັກຈະ ອອກສຽງຕົວ "ລ" ເປັນຕົວ "ດ" ດ້ວຍເຫດນີ້ຄຳວ່າ "ດາວ" ຈຶ່ງປ່ຽນມາເປັນລາວ ອັນນີ້ໄດ້ເຮັດໃຫ້ຄົນລາວຖືວ່າຕົນເປັນຄົນ ມາຈາກທີ່ສູງອັນມີຊັ້ນຟ້າດາວວະດິງສາເປັນຕົ້ນ ການທີ່ລາວນັບຖືຜີຟ້າ,ຜີແຖນ ແລະ ຜີໄທ້ໃນຍຸກຕໍ່ມານັ້ນ ສະແດງໃຫ້ເຫັນເປັນຫລັກຖານຢືນຢັນວ່າຄົນລາວເຄົາລົບນັບຖືບູຊາບັນພະບູລຸດຂອງຕົນທີ່ຈຸຕິລົງມາຈາກ ຊັ້ນຟ້າ ຜູ້ທີ່ຢູ່ໃນຊັ້ນຟ້ານັ້ນຖືກເອີ້ນ ວ່າ "ແຖນ" ດ້ວຍເຫດນີ້ແລເຊື້ອພະວົງຂອງລາວໃນອາດິດ ຈຶ່ງມີຊື່ວ່າ: ຂຸນຜີຟ້າກໍມີ, ແຖນລໍກໍມີ ຄຳວ່າ: "ແຖນລໍ" ກໍຄື ແຖນລາວ, ພະຍາລາວ ແລະ ຄຳວ່າໄທ້ແປວ່າເທບພະເຈົ້າ ເຊິ່ງເຮົາມັກເອີ້ນວ່າ: "ເທບພະໄທ້ນັ້ນເອງ". ຄຳວ່າຊາດລາວນີ້ບາງຕຳນານກ່າວວ່າເກີດມາຈາກໝາກນ້ຳເຕົ້າປຸງ ອັນນີ້ເປັນນິທານປະລຳປະລາບໍ່ມີຫລັກຖານມາຢັ້ງຢືນທີ່ໜ້າເຊື່ອຖືໄດ້.
ຊົນຊາດລາວຖືກຳເນີດມາພ້ອມໆກັບຊົນຊາດຈີນເຊິ່ງຖືວ່າມືຄວາມເກົ່າແກ່ຊາດໜຶ່ງໃນໂລກ, ຕາມພົງສາວະດານ ຈີນກ່າວໄວ້ວ່າຖິ່ນຖານເດີມຂອງຊາດລາວ ຕັ້ງຢູ່ບໍລິເວນພູເຂົາອ້າຍລາວເຊິ່ງຢູ່ໃນເຂດເມືອງເສສວນ ຂອງຈີນໃນປະຈຸບັນແມ່ນ້ຳຂອງໃນແຖບທີ່ອ້າຍລາວຕັ້ງຢູ່ນັ້ນເອີ້ນວ່າເກົ້າຫລົງ ເຊິ່ງໃນເວລາຕໍ່ມາຈີນ ໄດ້ປ່ຽນຊື່ ເປັນກີ້ວລຸ້ງກ້ຽງ ແປວ່າ: ແມ່ນ້ຳນາກທັງເກົ້າ ໝາຍຄວາມວ່າ ຖິ່ນຖານຂອງຊາຍທັງເກົ້າ ເຊິ່ງເປັນຕົ້ນກຳເນີດຂອງອ້າຍລາວ ເນື່ອງຈາກວ່າອ້າຍລາວສືບສະກຸນມາຈາກນາກ ພວກອ້າຍລາວຈຶ່ງນິຍົມ ຖືນາກເພາະເຫດນັ້ນຄົນລາວຈຶ່ງມັກສັກຮູບນາກໃສ່ແຂນ ແລະ ຈີນເມືອງເສສວນກໍນິຍົມສັກຮູບມັງກອນ ໃສ່ແຂນດ້ວຍເຫດຜົນອັນດຽວກັນນີ້. ການທີ່ເຮົາຮູ້ວ່າຊົນຊາດລາວເຄີຍມີຄວາມຈະເລີນມາແລ້ວໃນອາດິດ ກໍຍ້ອນວ່າ: ມີບັນທຶກ ຢູ່ໃນພົງສາວະດານຈີນ, ອານາຈັກເກົ່າແກ່ຂອງລາວໃນສະໄຫມອ້າຍລາວ ກໍຄືອານາຈັກໜອງແສ ເຊິ່ງຈີນເອີ້ນວ່າ: "ຕາລີຟູ" ຢູ່ໃນເຂດຢູໜານຂອງຈີນ. ໃນສະໄໝທີ່ນະຄອນເພງາຍ ໄດ້ຕົກເປັນເມືອງຂຶ້ນຂອງຈີນຄົນຊາດລາວສ່ວນໃຫຍ່ໄດ້ພາກັນອົບພະຍົບມາຕັ້ງບ້ານເຮືອນໃນເຂດບໍລິເວນໜອງແສ ໃນສະໄຫມນັ້ນພວກຈີນໄດ້ແຕກອອກເປັນ 3 ພວກເຊິ່ງເອີ້ນວ່າ "ສາມກົກໃຫຍ່" ຄື: ໂຈໂສພວກໜຶ່ງ, ຊຸນກວນພວກໜຶ່ງ ເລົ່າປີ່ພວກໜຶ່ງ. ເຊິ່ງໃນລະຫວ່າງທີ່ຈີນແຕກກັນນີ້ລາວຈຶ່ງໄດ້ສວຍໂອກາດຕັ້ງຕົວສ້າງບ້ານແປງເມືອງຂຶ້ນໄດ້ເຖິງ 6 ຫົວເມືອງເຊັ່ນ: 1. ເມືອງມົ້ງຊຸ້ຍ ໄດ້ແກ່ ເມືອງສຸຍ 2. ເມືອງເອ້ຍເຊ້ 3. ເມືອງລ້ານກົງ ໄດ້ແກ່ເມືອງ ລ້ານກຸ້ງ 4. ເມືອງເທັ້ງຊ້ຽງ ໄດ້ແກ່ເມືອງ ທົ່ງຊ້າງ 5. ເມືອງຊີລ້ານ ຄົງຈະແມ່ນ ເມືອງຊຽງລ້ານ 6. ເມືອງມົ້ງເຊ້ ໄດ້ແກ່ ເມືອງໜອງແສ
ໃນບັນດາຫົກຫົວເມືອງນີ້ເມືອງໜອງແສເປັນເມືອງໃຫຍ່ ແລະ ເປັນເມືອງຫລວງຂອງປະເທດດ້ວຍເຫດນັ້ນປະເທດອ້າຍລາວໃນສະໄໝນັ້ນຈຶ່ງມີຊື່ວ່າ: ອານາຈັກໜອງແສ ຫລື ນ່ານເຈົ່າ. ອານາຈັກໜອງແສໃນສະໄຫມນັ້ນປະຫວັດສາດຈີນກ່າວວ່າ: - ທິດຕາເວັນຕົກສ່ຽງເໜືອຕິດກັບປະເທດ ຊູລູຟານຕີເບດ - ທິດເໜືອ ຕິດກັບເມືອງຮຽວເຈົ້າ - ທິດຕາເວັນອອກສຽງໃຕ້ຕິດກັບປະເທດເກົ້າຈີ້ ຫລື ປະເທດຫວຽດນາມ - ທິດຕາເວັນອອກ ຕິດກັບເມືອງຊຸນ ແຂວງກວຍເຈົ້າຂອງຈີນ - ທິດຕາເວັນຕົກ ຕິດກັບເມືອງມໍກາທໍ້, ເມືອງມາຄົດປະເທດອິນເດຍ - ທິດໃຕ້ຕິດກັບເມືອງມຸ້ຍຫວ່ອງ - ທິດຕາເວັນຕົກສຽງໃຕ້ ຕິດກັບເ== ພົງສາວະດານລາວ == ຕາມພົງສາວະດານລາວ (ເລື່ອງການເກີດຂຶ້ນຂອງຊົນຊາດລາວ) ກ່າວໄວ້ວ່າ: ຟ້າຄືທີ່ສູງ ແລະ ຢູ່ເໜືອໂລກ ສິ່ງທີ່ເຮົາເຫັນຢູ່ເທິງທ້ອງຟ້າກໍຄືດາວ ຄົນລາວໃນບາງທ້ອງຖິ່ນ ຫລື ຄົນຈີນສ່ວນຫລາຍມັກຈະ ອອກສຽງຕົວ "ລ" ເປັນຕົວ "ດ" ດ້ວຍເຫດນີ້ຄຳວ່າ "ດາວ" ຈຶ່ງປ່ຽນມາເປັນລາວ ອັນນີ້ໄດ້ເຮັດໃຫ້ຄົນລາວຖືວ່າຕົນເປັນຄົນ ມາຈາກທີ່ສູງອັນມີຊັ້ນຟ້າດາວວະດິງສາເປັນຕົ້ນ ການທີ່ລາວນັບຖືຜີຟ້າ,ຜີແຖນ ແລະ ຜີໄທ້ໃນຍຸກຕໍ່ມານັ້ນ ສະແດງໃຫ້ເຫັນເປັນຫລັກຖານຢືນຢັນວ່າຄົນລາວເຄົາລົບນັບຖືບູຊາບັນພະບູລຸດຂອງຕົນທີ່ຈຸຕິລົງມາຈາກ ຊັ້ນຟ້າ ຜູ້ທີ່ຢູ່ໃນຊັ້ນຟ້ານັ້ນຖືກເອີ້ນ ວ່າ "ແຖນ" ດ້ວຍເຫດນີ້ແລເຊື້ອພະວົງຂອງລາວໃນອາດິດ ຈຶ່ງມີຊື່ວ່າ: ຂຸນຜີຟ້າກໍມີ, ແຖນລໍກໍມີ ຄຳວ່າ: "ແຖນລໍ" ກໍຄື ແຖນລາວ, ພະຍາລາວ ແລະ ຄຳວ່າໄທ້ແປວ່າເທບພະເຈົ້າ ເຊິ່ງເຮົາມັກເອີ້ນວ່າ: "ເທບພະໄທ້ນັ້ນເອງ". ຄຳວ່າຊາດລາວນີ້ບາງຕຳນານກ່າວວ່າເກີດມາຈາກໝາກນ້ຳເຕົ້າປຸງ ອັນນີ້ເປັນນິທານປະລຳປະລາບໍ່ມີຫລັກຖານມາຢັ້ງຢືນທີ່ໜ້າເຊື່ອຖືໄດ້.
ຊົນຊາດລາວຖືກຳເນີດມາພ້ອມໆກັບຊົນຊາດຈີນເຊິ່ງຖືວ່າມືຄວາມເກົ່າແກ່ຊາດໜຶ່ງໃນໂລກ, ຕາມພົງສາວະດານ ຈີນກ່າວໄວ້ວ່າຖິ່ນຖານເດີມຂອງຊາດລາວ ຕັ້ງຢູ່ບໍລິເວນພູເຂົາອ້າຍລາວເຊິ່ງຢູ່ໃນເຂດເມືອງເສສວນ ຂອງຈີນໃນປະຈຸບັນແມ່ນ້ຳຂອງໃນແຖບທີ່ອ້າຍລາວຕັ້ງຢູ່ນັ້ນເອີ້ນວ່າເກົ້າຫລົງ ເຊິ່ງໃນເວລາຕໍ່ມາຈີນ ໄດ້ປ່ຽນຊື່ ເປັນກີ້ວລຸ້ງກ້ຽງ ແປວ່າ: ແມ່ນ້ຳນາກທັງເກົ້າ ໝາຍຄວາມວ່າ ຖິ່ນຖານຂອງຊາຍທັງເກົ້າ ເຊິ່ງເປັນຕົ້ນກຳເນີດຂອງອ້າຍລາວ ເນື່ອງຈາກວ່າອ້າຍລາວສືບສະກຸນມາຈາກນາກ ພວກອ້າຍລາວຈຶ່ງນິຍົມ ຖືນາກເພາະເຫດນັ້ນຄົນລາວຈຶ່ງມັກສັກຮູບນາກໃສ່ແຂນ ແລະ ຈີນເມືອງເສສວນກໍນິຍົມສັກຮູບມັງກອນ ໃສ່ແຂນດ້ວຍເຫດຜົນອັນດຽວກັນນີ້. ການທີ່ເຮົາຮູ້ວ່າຊົນຊາດລາວເຄີຍມີຄວາມຈະເລີນມາແລ້ວໃນອາດິດ ກໍຍ້ອນວ່າ: ມີບັນທຶກ ຢູ່ໃນພົງສາວະດານຈີນ, ອານາຈັກເກົ່າແກ່ຂອງລາວໃນສະໄຫມອ້າຍລາວ ກໍຄືອານາຈັກໜອງແສ ເຊິ່ງຈີນເອີ້ນວ່າ: "ຕາລີຟູ" ຢູ່ໃນເຂດຢູໜານຂອງຈີນ. ໃນສະໄໝທີ່ນະຄອນເພງາຍ ໄດ້ຕົກເປັນເມືອງຂຶ້ນຂອງຈີນຄົນຊາດລາວສ່ວນໃຫຍ່ໄດ້ພາກັນອົບພະຍົບມາຕັ້ງບ້ານເຮືອນໃນເຂດບໍລິເວນໜອງແສ ໃນສະໄຫມນັ້ນພວກຈີນໄດ້ແຕກອອກເປັນ 3 ພວກເຊິ່ງເອີ້ນວ່າ "ສາມກົກໃຫຍ່" ຄື: ໂຈໂສພວກໜຶ່ງ, ຊຸນກວນພວກໜຶ່ງ ເລົ່າປີ່ພວກໜຶ່ງ. ເຊິ່ງໃນລະຫວ່າງທີ່ຈີນແຕກກັນນີ້ລາວຈຶ່ງໄດ້ສວຍໂອກາດຕັ້ງຕົວສ້າງບ້ານແປງເມືອງຂຶ້ນໄດ້ເຖິງ 6 ຫົວເມືອງເຊັ່ນ: 1. ເມືອງມົ້ງຊຸ້ຍ ໄດ້ແກ່ ເມືອງສຸຍ 2. ເມືອງເອ້ຍເຊ້ 3. ເມືອງລ້ານກົງ ໄດ້ແກ່ເມືອງ ລ້ານກຸ້ງ 4. ເມືອງເທັ້ງຊ້ຽງ ໄດ້ແກ່ເມືອງ ທົ່ງຊ້າງ 5. ເມືອງຊີລ້ານ ຄົງຈະແມ່ນ ເມືອງຊຽງລ້ານ 6. ເມືອງມົ້ງເຊ້ ໄດ້ແກ່ ເມືອງໜອງແສ
ໃນບັນດາຫົກຫົວເມືອງນີ້ເມືອງໜອງແສເປັນເມືອງໃຫຍ່ ແລະ ເປັນເມືອງຫລວງຂອງປະເທດດ້ວຍເຫດນັ້ນປະເທດອ້າຍລາວໃນສະໄໝນັ້ນຈຶ່ງມີຊື່ວ່າ: ອານາຈັກໜອງແສ ຫລື ນ່ານເຈົ່າ. ອານາຈັກໜອງແສໃນສະໄຫມນັ້ນປະຫວັດສາດຈີນກ່າວວ່າ: - ທິດຕາເວັນຕົກສ່ຽງເໜືອຕິດກັບປະເທດ ຊູລູຟານຕີເບດ - ທິດເໜືອ ຕິດກັບເມືອງຮຽວເຈົ້າ - ທິດຕາເວັນອອກສຽງໃຕ້ຕິດກັບປະເທດເກົ້າຈີ້ ຫລື ປະເທດຫວຽດນາມ - ທິດຕາເວັນອອກ ຕິດກັບເມືອງຊຸນ ແຂວງກວຍເຈົ້າຂອງຈີນ - ທິດຕາເວັນຕົກ ຕິດກັບເມືອງມໍກາທໍ້, ເມືອງມາຄົດປະເທດອິນເດຍ - ທິດໃຕ້ຕິດກັບເມືອງມຸ້ຍຫວ່ອງ - ທິດຕາເວັນຕົກສຽງໃຕ້ ຕິດກັບເມືອງພີ້ວ ແລະ ຕາເວັນອອກສຽງເໜືອຕິດກັບເມືອງຈີນໝູ່
ນີ້ສະແດງໃຫ້ເຫັນວ່າອານາຈັກໜອງແສເປັນອານາຈັກທີ່ມີອານາເຂດກວ້າງໃຫຍໄພສານ ແລະ ເປັນລັດເອກະລາດໂດຍບໍ່ຂຶ້ນກັບໃຜ ພວກອ້າຍລາວໄດ້ຕັ້ງຕົວເປັນເອກະລາດປົກຄອງບ້ານເມືອງດ້ວຍຄວາມສະຫງົບສຸກເປັນເວລານານປະມານ 300 ຮ້ອຍກວ່າປີ. ພໍມາເຖິງ ຄສ 225 ຂົງເບັ້ງແມ່ທັບໃຫຍ່ຂອງຈີນໄດ້ຍົກທັບມາຕີອານາຈັກໜອງແສເຈົ້ານະຄອນໜອງແສໄດ້ທຳການຕໍ່ສູ້ເປັນເວລາຫລາຍປີສຸດທ້າຍກໍຕົກເປັນ ເມືອງຂຶ້ນຂອງຈີນຕໍ່ຈາກນັ້ນມາພວກອ້າຍລາວກໍຖືກຈີນບຽດບຽນກົດຂີ່ຂົ່ມເຫັງ ແລະ ອົບພະຍົບລົງມາທາງໃຕ້ເລື້ອຍໆ. ພໍຕົກມາເຖິງ ຄສ 395 ຄົນລາວທີ່ຍັງອາໄສໃນເມືອງທັງຫົກນັ້ນກໍໄດ້ຕັ້ງຕົວຂຶ້ນເປັນອິດສະຫລະອີກ ແລະ ໄດ້ປົກຄອງກັນເອງຈົນເຖິງ ຄສ 649 ໄດ້ມີກະສັດລາວອົງໜຶ່ງ ນາມວ່າ: ສີຫະນາລະ ຫລື ສີນຸໂລ ເຊິ່ງຈີນເອີ້ນວ່າ: ສ້ຽວໂນ່ລໍ້ ໄດ້ໂຮມເມືອງລາວທັງຫົກເຂົ້າດ້ວຍກັນເປັນລັດດຽວແຕ່ນັ້ນມາອານາຈັກໜອງແສຂອງລາວ ກໍໄດ້ຈະເລີນຮຸ່ງເຮືອງຂຶ້ນມາອີກ...... ຕິດຕາມປະຫວັດສາດລາວໄດ້ໃນອາທິດໜ້າ ປະຫວັດສາດ ຄວາມເປັນມາຂອງອານາຈັກລາວລ້ານຊ້າງ ເກີດຂຶ້ນໃນສະໃໝ ຂອງເຈົ້າຟ້າງຸ່ມ ທີ່ໄດ້ທ້ອນໂຮມເອົາອານາຈັກລ້ານຊ້າງໃຫ້ເປັນໜຶ່ງດຽວ ທີ່ຮຸ່ງເຮືອງເຫລືອງເຫລື້ອມທີ່ສຸດ ມືອງພີ້ວ ແລະ ຕາເວັນອອກສຽງເໜືອຕິດກັບເມືອງຈີນໝູ່
ນີ້ສະແດງໃຫ້ເຫັນວ່າອານາຈັກໜອງແສເປັນອານາຈັກທີ່ມີອານາເຂດກວ້າງໃຫຍໄພສານ ແລະ ເປັນລັດເອກະລາດໂດຍບໍ່ຂຶ້ນກັບໃຜ ພວກອ້າຍລາວໄດ້ຕັ້ງຕົວເປັນເອກະລາດປົກຄອງບ້ານເມືອງດ້ວຍຄວາມສະຫງົບສຸກເປັນເວລານານປະມານ 300 ຮ້ອຍກວ່າປີ. ພໍມາເຖິງ ຄສ 225 ຂົງເບັ້ງແມ່ທັບໃຫຍ່ຂອງຈີນໄດ້ຍົກທັບມາຕີອານາຈັກໜອງແສເຈົ້ານະຄອນໜອງແສໄດ້ທຳການຕໍ່ສູ້ເປັນເວລາຫລາຍປີສຸດທ້າຍກໍຕົກເປັນ ເມືອງຂຶ້ນຂອງຈີນຕໍ່ຈາກນັ້ນມາພວກອ້າຍລາວກໍຖືກຈີນບຽດບຽນກົດຂີ່ຂົ່ມເຫັງ ແລະ ອົບພະຍົບລົງມາທາງໃຕ້ເລື້ອຍໆ. ພໍຕົກມາເຖິງ ຄສ 395 ຄົນລາວທີ່ຍັງອາໄສໃນເມືອງທັງຫົກນັ້ນກໍໄດ້ຕັ້ງຕົວຂຶ້ນເປັນອິດສະຫລະອີກ ແລະ ໄດ້ປົກຄອງກັນເອງຈົນເຖິງ ຄສ 649 ໄດ້ມີກະສັດລາວອົງໜຶ່ງ ນາມວ່າ: ສີຫະນາລະ ຫລື ສີນຸໂລ ເຊິ່ງຈີນເອີ້ນວ່າ: ສ້ຽວໂນ່ລໍ້ ໄດ້ໂຮມເມືອງລາວທັງຫົກເຂົ້າດ້ວຍກັນເປັນລັດດຽວແຕ່ນັ້ນມາອານາຈັກໜອງແສຂອງລາວ ກໍໄດ້ຈະເລີນຮຸ່ງເຮືອງຂຶ້ນມາອີກ...... ຕິດຕາມປະຫວັດສາດລາວໄດ້ໃນອາທິດໜ້າ ປະຫວັດສາດ ຄວາມເປັນມາຂອງອານາຈັກລາວລ້ານຊ້າງ ເກີດຂຶ້ນໃນສະໃໝ ຂອງເຈົ້າຟ້າງຸ່ມ ທີ່ໄດ້ທ້ອນໂຮມເອົາອານາຈັກລ້ານຊ້າງໃຫ້ເປັນໜຶ່ງດຽວ ທີ່ຮຸ່ງເຮືອງເຫລືອງເຫລື້ອມທີ່ສຸດ
ການປົກຄອງສະໄໝລາວຕົກເປັນຫົວເມືອງຂຶ້ນຂອງອານາຈັກຝລັ່ງ
[ດັດແກ້]ປີ 1893-1945 ປະເທດລາວໄດ້ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຝລັ່ງ. ແຜ່ນດິນອັນກວ້າງໃຫຍ່ໄພຂອງອານາຈັກລາວລ້ານຊ້າງໄດ້ຖືກສູນເສຍຍັງເຫຼືອແຕ່ຝັ່ງຊ້າຍຂອງແມ່ນ້ຳຂອງຈົນເທົ່າ ປັດຈຸບັນ. ຝລັ່ງໄດ້ເອົາລາວເຂົ້າເປັນ: "ສະຫະພັນອິນດູຈີນ-ຝລັ່ງເສດ" ແລະ ແບ່ງເຂດປົກຄອງອອກເປັນ 02 ເຂດ:
- ປະເທດລາວອາລັກຂາ: ແມ່ນເຂດຫຼວງພະບາງ ຝລັ່ງໄດ້ຮັກສາຮູບການປົກຄອງເດີມໄວ້ຄືເກົ່າ ໂດຍໃຫ້ມີພະມະຫາກະສັດເປັນປະມຸກລັດແຕ່ມີຝລັ່ງເປັນທີ່ປຶກສາ.
- ປະເທດລາວເມືອງຂຶ້ນ: ແມ່ນບັນດາແຂວງອື່ນໆ ຝລັ່ງປົກຄອງໂດຍກົງແຕ່ມີຄົນລາວເປັນລູກແຫຼ້ງຕີນມື.
==
໔. ກະແສແນວຄິດຂອງນັກຄົ້ນຄວ້າ
[ດັດແກ້]
ກ່ຽວກັບ ປະຫວັດສາດລາວ ຄື:
ກະແສແນວຄິດທີ່ ໑ ອະທິບາຍວ່າ ຄົນລາວກໍາເນີດຢູ່ບໍລິເວນສາຍພູອັນໄຕ.
ກະແສແນວຄິດທີ່ ໒ ອະທິບາຍວ່າ ຄົນລາວກໍາເນີດຢູ່ມົນທົນເສສວນ ( ຈີນປະຈຸບັນ )
ກະແສແນວຄິດທີ່ ໓ ອະທິບາຍວ່າ ຄົນລາວກໍາເນີດຢູ່ທີ່ ຢູນານ ( ຈີນປະຈຸບັນ )
ກະແສແນວຄິດທີ່ ໔ ອະທິບາຍວ່າ ຄົນລາວກໍາເນີດ ແລະວິວັດທະນາການຢູ່ໃນດິນແດນ
ລາວເຮົາທັງສອງຝາກແມ່ນໍ້າຂອງ( ຮ່ວມທັງອິສານ ).
ອະທິບາຍເນື້ອໃນລາຍລະອຽດ ໂດຍຫຍໍ້ຂອງແຕ່ລະກະແສແນວຄິດ.
ກະແສແນວຄິດທີ່ ໑: ນັກວິຊາການກຸ່ມນີ້ມີ : William Clifton Dodd ( 1923 ) ມະຫາສີລາ ວິລະວົງ ( 1957. 1973. 1997. 2001 ) ອູ່ຄໍາ ພົມວົງສາ ( 1958 ) ອຸ່ນ ວິຈິດມາຕຣາ ແລະ W . A . R . wood ( 1924 ) ນັກວິຊາການ ຫລື ນັກປະຫວັດສາດ ກຸ່ມນີ້ມີຄວາມເຊື້ອວ່າ: ຖິ່ນກໍາເນີດ ຂອງກຸ່ມຄົນໄຕລາວ ຢູ່ບໍລິເວນສາຍພູອັນໄຕ, ກຸ່ມຄົນດັ່ງກ່າວ ເອີ້ນວ່າ ອ້າຍລາວ ເຂົາເຈົ້າໄດ້ສ້າງຕັ້ງອານາຈັກເມືອງ ( ນະຄອນລັດ ) ຂອງຕົນຂຶ້ນຕາມລ່ອງແມ່ນໍ້າເຫລືອງ,ແມ່ນໍ້າຍັງຊິກຽງເຊັ່ນ: ນະຄອນລຸງ,ນະຄອນປາ,ນະຄອນງ້ຽວ. ຍ້ອນຖືກຮຸກຮານຈາກກຸ່ມຄົນຫລືນະຄອນລັດຕ່າງໆທີ່ຢູ່ໃກ້ຄຽງ. ກຸ່ມຄົນອ້າຍລາວ ຈຶ່ງອົບພະຍົບລົງມາທາງພາກໃຕ້ແລະໄດ້ສ້າງອານາຈັກນານເຈົ້າ ( ຢູນານໃນປະຈຸບັນ ) ຕໍ່ມາໃນສະຕະວັດທີ່ 6 ຖືກຮຸກຮານຈາກອານາຈັກຈີນ. ເຊື້ອຊາດອ້າຍລາວຈຶ່ງອົບພະຍົບມາໂຮມຢູ່ເມືອງແຖນ ( ດຽນບຽນຟູໃນປະຈຸບັນ ) ສ່ວນຫນຶ່ງພາກັນອົບພະຍົບເຂົ້າສູ່ດິນແດນລາວໃນປະຈຸບັນ. William Clifton dood ( 1923 ) ນັກຄົ້ນຄວ້າປະຫວັດສາດຊາວອາເມລິກາໄດ້ຂຽນຜົນການຄົ້ນຄວ້າຂອງເພິ່ນ. ໂດຍໄດ້ຢອນລາຍລະອຽດສະເຫນີໃນທີ່ນີ້ຄື: ກຸ່ມຄົນໄຕ ແມ່ນເຊື້ອສາຍມົງໂກນ ເປັນຊາດທີ່ເກົ່າແກ່ ກວ່າກຸ່ມຄົນຮີວບຣິດ ແລະຈີນ. ຄົນກຸ່ມນີ້ ເອີ້ນກຸ່ມຂອງຕົນວ່າ : ອ້າຍລາວ ແລະ ຊາດຈີນເອີ້ນຄົນກຸ່ມນີ້ວ່າ : ຕ່າມຸ້ງ ເປັນເຈົ້າຖິ່ນເດີມໃນຂົງເຂດຍັງຊິກຽງ ແລະຮວງໂຫ ຕັ້ງແຕ່ 2 000 ປີກ່ອນ ຄສ ຫລືສະຕະວັດທີ່ 6 ກ່ອນ ຄສ. ຕໍ່ມາຈຶ່ງປະກົດມີເຊື້ອຊາດຈີນເລີ່ມເຂົ້າມາ ສ້າງຖິ່ນຖານຢູ່ໃກ້ຄຽງ ແລະເກາະຜິດ ທັງຮຸກຮານຢ່າງເນືອງນິດ ສະນັ້ນກຸ່ມຄົນອ້າຍລາວ ຈຶ່ງຖອຍລົງມາທາງໃຕ້ເລື້ອຍໆ ມາຕັ້ງອານາຈັກນານເຈົ້າ ແລະອານາຈັກແຖນ,ອານາຈັກລ້ານຊ້າງ. ມະຫາສີລາ ວິລາວົງ ( 1957,1973,1997,2001 ) ໄດ້ໃຫ້ທັດສະນະກ່ຽວກັບຄວາມເປັນມາຂອງຄົນລາວ ແລະຖິ່ນກໍາເນີດຂອງ ກຸ່ມຄົນລາວໄວ້ດັ່ງນີ້ : ຄໍາວ່າ ລາວ ແມ່ນມີເຄົ້າກໍາເນີດມາຈາກຄໍາວ່າ: ຫລົ້ງ,ລີ,ລຸງ,ລວງແລະຜ້ຽນມາເປັນ ຫລວງ ເຊິ່ງມີຄວາມຫມາຍວ່າ ໃຫຍ່,ຈະເລີນ. ຖິ່ນກໍາເນີດຂອງກຸ່ມຄົນໄທລາວ ຢູ່ທີ່ສາຍພູອັນໄຕ( ເປັນການວິວັດທະນາການມາຈາກທະນີຄົນ ) ແລ້ວພາກັນມາຕັ້ງຖິ່ນຖານຢູ່ທີ່ບໍລິເວນລ່ອງແມ່ນໍ້າຮວງໂຫ ແລະເຂດບໍລິເວນທົ່ງພຽງລ່ອງແມ່ນໍ້າຍັງຊີກຽງ ໃນມົນທົນເສສວນ . ໄດ້ວິວັດທະນາການຈົນກາຍເປັນສັງຄົມທີ່ມີຄວາມສົມບູນ ໂດຍສ້າງເມືອງຕ່າງໆຄື: ນະຄອນລຸງ,ນະຄອນປາ, ມາໃນປະມານປີທີ່ 843 ກ່ອນ ຄສ ຖືກຈີນຮຸກຮານກຸ່ມຄົນໄຕຈຶ່ງອົບພະຍົບລົງມາທາງໃຕ້ແລະໄດ້ສ້າງອານາຈັກນານເຈົ້າຂຶ້ນແລະພາກສ່ວນຫນຶ່ງເລີຍລົງມາທາງໃຕ້ສ້າງເມືອງແຖນແລະຈໍານວນຫນຶ່ງພາກັນໄປຕັ້ງຖິ່ນຖານໃນເຂດລຽບແມ່ນໍ້າຂອງ. ອູ່ຄໍາ ພົມວົງສາ ( 1958 ) ໄດ້ອະທິບາຍກ່ຽວກັບຖິ່ນກໍາເນີດແລະຄວາມເປັນມາ ຂອງຄົນລາວວ່າ: ຊາດລາວເປັນຊາດທີ່ເກົ່າແກ່ ມີວິວັດທະນາການຜ່ານໄລຍະເວລາອັນຍາວນານ ປະມານ 5 000 ກວ່າປີ. ກົກເຄົ້າຂອງຄົນລາວແມ່ນວິວັດທະນາການມາຈາກທະນີຄົນໃນສາຍພູອັນໄຕ ແລ້ວລົງມາເຕົ້າຮ່ວມກັນໃນລ່ອງແມ່ນໍ້າຮວງໂຫແລະແມ່ນໍ້າຍັງຊິກຽງ ຜ່ານການເວລາອັນຍາວນານ ຈຶ່ງເກີດເມືອງຕ່າງໆຕາມລຽບແມ່ນໍ້າທັງສອງສາຍ. ຍ້ອນຖືກຈີນຮຸກຮານຢ່າງຕໍ່ເນື່ອງ ກຸ່ມຄົນລາວຈຶ່ງອົບພະຍົບລົງມາທາງທິດໃຕ້ຢ່າງເປັນຂະບວນແລະໄດ້ສ້າງອານາຈັກຢູນານ,ອານາຈັກແຖນແລະເຂົ້າສູ່ລ່ອງແມ່ນໍ້າຂອງ. ຂຸນວິຈິດ ມາຕຣາ ນັກປະຫວັດສາດໄທຍ ໄດ້ຂຽນຜົນການຄົ້ນຄວ້າໄວ້ວ່າ: ຖິ່ນກໍາເນີດຂອງຄົນໄທ ແມ່ນຢູ່ບໍ່ລິເວນສາຍພູອັນໄຕ ແລະໄດ້ພະເນຈອນມາຕັ້ງຖິ່ນຖານໃນແຖບແມ່ນໍ້າເຫລືອງ,ແມ່ນໍ້າຍັງຊີກຽງ ເອີ້ນຊື່ອານາຈັກຂອງຕົນວ່າ: ອ້ານລາວ ມີນະຄອນລຸງ,ນະຄອນປາ,ນະຄອນງ້ຽວເປັນລາດຊະທານີ.ໃນເວລານັ້ນຈີນອົບພະຍົບມາພໍ້ກຸ່ມຄົນໄຕທີ່ເປັນຊາດໃຫຍ່ແລະມີວັດທະນະທໍາທີ່ຈະເລີນສົມຄວນແລ້ວ. ແລະມາຮອດ 3 000 ປີກ່ອນ ຄສ ຖືກຈີນຮຸກຮານຢ່າງຕໍ່ເນືອງ ສະນັ້ນກຸ່ມຄົນ ອ້າຍລາວຈຶ່ງອົບພະຍົບຖອຍລົງມາທາງໃຕ້ ຢ່າງເປັນຂະບວນໃຫຍ່ ແລະຕໍ່ມາໄດ້ສ້າງອານາຈັກນານເຈົ້າຂຶ້ນມີອານາເຂດກວ້າງຂວາງຄື: ເຂດສິບສອງຈຸໄທ (ເມືອງແຖນຫລືດຽນບຽນຟູໃນປະຈຸບັນ) ຫລວງພະບາງ. ປີ ຄໍສໍ 1254 ຖືກຈີນຮຸກຮານຢ່າງຕໍ່ເນື່ອງອີກ ສະນັ້ນກຸ່ມຄົນ ອ້າຍລາວ ຈຶ່ງອົບພະຍົບ ມາຮ່ວມກັນກັບກຸ່ມຄົນອ້າຍລາວ ຫລືໄຕລາວທີ່ ສຸວັນນະພູມ.
ກະແສແນວຄິດທີ່ ໒:
ນັກຄົ້ນຄວ້າກຸ່ມນີ້ຮ່ວມມີ couperir,ພະຍາດໍາຣົງ ຣາຊະນຸພາບ, ບຸນສີ ປະພາສິຣິ, ພະຍາ ບໍລິບານ ເທບທານີ,ພະຍາ ອະນຸມານ ຣາຊທົນ ແລະ ຫລວງ ວິຈິດ ເວດທະການ. ນັກປະຫວັດສາດ ກຸ່ມນີ້ມີຄວາມເຊື້ອວ່າ: ດິນແດນບໍລິເວນມົນທົນເສສວນ ( ຈີນໃນປະຈຸບັນ ) ແມ່ນຖິ່ນກໍາເນີດຂອງກຸ່ມຄົນໄທລາວ. ປະມານສະຕະວັດທີ່ 6 ກ່ອນ ຄໍສໍ ຖືກກຸ່ມຄົນຈີນຮຸກຮານແລ້ວຈຶ່ງອົບພະຍົບມາຢູ່ເຂດຢູນານແລະກະຈາຍໄປຕັ້ງຖິ່ນຖານຢູ່ທິດຕ່າງໆທາງຕອນໃຕ້ແລະກະຈາຍເຂົ້າສູ່ສຸວັນນະພູມ. Terrian De la couperie ຜູ້ຊ່ຽວຊານທາງປະຫວັດສາດ ຊາວຝຣັງ ໄດ້ຂຽນຜົນການຄົ້ນຄວ້າ ແລະນັກຄົ້ນຄວ້າທັງຫລາຍໃນກຸ່ມນີ້ ກໍເອກສັນກັບຜົນການຄົ້ນຄວ້າຂອງເພິ່ນ ເຊິ່ງມີເນື້ອໃນຫຍໍ້ຄື: ເຊື້ອຊາດໄຕ ມີຖິ່ນກໍາເນີດ ແລະວິວັດທະນາການ ມາຈາກທະນີຄົນ ຢູ່ທີ່ມົນທົນເສສວນ(ຈີນປະຈຸບັນ)ຜ່ານຫລາຍພັນປີຈຶ່ງເກີດເປັນສັງຄົມທີ່ມີວັດທະນະທໍາທີ່ຈະເລີນ ແລະໄດ້ຕັ້ງເປັນອານາຈັກອ້າຍລາວ ປະມານ 2208 ປີ ກ່ອນ ຄໍສໍ ແລະບໍ່ທັນມີກຸ່ມຄົນໃດໆມາໃນແຖບບນີ້. ເມື່ອກຸ່ມຄົນຈີນມາພໍ້ ພວກເຂົາເອີ້ນກຸ່ມຄົນລາວວ່າ: ມຸງ,ຕ້າມຸງ ແລະຕໍ່ມາເມືອ່ຈີນສາມາດຜະລິດໂຕຫນັງສືໃຊ້ຈົດກ່າຍແລ້ວຄົນຈີນໄດ້ບັນທຶກໄວ້ວ່າ: ກຸ່ມຄົນຕ້າມຸ່ງໃນເສສວນມີຄວາມຈະເລີນຫລາຍ. ຫລວງວິຈິດ ວາທະການ ນັກປະຫວັດສາດໄທຍ ໄດ້ສະຫລຸບວ່າ: ຖິ່ນກໍາເນີດຂອງຄົນໄທແມ່ນຢູ່ດິນແດນເສສວນ,ຮູເປ,ອັຍຮຸຍແລະກຽງຊີ (ຕອນກາງຂອງຈີນປະຈຸບັນ) ຍ້ອນຖືກຮຸກຮານຈາກຈີນຢ່າງຕໍ່ເນື່ອງຈຶ່ງອົບພະຍົບລົງມາຕັ້ງອານາຈັກຢູ່ທີ່ ຢູນານແລະກະຈາຍເຂົ້າສູ່ແຫລມອິນດູຈີນ. ສັງລວມແລ້ວ ຕາມການການສະຫລຸບຜົນການຄົ້ນຄວ້າຂອງກຸ່ມກະແສແນວຄິດນີ້ແມ່ນ ມີຫລັກຖານການບັນທຶກຫລາຍໆຢ່າງ ເຊັ່ນ: ສີລາຈາລຶກ,ຕໍານານ,ພົງສາວະດານລາວ,ພົງສາວະດານຈີນ ແລະຈົດຫມາຍເຫດຕ່າງໆ ນອກຈາກນີ້ນັກຄົ້ນຄວ້າ ກຸ່ມນີ້ຍັງມີຫລັກຖານດ້ານພາສາ ແລະວັດທະນະທໍາຕ່າງໆເຊັ່ນ: ສີລາຈາລຶກຕ່າງໆທີ່ຄົ້ນພົບໃນລາວ ສ່ວນໃຫຍ່ຂຽນເປັນອັກສອນມອນ, ຂະແມ ເຊິ່ງອາດສະຫລຸບໄດ້ວ່າ: ດິນແດນນີ້ບໍ່ແມ່ນຖິ່ນຖານເດີມຂອງຄົນລາວໄທແລະຄໍາວ່າ ໄຕ ຫລື ໄທ ນີ້ເປັນສັບພາສາທີ່ເອີ້ນ ຕົນເຊັ່ນ: ໄທເຮົາ.ໄທເພິ່ນ,ໄຕເຮົາ,ໄຕເພິ່ນດັ່ງນີ້ເປັນຕົ້ນ.
ກະແສແນວຄິດທີ່ ໓: ນັກຄົ້ນຄວ້າກຸ່ມນີ້ມີ: Colquhoun, E- H- parker, Etienne Ay moin, W .W Cochrane,Louis Finot. Wolfrand ແລະ ຈິດພູມສັກ. ຫລັກກະແສແນວຄິດນີ້ ປະຕິເສດທິດສະດີອານໄຕແລະເສສວນ. ໂດຍມີຄວາມເຊື້ອວ່າ: ຖິ່ນກໍາເນີດຂອງກຸ່ມຄົນໄທລາວ ແມ່ນກະຈາຍໄປທົ່ວໃນດິນແດນບໍລິເວນ ຕອນໃຕ້ຂອງຈີນໃນປະຈຸບັນ ແລະທາງພາກເຫນືອຂອງອາຊີຕາເວັນອອກສຽງໃຕ້. ກຸ່ມຄົນໄຕເປັນກຸ່ມໃຫຍ່ມີຫລາຍເຜົ່າຊົນທີ່ມີຄວາມສໍາພັນທາງເຄືອຍາດທີ່ໃກ້ຊິດກັນ ໂດຍສະເພາະທາງດ້ານວັດທະນະທໍາ ແລະພາສາເວົ້າ. ສູນກາງອານາຈັກສໍາຄັນຄື: ອານາຈັກນານເຈົ້າ ຕໍາມາຖືກຈີນຮຸກຮານ ແລ້ວຈຶ່ງອົບພະຍົບເຂົ້າສູ່ດິນແດນລາວ ເມື່ອປະມານສະຕະວັດທີ່ 8 ( ຫມາຍເຖິງອົບພະຍົບເຂົ້າສູ່ດິນແດນລາວໃນປະຈຸບັນ ). WW Cocharne ໃນບົດເລື່ອງ The shan ພິມໃນປີ ຄໍສໍ 1915 ເຊິ່ງມີເນື້ອໃນສໍາຄັນໆຄື: ຄົນເຊື້ອຊາດໄຕ ມີຫລາຍກຸ່ມເຜົ່າ ແຕ່ເປັນເຊື້ອຊາດດຽວກັນ. ກຸ່ມຄົນໄຕຄອບຄອງແຜ່ນດິນກວ້າງຂວາງກວ່າເຊື້ອຊາດອື່ນໃນແຫລມອິນດູຈີນ. ແຕ່ເຂດອັດສໍາຕະຫລອດຮອດເຂດແດນລະຫວ່າງພະມ້າແລະຈີນ. ກຸ່ມຄົນຄົນໄຕ ຫລືໄທລາວ ກະຈາຍຢູ່ທົ່ວໄປໃນດິນແດນບໍລິເວນຕອນໃຕ້ຂອງຈີນ ແລະກະຈາຍຂຶ້ນໄປຮອດເຂດລ່ອງແມ່ນໍ້າຍັງຊິກຽງ. ອານາຈັກທີ່ຖືກບັນທຶກໄວ້ໃນພົງສາວະດານໂຍນົກ,ລ້ານຊ້າງ ແລະຍັງມີອານາຈັກຕ່າງໆຂອງກຸ່ມຄົນອ້າຍລາວເຊັ່ນ: ນານເຈົ້າ,ແຖນ,ຊຽງຕຸງ,ສິບສອງພັນນາ ດັ່ງນີ້ເປັນຕົ້ນ.
ກະແສແນວຄິດທີ່ ໔:
ນັກວິຊາການກຸ່ມນີ້ມີ: Pelliot, ສາສະດາຈານ ຕິງ, ສາສະດາຈານ ຕົງໂຊບິນ,ສາສະດາຈານ ຫລັງຊຸມເຊັງ,ສາສະດາຈານ ໂຕຊິໂຣ ຊິຣາໂທຣິ, William J Genney . James Richard cham berlain, ສາສະດາຈານ ຂະຈອນ ສຸຂະພານິດ ( 1962 ) paul Benedic ( 1942 ). ນັກຄົ້ນຄວ້າກຸ່ມນີ້ເຊື້ອວ່າ ຕະກຸນເຜົ່າໄທລາວ ກໍາເນີດແລະວິວັດທະນາການຈາກທະນີຄົນ ຈົນກາຍເປັນຄົນຍຸກຕ່າງໆຢູ່ໃນຂົງເຂດລ່ອງແມ່ນໍ້າຂອງບໍລິເວນດິນແດນປະເທດລາວທັງສອງຝາກຂອງ ( ອີສານ ) ຄົນກຸ່ມນີ້ ເປັນກຸ່ມໃຫຍ່ມີຫລາຍເຜົ່າກະຈາຍຕັ້ງຖິ່ນຖານຕາມສະຖານທີ່ເຫມາະສົມຄືດັ່ງ: William J Genney ໄດ້ທໍາການສຶກສາພາສາຖິ່ນໄຕກຸ່ມຕ່າງໆ ໃນພາກເຫນືອ ຫວຽດນາມ,ລາວ ແລະຈີນ. ໄດ້ສະຫລຸບວ່າ: ຖິ່ນກໍາເນີດຂອງຄົນກຸ່ມໄຕແມ່ນຢູ່ທີ່ແຖບ ຕາເວັນອອກສຽງໃຕ້ ຂອງປະເທດຈີນ ແລະ ພາກເຫນືອຂອງ ລາວທັງສອງຝາກນໍ້າຂອງ. James Richard chamberlain ( ສາສະດາຈານ ) ທ່ານໄດ້ທໍາການສຶກສາ ວິວັດທະນາການພາສາໄຕກຸ່ມຕ່າງໆ ແລະສະຫລຸບວ່າ: ຖິ່ນກໍາເນີດພາສາໄຕຢູ່ແຄວ້ນກວາງຊີເມື່ອປະມານປີ 250 ກ່ອນ ຄໍສໍ ຕໍ່ມາໄດ້ແຍກອອກເປັນສອງສາຍຄື: ສາຍທາງລື້ ແລະສາຍທາງສິບສອງຈຸໄທ. ສາຍທາງລື້ເປັນຕົ້ນກໍາເນີດຂອງພາສາໄທໃຫຍ່ໃນພະມ້າ ແລະພາສາໄທໃຫຍ່ແຍກອອກເປັນພາສາຖິ່ນໄທໃນຢູນານ,ໄທຂັນຕີ,ໄທອາຫົມແລະໄທຢວນ. ສ່ວນສາຍທາງສິບສອງຈຸໄທເປັນແມ່ບົດຂອງພາສາລາວຫລວງພະບາງແລະກຸ່ມຄົນລາວອື່ນໆ. Paul benedic ນັກພາສາສາດ ແລະມະນຸດວິທະຍາ ຊາວອາເມລິກາ. ເພິ່ນສັນນິຖານວ່າ: ຄົນທີ່ຢູ່ໃນອິນດູຈີນ ແມ່ນມາຈາກບັນພະບູລຸດດຽວກັນ ແລະຍອມຮັບວ່າ ພາສາໄຕ ເປັນພາສາທີ່ກວມບໍລິເວນກວ້າງຂວາງ ເຊິ່ງຈັດຢູ່ໃນຕະກຸນ ອອດສະໂຕຣນິຊຽນ. ທ້ອງຖິ່ນເດີມຂອງຄົນກຸ່ມນີ້ ແມ່ນບໍລິເວນດິນແດນ ປະເທດລາວ - ໄທໃນປະຈຸບັນ. ໃນລະຫວ່າງ 4 000 ປີກ້າວມາເຖິງ 3 500 ປີ ( ຫມາຍຄວາມວ່າ ກ່ອນ ຄໍສໍ ສີ່ພັນປີຄ່ອຍໆກ້າວເຂົ້າມາສູ່ ຄໍສໍ ກໍຄື ຄິດຕະສັງກາດ ຫລື ປີພະເຢຊູເກີດ. ເຊິ່ງປະຈຸບັນລາວເຮົາໃຊ້ປີ ຄໍສໍ ເປັນຫລັກເຊັ່ນ: ປີ 2022-2023...). ໃນລະຫວ່າງປີດັ່ງກ່າວມານັ້ນ ກຸ່ມຄົນຕະກຸນມອນ,ຂະແມ ທີ່ອົບພະຍົບມາຈາກອິນເດຍເຂົ້າສູ່ແຫລມອິນດູຈີນ ເຮັດໃຫ້ກຸ່ມຄົນໄຕກະຈັດກະຈາຍ ໄປຫລາຍແຫ່ງຫົນຈົນຮອດພາກໃຕ້ຂອງຈີນຕໍ່ມາ ຖືກຈີນຮຸກຮານ ຈຶ່ງຖອຍລົງມາແລະກະຈາຍໄປເຂດຕ່າງໆເຊັ່ນ: ອັດສໍາ,ສານ,ລາວທັງສອງຝາກຂອງແລະຕົງແກງ. ແນວຄິດນີ້ມີຫລັກຖານ ທາງບູຮານຄະດີ ແລະມີວັດທະນະທໍາຕ່າງໆ ເປັນສິ່ງຢືນຢັນສະຫນັບສະຫນູນເຊັ່ນ: ຊາກກະດູກຂອງມະນຸດ,ເຄື່ອງມືເຄື່ອງໃຊ້,ເຄື່ອງປະດັບ ແລະຊາກບູຮານສະຖານ,ບູຮານວັດຖຸ. ຕົວຢ່າງ : ໄດ້ມີການຄົ້ນພົບຮ່ອງຮອຍມະນຸດບູຮານ ແລະຮ່ອງຮອຍການຕັ້ງຊຸມຊົນຂອງກຸ່ມຄົນໃນດິນແດນລາວທັງສອງຝາກແມ່ນໍ້າຂອງ ( ໄທໃນປະຈຸບັນ ) ຕາມລ່ອງແມ່ນໍ້າຂອງ ແລະສາຍນໍ້າຕ່າງໆທີ່ເປັນສາຂາຂອງແມ່ນໍ້າດັ່ງກ່າວ ເຊັ່ນ: ຮ່ອງຮອຍຂອງຊຸມຊົນທີ່ຄົ້ນພົບໃນເຂດລຽບນໍ້າຄານ,ຖໍ້າດິນບ້ານວັງ ເມືອງຊະນະຄາມ ( ໂພທິສານ ແລະ ພູມມະຈັນ 2000-5-6 ). ຮ່ອງຮອຍຂອງຊຸມຊົນ ທີ່ຄົ້ນພົບໃນບ້ານຊຽງ ນັກວິຊາການຄົ້ນວ້າວິໄຈຢ່າງເປັນລະບົບແລະສະຫຸບວ່າ ແມ່ນຊຸມຊົນ ຂະຫນາດໃຫຍ່ທີ່ມີວິວັດທະນາການຜ່ານຫລາຍຍຸກຫລາຍສະໄຫມ ແລະຮ່ອງຮອຍຂອງຊຸມຊົນທີ່ຄົ້ນພົບໃນເຂດບ້ານໂນນນົກທາ ( ຂອນແກ່ນ ) ແລະເຂດອື່ນໆ ( ວັນລີໂພລົບ 1990-33-38 ). ຫລັກຖານປະເພດບັນທຶກທີ່ສະຫນັບສະຫນູນທັດສະນະນີ້ໄດ້ແກ່ ສີລາຈາລຶກ,ຕໍານານ,ພົງສາວະດານ ແລະຈົດຫມາຍເຫດຕ່າງໆ. ຫລັກຖານດັ່ງກ່າວນີ້ ເປັນສິ່ງຢືນຢັນວ່າ ບັນດາຊຸມຊົນທີ່ຕັ້ງຖິ່ນຖານໃນດິນແດນລາວທັງສອງຝາກຂອງນີ້ .ຜ່ານຫລາຍຍຸກສະໄຫມແລະວິວັດທະນາການຈົນເປັນບ້ານ,ເມືອງ ແລະກະຈາຍໄປທົ່ວຕາມດິນແດນແຄມລ່ອງແມ່ນໍ້າໃຫຍ່ໆເຊັ່ນ: ນໍ້າຂອງ ແລະສາຂາຂອງມັນ. ນອກຈາກນີ້ ຍັງມີຫລັກຖານທາງດ້ານພາສາ ແລະວັດທະນະທໍາກໍເປັນສິ່ງຢືນຢັນວ່າ: ພາສາແລະວັດທະນະທໍາຂອງກຸ່ມຄົນລາວໃນປະຈຸບັນແມ່ນຫມາກຜົນແຫ່ງວັດທະນະທໍາຂອງຄົນຮຸ່ນກ່ອນໆໂດຍມີການວິວັດພັດທະນາສືບທອດຈາກຮຸ່ນສູ່ຮຸ່ນຕໍ່ໆກັນມາເຊັ່ນ: ວັດທະນະທໍາໃນການປັ້ນຫມໍ້ລໍໄຫ,ວັດທະນະທໍາການຝັງສົບໃນເຂດທົ່ງໄຫຫີນຊຽງຂວາງ,ວັດທະນະທໍາຄວາມເຊື້ອໃນເລື່ອງຜີສາງແລະເທວະດາ ຕົວຢ່າງ: ວັດທະນະທໍາຂອງ ກຸ່ມຄົນໄຕລື້ ໃນດິນແດນສິບສອງພັນນາປຽບທຽບກັບຄົນກຸ່ມຄົນໄຕລື້ໃນດິນແດນລາວສອງຝາກຂອງທາງພາກເຫນືອແມ່ນຄ້າຍຄືກັນ. ຂະບວນວິວັດແຫ່ງການກໍ່ຕັ້ງອານາຈັກເມືອງ( ນະຄອນລັດ )ຂອງຄົນລາວແມ່ນມີຄວາມເປັນມາທີ່ຍາວນານແລະສະຫລັບຊັບຊ້ອນ. ບັນດານັກປະຫວັດສາດກໍມີຫລາຍທັດສະນະກ່ຽວກັບການກໍ່ຕັ້ງອານາຈັກຂອງຄົນລາວ. ເຖິງຢ່າງໃດກໍຕາມ ໂດຍຜ່ານການອ່ານ ແລະພິຈາລະນາ ແລ້ວຈຶ່ງພໍສະຫລຸບໄດ້ວ່າ: ກຸ່ມຄົນທີ່ຕັ້ງຖິ່ນຖານຢູ່ແຜ່ນດິນລາວປະຈຸບັນ ແມ່ນມີຫລາຍຊົນເຜົ່າປະສົມປະສານກັນ ທັງກໍາເນີດຢູ່ໃນທີ່ນີ້ ແລະເຄື່ອນຍ້າຍເຂົ້າມາຈາກເຂດໃກ້ຄຽງທາງຕອນໃຕ້ຂອງຈີນ ຮ່ວມກັນເປັນກຸ່ມຄົນທີ່ໃຫຍ່ຫລວງຫລາຍເຜົ່າ ແລະຜ່ານໄລຍະເວລາຫລາຍຮ້ອຍ ຫລືຫລາຍພັນປີ ບັນດາເຜົ່າຕ່າງໆທີ່ດໍາລົງຊີວິດຢູ່ແຖບໃກ້ຄຽງ ກໍມີການເຊື່ອມປະສານກັນເກີດມີວັດທະນະທໍາທີ່ຫລາກຫລາຍ ບາງຄັ້ງກໍຢູ່ຮ່ວມກັນຢ່າງສະຫງົບສຸກ ແລະບາງຄັ້ງກໍມີການປະທະຮະຮານກັນ ແຕ່ມາຮອດສະຕະວັດທີ່ 20 ເປັນຕົ້ນມາສະພາບການເລີ່ມສະຫງົບ ແລະມີການພົວພັນປະສານກັນດ້ວຍເຫດຜົນຕ່າງຝ້າຍມີຜົນປະໂຫຍດແລະຕົກລົງກັນໄດ້.
ນີ້ແມ່ນ ໔ ກະແສແນວຄິດ ຂອງນັກຄົ້ນຄວ້າປະຫວັດສາດລາວ.
ນອກຈາກ 4 ກະແສແນວຄິດ ທີ່ຢືນຢັນ ກ່ຽວກັບການຂອງເຊື້ອຊາດລາວເຮົາແລ້ວ.ຜູ້ຂຽນຈະຄັດຢອນເອົາເນື້ອໃນທີ່ກ່າວເຖິງເຊື້ອຊາດລາວຈາກປຶ້ມຕໍາລາການສອນ ພາສາຖິ່ນ ຂອງພາກວິຊາ ພາສາລາວ ແລະສື່ສານມວນຊົນ ຄະນະອັກສອນສດ ມະຫາວະທະຍາໄລແຫ່ງຊາດ. ເຊິ່ງລາຍລະອຽດໂດຍຫຍໍ້ຄື:
ການຄົ້ນຄວ້າຂອງນັກພາສາສາດ.
ນັກພາສາສາດເຊື້ອກັນວ່າ: ເຊື້ດຊາດລາວໄຕ ດັ່ງເດີມນັ້ນ ກໍາເນີດ ແລະວິວັດທະນາການ ຢູ່ໃນທ້ອງຖິ່ນດຽວກັນບໍ່ໄດ້ກະແຈກກະຈາຍກັນຢູ່ . ເມື່ອເຊື້ອຊາດລາວໄຕຢູ່ຖິ່ນດຽວກັນ ແນ່ນອນວ່າ ຕ້ອງເວົ້າພາສາດຽວກັນ ມີວັດທະນະທໍາ ປະເພນີ ແລະຄວາມເຊື້ອຕ່າງໆຄືກັນ ຕໍ່ມາໃນຍຸກໃດຫນຶ່ງ ອາດເກີດມີ ອຸບັດໄພທໍາມະຊາດ ສະນັ້ນຈຶ່ງເຮັດໃຫ້ພື້ນດິນ ແລະຫນ້າດິນ ມີການປ່ຽນແປງເຊັ່ນ: ແຜ່ນດິນໄຫວ,ໄພແຫ້ງແລ້ງ,ໄພນໍ້າຖ້ວມ. ເພດໄພດັ່ງກ່າວ ເຮັດໃຫ້ຜູ້ຄົນປະສົບຄວາມລໍາບາກຂາດແຄນ ຈໍາເປັນຕ້ອງໄດ້ອົບພະຍົບຍົກຍ້າຍໄປຫາບ່ອນດໍາລົງຊີວິດໃຫມ່ທີ່ອຸດົມສົມບູນ ແລະເຫມາະສົມ ໃນການປູກຝັງຫາລ້ຽງຊີບ, ໃນສະໄຫມບູຮານນັ້ນ ການອົບພະຍົບໄປຫາບ່ອນຢູ່ໃຫມ່ນັ້ນ ບໍ່ມີໃຜ ຫລືກຸ່ມຄົນໃດຂັດຂວາງ ຫລືຫວງຫ້າມ.
ເມື່ອໄປຕັ້ງຫລັກປັກຖານຢູ່ບ່ອນໃຫມ່ ດົນນານຜ່ານຫລາຍຮ້ອຍປີ ຫລາຍພັນປີ ປະຊາກອນກໍເພີ່ມຂຶ້ນ ແລະໄດ້ກໍ່ຕັ້ງເປັນບ້ານ ເປັນເມືອງໃຫຍ່ຂຶ້ນ ແລະກ້າວຂະຫຍາຍ ເປັນເມືອງທີ່ມີຊື່ລືນາມ. ອີກປະການຫນຶ່ງ ໃນສະໄຫມບູຮານນັ້ນ ປະຊາກອນຂອງກຸ່ມຊົນຕ່າງໆ ຫລືໃນໂລກແມ່ນຍັງມີຫນ້ອຍ ສະນັ້ນເຈົ້າເມືອງຕ່າງໆຈຶ່ງຕ້ອງການຜູ້ຄົນມາເປັນພົນລະເມືອງຂອງຕົນໃຫ້ຫລາຍຂຶ້ນ ດ້ວຍເຫດນັ້ນຈຶ່ງເກີດມີສົງຄາມຍາດຊີງພົນລະເມືອງ. ເມື່ອມີພົນລະເມືອງຫລາຍ ເມືອງອື່ນໆກໍບໍ່ກ້າມາຮຸກຮານ ຫລືຖ້າຍົກທັບໄປຕີເມືອງໃດໆກໍໄດ້ຮັບໄຊຊະນະ. ປະການສໍາຄັນທີ່ປະກົດເຫັນໃນເຊື້ອຊາດຕະກຸນໄຕ ຄື: ສໍານຽງສຽງເວົ້າ ແຕກຕ່າງກັນ ແລະບາງສັບຫລືຄໍາເວົ້າ ກໍບໍ່ຄືກັນ. ໃນປຶ້ມຕໍາລາການສອນພາສາຖິ່ນ ອະທິບາຍວ່າ : ເມື່ອເຊື້ອຊາດລາວ ໄຕອົບພະຍົບໄປຢູ່ທີ່ເຫມາະສົມ ດໍາລົງຊີວິດນະທີ່ນັ້ນຜ່ານການເວລາອັນຍາວນານ ຈຶ່ງເຮັດໃຫ້ສໍານຽງສຽງເວົ້າ ປ່ຽນແປງ ນອກຈາກສໍານຽງສຽງເວົ້າປ່ຽນແປງແລ້ວ ຄໍາເວົ້າ ຫລືສັບໃຫມ່ໆກໍເກີດຂຶ້ນ ສິ່ງທີ່ຢືນຢັນໄດ້ເປັນຢ່າງດີກໍຄື ສໍານຽງສຽງເວົ້າເຜົ່າຕ່າງໆຂອງເຊື້ອຊາດລາວໄຕ ໃນປະຈຸບັນ ແມ່ນສາມາດຈຳແນກຄວາມແຕກຕ່າງໄດ້ຢ່າງຊັດເຈນດັ່ງເຊັ່ນ: ສໍານຽງສຽງເວົ້າຂອງຊາວຫລວງພະບາງ, ໄຕລື້,ໄຕດໍາ ,ຜູ້ໄທ ແລະສໍານຽງສຽງເວົ້າຂອງລາວໄຕເຂດພາກກາງ,ພາກໃຕ້,ອີສານ ມີຄວາມຕ່າງກັນ ຕະຫລອດຮອດບາງຄໍາສັບກໍໃຊ້ຕ່າງກັນ.
ສະຫລຸບ ການກຳເນີດເຊື້ອຊາດລາວ
ອີງຕາມຂໍ້ມູນທີ່ຜູ້ຂຽນ ໄດ້ສັງລວມເປັນ ຫົວຂໍ້ຍອຍຕ່າງໆໃນຫົວຂໍ້ທີ່ 2(ເຊື້ອຊາດລາວ) ນັ້ນ. ປະການສໍາຄັນກໍຄື: ອີງຕາມຫລັກຖານ ທີ່ນັກຄົ້ນຄວ້າຄົ້ນພົບ ເຊັ່ນ: ກະດູກ ແລະເຄື່ອງໃຊ້ຂອງມະນຸດຍຸກຫີນເກົ່າ ຢູ່ທີ່ຖໍ້າຮ້າງທີ່ຜາຫີນຍອດນໍ້າຄານ,ທາງພາກເຫນືອຂອງລາວ ແລະໄດ້ຄົ້ນພົບກະດູກ,ເຄື່ອງໃຊ້ຂອງມະນຸດບູຮານທີ່ຖໍ້າຕ່າງໆ ທີ່ຜາຫີນຢູ່ໃນຂົງເຂດຫລວງພະບາງ.
ມະນຸດຍຸກຫີນເກົ່າທີ່ດໍາລົງຢູ່ໃນດິນແດນລາວເຮົານີ້ ແມ່ນເລີ່ມຕົ້ນຕັ້ງແຕ່ 40 000 ປີ ( ກ່ອນ ຄໍສໍ ) ເຊິ່ງຢູ່ໃນໄລຍະທ້າຍ ຂອງສັງຄົມຍຸກຫີນເກົ່າ. ຫມາຍຄວາມວ່າ ແຕ່ 40 000 ປີ ຫຍັບເຂົ້າມາຫາ 20 000 ປີ ( ກ່ອນຄໍສໍ ) ເປັນໄລຍະເວລາ 20 000 ປີ. ແລ້ວກ້າວເຂົ້າສູ່ ສັງຄົມມະນຸດຍຸກຫີນກາງ ເຊິ່ງເລີ່ມແຕ່ 20 000 ປີ ຫຍັບເຂົ້າມາຫາ 8000 ປີ( ກ່ອນຄໍສໍ )
ຮ່ອງຮອຍມະນຸດຍຸກຫີນເກົ່າທີ່ ຄົ້ນພົບໃນດິນແດນລາວ
ຫລື ມະນຸດໃນຍຸກຫີນເກົ່າ ດໍາລົງຢູ່ໃນດິນແດນລາວເຮົາ
ແຕ່ 40 000 ປີ ຫຍັບເຂົ້າມາ 20 000 ປີ (ກ່ອນ ຄໍສໍ )
ຫມາຍຄວາວ່າ : ຕັ້ງແຕ່ 40 000 ປີ ຄືນໄປຫາ 800 000 ປີ ( ກ່ອນ ຄໍສໍ ) ມະນຸດຍຸກຫີນເກົ່າໃນດິນແດນລາວເຮົານີ້ ຍັງດໍາລົງຢູ່ແບບເດຍລະສານສັດ ຢູ່ຕາມທໍາມະຊາດ, ເຄື່ອງມືເຄື່ອງໃຊ້ ຍັງບໍ່ທັນປັບປຸງໃຫ້ເຫມາະສົມໃນການນໍາໃຊ້ ແລະ ນັກຄົ້ນຄວ້າທໍາການສໍາຫລວດຂຸດຄົ້ນຢ່າງຕໍ່ເນືອງ. ໃນປີ 2019 ບໍລິສັດຂຸດຄົ້ນແຮ່ທາດຄໍາ ທີ່ເຊໂປນ ໄດ້ຄົ້ນພົບເຄື່ອງວັດຖຸບູຮານເປັນຈໍານວນຫລວງຫລາຍ ແລະມອບໃຫ້ສູນກາງຢ່າງເປັນທາງການ.
ຂໍອະທິບາຍໃຫ້ເຂົ້າໃຈງ່າຍໆວ່າ: ຄໍາວ່າ ໄລຍະເວລາ.. ຕັ້ງແຕ່ຫລັກແສນປີ,ຫມື່ນປີ,ພັນປີ..ມັນບໍ່ແມ່ນໄລຍະເວລາທີ່ສັ້ນໆ .. ຄຳວ່າ ໄລຍະເວລາຂອງສັງຄົມມະນຸດຍຸກຫີນ ແຕ່ລະຍຸກ ນັ້ນ ເປັນໄລຍະເວລາທີ່ຍາວນານທີ່ສຸດ ເປັນຕົ້ນຄື ມະນຸດຍຸກຫີນເກົ່າ ແມ່ນຢູ່ໃນໄລຍະເວລາ 780 000 ປີ ຈຶ່ງກ້າວສູ່ໄລຍະເວລາ ຍຸກຫີນກາງ...ດັ່ງນີ້ເປັນຕົ້ນ ແລະ ສິ່ງສໍາຄັນທີ່ສຸດທີ່ເກີດຂຶ້ນໃນສັງຄົມມະນຸດຍຸກຫີນເກົ່າ ຄື ເລີ່ມປະກົດມີ ພາສາເວົ້າ ແບບປະຖົມປະຖານ ແລະຄ່ອຍໆ ມີຄວາມເວົ້າທີ່ຊັດເຈນ ແລະ ມີຄໍາເວົ້າເພີ່ມຂຶ້ນເລື້ອຍໆ ຕໍ່ໃສ່ຍຸກຫີນກາງ,ຍຸກຫີນໃຫມ່ ແລະຍຸກຕໍ່ໆມາ ພາສາເວົ້າກໍສົມບູນຂຶ້ນເລື້ອຍໆ...! o ສະນັ້ນ ຜູ້ຂຽນຈຶ່ງຢືນຢັນແກມສັນນິຖານວ່າ : ມະນຸດຍຸກຫີນເກົ່າ ທີ່ຄົ້ນພົບຮ່ອງຮອຍທາງພາກເຫນືອຂອງລາວເຮົານີ້...ແມ່ນບັນທະບຸລຸດ ຂອງເຊື້ອຊາດລາວເຮົາ .ມະນຸດດັ່ງກ່າວນີ້ ໄດ້ວິວັດທະນາການ ວິຖີການເປັນຢູ່ ທັງຂະຫຍາຍເພີ່ມຈຳນວນ ແລະກະຈາຍໄປຢູ່ຕາມຂົງເຂດຕ່າງໆໃນດິນແເດນລາວເຮົາ. ການວິວັດທະນາການຜ່ານຍຸກສະໄຫມຕ່າງໆເຊັ່ນ : ເລີ່ມຈາກຍຸກຫີນເກົ່າ ກ້າວສູ່ຍຸກຫີນກາງ ກ້າວສູ່ຍຸກຫີນໃຫມ່...ຍຸກໂລຫະ ແລະຍຸກຕໍ່ໆມາ... o ສັງລວມແລ້ວ : ໃນຂົງເຂດປະເທດລາວເຮົານີ້ ເປັນແຫລ່ງກໍາເນີດຂອງຄົນລາວ ແຕ່ສະໄຫມດຶກດໍາບັນພຸ້ນ. ເຊິ່ງກະຈາຍຢູ່ຢ່າງກວ້າງຂວາງ ຕັ້ງແຕ່ເຫນືອຮອດໃຕ້ ແລະສອງຝາກນໍ້າຂອງ ແລະໄດ້ວິວັດທະນາການ ແຕ່ລະຍຸກສະໄຫມ ຢ່າງເນືອງນິດລຽນຕິດ ມີຄວາມກ້າວຫນ້າສະເຫມີມາ . ນັກຄົ້ນຄວ້າໄດ້ທຳການສະຫລຸບຜົນຂອງການຄົ້ນຄວ້າ ກ່ຽວກັບປະຫວັດສາດລາວວ່າ: ແຕ່ 6000 ປີ ຂຶ້ນໄປຫາ 8000 ປີ ກ່ອນຄໍສໍ. ໃນແຫລມອິນດູຈີນນີ້ ມີກຸ່ມຄົນລາວອາໄສຢູ່ ທາງຕອນເທິງ ສ່ວນທາງຕອນໃຕ້ຂອງແຫລມອິນດູຈີນ ແມ່ນຊາວຊາວາ ອາໄສຢູ່ຢ່າງເປັນກຸ່ມກ້ອນ. ຕໍ່ໆມາຫລາຍຮ້ອຍ ຫລືຫລາຍພັນປີ ກຸ່ມຄົນຕ່າງໆທີ່ອາໄສຢູ່ໃນແຫລມ ອິນດູຈີນນີ້ ມີການອົບພະຍົບ ກະຈາຍໄປຢູ່ຫລາຍ ຂົງເຂດ . ພວກກຸ່ມຄົນລາວ ສ່ວນຫນຶ່ງໄດ້ອົບພະຍົບຂຶ້ນທາງທິດເຫນືອ ຮອດເຂດນໍ້າຍັງຊິກຽງ,ນໍ້າຫ່ວງໂຫ ແລະຂົງເຂດ ບຶງ ຫລືຫນອງກະແສແສນຍ້ານ, ທົ່ງນານ້ອຍອ້ອຍຫນູ ( ເມືອງແຖນ ). ສ່ວນຫນຶ່ງຍັງດໍາລົງຢູ່ໃນຂົງເຂດເດີມ. ສ່ວນຄົນຊາວາ ໄດ້ອົບພະຍົບລົງຢູ່ຕາມລຽບທະເລແລະລົງຢູ່ເກາະໃຫຍ່ຕ່າງໆ ໃນມະຫາສະຫມຸດ ປາຊິຟິກຕອນໃຕ້. ກຸ່ມຄົນລາວທີ່ດໍາລົງຢູ່ໃນຂົງເຂດເດີມນີ້ ຕໍ່ໆມາຫລາຍພັນປີ ສັງຄົມມີຄວາມກ້າວຫນ້າ ໄດ້ກໍ່ຕົວເປັນອານາຈັກຂຶ້ນເຊັ່ນ: ອານາຈັກສີໂຄດຕະບອງ ແລະ ນະຄອນລັດຕ່າງໆເກີດຂຶ້ນ ຢ່າງກະຈັດກະຈາຍ ຕາມແຖບທົ່ງພຽງ ລຽບແມ່ນໍ້າຕ່າງໆ . ສ່ວນກຸ່ມຄົນລາວທີ່ກະຈາຍຂຶ້ນໄປດໍາລົງຢຸ່ທາງເຫນືອ ໄດ້ກໍ່ຕັ້ງເປັນນະຄອນລັດຕ່າງໆ ແລະກໍ່ຕັ້ງເປັນອານາຈັກເຊັ່ນ: ອານາຈັກນານເຈົ້າ ຫລືອານາຈັກຫນອງກະແສ ແລະ ກໍ່ຕັ້ງບັນດາອານາຈັກ ແລະຫົວເມືອງຕ່າງໆຄື: ສິບສອງປັນນາລື້,ອັດສໍາ,ລ້ານນາ,ລັດສານ,ສຸໂຂໄທ,ອະຍຸດທະຍາ ຕໍ່ມາເປັນສະຫຍາມ.. ແລະກໍ່ຕັ້ງເປັນເມືອງຕ່າງໆ ໃນເຂດທົ່ງນານ້ອຍອ້ອຍຫນູ ຕໍ່ມາຖືກເອີ້ນວ່າ 12 ຈຸໄທ... ຊາວອິນເດຍເອີ້ນຊື່ກຸ່ມຊົນຄົນລາວນີ້ວ່າ : ຊາວລະວ້າ, ຊາວລະໂວ້, ລະວູ..ລາວ..ຕາມສໍານຽງຂອງຊາວອິນເດຍ. ສ່ວນຊາວຈີນເອີ້ນຊາວລາວວ່າ: ຫລຽວ, ສານ, ໄຖ້ ຫລື ໄທ ,ໄຕ ,ໂຖ...ລານເຈນ..!
== ລາວໃນຍຸກກ່ອນເປັດປະເທດ
ອ້າງອີງ
[ດັດແກ້]- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.