ປະເທດລາວ

ຈາກ ວິກິພີເດຍ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທຸງຊາດລາວ ເຄື່ອງໝາຍຊາດ ລາວ
ທຸງຊາດ ເຄື່ອງໝາຍຊາດ
ຄຳຂວັນ: "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ"
ເພງຊາດ: ເພງຊາດລາວ
ແຜນທີ່ສະແດງທີ່ຕັ້ງຂອງປະເທດລາວ
ນະຄອນຫຼວງ ວຽງຈັນ
17°58′N 102°36′E / 17.967°N 102.600°E / 17.967; 102.600
ເມືອງໃຫຍ່ສຸດ ວຽງຈັນ
ພາສາລັດຖະການ ພາສາລາວ
ລັດຖະບານ ລະບອບປະຊາທິປະໄຕປະຊາຊົນ
 - ປະທານປະເທດ ທ່ານ ຈູມມະລີ ໄຊຍະສອນ
 - ນາຍົກລັດຖະມົນຕີ ທ່ານ ທອງສິງ ທຳມະວົງ
 - ປະທານສະພາແຫ່ງຊາດ ທ່ານນາງ ປານີ ຍາທໍ່ຕູ້
ເອກະລາດ


ຈາກ ຝຣັງ
 - ວັນທີ່ 19 ກໍລະກົດ 1949 
ພື້ນທີ່
 - ທັງໝົດ
 
 - ພື້ນນ້ຳ(%)
 
236.800 ກມ.² (ອັນດັບທີ 84)
91.429 ໄມລ໌² 
2
ປະຊາກອນ
 - 2012ປະມານ
 - 1995

 - ປະຊາກອນ
 
6.500.000 (ອັນດັບທີ  104)
4.574.848

25/ກມ.² (ອັນດັບທີ 177)
65/ໄມລ໌² 
GDP (PPP)
 -ລວມ
 -ຕໍ່ປະຊາກອນ
2005ຄ່າປະມານ
12,547 ພັນລ້ານໂດລາສະຫະລັດ[໑] (ອັນດັບທີ 129)
2.124 ໂດລາສະຫະລັດ (ອັນດັບທີ 138)
HDI (2010) 0.543 (ອັນດັບທີ 138) – ປານກາງ
ສະກຸນເງິນ ກີບ ₭ (LAK)
ເຂດເວລາ UTC (UTC+7)
ລະຫັດອິນເຕີເນັດ .la
ລະຫັດໂທລະສັບ +856

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຄຳເຄົ້າ: ສາທາຣນຣັຖປຊາທິປຕັຍປຊາຊົນລາວ[໒]) ຫຼື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ 14 - 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວມີເນື້ອທີ່ທັງໝົດ 236.800 ຕາລາງກິໂລແມັດ ເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ຕັ້ງຢູ່ເຂດບົວໂມງທີ່ 7 ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ (535 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ ( 2.069 ກິໂລແມັດ ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ( 1.835 ກິໂລແມັດ ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ ( 236 ກິໂລແມັດ ), ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ.

ເນື້ອໃນ

ຄຳວ່າລາວ ໃນພາສາອັງກິດ[ດັດແກ້]

ຄຳວ່າລາວ ທີ່ໝາຍເຖິງປະເທດລາວນັ້ນ, ມີຫຼາຍມູນເຫດດັ່ງນີ້:

  1. ຄຳວ່າລາວ ກຳເນີດເກີດຂຶ້ນມາພ້ອມໆກັບການກຳເກີດມີສັງຄົມລາວ ຫຼື ກຳເນີດເກີດຂຶ້ນພ້ອມໆກັບການກຳເນີດຄົນລາວ.
  2. ຄຳວ່າລາວ ອາດມາຈາກພາສາປາລີ ລາວຸ ເຊິ່ງໝາຍເຖິງໝາກນ້ຳເຕົ້າ
  3. ຄຳວ່າລາວ ອາດມາຈາກການເອີ້ນຊົນເຜົ່າລາວ ເຊິ່ງເປັນຊົນເຜົ່າດັ່ງເດີມ ດຳລົງຊີວິດຢູ່ກ່ອນມີປະເທດລາວ
  4. ຄົນລາວ ກຳເນີດຈາກຊົນເຜົ່ານຶ່ງຢູ່ແຂວງຢູນນ່ານ ເຊິ່ງມີນາມເດີມວ່າ ເກົ້າຫຼວງ (ມາຈາກຄຳວ່າ ເກົ້າຫຼົງ ເປັນມັງກອນ ຫຼື ນາກ ເກົ້າອົງ). ຕໍ່ມາໄດ້ຍ້າຍມາເລື້ອຍ ແລະ ຖືກເອີ້ນຊັ້ນໆວ່າ ຫຼວງ ແລະ ສຸດທ້າຍເປັນ ລາວ
  5. ແຕ່ກ່ອນ ຄົນທ້ອງຖິ່ນຈະຢູ່ຕາມລຳນ້ຳ, ສ່ວນຄົນລາວຍ້າຍແຕ່ພາກເໜືອມາຢູ່ ຈະອາໄສຢູ່ຕາມບ່ອນສູງກ່ວາ, ຄົນທ້ອງຖິ່ນເອີ້ນຄົນລາວທີ່ມາຢູ່ນີ້ ແມ່ນຄົນດາວ, ເພາະເວລາເບິ່ງຈາກລຸ່ມຂຶ້ນເທິງ ຈະຕິດພັນກັບດວງດາວຢູ່ທ້ອງຟ້າ

ໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເນື່ອງຈາກບໍ່ໃຫ້ສັບສົນກັບຄຳວ່າ "Lao ethnic group"

ພູມສັນຖານ[ດັດແກ້]

ລັກສະນະພູມສັນຖານ[ດັດແກ້]

ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນນີ້ທີ່ບໍ່ມີຊາຍແດນຕິດກັບທະເລ, ລວງຍາວຂອງປະເທດແຕ່ເໜືອຮອດໃຕ້ປະມານ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:

ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫຼຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງ​ແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫຼວງພະບາງ) ຍາວ 448 ກິໂລແມັດ, ນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫຼວງພະບາງ) ຍາວ 90 ກິໂລແມັດ.

ລັກສະນະພູມອາກາດ[ດັດແກ້]

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.

ຊັບພະຍາກອນທຳມະຊາດ ແລະ ປ່າໄມ້[ດັດແກ້]

ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ, ແກ້ວປະເສີດ ແລະ ອື່ນໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 % ຂອງເນື້ອທີ່ທັງໝົດ, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫຼາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ອື່ນໆ ນອກນັ້ນ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫຼາ ໆລໆ.

ປະເພດປ່າ[ດັດແກ້]

ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:

ທໍ່ສົ່ງນ້ຳມັນ[ດັດແກ້]

ປະເທດລາວມີທໍ່ສົ່ງນ້ຳມັນເປຕະໂລນ ຍາວທັງໝົດ 136 ກິໂລແມັດ.

ລັກສະນະພູມອາກາດ[ດັດແກ້]

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.

ຊື່ເດືອນ ລະດູ
ມັງກອນ ແລ້ງ
ກຸມພາ ແລ້ງ
ມີນາ ແລ້ງ
ເມສາ ແລ້ງ
ພຶດສະພາ ຝົນ
ມິຖຸນາ ຝົນ
ກໍລະກົດ ຝົນ
ສິງຫາ ຝົນ
ກັນຍາ ຝົນ
ຕຸລາ ຝົນ
ພະຈິກ ແລ້ງ
ທັນວາ ແລ້ງ

ປະຫວັດສາດ[ດັດແກ້]

ເບິ່ງບົດຄວາມທີ່ວ່າ ປະຫວັດສາດລາວ ແລະ ອານາຈັກລາວລ້ານຊ້າງ

ສະໄໝສັກດີນາ[ດັດແກ້]

ລາຊະການເຈົ້າສຸລິຍະວົງສາ[ດັດແກ້]

ສະ​ໄໝ​ລາຊະກາ​ນຂອງເຈົ້າ​, ປີ ຄ.ສ 1631 ​ເຈົ້າ​ສຸລິຍະ​ວົງສາ ​ໄດ້​ຂຶ້ນຄອງ​ລາດ, ​ໃ​ນໄລຍະ 57 ປີ ຂອງກາ​ນປົກຄອງ​ອານາຈັກ​ລ້າ​ນຊ້າງ ​ແມ່​ນມີ​ຄວາມ​ສະຫງົບ​ຮົ່ມ​ເຢັນ, ຄວາມ​ຂັດ​ແຍ່ງ​ພາຍ​ໃ​ນຖືກ​ຊຳຮະ​ສະ​ສາງ, ອິດ​ທິກຳລັງ​ພາຍ​ນອກ​ມີ​ຄວາມເກງ​ຂາມ ບໍ່​ກ້າ​ເຂົ້າ​ມາ​ລ່ວງ​ລ້ຳ ​ແລະ ​ແຊກ​ແຊງ, ປະຊາຊົ​ນໄດ້​ຮັບ​ການ​ແບ່ງ​ດິນເພື່ອ​ທຳ​ມາ​ຫາ​ກິ​ນຢ່າງ​ເປັນ​ທຳ ​ແລະ ຫ້າວຫັນ​ໃນ​ກາ​ນຜະລິດ, ​ເຂົ້າ, ປາ​ອຸດົມສົມບູນ.

ເຈົ້າ​ສຸລິຍະວົງສາ​ທຳ​ມິ​ກກະລາດ ​ໄດ້​ສັ່ງ​ໃຫ້​ເສນາອາມາດ​ຜູ້​ໃຫຍ່​ພ້ອມ​ນັກປາດ​ອາຈານ​ແກ້​ໄຂ​ປ່ຽນ​ແປງ ​ແລະ ສ້າງ​ກົດໝາຍ​​ເພື່ອເປັ​ນຫຼັກ​ ໃ​ນການ​ປົກ​ຄອງ​ບ້ານ​ເມືອງ ​​ໃຫ້​ມີ​ລະບຽບ​ແບບ​ແຜນ, ບ່າວ​ໄພ່​ລາສະ​ດອນໄດ້​ຮັບ​ຄວາມ​ເປັນ​ທຳ ຜູ້​ລ່ວງ​ລະ​ເມີດ​ກໍ່​ຖືກ​ລົງ​ໂທດ​ໂດຍ​ບໍ່​ເລືອກ​ໜ້າ​ນັບ​ທັງ​ພະລາຊະໂອລົດ​ຂອງ​ພະອົງເອງ ກໍ່​ຖືກ​ສັ່ງ​ປະຫານ​ຊີວິດ​ ຖານ​ໂທດ​ຂົ່ມຂືນ​ ເມຍ​ທະຫາ​ນອົງຄະລັກ​ ຂອງ​ພະອົງ. ໄດ້​ເອົາ​ໃຈ​ໃສ່​ສ້າງ​ວັດວາອາ​ຮາມ, ສົ່ງ​ເສີມ​ການສຶກສາຂະຫຍາຍ​ໂຮງຮຽນ (ເວລາ​ນັ້ນແມ່​ນໂຮງຮຽນ​ວັດ) ສ້າງ​ນັກປາດ​ບັນດິດ, ປະດິດ​ຄິດ​ແຕ່ງ​ວັນນະຄະດີ, ນິທາ​ນພື້ນ​ເມືອງ, ສ້າງ​ຮີດ 12 ຄອງ 14, ​ແປ​ເທບ​ ນິຍາຍ​ຈາກ​ພາສາອິນ​ເດຍ ມາ​ເປັ​ນພາສາ​ລາວ.

​ໄດ້​ອອກ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ເຊິ່ງ​ໄດ້​ກຳນົດ​ແຈ້ງວ່າ : ດິ​ນທີ່​ມອບ​ໃຫ້​ເຖິງ 3 ປີ ແລ້ວ ຫາກ​ບໍ່​ມີ​ກາ​ນນຳ​ໃຊ້​ແມ່​ນໃຫ້ຜູ້​ອື່ນ​ສາມາດ​ ມາ​ເອົາ​ໄປ​ນຳ​ໃຊ້​ໄດ້​ ໂດຍ​ເຈົ້າ​ຂອງ​ເກົ່າ​ບໍ່​ມີ​ສິດ​ທວງ​ຖາມ​ເອົາ​ຄືນ​ອີກ. ດ້ວຍ​ເຫດ​ນັ້ນ​ຈິ່ງ​ເຮັດ​ໃຫ້​ປະຊາຊົ​ນມີ​ຄວາມເຊື່ອ​ໝັ້ນ ​ແລະ ດຸ​ໝັ່​ນໃນ​ການ​ຜະລິດ, ປູກ​ຄັ່ງ, ປູກ ​ຍານ​ເປັ​ນສິນຄ້າ.

ໄດ້​ຜູກ​ມິດ​ໄມຕີກັບປະ​ເທດ​ໃກ້​ຄຽງ, ຕິດ​ຕໍ່​ຄ້າຂາຍ​ກັບ​ຕ່າງປະ​ເທດ, ວຽງ​ຈັ​ນເວລາ​ນັ້ນ​ໄດ້​ກາຍ​ເປັນ​ສູ​ນກາງ​ກາ​ນຄ້າ ຄັ່ງ ​ແລະ ຍານ ຈົນ​ມີ​ພໍ່ຄ້າ​ ຊາວ​ໂຮ​ນລັງ (Holland) ຊື່ ວັ​ນວຸດ​ສະ​ຕົບ ​​ເຊິ່ງ​ເປັນ​ຊາວ​ຕາ​ເວັນ​ຕົກ​ຄະນະ​ທຳ​ອິດ​ທີ່​ເຂົ້າ​ມາ​ວຽງ​ຈັນ​ໃນ​ປີ 1641 ​ເພື່ອ​ຊື້ ຄັ່ງ ​ແລະ ຍານ. ​ໃນ​ປີ 1642-1647 ມີ​ຄະນະ​ ຂອງ ຄຸ​ນພໍ່ ​ເລີ​​ເລຍ ​ແລະ ມາລີນີ​ ​ເຊິ່ງ​ເປັນ​ຊາວ​ອີ​ຕາ​ລີ ​ໄດ້​ເຂົ້າ​ມາ​ເຖິງ​ວຽງ​ຈັນ, ພວກ​ເພິ່​ນໄດ້​ຍ້ອງຍໍ​ວ່າ​ເມືອງ​ວຽງ​ຈັນ​ງົດ​ງາມ, ຫໍ​ຜາສາດ​ລາຊະ​ວັງ ສະງ່າ​ ກວ້າງຂວາງ, ປະຊາຊົ​ນລາວ​ເປັ​ນຄົ​ນດີ​ ບໍ່​ເອົາ​ປຽບ​ເອົາ​ລັດ​ກັນ, ຮັກ​ແພງ​ຄົນ​ຕ່າງປະ​ເທດ, ເປັນ​ຄົນ​ຊື່ສັດ ​​ເກັບ​ຂອງ​ ຕົກ​ເຮ່ຍ ​​ໄດ້ກໍ່​ຄືນເຈົ້າ​ຂອງ ​ໂດຍບໍ່​ຮຽກຮ້ອງ​ຄ່າ​ຮັກສາ​ແຕ່​ຢ່າງ​ໃດ. ພວກ​ເພີ່ນ​ຍັງ​ເວົ້າ​ວ່າ ບໍ່​ເຫັນ​ຄົນ​ລາວ​ຜິດ​ຖຽງກັນ ຄົນ​ລາວ​ມີ​ກົດໝາຍ​ພື້ນ​ເມືອງ​ດີ ແລະ ປະຕິບັດ​ເຄັ່ງ​ຄັດ ຜູ້​ໃດ​ທີ່ກະທຳ​ຜິດຜູ້​ໃດ​ໝິ່ນປະໝາດ​ຄົນ​ອື່​ນກໍ່​ລ້ວນ​ແຕ່​ຖືກ​ປັບ​ໃໝ.

ສັງ​ຮວມ​ແລ້ວ​ຕະຫຼອດ​ໄລຍະ 57 ປີ ທີ່​ເຈົ້າ​ສຸລິຍະວົງສາ​ຂຶ້ນຄອງ​ລາດ ອານາຈັກ​ລ້ານ​ຊ້າງ ​ຢູ່​ໃນ​ຄວາມ​ສະຫງົບ​ປາດສະຈາກ​ເສິກ​ ທາງ​ເໜືອເສືອທາງ​ໃຕ້, ປະຊາຊົ​ນມີ​ຄວາມ​ຮົ່ມ​ເຢັນ, ການ​ສຶກສາ​ໄດ້​ຮັບ​ການ​ພັດທະນາ, ນັກປາດ​ບັນ​ດິດ, ຄຳ​ພີ​ດີກາ, ນິທານ​ພື້ນ​ເມືອງ, ເທບ​ນິຍາຍ, ຮີດຄອງ​ປະ​ເພນີ​ອັ​ນດີງາມ ທີ່​ສືບ​ທອດ​ມາ​ເຖິງ​ປັດຈຸ​ບັ​ນກໍ່​ເກີດ​ຂຶ້ນ​ໃ​ນສະ​ໄໝ​ເຈົ້າ​ສຸລິຍະ​ວົງສາ​ຄອງ​ເມືອງ; ​ເຮັດ​ໃຫ້​ຊາດ​ລາວ​ມີ​ມູນ​ເຊື້ອອັນ​ຈົບງາມ​ທາງ​ ດ້າ​ນຮີດຄອງ​,ປະເພນີ,ວັດທະນະທຳ, ​ເປັ​ນໄລຍະ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມດ້າ​ນວັດທະນະທຳ​ທີ່​ໂດດ​ເດັ່​ນທີ່​ສຸດ.

ເຈົ້າ​ສຸລິຍະ​ວົງສາ ​ໄດ້​ສິ້ນພະ​ຊົນ​ຊີບໃນ​ປີ 1695 ພາຍຫຼັງ​ຄອງ​ເມືອງ​ມາ​ໄດ້ 57 ປີ ລວມ ອາຍຸ​ໄດ້ 82 ປີ. ພາຍຫຼັງ​ເຈົ້າ​ສຸລິຍະ​ວົງສາ​ສິ້ນພະ​ຊົນຊີບ, ອານາຈັກ​ລ້າ​ນຊ້າງ​ໄດ້​ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງ​ອີກ​ເທື່ອ​ນຶ່ງ ​ເຊິ່ງສາ​ເຫດ​ ແມ່ນຍ້ອນຜູ້​ຂຶ້ນປົກຄອງ​ເມືອງ​ບໍ່​ແມ່ນ​ເຊື້ອກະສັດ, ພຽງ​ແຕ່​ໄລຍະ 36 ປີ (1698 - 1734) ມີ​ການ​ອະພິ​ເສກ​ສາມັ​ນຊົນຂຶ້​ນເປັນ​ເຈົ້າ​ຊີວິດ​ເຖິງ 4 ອົງ ໝາຍ​ຄວາມ​ວ່າ 9 ປີ​ໃດ ປ່ຽນ​ຖ່າຍ​ເຈົ້າ​ຊີວິດ​ເທື່ອ​ນຶ່ງ ​ເຊິ່ງຜິດ​ກັບ​ກົດ​ມົນທຽນ​ ຂອງ​ສັກ​ດີນາ ສຳລັບ​ການ​ປົກຄອງ​ໃນ​ສະ​ໄໝ​ບູຮານ​ເພາະວ່າຕາມ​ກົດ​ມົນທຽນຂອງ​ສັກ​ດີ​ນາ​ ນັ້ນແມ່ນປະຕິບັດ ​ຕາມ​ລະບອບ​ລາຊະ​ທາຍາດ (ບິດາ ຕາ​ຍບຸດຂຶ້ນ​ແທນ) ແຕ່​ອານາຈັກ​ລ້າ​ນຊ້າງ​ມີ​ໄລຍະ​ນຶ່ງຂາດ​ຜູ້​ສືບ​ແທ​ນເຮັດ​ໃຫ້ ພວກ​ຂຸນນ​າງ​ທີ່​ບໍ່​ແມ່ນ​ເຊື້ອກະສັດ​ ຈິ່ງ​ຍາດ​ກັ​ນຂຶ້ນ​ເປັນ​ເຈົ້າ​ແຜ່​ນດິນ. ສະ​ນັ້ນຈິ່ງ​ເກີດ​ການ​ໂຄ່ນ​ລົ້ມ​ກັນ ຫຼື ກໍ່​ການ​ກະບົດ ຫຼື ​ແຍກ​ຕົວ​ເປັນ​ອິດສະຫຼະ ອັນ​ເປັ​ນເຫດ​ໃຫ້​ອາ​ນາຈັກລ້ານຊ້າງ​ ຖືກ​ແບ່ງ​ອອກ​ເປັນ​ສາມອານາຈັກ​ ຄື : ອານາຈັກ​ລ້ານ​ຊ້າງ​ວຽງ​ຈັນ, ອານາຈັກຫຼວງ​ພະ​ບາງ ​ແລະ ອານາຈັກ​ຈຳປາ​ສັກ.

​ລາຊະການ​ເຈົ້າ​ອານຸວົງ[ດັດແກ້]

ເມື່ອ​ບ້າ​ນເມືອງ​ສູນເສຍ​ເອກກະລາດ ​ປະຊາຊົນ​ຕົກ​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້​ຂອງ​ຕ່າງ​ຊາດ (ສະຫຍາມ) ​ເຮັດ​ໃຫ້​ເຈົ້າ​ອະນຸວົງ ​ເກີດ​ຄວາມ​ຮູ້ສຶກ​ຢາກ​ກູ້​ຊາດ ກູ້​ເອົາ​ອິດສະຫຼະພາບ​ຂອງ​ຊາວ​​ລ້າ​ນຊ້າງ​ວຽງຈັນກັບຄືນ​ມາ. ​ເພື່ອ​ກະກຽ​ມໃຫ້​ແກ່​ການ​ລຸກຂຶ້ນກູ້​ຊາດ​ຍາດແຜ່ນດິນ​ຄື​ນມາ, ພາຍຫຼັງ​ໄດ້​ຖືກ​ແຕ່ງ​ຕັ້ງ ຈາກ​ສະຫຍາມ​ໃຫ້​ເປັ​ນກະສັດ​ລ້າ​ນຊ້າງ​ວຽງ​ຈັນ, ​ເຈົ້າ​ອານຸວົງ​ ກໍ່ໄດ້​ດຳ​ເນີນ​ພາລະກິດ​ອັນສຳຄັນ​ຫຼາຍ​ປະການ​ ເຊັ່ນ :

​ດ້າ​ນການ​ເມືອງ : - ​ໄດ້​ຕິດຕາມ​ຂະ​ບວນກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຢູ່​ໃນ​ແຕ່ລະ​ທ້ອງ​ຖິ່ນ ຄື : ຢູ່​ຈຳປາ​ສັກ ພາຍ​ໃຕ້​ກາ​ນນຳພາ​ຂອງ​ອ້າຍ​ຊຽງ​ແກ້ວ ຢູ່​ເມືອງ​ໂຂງ; ການ​ຕໍ່​ສູ້​ ຂອງ​ເຈົ້າ​ໂອ, ເຈົ້າ​ອິນ ຢູ່​ອັດ​ຕະປື; ສ່ວນຢູ່​ພາກ​ເໜືອ ພາກ​ກາງ ກໍ່​ມີ​ຂະ​ບວນຂອງ​ປະຊາຊົນ​ທີ່​ບໍ່ພໍ​ໃຈ​ກັບ​ສັກ​ດີ​ນາ​ທ້ອງ​ຖິ່ນ ​ໄດ້​ລຸກຂຶ້ນ​ແບບ​ກະ​ແຈກ​ກະຈາຍ; ຢູ່​ນະຄອນ​ພະນົມ​ກໍ່​ປະກາດ​ແຍກ​ຕົວ​ບໍ່​ຂຶ້ນກັບ​ບາງກອກ; ​ໄດ້​ປັບປຸງ​ການ​ປົກຄອງ​ໃນ 79 ຫົວ​ເມືອງ ທີ່​ຂຶ້ນກັບ, ​ໄດ້​ໄປ​ພົບ​ກັບ​ເຈົ້າ​ເມືອງ​ທີ່​ເຂົ້າ​ໃຈ​ກັນດີຢູ່​ນະຄອ​ນພະນົມ, ມຸກດາ​ຫານ, ​ໄດ້​ແຕ່ງ​ໃຫ້​​ເຈົ້າລາຊະບຸດ​ໂຍ້ ​ໄປ​ເປັນ​ຜູ້​ປົກຄອງ​ຈຳປາ​ສັກ, ​ໄດ້​ນຳ​​ເອົາເຮືອ​ຄຳ, ນຳ​ເອົາຊ້າງ 7 ສອກ ​ແລະ ຂອງຂວັ​ນອື່ນໆ​ ໄປ​ມອບ​ຖວາຍ ​ແດ່ເຈົ້າ​ມັ​ນທາຕຸ​ລາດ ອານາຈັກ​ລ້ານຊ້າງ​ຫຼວງ​ພະ​ບາງ ​ເພື່ອ​ໃຫ້​ຫຼົງ​ລືມຄວາມ​ເກົ່າ​ຄວາມ​ຫຼັງ​ເພື່ອ​ພ້ອມ​ກັນ​ຕໍ່​ສູ້ ຍາດເອົາ​ແຜ່ນດິ​ນຄືນ​ມາ.

ດ້າ​ນການ​ສ້າງສາ : ​ເຈົ້າ​ອານຸວົງ​ ໄດ້​ນຳພາ​ປະຊາຊົນສ້າງ​ລາຊະ​ວັງ, ສ້າງແລະປະຕິສັງຂອນ​ວັດວາອາ​ຮາມ​ຂຶ້ນຫຼາຍ​ແຫ່ງ​ຄື: ວັດ​ສີສະ​​ເກດ, ປັບປຸງ​ເມືອງ​[[ໜອງ​ຄາຍ, ສ້າງຫໍພະແກ້ວ​ຂຶ້ນຢູ່​ວັດ​ຊ້າງ​ເຜືອກ ສີ​ຊຽງ​ໃໝ່, ລົງ​ໄປ​ສະຫຼອງ​ຂົວ ​ແລະ ເຂົ້າ​ຮ່ວມ​ງາ​ນນະມັດສະການ​ທາດ​ພະນົມ, ສ້າງ​ຂົວ​ຂ້າມແມ່ນ້ຳຂອງ​​ມາ​ສູ່​ວັດ​ອຸບ​ມຸງ.

ດ້ານ​ການ​ທະຫານ : ​ໄດ້​ປັບປຸງ​ກອງທັບ​ບັນດາ​ຫົວ​ເມືອງ​ໃຫ້​ເຂັ້ມ​ແຂງ.

ດ້ານການ​ຕ່າງປະ​ເທດ : ​ເຈົ້າ​ອານຸວົງ​ ພະຍາຍາມ​ໃກ້ຊິດ ​ກັບ​ກະສັດສະຫຍາມ ​ແລະ ​ໄດ້​ຊ່ວຍ​ສະຫຍາມ​ຍົກ​ທັບ​ໄປ​ຕີ​ພະມ້າ​ ຈົນ​ໄດ້​ຮັບ​​ໄຊຊະນະ ໃ​ນຂະນະ​ທີ່​ກອງທັບ​ສະຫຍາມ​ ໄດ້​ກັບ​ມາ​ດ້ວຍ​ມື​ເປົ່າ ​ແລະ​ ເສຍ​ໄຊ​ແກ່​ພະມ້າ ​ເຊິ່ງ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ສະຫຍາມ. ເຈົ້າ​ອານຸວົງ ​ມີ​ນະ​ໂຍບາຍພາຍ​ໃນ ​ແລະ ພາຍນ​ອກ​ຢ່າງ​ຈະ​ແຈ້ງ; ​ໃນນັ້ນ ​ມີ​ກາ​ນພົວພັນກັບ​ອານາ​ມ ( ດ້າຍ​ຫວຽດ ຫຼື ຫວຽດາມ​ໃນປະຈຸ​ບັນ ).

​ເມື່ອກະກຽມ​ກຳລັງ​ພຽງພໍ​ແລ້ວ​ກໍ່​ໄດ້ ​ໂອກາດ​ລົງ​ໄປ​ປົງ​ພະສົບຂອງພະບາດສົມເດັດ​ພະພຸດທະ​ເລີດ​ຫຼ້າ​ນະພາ​ໄລ ( ລາຊະການ ​ທີ 2 ) ຂອງສະຫຍາມ​. ໃນໂອກາດນີ້ ເຈົ້າ​ອານຸວົງ​ໄດ້​ຂໍ​ເອົາ​ຄົນ​ລາວ​ທີ່​ຖືກ​ກວາດ​ຕ້ອນ ໄປ​ໃນ​ເມື່ອ​ກ່ອນກັບ​ຄືນ, ຂໍ​ເອົາ​ນາງ​ສະໜົມ​ລາວ, ຂໍ​​ເອົາເຈົ້າ​ຍິງ​ດວງ​ຄຳ ພະຂະນິດຖະພະຄິນີອອກ​ຈາກ​ວັງ​ຄືນ​ມາ. ​ແຕ່​ບໍ່​ເປັນຈັ່ງ​ບຸນ ເພາະ​ອົງຜູ້​ຂຶ້ນຄອງ​ລາດ​ແທນ ​ພະບາດສົມເດັດພະພຸດທະ​ເລີດ​ຫຼ້ານ​ະພາ​ໄລ ນັ້ນ ​ບໍ່​ແມ່ນ​ອົງຜູ້​ສືບ​ທອດ​ຕາມ​ແຜນ ​ເພາະ​ຊົງຖືກ​ໄປ​ຜະໜວດ​ຍ້ອ​ນ ກາ​ນຊ່ວງ​ຊີງ​ອຳນາດ​ກັນໃນວັງ. ຜູ້​ທີ່ກຳ​ອຳນາດ​ພັດແມ່ນຜູ້​ທີ່​ຂັດ​ໃຈ​ກັບ​ເຈົ້າ​ອານຸວົງ​ມາ​ຕະຫຼອດ ສະ​ນັ້ນ ຈິ່ງ​ບໍ່​ຍອມ​ໃຫ້​ເຈົ້າ​ອານຸວົງ​ໄດ້​ຈັກຢ່າງ. ຄວາມຄຽດ​​ແຄ້ນຂອງ​ເຈົ້າ​ອານຸວົງ​ ທີ່​ມີ​ຕໍ່​ສະຫຍາມ​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ. ດັ່ງນັ້ນ ເຈົ້າ​ອານຸວົງ​ ຈິ່ງ​ໄດ້​ຊົງຕັດສິນ​ໃຈ​ລຸກຂຶ້ນຕໍ່​ສູ້​ເພື່ອ​ອິດສະຫຼະພາບ ​ແຕ່​ຍ້ອ​ນການກະກຽມ​ ແລະ ການສ້າງ​ກຳລັງ​ບໍ່​ທັນ​ດີ, ພາຍ​ໃນ​ບໍ່​ທັນ​ເຂັ້ມ​ແຂງ, ການຊັ່ງຊາ​ກຳລັງ​ກໍ່​ຜິດ​ໂຕ​ນກັນຫຼາຍ, ຝ່າຍ​ລາວ​ມີ​ທະຫານພຽງ​ແຕ່ 7 ໝື່ນຄົນ ​ພາຫະນະ​ສົງ​ຄາມ​ກໍ່​ຫຼ້າ​ສະ​ໄໝ ມີ​ແຕ່​ຫອກ​ແຕ່​ດາບ, ​ໃຊ້​ຊ້າງ​, ​ໃຊ້​ມ້າ ​ແລະ ງົວ​ກວຽນ. ກົງກັນ ຂ້າມ​ຝ່າຍ​ສະຫຍາມ​ມີ​ທະຫານ 1 ​ແສນ 7 ໝື່​ນຄົນ, ມີ​ອາວຸດ​ທັ​ນສະ​ໄໝ: ( ປືນໃຫຍ່, ປືນ ​ເຫຼັກ​ຍາວ ) ມີ​ລົດ​ລາກ​ແກ່​ຈຳນວນນຶ່ງ. ສະນັ້ນ, ຈິ່ງ​ພາ​ໃຫ້ການຕໍ່​ສູ້​ຂອງ​ເຈົ້າອານຸວົງ​ ບໍ່​ເປັນ​ຜົນສຳ​ເລັດ, ນະຄອນວຽງ​ຈັນ ​ກໍ່​ຖືກ​ກອງ​ທະຫານສະຫຍາມ​ມາ​ຍຶດ​ເອົາ ແລະ ທຳລາຍ​ທຸກສິ່ງ​ທຸກ​ຢ່າງ​ບໍ່​ໃຫ້​ເຫຼືອຫຍັງ, ​ເຈົ້າ​ອານຸວົງ​ກໍ່​ຖືກ​ຈັບໃສ່ກົງເຫຼັກ​ໄປ​ທໍລະມານ​ຢ່າງ​ປ່າ​ເຖື່ອນ​ຢູ່​ບາງກອກ ແລະ ຊົງສຸລະຄົດ​ຢູ່​ທີ່ນັ້ນ. ສຳລັບ​ຜູ້​ທີ່ເປັນ ​ເຊື້ອ​ເຈົ້າ​ວຽງ​ຈັ​ນ ທັງ​ໝົດ​ກໍ່​ຖືກ​ດັບສູນ ດ້ວຍຮູບ​ການທໍລະມານຮ່າງກາຍ ຫຼື ຂ້າ​ຖິ້ມ. ສ່ວນບຸກຄົນທີ່ຮອງ​ລົງ​ມາ​ກໍ່​ຖືກ​ເຮັດ​ໃຫ້​ເສຍກຽດ​ເສຍ​ສັກ​ສີ, ສຳລັບ​ປະຊາຊົນກໍ່​ຖືກ​ກວາດ​ຕ້ອນລົງ​ໄປ​ບາງກອກ​ ​ແລະ ຖືກ​​ໃຊ້​ງານ​ຢ່າງ​ໜັກ​ ໃນ​ຖານະເປັນສະ​ເລີຍ​ເສິກ, ​ເປັນຂ້ອຍ​ຂ້າ​ມ້າ​​ໃຊ້​ໃຫ້​ ພວກ​ຂຸນນ​າງ​ສັກ​ດີ​ນາສະຫຍາມ.

ສຳລັບ​ຕົວ​ເມືອງ​ວຽງ​ຈັນກໍ່​ຖືກຂຸນເສິກ​ສະຫຍາມ ​ສັ່ງ​ໃຫ້​ກອງ​ທະຫານ ​ຕັດ​ກົກ​ໄມ້​ທັງ​ໝົດ ແລະ ຈູດ​ເຜົາ​ທຳລາຍ, ປຸ້ນ​ເອົາ​ຊັບ​ສົມບັດ​ຂອງ​ປະຊາຊົ​ນແບບໂຈນ 500 ​ໂດຍ​ເຈຕະນາ​​ເຮັດໃຫ້​ວຽງ​ຈັນ ​ເປັນເມືອງ​ຮ້າງ​ບໍ່​ສາມາດ​ຢູ່​ໄດ້ ບໍ່​ໃຫ້​ຟື້ນຟູ​ເປັນຕົວ​ເມືອງ​ໄດ້​ອີກ. ອານາຈັກ​ລ້າ​ນຊ້າງ​ວຽງ​ຈັນ ​ໄດ້​ຖືກຫຼຸດ​ຖານະ​ຈາກ​ເປັ​ນ ອານາຈັກ​ຫນຶ່ງ​ລົງ​ມາ​ເປັນ​ແຄ້ວ​ນຫນຶ່ງ​ຂອງ​ສະຫຍາມ​​ໂດຍມີ​ສຳນັກງານ ​ຕັ້ງ​ຢູ່​ໜອງ​ຄາຍ ຕໍ່​ມາ​ກໍ່​ໄປ​ຕັ້ງ​ຢູ່ ​ອຸດອນທານີ, ວຽງ​ຈັນທີ່​ງົດງາມ​ກໍກາຍ​ເປັນເມືອງ​ຮ້າງ 60 ກວ່າ​ປີ.

ເຖິງ​ວ່າກາ​ນຕໍ່​ສູ້​ກູ້​ແຜ່ນດິນ​ຄືນ​ຂອງ ​ເຈົ້າ​ອານຸວົງ ​ບໍ່​ເປັນຜົນສຳ​ເລັດ​ກໍ່ຕາມ ​ແຕ່​ມັ​ນກໍ່​ມີ​ຄວາມ​ໝາຍປະຫວັດສາດ ອັ​ນເລິກ​ເຊິ່ງຊຶ່ງ​ສະ​ແດງ​ໃຫ້​ເຫັນເຖິງ​ມູ​ນເຊື້ອຕໍ່​ສູ້​ອັນ ເດັດດ່ຽວ​ກ້າຫານ ​ບໍ່​ຍອມ​ຈຳນົນຂອງ​ຄົ​ນລາວ​ ໃຕ້​ກາ​ນນຳພາ​ຂອງ​ເຈົ້າ​ອານຸວົງ, ມູນ​ເຊື້ອ ດັ່ງກ່າວ ຖືກຝັງ​ເລິກ​ຢູ່​ໃນ​ຈິດ​ໃຈ​ຂອງ​ຄົ​ນລາວ​ທຸກ​ຄົນ ​ບໍ່​ວ່າຈະ​ເປັນ​ຄົ​ນເຊື້ອຊາດ​ລາວ​ຢູ່​ຝັ່ງ​ຊ້າຍ, ກໍ​ຄືຝັ່ງ​ຂວາ​ຂອງ​ແມ່ນ້ຳຂອງ​​ຕ່າງ​ກໍ່​ຈົດ​ຈຳ​ມູນເຊື້ອດັ່ງກ່າວໄວ້​ຕະຫຼອດ​ມາ ​ແລະ​ ໄດ້​ສືບຕໍ່​ກາ​ນຕໍ່​ສູ້​ໃນຮູບ​ການໃໝ່ເປັ​ນຕົ້ນ ແມ່​ນຊາວ​ອີສານຂອງ​ໄທ ​ໄດ້​ພາກັນແຕ່ງ​ກາບ​ກອນ, ວັນນະຄະດີ, ສ້າງເປັ​ນໜັງສື​ອິນຕົກ ​ເພື່ອຄັດຄ້າ​ນຕ້ານຢັ​ນການສັກ​ລາຍ ​​ເອົາ​ຄົນລາວ​ອີສານເປັນສັນຊາດ​ໄທ; ​ເປັນຄຳປິດສະໜາ ​ແລະ ມີ​ຄຳ​ເວົ້າ​ທີ່​ວ່າ: “ ໝາກ​ຟັກ, ໝາກອຶ ຢູ່ດີໆ​ຈະ​ກາຍ​ເປັນຊ້າງ​ເປັນ​ມ້າ​ໄດ້​ແນວ​ໃດ, ຄວາຍ​ເຖິກຄວາຍ​ດ່ອນ ​ແລະ ໝູ​ດ່ອນ ​ຢູ່ດີໆ​ຈະ​ກາຍ​ເປັນຍັກ​ກິນຄົນໄດ້​ແນວ​ໃດ, ຄົ​ນລາວ​ ຢູ່ດີໆ​ຈະ​ກາຍ​ເປັນໄທ​ໄດ້​ແນວ​ໃດ ”, ນອກນັ້ນ ​ກໍ​ມີ​ຈົດໝາຍ “ ສານລືບ​ພະ​ສູນ ” ແລະ ອື່ນໆ... ຂະບວນການຕໍ່​ສູ້​ຕ້ານສະຫຍາມ ​ເພື່ອ​ກູ້​ແຜ່ນດິ​ນຄືນຂອງ ເຈົ້າ​ອານຸວົງ ​ໄດ້​ເຮັດໃຫ້​ລັດທິ​ຮັກ​ຊາດ​ອັນດູດ​ດື່ມ​ເຂັ້ມ​ຂຸ້ນຂຶ້ນ, ຊື່​ສຽງ​ຂອງນັກ​ຮົບວິລະ​ຊົນ​ທີ່​​ເຂົ້າຮ່ວມ​ການ​ຕໍ່​ສູ້​ຄັ້ງນັ້ນ​ເຊັ່ນ: ເຈົ້າ​ສຸ​ກກະສານ​, ເຈົ້າ​ລລາຊະວົງ, ເຈົ້າ​ລາຊະບຸດ, ພະຍາ​ນາ​ລີ, ພະຍາ​ໄກ​ສົງຄາມ ​ແລະ ຜູ້​ອື່ນໆ ໄດ້​ຖືກຈົດ​ບັນທຶກ​ໄວ້ໃນປຶ້ມຄຳ​ປະຫວັດສາດ ເຊິ່ງຄົນລາວ ​ບໍ່ຫຼົງລືມ​ໄດ້​. ສັງ​ຮວມ​ແລ້ວ ​ໄລຍະລາວ​ ຕົກ​ເປັ​ນເມືອງ​ສ່ວຍ ​ແລະ ເມືອງ​ຂຶ້ນຂອງ​ສະຫຍາມຮ້ອຍ​ກວ່າ​ປີ, ​ເປັນໄລຍະທີ່​ນະຄອນວຽງ​ຈັນ ​ຫງ່ວມ​ເຫງົາ, ​ເສົ້າໝອງ ​ແລະ ສູນເສຍນ້ຳຕາ ບ້າ​ນເມືອງ​ອັນ​ງົດ​ງາມ​ທີ່​ບັນພະ​ບູລຸດ​ເຮົາ​ສ້າງ​ໄວ້​ເກືອບ 500 ປີ​ກ່ອນນັ້ນ ​ເກືອບຈະ​ບໍ່​ຍັງ​ເຫຼືອ​ແມ່​ນແຕ່ຮ່ອງຮອຍ. ຄວາມ​​ໂຫດຮ້າຍ ​ປ່າ​ເຖື່ອນໃນ​ກາ​ນທຳລາຍ​ລ້າງຜາ​ນຂອງ​ສະຫຍາມ​ທີ່​ມີ​ຕໍ່​ລາວເວລາ​​ໃດ​ກໍ່​ຍັງ​ຝັງ​ເລິກ​ຢູູ່່​ໃນ ດວງ​ໃຈ​ຂອງ​ຄົນລາວ​ຕະຫຼອດ​ມາ.

ພາຍຫຼັງ​ ເຈົ້າ​ອະນຸວົງ ​ ຖືກ​ປະຫານຊີວິດ​ດ້ວຍ​ການທໍລະມານຮ່າງກາຍ​ອັນປ່າ​ເຖື່ອນ​ແລ້ວ​ ກໍ່​ຍັງເກີດ​ມີ​ຂະ​ບວນການຕ້ານ​ສະຫຍາມ​ເຊັ່ນ: “​ເສິກ​ສາມ​ໂບກ(ນ້ຳ​ພອງ ຈັງຫວັດຂອນແກ່ນ) 1893”, ຂະ​ບວນການຕໍ່​ສູ້​ຂອງເຈົ້າຟ້າ​ຂາວ ຍາດພີ່ນ້ອງ​ຂອງ ​ເຈົ້າ​ລາຊະ​ດາ​ ໃນເຈົ້າ​ເມືອງ​ຈຳປາ​ສັກ, ພະຍາອຸທຸມພອນ ​ເຈົ້າ​ເມືອງ​ອຸທຸມພອນ, ພະຍາ​ສ້າງ​ດີ ​ເຈົ້າ​ເມືອງ​ອັດ​ຕະປື ແລະ ຂະ​ບວນການ ​ຕໍ່​ສູ້​ອື່ນໆ ທີ່ໄດ້​ປະ​ຮ່ອງຮອຍ​ແຫ່ງ​ການ​ຕໍ່​ສູ້​ໄວ້​ ເຊິ່ງມູ​ນເຊື້ອຕໍ່​ສູ້ນັ້ນ ​ໄດ້​ລຸກ​ເປັນໄຟ​ໃນສະໄໝ​ຝະລັ່ງ​ມາ​ປົກຄອງ.

ສະໄໝຕົກເປັນຫົວເມືອງຂື້ນ ປະກາດເອກກະລາດ ແລະ ສົງຄາມກາງເມືອງ[ດັດແກ້]

ໄລຍະ 60 ປີ ທີ່​ລາວ​ເປັນ​ເມືອງ​ຂຶ້ນຝະລັ່ງ

ພາຍຫຼັງ​ໄດ້​ຍຶດ​ເອົາ 12 ຈຸ​ໄທ, ອານາ​ມ, ​ໂກ​ແຊງ​ຊິນ ​ແລະ ກຳປູ​ເຈຍ​ ໄດ້​ແລ້ວ ​ຝະລັ່ງ​ກໍ່​ໄດ້​ມາ​ຍຶດ​ເອົາ​ລາວ ​ໃນ​ປີ 1893 ​ໂດຍ​ໄລ່​ສະຫຍາມ​ອອກຈາກ​ລາວ, ​ເຊັນ​ສັນຍາ​ແບ່ງ​​ເຂດ​ປົກຄອງ​ ລະຫວ່າງ​ ຝະລັ່ງ ​ແລະ ສະຫຍາມ ​ໂດຍ​ໃຫ້​ດິນ​ແດນ​ຝັ່ງ​ຊ້າຍ​ ຂອງ​ແມ່ນ້ຳຂອງ​​ ເປັນ​ຂອງ​ຝະລັ່ງ ​ແລະ ຝັງ​ຂວາ ​ເປັນຂອງ​ສະຫຍາມ​ ໃນວັນທີ 3/10/1893, ເຮັດ​ໃຫ້​ດິນ​ແດ​ນຂອງ​ລາວ​ຫຼາຍ​ກວ່າ​ເຄິ່ງນຶ່ງຖືກ​ສູນ​ເສຍ​ ​ແລະ ຕົກເປັນ​ຂອງ​ສະຫຍາມ ​ອັນ​ສ້າງ​ຄວາມ​ເຈັບ​ປວດ​ ໃຫ້​ກັບປະຊາຊົນ​ລາວຢ່າງບໍ່​ມີ​ວັນ​ລືມ.

ພາຍຫຼັງ​ໄດ້​ ເຊັນ​ສັນຍາ ​ແບ່ງ​ເຂດ​ແດນ​ກັບສະຫຍາມ​ແລ້ວ ຝະລັ່ງກໍ່​ຈັດ​ລະບຽບ​ການ​ປົກຄອງ​ຂຶ້ນຢູ່​ລາວ ຕາມ​ແບບ​ສະບັບ​ຂອງ​ສະຫຍາມ​ໂດຍ​ ແບ່ງ​ເປັນ 10 ​ແຂວງ ​​ແລະ ​ຖື​ເອົາ​ວຽງ​ຈັນ​ ເປັນ​ທີ່​ຕັ້ງຂອງ​ສຳນັກງານ​ ສຳລັບ​ຂ້າ​ຫຼວງ​ໃຫຍ່​ປະຈຳ​ລາວ, ​ເອົາ​ຄົນ​ຝະລັ່ງ​ເປັນ​ເຈົ້າ​ແຂວງ ສ່ວນ​ເຈົ້າ​ເມືອງ ຕາ​ແສງ ​ແລະ ນາຍບ້າ​ນນັ້ນປະ​ໃຫ້​ຄົ​ນລາວ​ ເປັ​ນເອງ​ເພື່ອ​ເກັບ​ສ່ວຍ​ຈາກປະຊາຊົນ, ​ເກ​​ນເອົາຄົນ​ໄປ​ອອກ​ແຮງ​ງານ​ ໂດຍ​ວາງ​ລະບຽບ​ການ​ອອກ​ຄື: ຜູ້​ຊາຍ​ອາຍຸ 18 ປີ​ ຂຶ້ນ​ໄປ​ຕ້ອງ​ໄດ້​​ເສຍສ່ວຍ​​ໄຖ່​ການ​ໄປ​ເຮັດ​ວຽກ 15 ວັ​ນ ໃນ 1 ປີ ​ໂດຍບໍ່​ມີຄ່າ​ຕອບ​ແທນ​ແຮງ​ງານ​ແຕ່​ຢ່າງ​ໃດ, ພວກ​ເຂົາ​ໄດ້​ຕັດ​ເອົາ​ໄມ້​ເນື້ອດີ, ຂຸດ​ເອົາ​ແຮ່​ທາດ ຈຳນວນ​ໜຶ່ງ​ກັບ​ຄື​ນເມືອ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະ​ເທດ​ແມ່, ສ້າງ​ໂຮງຮຽ​ນຈຳນວນ​ໜຶ່ງ​ເພື່ອ​ລູກ​ຫຼານ​ຂອງ​ເຂົາ ​ແລະ ລູກ​ຫຼານ​ຂອງ​ຄົ​ນລາວ​ທີ່​ເຮັດ​ກາ​ນນຳ​ຝະລັ່ງ, ​ສ້າງໂຮງໝໍ​ ໃ​ນເມືອງ​ຈຳນວນໜຶ່ງ ​ເພື່ອ​ປິ່ນປົວ​ເຂົາ​ເອງ ​ແລະ ສ້າງ​ຖະ​ໜົນ ຫົນທາງ​ຈຳນວ​ນໜຶ່ງ ​ໂດຍ​ເກນ​ເອົາ​ແຮງ​ງາ​ນຂອງ​ປະຊາຊົນ ​ໄປ​ເຮັດ​ເພື່ອ​​ຂົນ​ສົ່ງ​ສິນຄ້າ​​ສຳລັບ​ພວກ​ເຂົາ. ຢູ່​ໃຕ້​ແອກ​ປົກຄອງ​ຂອງຝະລັ່ງ ​ໄດ້​ເກີດ​ມີ​ໄພພິບັດ​ໃຫຍ່ 4 ປະການທີ່​ຂົ່ມ​ຂູ່​ຊີວິດ​ຂອງ​ຄົ​ນລາວ​ເຊັ່ນ: ​ໄພ​ແຫ່ງ​ຄວາ​ມອຶດ​ຫິວ, ​ໄພ​ແຫ່ງ​ຄວາມ​ກືກ​ໜັງສື, ​ໄພ​ແຫ່ງ​ໂລກລະບາດ​ບໍ່​ມີ​ຢຸກຢາ​ປິ່ນປົວ ​ແລະ ​ໄພ​ແຫ່ງ​ຄວາມ​​ໂງ່​ຈ້າ​ຫຼ້າຫຼັງ ​ແລະ ຄວາມ​ຕ່ຳ​ຕ້ອຍສູນ​ເສຍ​ອິດສະຫຼະພາບ ​ແຫ່ງ​ຄວາມ​ເປັນ​ຄົນຍ້ອນ​ປະ​ເທດ​ຊາດ​ສູນ​ເສຍ​ເອກກະລາດ.

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ ໂດຍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ແຫ່ງ​ ການຕໍ່​ສູ້​ໃ​ນການ​ສ້າງ​ຊາດ ​ແລະ ປົກ​ປັກ​ຮັກສາ​ຊາດ ຂອງ​ບັນດາ​ ບັນພະ​ບູລຸດຕົນເປັນ​ຕົ້ນ ແມ່​ນກາ​ນນຳພາ​ຕໍ່​ສູ້​ບໍ່​ຍອມ​ຈຳນົນ​ຂອງ​ເຈົ້າ​ອານຸວົງ ​ແລະ ​ເຈົ້າ​ລາຊະວົງ ທີ່​ໄດ້​ຕໍ່​ສູ້ ກັບ​ສັດຕູ​ຈົນ​ເຖິງ​ຢາດ​ເລືອດ ຢາດ​ສຸດ​ທ້າຍນັ້ນ ປະຊາຊົນ​ລາວ​ ບັນດາ​ເຜົ່າໄດ້​ຕໍ່​ສູ້​ ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ດ້ວຍ​ຫຼາຍ​ຮູບ​ການ ນັບ​ແຕ່​ຫຼົບຫຼີກ ​ບໍ່​ໄປ​ເຮັດ​ການ 15 ວັນ, ຫຼົບ​ຫຼີກ​ບໍ່​ເສຍ​ສ່ວຍ​ໄຖ່​ການ ຫຼື ​ໄປ​ເຮັດ​ການ ກໍ​ເຮັດ​ແບບ​​ແປະໆ​ບາງໆ ຫຼື ມ້າງ​ເຄື່ອງ​ຈັກ​ເຄື່ອງ​ລານ. ຈາກ​ຮູບ​ກາ​ນຕໍ່​ສູ້​ເຫຼົ່າ​ນີ້ກໍ່​​ເກີດມີ​ ການ​ຕໍ່​ສູ້​ເປັນ​ກຸ່ມ ​ກ້ອນ​ຈົ​ນເກີດ​ມີ​ຂະ​ບວນການ​ໃຫຍ່​ເຊັ່ນ: ກາ​ນຕໍ່​ສູ້​ຂອງ​ປະຊາຊົນ​ຊາວ​ສະຫວັນນ​ະ​ເຂດ ພາຍ​ໃຕ້​ກາ​ນຳພາ​ຂອງ​ ພໍ່​ກະ​ດວດ, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ມົ້ງ ຢູ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ​ນຳໂດຍ ​ເຈົ້າຟ້າ​ປັດ​ໄຈ​, ຂະ​ບວນການ​ຕໍ່​ສູ້​ຂອງ​ເຜົ່າ​ລື້ ນຳໂດຍ​ ເຈົ້າຟ້າ​ເມືອງ​ສິງ ແລະ ຂະ​ບວນການ​ຕໍ່​ສູ້​ຂອງ​ຊົນ​ເຜົ່າ​ລາວ​ເທິງ ຢູ່​ພາກ​ໃຕ້ ນຳໂດຍ​ ອົງ​ແກ້ວ-ອົງ​ກົມມະ​ດຳ​.

ພາຍຫຼັງ​ມີ​ພັກ​ກອມ​ມູນິ​ດອິນດູຈີນນຳພາ (1930) ​ເຮັດ​​ໃຫ້ການ​ຕໍ່​ສູ້​ທີ່​ໄຮ້​ທິດ​ທາງ​ໃນ​ເມື່ອ​ກ່ອນນັ້ນ ​ໄດ້​ຫັ​ນມາ​ສູ່​ການ​ຕໍ່​ສູ້​ທີ່​ມີ​ທິດ​ທາງ, ມີ​ຈຸດໝາຍ​ປາຍທາງ, ມີ​ການຈຳ​ແ​ນກມິດ-ສັດຕູ​ຢ່າງ​ຈະ​ແຈ້ງ ອັນ​ໄດ້​ເຮັດ​ໃຫ້ການ​ຕໍ່​ສູ້​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ເຕີບ​ໃຫຍ່​ຂຶ້ນ​ເປັ​ນລຳດັບ ​ແລະ ຍາດ​ເອົາ​ໄຊຊະນະ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ.

ປີ 1934 ​ໄດ້​ມີ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ​ເພື່ອ​ຈັດ​ຕັ້ງ​ ຄະນະ​ພັກ​ແຄວ້ນ​ລາວ​ຂຶ້ນ ຢູ່​ດອນ​ຊິງ​ຊູ້ນະຄອນຫຼວງ​ວຽງ​ຈັນ ​ເຮັດ​ໃຫ້ກາ​ນນຳພາ​ ການ​ຕໍ່​ສູ້​ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ນັບ​ມື້ນັບຂະຫຍາຍຕົວ. ບັນດາ​ເຫດການ ​ທີ່​ເປັນ​ຂີດ​ໝາຍ​ ທາງ​ປະຫວັດສາດ ໃນ​ພາລະກິດ​ຕໍ່ຕ້ານ​ກັບ​ ລັດທິ​ລ່າ​ເມືອງ​ຂຶ້​ນແບບເກົ່າ​ ອັນໄດ້​ແກ່​ກາ​ນລຸກ​ຮື້ຂຶ້ນ ຢຶດ​ເອົາ​ອຳນາດ​ການ​ປົກຄອງ​ຢູ່​ວຽງ​ຈັນ ໃນ​ວັ​ນທີ 23 ສິງຫາ 1945 ​ໄດ້​ນຳ​ໄປ​ສູ່​ ການ​ປະກາດ​ເອກະລາດ 12 ຕຸລາ ​ໃນປີ​ດຽວ​ກັນ, ສ້າງ​ຕັ້ງ​ລັດຖະບານ​ລາວ​ອິດສະຫຼະຊົ່ວຄາວ. ຫຼັງ​ຈາກ​ນັ້ນ ​ກໍ່​​ໄດ້ຫັນທິດ​ອອກ​ສູ່​ຊົນນະບົດ​ ເພື່ອ​ຕ້ານ​ກັບ​ການ​ມາ​ຍຶດຄອງ​ລາວ​ ຄັ້ງ​ທີ 2 ຂອງຝະລັ່ງ, ​ໄດ້​ສ້າງ​ຕັ້ງ​ແນວ​ລາວ​ອິດສະຫຼະ ​ແລະ ລັດຖະບານ​ຕໍ່ຕ້ານ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ ດຳ​ເນີນ​ການຕໍ່ຕ້ານ ​ໂດຍ​ສົມທົບ​ກັບ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ໃນ​ພາລະກິດ​ຕໍ່​ສູ້​ກັບ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່ານານ​ເຖິງ 9 ປີ ຈົນ​ໄດ້​ຮັບ​​ໄຊຊະນະ​ຢູ່​ສະໜາມຮົບ​ດຽນບຽນ​ຟູ, ອັນນຳ​ໄປ​ສູ່​ກອງ​ປະຊຸມ​ເຊີ​ແນວ ປີ 1954 ກ່ຽວ​ກັບອິນດູຈີນ; ​ໂລກ​ໄດ້​ຮັບ​ຮູ້​ເອກກະລາດ, ອຳນາດ​ອະທິປະ​ໄຕ ຂອງ​ສາມ​ຊາດ​ອິນດູຈີນ ​ແລະ ນຳ​ເອົາ​ ປະ​ເທດ​ລາວ​ເຂົ້າ​ສູ່​ໄລຍະ​ສັນຕິພາບ ແລະ ຄວາມ​ປອງ​ດອງ​ຂອງ​ຊາດ ​ເປັນ​ເວລາ​ສັ້ນ, ຈາກນັ້ນ​ບ້ານ​ເມືອງ ກໍ່​ກັບ​ຄື​ສູ່​ສົງຄາມ​ເທື່ອ​ໃໝ່.

ສະໄໝເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ[ດັດແກ້]

ໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິດຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິດຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະງ່າງາມ.

ການເມືອງ[ດັດແກ້]

ໂຄງ​ປະກອບ​ລະບົບ​ການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີ​ ພັກ​ປະຊາຊົນປະຕິວັດ​ລາວ, ລັດ ສປປລາວ ແລະ ບັນດາ​ອົງການ​ຈັດຕັ້ງມະຫາຊົນ ພ້ອມ​ດ້ວຍ​ບັນດາ​ກົນ​ໄກ ແລະ ລະບອບ​ລະບຽບ ໄປ​ຄຽງ​ຄູ່​ກັນ. ພັກ​ປະຊາຊົນ​ປະຕິວັດ​ລາວ ສ້າງຕັ້ງຂຶ້ນ ໃນ​ວັນ​ທີ 22 ມີນາ 1955 ເຊິ່ງ​ເປັນ​ພັກ​ທີ່​ໄດ້​ນຳພາ​ປະຊາຊົນ​ບັນດາ​ເຜົ່າ ຕ້ານ​ຈັກກະພັດ ຜູ້​ຮຸກ​ຮານ ແລະ ໄດ້​ຮັບ​ໄຊຊະ ນະ​ໃນ​ວັນ​ທີ 2 ທັນວາ 1975 ແລະ ສືບຕໍ່​ພາລະ​ກຳ​ປະຫວັດສາດ ປົກ​ປັກ​ຮັກສາ-ສ້າງສາ​ປະ​ເທດ​ຊາດ ແລະບູລະນະລະບອບ​ປະຊາທິປະ​ໄຕປະຊາຊົນ​ກ້າ​ວ ສູ່​ສັງຄົມ​ນິຍົມ ເທື່ອ​ລະ​ກ້າວ​ແນ​ໃສ່​ເຮັດ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ເຂັ້ມ​ແຂງ ປະຊາຊົນ​ມີ​ຄວາມ​ຜາ​ສຸກ ສັງຄົມ​ມີ​ຄວາມ​ສີວິ​ໄລ ແລະ ຍຸດຕິ​ທຳ. ພັກ​ປະຊາຊົນ​ ປະຕິວັດ​ລາວ ໄດ້​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ແລ້ວ 7 ຄັ້ງ, ແຕ່ລະຄັ້ງ​ໄດ້​ມີ​ບົດ​ລາຍ​ງານ​ການ​ເມືອງ​ວາ​ງ​ແຜນ​ແນວທາງ​ຍຸດ​ທະ​ສາດແຕ່່ລະສະ​ໄໝ ແລະ ເລືອກ​ຜູ້ນຳ​ຍຸດທະ​ສາດ ແຕ່ລະຄັ້ງ ແລະ ຮັບຮອງ​ເອົາ​ກົດລະບຽບຂອງ​ພັກ. ປະທານ ໄກສອນ ພົມວິຫານ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ ເລຂາທິການ​ໃຫຍ່ ແລະ ປະທານ​ ຄະນະ​ບໍລິຫານ ງານ​ສູນ​ກາງ​ພັກ ແຕ່​ຄັ້ງທີ 1-5, ຈາກ​ນັ້ນ​ໄດ້​ເລືອກ​ຕັ້ງ ທ່ານ ຄຳໄຕ ສີພັນດອນ ເປັນ​ປະທານ​ພັກ​ ແລະ ທ່ານ ຈຸມມະລີ ໄຊຍະສອນ ແມ່ນເລຂາທິການໃຫຍ່ຂອງພັກ ຄົນປະຈຸບັນ. ການຈັດຕັ້ງ ຂອງ​ພັກມີ 4 ຂັ້ນຄື: ຂັ້ນສູນ​ກາງ, ແຂວງ, ເມືອງ ແລະ ຮາກ​ຖານ ເຊິ່ງ​ເປັນ​ແກນ​ນຳ​ໃຫ້​ແກ່​ຂະ​ບວນການ​ການ​ຕໍ່ສູ້ກູ້​ຊາດໃນ​ເມື່ອ​ ກ່ອນ ແລະ ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະ​ເທດ​ຊາດ ໃນ​ປະຈຸ​ບັນ​.

ລັດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ແມ່ນ​ລັດ​ປະຊາທິປະ​ໄຕປະຊາຊົນ. ອຳນາດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ,ໂດຍ​ປະຊາ​ຊົນ ແລະ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ບັນດາ​ເຜົ່າ ຊຶ່ງ​ປະກອບ​ດ້ວຍ​ບັນດາ​ຊັ້ນຄົນ​ຢູ່​ໃນ​ສັງຄົມ ໂດຍ​ແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນ​ຮູ້​ປັນຍາ​ຊົນ​ ເປັນ​ຫຼັກ​ແຫ​ລ່ງ. ໂດຍ​ມີ​ ປະທານ​ປະ​ເທດ​ ເປັນ​ປະມຸກ​ລັດ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ເປັນ​ຜູ້ຕາງຫນ້າ​ໃຫ້​ປະຊາ ຊົນ​ລາວ ບັນດາ​ເຜົ່າ ທັງ​ຢູ່​ພາຍ​ໃນ​ແລະ​ຕໍ່​ຕ່າງປະ​ເທດ ຊຶ່ງ​ແມ່ນ​ສະພາ​ແຫ່ງ​ຊາດ ເປັນ​ຜູ້​ເລືອກ​ຕັ້ງ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ຢ່າງ​ຫນ້ອຍ 2/​3 ຂອງ​ຈຳນວນ​ສະມາ ຊິກ​ສະພາ​ແຫ່ງ​ຊາດ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ. ປະທານ​ປະ​ເທດ​ມີ​ອາຍຸ​ການ 5 ປີ. ປະຈຸ​ບັນ​ແມ່ນ​ ທ່ານ ຈຸມມະລີ ໄຊຍະສອນ ເປັນ​ປະທານ. ລັດ​ ປະຊາທິປະ​ໄຕປະຊາຊົນ ປະກອບ​ດ້ວຍ 3 ອຳນາດ​ຄື: ສະພາ​ແຫ່ງ​ຊາດ ແມ່ນ​ອົງການ​ຕົວ​ແທນ​ແຫ່ງ​ສິດ​ອຳນາດ ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ ບັນດາ​ເຜົ່າ, ເປັນ​ອົງການ​ອຳນາດ​ ແຫ່ງ​ລັດ ແລະ ທັງ​ເປັນ​ອົງການ​ນິຕິບັນຍັດ ທີ່​ມີ​ສິດ​ຕົກລົງ ບັນຫາ​ພື້ນຖານ​ຂອງ​ປະ​ເທດ​ຊາດ, ຕິດຕາມ​ກວດກາ​ການ​ ເຄື່ອນ​ໄຫວ​ຂອງ​ອົງການ​ບໍລິຫານ, ສານ​ປະ ຊາຊົນ ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ. ການ​ກໍ່ສ້າງ ແລະ ປັບປຸງ​ກົດຫມາຍມາ​ຮອດ​ປະຈຸ​ບັນ​ ມີ​ທັງ​ ຫມົດ 58 ສະບັບ. ສະພາ​ແຫ່ງ​ຊາດ​ແຕ່​ລະ​ ຊຸດ​ມີ​ອາຍຸ ຸ​ການ 5 ປີ. ປະຈຸ​ບັນ​ແມ່ນ​ສະ​ແຫ່ງ​ຊາດ​ຊຸດ​ທີ V ໂດຍ​ແມ່ນ​ທ່ານ ສະຫມານ​ວິ​ຍະ​ເກດ ເປັນ​ປະທານ.ລັດຖະບານ​ແມ່ນ​ອົງການ​ບໍລິຫານ​ແຫ່ງ​ລັດ. ລັດຖະບານຄຸ້ມ​ຄອງ​ຢ່າງ​ເປັນ​ເອກະ​ພາບການ ປະຕິບັດ​ຫນ້າ​ທີ່​ຂອງ​ລັດ​ໃນ​ທຸກ​ດ້ານ: ການ​ເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງ​ກັນຊາ​ດ-ປ້ອງ​ກັນ, ຄວາມ​ສະຫງົບ ແລະ ການ​ຕ່າງປະ​ເທດ. ລັດຖະບານ​ປະກອບ​ດ້ວຍ ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າ​ອົງການ​ທຽບ​ເທົ່າກະຊວງ. ມີ​ອາຍຸ​ການ​ເທົ່າ​ກັບ​ອາຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ. ປະຈຸ​ບັນ​ ແມ່ນ​ ທ່ານ ທອງສິງ ທຳມະວົງ ເປັນ​ນາຍົກລັດຖະ ມົນຕີ ໂດຍ​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ປະ ທານ​ປະ​ເທດ ພາຍຫຼັງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ແລ້ວ.

ອົງການຈັດຕັ້ງທີ່ສຳຄັນຂອງລັດ[ດັດແກ້]

ການຈັດຕັ້ງ ແລະ ການບໍລິຫານ[ດັດແກ້]

  • ຫຼາຍບ້ານລວມກັນເປັນ ເມືອງ
  • ຫຼາຍເມືອງລວມກັນເປັນ ແຂວງ
  • ຫຼາຍແຂວງລວມກັນເປັນ ປະເທດ
  • ຄະນະກຳມະການປົກຄອງບ້ານ ມີນາຍບ້ານເປັນຫົວໜ້າຜູ້ບໍລິຫານບ້ານ
  • ຄະນະກຳມະການປົກຄອງເມືອງ ມີເຈົ້າເມືອງເປັນຫົວໜ້າຜູ້ບໍລິຫານເມືອງ
  • ຄະນະກຳມະການປົກຄອງແຂວງ ມີເຈົ້າແຂວງເປັນຫົວໜ້າຜູ້ບໍລິຫານແຂວງ
  • ຄະນະກຳມະການປົກຄອງນະຄອນຫຼວງ ມີເຈົ້າຄອງນະຄອນຫຼວງເປັນຜູ້ບໍລິຫານນະຄອນຫຼວງ
  • ລະດັບສູນກາງ ມີກະຊວງ ຄະນະກຳມະການເປັນຜູ້ເບິ່ງແຍງ ແລະ ບໍລິຫານ

1213

ກອງທັບໄທ[ດັດແກ້]

ເບິ່ງບົດຄວາມທີ່ວ່າ ກອງທັບປະຊາຊົນສປປລາວ

ເສດຖະກິດຂອງລາວ[ດັດແກ້]

ສະພາບເສດຖະກິດ-ສັງຄົມ[ດັດແກ້]

ການພັດທະນາເສດຖະກິດ-ສັງຄົມ 5 ປີ (2006-2010): ຕົວເລກເສດຖະກິດແຫ່ງຊາດມີການເຕີບໂຕລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ບັນລຸ 219.853 ຕື້ກີບລະດັບເຕີບໂຕສະເລ່ຍ 7,9% ຕໍ່ປີຂະນະທີ່ຕົວເລກການລົງທຶນທັງຫມົດບັນລຸເກືອບ 62 ພັນຕື້ກີບ.

ໂຄງປະກອບເສດຖະກິດກໍ່ໄດ້ມີການຫັນປ່ຽນຕາມທິດເຫັນເປັນອຸດສາຫະກຳ ແລະ ກົນໄກຕະຫຼາດ, ໃນນັ້ນ ຈີດີພີ ໃນຂະແຫນງກະສິກຳ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 4% ກວມເອົາ 30,4%, ອຸດສາຫະກຳເພີ່ມຂຶ້ນສະເລ່ຍ 12,6% ກວມເອົາ 26% ແລະ ບໍລິການເພີ່ມຂຶ້ນສະເລ່ຍ 8,4% ກວມເອົາ 37,2% ຂອງຈີດີພີ ມີການລົງທຶນທັງຫມົດປະມານ 62 ພັນຕື້ກີບທຽບໃສ່ແຜນ ການ 5 ປີ ຄັ້ງທີ V ເພີ່ມຂຶ້ນສອງເທົ່າ, ໃນນັ້ນຈາກງົບປະມານລັດ 3.980 ພັນຕື້ກີບ, ຈາກທຶນການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 20,76 ພັນຕື້ກີບ ແລະ ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 37,26 ພັນຕື້ກີບ.

ການຜະລິດເຂົ້າສະເລ່ຍໄດ້ 2,9 ລ້ານໂຕນຕໍ່ປີ, ສາລີໄດ້ 760.000 ໂຕນ, ອ້ອຍໄດ້ 703.000 ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 9,4% ຕໍ່ປີ, ມີ 24.331 ຫົວຫນ່ວຍກວມ 19,2% ຂອງຈຳນວນວິສາຫະກິດທັງຫມົດ.

ເຂື່ອນໄຟຟ້າທັງຫມົດມີ 14 ແຫ່ງ ແລະ ເຂື່ອນຂະໜາດນ້ອຍອີກ 15 ແຫ່ງ ມີກຳລັງຕິດຕັ້ງ 2.583, 72 ເມກາວັດ, ມີສາຍສົ່ງ ໄຟຟ້າທັງຫມົດຍາວ 19.503 ກິໂລແມັດ. ຂຸດຄົ້ນ ແລະ ຫຼອມຄຳແທ່ງບັນລຸ 38,01 ໂຕນ, ທອງແຜ່ນ 321.487 ໂຕນ ແລະ ທອງຝຸ່ນ 585.607 ໂຕນ. ການສ້າງເສັ້ນທາງສະເລ່ຍເພີ່ມຂຶ້ນ 4,6% ຕໍ່ປີ ຫຼືປະມານ 1.846 ກິໂລແມັດຕໍ່ປີ, ປະຈຸບັນທາງມີຄວາມຍາວທັງຫມົດ 39.568 ກິໂລແມັດ ມີນັກທ່ອງທ່ຽວເຂົ້າມາລາວ 8,79 ລ້ານເທື່ອຄົນ ສະເລ່ຍ 1,55 ລ້ານ ຄົນຕໍ່ປີ ເພີ່ມຂຶ້ນສະເລ່ຍ 15,8% ຕໍ່ປີ ແລະ ສ້າງລາຍຮັບສະເລ່ຍໄດ້ 258,04 ລ້ານໂດລາສະຫະລັດຕໍ່ປີ.

ທາງດ້ານການເກັບລາຍຮັບງົບປະມານກໍ່ສາມາດບັນລຸໄດ້ 38.658,26 ຕື້ກີບ ເທົ່າກັບ 17,6% ຂອງຈີດີພີ, ລາຍຈ່າຍ 48.116,41 ຕື້ກີບ ເທົ່າກັບ 21,9% ຂອງຈີດີພີ ເທົ່າກັບ 97% ຂອງແຜນການ; ພ້ອມກັນນັ້ນ ການສົ່ງອອກກໍ່ບັນລຸ 5,69 ຕື້ໂດລາ,ການນຳເຂົ້າ 6,61 ຕື້ໂດລາສະຫະລັດ, ຂາດດຸນ 0,92 ຕື້ໂດລາສະຫະລັດ ເທົ່າກັບ 3,8% ຂອງຈີດີພີ.

(ສະເພາະປີສຸດທ້າຍຂອງການປະຕິບັດແຜນການ 5 ປີ ຄັ້ງທີ VI ຈີດີພີບັນລຸ 7,9%, ເຊິ່ງປີ 2010 ຜ່ານມາສະຫະປະຊາຊາດໄດ້ ຕີລາຄາວ່າ ສປປ ລາວ ເປັນ 1 ໃນ 10 ປະເທດເສດຖະກິດຂະຫຍາຍຕົວສູງຂອງໂລກ).

ການລົງທຶນ[ດັດແກ້]

ລັດຖະບານລາວ ຈະສືບຕໍ່ນະໂຍບາຍ ສົ່ງເສີມ ການ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກສ່ວນ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ, ພາຍ​ໃນ ແລະ ຕ່າງປະ​ເທດ; ພ້ອມ​ກັນນັ້ນ ກໍ​ຈະປັບປຸງ ສະພາບແວດ ລ້ອມການລົງທຶນ ໃຫ້ດີຂຶ້ນຕື່ມອີກ ທັງໃນດ້ານພື້ນຖານໂຄງລ່າງ ແລະ ດ້ານການບໍລິການ, ດ້ານນິຕິກຳ ແລະ ດ້ານລະບຽບການພິຈາລະນາ​ອະນຸມັດ. ກ່ອນ​ອື່ນ​ຈະ​ໄດ້​ອອກດຳລັດວ່າດ້ວຍການຈັດຕັ້ງ ປະຕິບັດກົດໝາຍລົງທຶນ ສະບັບປັບປຸງໃໝ່ ໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ໂປ່ງໄສ. ການ​ລົງທຶນຢູ່ ສປປ ລາວ ຍັງ​ມີ​ຫຼາຍ ​ເປັນຕົ້ນ ແມ່ນ​ໃນ​ ຂົງ​ເຂດ ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ກະສິກຳ ຫຼື ກະສິກຳ- ອຸດສາຫະກຳ; ຂົງ​ເຂດ​ພະລັງງານ​ໄຟຟ້າ​ນ້ຳຕົກ ​ແລະ ​ໄຟຟ້າ​ຄວາມ​ຮ້ອນ, ພະລັງງານ​ຊີວະ​ພາບ ​ແລະ ພະລັງງານ​ທົດ​ແທນ, ຂົງ​ເຂດ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່​ແຮ່​ທາດ ​ໃນ​ນັ້ນ ລວມທັງ​ແຮ່​ທາດ​ປະ​ເສີດ ​ແລະ ​ແຮ່​ທາດ​ທີ່​ຫາ​ຍາກ; ຂົງ​ເຂດ​ການ​ບໍລິການ​ໂຮງ​ແຮມ ​ແລະ ທ່ອງ​ທ່ຽວ; ການ​ຂົນ​ສົ່ງ ​ແລະ ລະບົບ logistic, ຕະຫຼອດ ທັງ​ຂົງ​ເຂດ​ການ​ສຶກສາ ວິຊາ​ຊີບ ​ແລະ ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ທີ່​ທັນ​ສະ​ໄຫມ​.

ຕະຫຼາດຫຼັກຊັບ[ດັດແກ້]

ຕະຫຼາດຫຼັກຊັບແຫ່ງທຳອິດຂອງລາວ ໄດ້ເປີດຢ່າງເປັນທາງການໃນວັນທີ 10.10.2010 ເວລາ 10.10 ນາທີ,ສຳລັບວັນເປີດການຊື້-ຂາຍ ຢ່າງເປັນທາງການແມ່ນວັນທີ 11.1.2011 ເວລາ 11:11 ນາທີ ນີ້ຢູ່ຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ບັນດາຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຄະນະຄຸ້ມຄອງຫຼັກຊັບຫວຽດນາມ, ສ. ເກົາຫຼີ, ໄທ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.ໂດຍເບື້ອງຕົ້ນມີ 2 ບໍລິສັດເຂົ້າມາຈົດທະບຽນຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນຖືຮຸ້ນ 20 ລ້ານກວ່າຮຸ້ນ,8.000 ກີບຕໍ່ຮຸ້ນ, ບໍລິສັດຜະລິດໄຟຟ້າມະຫາຊົນຖືຮຸ້ນ 200 ກວ່າລ້ານຮຸ້ນ, 4.700 ກີບຕໍ່ຮຸ້ນ. ຄາດວ່າ ຈະມີອີກ 10 ກວ່າບໍລິສັດເຂົ້າມາຈົດທະບຽນຕະຫຼາດຫຼັກຊັບ ແຫ່ງທຳອິດດ້ວຍ.

ການຮ່ວມມືໃນພູມມີພາກ[ດັດແກ້]

  • ອາຊຽນ ລາວເຂົ້າເປັນສະມາຊິກອາຊຽນເມື່ອວັນທີ 23 ກໍລະກົດ 1997 ແລະ ໄດ້ເປັນປະທານ ຄະນະກຳມະການອາຊຽນເມື່ອປີ 2004.
  • ຍຸດທະສາດຄວາມຮ່ວມມືທາງດ້ານເສດຖະກິດອິລະວະດີ-ເຈົ້າພະຍາ-ແມ່ນ້ຳຂອງ​ (Ayeyawady-Chao Phraya-Mekong Economic Cooperation Strategy - ACMECS)
  • ຄວາມຮ່ວມມືສາມຫຼ່ຽມມໍລະກົດ

ການຄ້າ[ດັດແກ້]

ດ້ານການຄ້າ ອັນພົ້ນເດັ່ນແມ່ນໄດ້ປັບປຸງ ແລະ ຫັນເອົາຫົວຫນ່ວຍທຸລະກິດເຂົ້າສູ່ການຈັດຕັ້ງ, ມີການນຳພາ ແລະ ເຄື່ອນໄຫວເຂົ້າສູ່ລະບົບລະບຽບ, ຕັ້ງເປັນກຸ່ມຕາມໝວດສິນຄ້າ ແລະ ເຄື່ອນໄຫວ ໃຫ້ຕິດພັນກັບການປະຕິບັດ ແຜນດູນສິນຄ້າຢ່າງເຂັ້ມງວດ, ເຮັດໃຫ້ມາດຕະການຄຸ້ມຄອງຂາອອກ-ຂາເຂົ້າ ໄດ້ຮັບການປະຕິບັດດີຂຶ້ນ, ອັດຕາສ່ວນການຂາດດູນການຄ້າກັບຕ່າງປະເທດ ໄດ້ຫຼຸດລົງ ຂາອອກ ໄດ້ຮັບການສົ່ງເສີມ ແລະ ເພີ່ມຂຶ້ນໃນແຕ່ລະປີ, ຊຶ່ງມີຕົວເລກສະແດງອອກ ດັ່ງນີ້: ສົກປີ 1990-1991 ຂາເຂົ້າປະຕິບັດໄດ້ 249,18 ລ້ານໂດລາ, ຂາອອກ 137 ລ້ານໂດລາ; ສົກປີ 2000-2001 ຂາເຂົ້າປະຕິບັດໄດ້ 528,271 ລ້ານໂດລາ, ຂາອອກ 324,885 ລ້ານ ໂດລາ; ສົກປີ 2004-2005 ຂາເຂົ້າຄາດຄະເນປະຕິບັດໄດ້ 596 ລ້ານໂດລາ ແລະ ຂາອອກ ຄາດຄະເນປະຕິບັດໄດ້ 420 ລ້ານໂດລາ. ຂອດຂັ້ນ ແລະ ອຸປະສັກຕ່າງໆ ໃນການດຳເນີນ ທຸລະກິດ ຄ່ອຍໆໄດ້ຮັບການແກ້ໄຂເປັນກ້າວໆ, ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ເຮັດຂາເຂົ້າ-ຂາອອກ ຫັນມາເຮັດການຜະລິດ ເປັນສິນຄ້າ. ລາຄາສິນຄ້າປະເພດຕ່າງໆ ໂດຍສະເພາະແມ່ນສິນຄ້າຍຸດທະສາດ ແລະ ສິນຄ້າຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຕິດຕາມ, ກວດກາ, ຄຸ້ມຄອງໃຫ້ດີຂຶ້ນກວ່າເກົ່າ. ການຄຸ້ມຄອງຕາມຂະແໜງການໄດ້ຮັບການຈັດຕັ້ງປະຕິບັດນັບມື້ດີ ຂຶ້ນ. ໄດ້ສົມທົບກັບຂະແຫນງການ ແລະ ທ້ອງຖິ່ນໃນການສ້າງໂຄງການຜະລິດເປັນສິນຄ້າ, ໄດ້ມີການປົກປ້ອງການຜະລິດພາຍໃນສຳລັບບາງປະເພດສິນຄ້າ,​ໄດ້​ວາງມາດຕະການຕ້ານ ແລະ ສະກັດກັ້ນ ການຄ້າຂາຍ ນອກລະບົບ, ການຄຸ້ມຄອງຮ້ານຄ້າປອດພາສີ, ລະບຽບການນຳເຂົ້າ ແລະ ອື່ນໆ. ໝຸນໃຊ້ວິທີການເພື່ອເຈາະຕະຫຼາດຕ່າງປະເທດ ໃຫ້ແກ່ສິນຄ້າລາວ ດ້ວຍຫຼາຍ ຮູບການ: ດຳເນີນການເຈລະຈາ ແລະ ເຊັນສັນຍາການຄ້າກັບຫຼາຍປະເທດ, ຈັດການ ພົບປະຜູ້ແທນຂັ້ນສູງໃນລະດັບມະຫາພາກເປີດໂອກາດໃຫ້ມີການພົບປະລະຫວ່າງນັກ ທຸລະກິດລາວ ກັບ ນັກທຸລະກິດ ແລະ ນັກລົງທຶນຂອງຕ່າງໆປະເທດ ເພື່ອຊອກຊ່ອງທາງພົວພັນຄ້າຂາຍ ແລະ ຮ່ວມມືກັນດ້ານການຜະລິດ, ເຈລະຈາຕໍ່ລອງຍາດແຍ່ງເອົາສິດທິພິເສດ ດ້ານການຄ້າກັບ ບັນດາປະເທດສະຫະພາບ ເອີລົບ (EU), ການພົວພັນການຄ້າແບບປົກກະຕິ ກັບສະຫະລັດ ອາເມລິກາ (NTR), ເຈລະຈາ ກັບປະເທດໃກ້ຄຽງ ເພື່ອໃຫ້ຊ່ວຍຮັບເອົາສິນຄ້າຂອງລາວ, ເຂົ້າຮ່ວມວາງສະແດງສາກົນ ລະດັບຕ່າງໆ ເພື່ອມີໂອກາດສະເໜີສິນຄ້າຂອງລາວ ຕໍ່ຊາວໂລກ, ສ້າງສູນສົ່ງເສີມ ການຄ້າລາວ ໂດຍນຳໃຊ້ລະບົບອິນເຕີເນັດເຂົ້າຊ່ວຍ ໃນການເກັບກຳ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃນວຽກງານການຄ້າກັບຕ່າງປະເທດ, ໄດ້ປະຕິບັດສັນຍາການຮ່ວມມືວ່າດ້ວຍ ເຂດການຄ້າເສລີອາຊຽນ (AFTA) ແລະ ໄດ້ເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ (WTO) ໃນວັນທີ 2 ກຸມພາ ປີ 2013. ຄາດຫມາຍສູ້ຊົນຕົ້ນຕໍຂອງວຽກງານການຄ້າໃນຕໍ່ຫນ້າແມ່ນການສົ່ງອອກໃນແຜນການ 2006-2010 ສູ້ຊົນໃຫ້ຂະຫຍາຍຕົວສະເລ່ຍໃນອັດຕາ 15,8% ຕໍ່ປີ, ອັດຕາການຂະຫຍາຍ ຕົວດ້ານການນຳເຂົ້າແຕ່ປີ 2006-2010 ຄາດຄະເນໃຫ້ມີການຂະຫຍາຍຕົວໃນລະດັບ 8% ຕໍ່ປີ, ເຮັດໃຫ້ມູນຄ່າຂາອອກ-ຂາເຂົ້າມີຄວາມສົມດູນກັນໃນປີ 2010.

ສື່ສານມວນຊົນ[ດັດແກ້]

ສັງຄົມ[ດັດແກ້]

ປະຊາກອນ[ດັດແກ້]

ປະຊາກອນລາວມີຫຼາຍເຊື້ອຊາດ ແລະ 1 ຊົນເຜົ່າກໍ່ຄື ຊົນເຜົ່າລາວ, ປະຊາກອນສ່ວນຫຼາຍນັບຖືສາສະໜາພຸດ ແບ່ງປະຊາກອນເປັນ 49 ຊົນເຜົ່າ:

ໂຄງສ້າງດ້ານເພດ[ດັດແກ້]

ຕາມຕົວເລກຂອງຈຳນວນປະຊາກອນລາວ ໃນປີ 2008 ເພດຍິງມີຈຳນວນຫຼາຍເຖິງ 3.007.339 ຄົນ ເຊິ່ງເທົ່າກັບ 50.11% ແລະ ເພດຊາຍ 2.993.041 ຄົນ ເທົ່າກັບ 49.81%

ໂຄງສ້າງດ້ານອາຍຸ[ດັດແກ້]

ໃນຈຳນວນພົນລະເມືອງລາວ 6.000.379 ຄົນ(ຄ.ສ 2008), ໝວດອາຍຸແຕ່ 0 ຫາ 14 ປີ ກວມອັດຕາສ່ວນເຖິງ 37.8%, ໝວດອາຍຸແຕ່ 15 ຫາ 59 ປີ ມີ 56.5% ແລະ ໝວດອາຍຸແຕ່ 60 ປີຂື້ນໄປ ມີພຽງແຕ່ 6%. ກຸ່ມອາຍຸຕ່ຳຫາປານກາງກວມອັດຕາສ່ວນສູງຄືແນວນີ້ ບົ່ງບອກໃຫ້ຮູ້ວ່າປະຊາກອນລາວແມ່ນ ປະຊາກອນໜຸ່ມ ແລະ ສ່ວນວ່າກຸ່ມຄົນສູງອາຍຸ ມີພຽງແຕ່ 6% ນັ້ນ ສະແດງວ່າຄົນລາວມີອາຍຸຍືນສະເລ່ຍ ຕ່ຳ 64 ປີ(ຊາຍ 66 ປີ ແລະ ຍິງ 63 ປີ).

ໂຄງສ້າງດ້ານອາຊີບ[ດັດແກ້]

ກຸ່ມຄົນທີ່ຢູ່ໃນໄວອອກແຮງງານ ຫຼື ໄວກຳລັງແຮງງານແມ່ນກຸ່ມຄົນຜູ້ມີອາຍຸແຕ່ 15 ຫາ 60 ປີ ເຊ່ິງກວມເອົາອັດຕາເຖິງ 56.5% ຂອງພົນລະເມືອງທັງໝົດ. ໃນຈຳນວນຜູ້ອອກແຮງງານທັງໝົດນັ້ນ, ເຫັນວ່າຜູ້ຜະລິດ ໂດຍກົງກວມເອົາອັດຕາສ່ວນຫຼາຍກວ່າໝູ່ ເຊ່ິງໃນນັ້ນ ຊາວກະສິກອນມີ 85% ແລະ ກຳມະກອນ-ວິສາວະກອນ ມີ 9%. ສ່ວນທີ່ເຫຼືອນັ້ນແມ່ນຜູ້ຜະລິດໂດຍທາງອ້ອມ(ພະນັກງານບໍລິຫານ, ຜູ້ບໍລິການ, ສຶກສາ, ວັດທະນະທຳ, ສາທາລະນະສຸກ...)ແລະ ພາກສ່ວນທີ່ບໍ່ມີອາຊີບແນ່ນອນ.

ໂຄງສ້າງດ້ານຊົນເຜົ່າ[ດັດແກ້]

  • ໃນປັດຈຸບັນ ສປປ ລາວ ມີ 1 ຊົນຊາດ ຄື ຊາດລາວ, ມີ 49 ຊົນເຜົ່າ, ມີ 114 ກວ່າ ເຜົ່າຊົນ ແລະ ມີ 4 ໝວດພາສາ ມີດັ່ງນີ້:
  • ໝວດທີ່ໃຊ້ພາສາຕະກູນ ລາວ-ໄຕ ຄື: ລາວ, ຜູ້ໄທ, ພວນ, ໄທດຳ, ໄທຂາວ, ລື້, ຍວນ, ແຊກ, ເມີ້ຍ, ກະດາບ, ຢັ້ງ, ໂຢ້ຍ, ຍໍ... ບັນດາຊົນເຜົ່າເຫຼົ່ານີ້ ສ່ວນຫຼາຍອາໄສຢູ່ຕາມເຂດລ້ອງແມ່ນ້ຳສາຍ

ຕ່າງໆ. ເປັນຕົ້ນແມ່ນລ້ອງແມ່ນ້ຳຂອງ​ ໂດຍກວມເອົາ 55% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວປະເທດ.

  • ໝວດທີ່ໃຊ້ພາສາຕະກູນ ມອນ-ຂະແມ: ປະກອບດ້ວຍເຜົ່າຂະມຸ(ກືມມຸ), ລະເມດ, ລະເວນ, ລະແວ, ສ່ວຍ, ມະກອງ, ປະໂກະ, ແຍະ, ຍະເຫີນ, ເຈັງ, ສະລັກ, ຕະໂອ້ຍ,ເມ່ືອງ(ມອນ), ຕຸມ, ສະລາງ, ຕີ, ສີລາ, ງວນ, ງີ້ວ... ເຊິ່ງກວມອັດຕາສ່ວນ 27% ຂອງຈຳນວນປະຊາກອນທັງໝົດ ແລະ ອາໄສຢູ່ພູພຽງທາງພາກໃຕ້ ແລະ ຢູ່ລຽບສາຍພູຫຼວງເປັນສ່ວນຫຼາຍ.
  • ໝວດທີ່ໃຊ້ພາສາຕະກູນ ມົ້ງ-ຢ້າວ: ເຜົ່າມົ້ງ(ຂາວ, ດຳ, ລາຍ, ແດງ...), ຢ້າວ, ແລນແຕນ, ອາຂາ, ປີລູ, ໂອມາ, ເອີຢາ, ລູມາ... ເຊິ່ງອາໄສຢູ່ພູສູງທາງພາກເໜືອເປັນສ່ວນຫຼາຍ.
  • ໝວດທີ່ໃຊ້ພາສາຕະກູນ ຈີນ-ຕິເບດ: ກໍ້, ກຸ່ຍ, ສີດາ, ພູນ້ອຍ,ມູເຊີ, ຮາຍີ, ໂລໂລ, ຫໍ້... ເຊິ່ງອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ແລະ ມຽນມາ( ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ).

ນອກຈາກ 4 ໝວດພາສາດັ່ງກ່າວແລ້ວ ພົນລະເມືອງລາວຍັງປະກອບດ້ວຍຊາວຕ່າງດ້າວອີກຈຳນວນໜຶ່ງເຊັ່ນ: ຫວຽດນາມ,ຈີນ, ໄທ, ອິນເດຍ... ເປັນຕົ້ນ ເຊິ່ງສ່ວນຫຼາຍອາໄສຢູ່ຕາມຕົວເມືອງໃຫຍ່ ແລະ ມາຮອດ ປັດຈຸບັນ ຈຳນວນໜຶ່ງກໍໄດ້ປ່ຽນສັນຊາດ ເປັນພົນລະເມືອງລາວຢ່າງຖາວອນແລ້ວ.

ຊື່ແຂວງ
ຈໍານວນ ຊື່ແຂວງ ເນື້ອທີ່
ກມ²
ຈຳນວນ
ປະຊາກອນ
ຍິງ ຊາຍ ຄວາມໜາແໜ້ນ
ຄົນ/ກມ²
1 ອັດຕະປື 10.320 121.134 61.740 59.394 12
2 ບໍ່ແກ້ວ 6.196 157.422 79.116 78.306 25
3 ບໍລິຄຳໄຊ 14.863 248.378 122.738 125.641 17
4 ຈຳປາສັກ 15.415 634.756 319.886 314.870 41
5 ຫົວພັນ 16.500 302.809 150.095 152.714 18
6 ຄໍາມ່ວນ 16.315 360.304 183.070 177.234 22
7 ຫຼວງນ້ຳທາ 9.325 156.667 79.109 77.558 17
8 ຫຼວງພະບາງ 16.875 431.439 215.440 215.999 26
9 ອຸດົມໄຊ 15.370 285.874 143.161 142.713 19
10 ຜົ້ງສາລີ 16.270 172.286 85.830 86.456 11
11 ໄຊຍະບູລີ 16.839 360.195 178.301 181.893 22
12 ສາລະວັນ 10.691 349.478 177.856 171.622 33
13 ສະຫວັນນະເຂດ 21.774 874.660 442.866 431.794 40
14 ເຊກອງ 7.665 92.624 46.749 45.830 12
15 ນະຄອນຫຼວງວຽງຈັນ 3.920 740.010 370.293 369.717 189
16 ວຽງຈັນ 22.554 454.660 223.392 231.269 20
17 ຊຽງຂວາງ 16.358 257.683 127.652 130.031 16
  ແຂວງທີ່ມີປະຊາກອນຫຼາຍກວ່າໝູ່ແມ່ນ ແຂວງສະຫວັນນະເຂດ (874.660 ຄົນ), ແຂວງທີ່ມີປະຊາກອນໜ້ອຍກວ່າໝູ່ແມ່ນ ແຂວງເຊກອງ(92.624 ຄົນ),ແຂວງທີ່ມີອັດຕາຄວາມໜາແໜ້ນ ສະເລ່ຍຫຼາຍກ່ວາໝູ່ແມ່ນ ນະຄອນຫຼວງວຽງຈັນ (189ຄົນ/ກມ²), ແຂວງທີ່ມີອັດຕາຄວາມໜາແໜ້ນໜ້ອຍກວ່າໝູ່ແມ່ນ ແຂວງຜົ້ງສາລີ(11ຄົນ/ກມ²), ແຂວງທີ່ມີເນື້ອທີ່ຫຼາຍກວ່າໝູ່ແມ່ນແຂວງວຽງຈັນ(22.554 ກມ²)ແລະ ແຂວງທີ່ມີເນື້ອທີ່ໜ້ອຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ(3.920 ກມ²)

--183.182.103.136 ໑໐:໕໘, ໓ ສິງຫາ ໒໐໑໓ (UTC)

ພາສາ[ດັດແກ້]

ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວຊື່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ

ຄວາມເປັນມາຂອງພາສາລາວ[ດັດແກ້]

ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ​. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.

ສາສະໜາ[ດັດແກ້]

ຄົນລາວສ່ວນຫຼາຍນັບຖື ສາສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຖັດຈາກ ສາສະໜາພຸດ ແມ່ນ ສາສະໜາ ບັນພະບູລຸດຂອງຊົນເຜົ່າມົ້ງ ຊຶ່ງກວມເອົາ ປະມານ 15% ໃນຂອບເຂດທົ່ວປະເທດ. ນອກຈາກນີ້ແລ້ວ ຍັງມີຊົນເຜົ່າກຸ່ມນ້ອຍອື່ນໆ ລວມທັງເຜົ່າລາວຈຳນວນໜຶ່ງ ນັບຖືສາສະໜາຄິດ ແລະ ອິສະລາມ ແຕ່ວ່າ ກວມເອົາອັດຕາສ່ວນໜ້ອຍຫຼາຍ. ສຳລັບ ສາສະໜາຄິດແລ້ວ, ສ່ວນຫຼາຍ ຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມ ທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາສະໜາອິສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ(ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາສະໜາ: [[ສາສະໜາພຸດ]] ນິກາຍເຖລະວາດ 60%

ວັດທະນະທຳ[ດັດແກ້]

ພຸດທະສາສະໜານິກາຍເຖລະວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ຊື່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ຊຶ່ງເປ້ນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫານຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.

ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ

ອາຫານລາວ[ດັດແກ້]

ລາບເປັນອາຫານລາວທີ່ມີຊື່ສຽງທົ່ວໂລກ.

ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.

ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.

ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້[໓][໔][໕] ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ[໖] ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.

ພະທາດຫຼວງ ນະຄອນຫຼວງວຽງຈັນ ສາສະໜາສະຖານທີ່ສຳຄັນທີ່ສຸດໃນສປປ ລາວ
ດ່ານຊ່ອງເມັກ ຊາຍແດນລາວ-ໄທ

ສະບາຍດີທຸກໆ ທ່ານ ຂ້າພະເຈົ້າເຫັນດີນຳຄຳວ່າອາຫານລາວ ແຕ່ວ່າຢາກມີຄຳເຫັນຢູ່ບ່ອນວ່າ "ຮູບພາບ ທີ່ບອກວ່າລາບ ນັ້ນ ໃນຈານບໍ່ແມ່ນລາບ ເພາະວ່າ ມີນໍ້າຫຼາຍໂພດ ແລະ ອອກແນວແບບຕ່າງປະເທດໂພດ ຖ້າເປັນລາບຂອງຄົນລາວ ຄົນລາວ ຕ້ອງເບີ່ງອອກໂລດ" ຂອບໃຈ

ການແບ່ງເຂດການປົກຄອງ[ດັດແກ້]

ຊື່ ຊື່ອັງກິດ ເມືອງເອກ ພື້ນທີ່ (km²) ປະຊາກອນ
(ປີ ຄ.ສ 2004)
1. ແຂວງອັດຕະປື Attapu ເມືອງສາມັກຄີໄຊ 10,320 121,320
2. ແຂວງບໍ່ແກ້ວ Bokeo ເມືອງຫ້ວຍຊາຍ 6,196 157,422
3. ແຂວງບໍລິຄຳໄຊ Bolikhamxai ເມືອງປາກຊັນ 14,863 248,378
4. ແຂວງຈຳປາສັກ Champasak ເມືອງປາກເຊ 15,415 634,756
5. ແຂວງຫົວພັນ Houaphan ເມືອງຊຳເໜືອ 16,500 302,809
6. ແຂວງຄຳມ່ວນ Kammouan ເມືອງທ່າແຂກ 16,315 360,304
7. ແຂວງຫຼວງນ້ຳທາ Louang Namtha ເມືອງຫຼວງນ້ຳທາ 9,325 156,667
8. ແຂວງຫຼວງພະບາງ Louang Phabang ເມືອງຫຼວງພະບາງ 16,875 431,439
9. ແຂວງອຸດົມໄຊ Oudomxai ເມືອງໄຊ 15,370 285,874
10. ແຂວງຜົ້ງສາລີ Phongsali ເມືອງຜົ້ງສາລີ 16,270 172,286
11. ແຂວງສາລະວັນ Salavan ເມືອງສາລະວັນ 10,691 349,478
12. ແຂວງສະຫວັນນະເຂດ Savannakhet ເມືອງໄກສອນ ພົມວິຫານ 21,774 874,660
13. ນະຄອນຫຼວງວຽງຈັນ Vientian Capital ນະຄອນຫຼວງວຽງຈັນ
(ປະກອບດ້ວຍເມືອງຈັນທະບູລີ,ສີສັດຕະນາກ,
ເມືອງໄຊເສດຖາ, ເມືອງສີໂຄດຕະບອງ
ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ)
3,920 740,010
14. ແຂວງວຽງຈັນ Vientian ເມືອງໂພນໂຮງ 22,554 454,660
15. ແຂວງໄຊຍະບູລີ Xaignabouli ເມືອງໄຊຍະບູລີ 16,389 360,195
16. ແຂວງເຊກອງ Xekong ເມືອງລະມາມ 7,665 92,624
17. ແຂວງຊຽງຂວາງ Xiangkouang ເມືອງແປກ(ໂພນສະຫວັນ) 16,358 257,683
ບັນດາແຂວງຕ່າງໆໃນປະເທດລາວ

ໃນວັນທີ່ 27 ກຸມພາ ຄ.ສ. 2006 ໄດ້ມີການຍຸບເຂດພິເສດໄຊສົມບູນ ໝາຍເລກ 13 ໃນແຜນທີ່ ຢ່າງເປັນທາງການ ອີງຕາມດຳລັດນາຍົກລັດຖະມົນຕີທີ 10/ນຍ. ລົງວັນທີ່ 13 ມັງກອນ ຄ.ສ. 2006 ໂດຍເມືອງທ່າໂທມ ຖືກລວມເຂົ້າກັບ ແຂວງຊຽງຂວາງ ແລະ ເມືອງໄຊສົມບູນ ຖືກລວມເຂົ້າກັບ ແຂວງວຽງຈັນ

ວັນສຳຄັນ[ດັດແກ້]

ເທດສະການ ແລະ ວັນພັກລັດຖະການ
ວັນທີ ຊື່ ໝາຍເຫດ
1 ມັງກອນ ບຸນປີໃໝ່ສາກົນ ວັນພັກທາງລັດຖະການ
20 ມັງກອນ ວັນສ້າງຕັ້ງກອງທັບ ວັນພັກທາງລັດຖະການ
ປາຍເດືອນມັງກອນ/ຕົ້ນເດືອນກຸມພາ ວັນກຸດຈີນ ແລະ ກຸດຫວຽດ ວັນຂື້ນປີໃໝ່ຂອງຄົນຈີນ ແລະ ຫວຽດນາມຕາມປະຕິທີນຈັນທະຄະຕິ ປະເທດລາວຂ້ອນຂ້າງໃຫ້ຄວາມສຳຄັນກັບວັນນີ້ ເພາະວ່າລາວເຮົາມີຄວາມສຳພັນໃກ້ຊິດກັບຫວຽດນາມ ແລະ ຈີນ. ມີຄົນຫວຽດນາມ

ແລະ ຄົນຈີນ ຫຼາຍສົມຄວນເຂົ້າມາອາໃສຢູ່ໃນປະເທດລາວ

ກຸມພາ ມາຄະບູຊາ ບຸນວັດພູ ແລະ ບຸນພະທາດສີໂຄດຕະບອງ ຂື້ນກັບປະຕິທີນຈັນທະຄະຕິ
ກຸມພາ ບຸນເຂົ້າຈີ່ ຂື້ນກັບປະຕິທີນຈັນທະຄະຕິ ເປັນບຸນທີ່ຈັດຂື້ນຫຼັງຈາກເກັບກ່ຽວສຳເລັດແລ້ວ
ມີນາ ບຸນພະເວດ ນິຍົມກັນຈັດໃນເດືອນ 4 ຕາມປະຕິທີນຈັນທະຄະຕິຂອງລາວ
8 ມີນາ ວັນແມ່ຍິງສາກົນ ວັນພັກທາງລັດຖະການ
22 ມີນາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນພັກທາງລັດຖະການ
ເມສາ ປະມານວັນທີ 14-16 ບຸນປີໃໝ່ລາວ ມື້ທຳອິດຂອງວັນປີໃໝ່ເອີ້ນວ່າ ວັນສັງຂານລ່ວງ ມື້ທີສອງເອີ້ນວ່າ ວັນເນົາ ມື້ທີ່ສາມເອີ້ນວ່າ ວັນສັງຂານຂື້ນ (ບາງປີມີວັນເນົາ 2 ວັນ

ເຮັດໃຫ້ເລີ່ມບຸນວັນທີ 13-16 ກໍມີ ຫຼື ບາງປີກໍເລີ່ມ ວັນທີ 14-17 ກໍມີ ແລ້ວແຕ່ການຄຳນວນຕາມປະຕິທີນຈັນທະຄະຕິຂອງລາວ ແລະ ເປັນວັນພັກທາງລັດຖະການ

1 ພຶດສະພາ ວັນກຳມະກອນສາກົນ ວັນພັກທາງລັດຖະການ
ພຶດສະພາ ວັນວິສາຂະບູຊາ ຂື້ນກັບປະຕິທີນຈັນທະຄະຕິ
ພຶດສະພາ ບຸນບັ້ງໄຟ ມັກຈັດໃນເດືອນ 6 ຫຼືເດືອນ 7 ຕາມປະຕິທີນຈັນທະຄະຕິ ເປັນເທດສະການກ່ຽວກັບການຂໍຝົນ
1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເປັນວັນທີ່ລັດສົ່ງເສີມໃຫ້ປະຊາຊົນປູກຕົ້ນໄມ້
ກໍລະກົດ ບຸນອາສາລະຫະບູຊາ ຂື້ນກັບປະຕິທີນຈັນທະຄະຕິ
ກໍລະກົດ ບຸນເຂົ້າພັນສາ ຂື້ນກັບປະຕິທີນຈັນທະຄະຕິ
ສິງຫາ ບຸນຫໍ່ເຂົ້າປະດັບດິນ ຈັດຂື້ນໃນວັນແຮມ 14 ຄ່ຳເດືອນ 9 ຕາມປະຕິທິນຈັນທະຄະຕິ ເປັນການລະນຶກເຖິງຜູ້ທີ່ລ່ວງລັບໄປແລ້ວ
ກັນຍາ ບຸນຫໍ່ເຂົ້າສະຫຼາກ ຈັດຂື້ນໃນວັນຂື້ນ 15 ຄ່ຳເດືອນ 10 ຕາມປະຕິທິນຈັນທະຄະຕິ
7 ຕຸລາ ວັນຄູແຫ່ງຊາດ ເປັນວັນລະນຶກເຖິງຄຸນຂອງຄູ(ນາຍຄູຄຳ)
ຕຸລາ ບຸນອອກພັນສາ ສີ້ນສຸດລະດູຝົນ ມີການແຂ່ງເຮືອ ແລະ ໄຫຼເຮືອໄຟ ( ມີທັງ ເຮືອໄຟໂຄກ ແລະ ເຮືອໄຟນ້ຳ )
ພະຈິກ ບຸນທາດຫຼວງ ເປັນນະມັດສະການພະທາດຫຼວງວຽງຈັນ
ພະຈິກ ບຸນທອດກະຖິນ ຈັດຂື້ນໃນເດືອນ 12 ຕາມປະຕິທິນຈັນທະຄະຕິ
2 ທັນວາ ວັນຊາດ ເປັນວັນສະຖາປະນາ ສ.ປ.ປ ລາວ ແລະ ວັນພັກທາງລັດຖະການ
31 ທັນວາ ວັນສີ້ນປີ

ການຄົມມະນາຄົມ[ດັດແກ້]

ການ​ພັດທະນາ​ລະ ບົບ​ຄົມມະນາຄົມ-​ຂົນ​ສົ່ງ ​ເປັນ​ລະບົບ​ທັນ​ສະ​ໄຫມ​ນັ້ນ ຈະ​ເປັນ​ປັດ​​ໄຈ​ສຳຄັນ ​ແຫ່ງ​ການ​ຫັນປ່ຽນ ປະ​ເທດ​ລາວ ຈາກ​ການ​ເປັນ Land Lock ສູ່​ການ​ເປັນ Land Link ຫຼື ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ໃຈກາງ​ເຊື່ອມ​ໂຍງ ດ້ານ​ການ​ຄົມມະນາຄົມ-ຂົນ​ສົ່ງ,​ ການ​ຄ້າ,​ ການທ່ອງທ່ຽວ ​ແລະ ດ້ານ​ອື່ນໆອີກ ​ໃນ​ອະນຸ​ພາກພື້ນ. ສ່ວນ ​ແຜນການ​ ພັດທະນາ ຂະແໜງກະສິກຳ ໄປຕາມ ທິດຍົກສູງສະມັດຖະພາບ ແລະ ຄຸນນະພາບ ຂອງຜົນຜະລິດ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ຈະ​ສົ່ງເສີມ​ການ​ ກະສິກຳ​ ອີນຊີ-ປອດ​ສານພິດ ​ແລະ ການ​ປູກ​ພືດ​ສີນ​ຄ້າ​ມູນ​ຄ່າ​ສູງ;​ ພ​້ອມກັນນັ້ນ ກໍ​ຈະປະຕິບັດຍຸດທະ ສາດດ້ານປ່າໄມ້ໃຫ້ເປັນຈິງ ໂດຍສະເພາະ ແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ກວມເຖິງ 65% ຂອງ ເນື້ອທີ່ທົ່ວປະເທດ ໃນປີ 2015.

ເສັ້ນທາງບົກ[ດັດແກ້]

ປະເທດລາວມີທາງຫຼວງດ້ວຍກັນທັງໝົດ 45,416 ກິໂລແມ້ດ ໃນນັ້ນ, ທາງປູຢາງ ກວມເອົາ 18,326.5 ກິໂລແມັດ ແລະ ທີ່ເຫຼືອອີກ 27,089 ກິໂລແມ້ດ ແມ່ນເປັນທາງດີນແດງ ແລະ ປູຫີນອ່ອນ. ບັນດາເສັ້ນທາງທີ່ສຳຄັນຂອງ ສປປ ລາວເຮົາ ແມ່ນ ເສັ້ນທາງເລກທີ່ 13 ທີ່ເຊື່ອມຕໍ່ແຕ່ເໜືອສຸດ ຮອດໃຕ້ສຸດ, ເລກທີ 9 ທີ່ເຊື່ອມຕໍ່ແຂວງ ສະຫວັນນະເຂດ ໄປຫາ ຊາຍແດນ ລາວບ່າວ, ເລກທີ 12 ຈາກແຂວງຈຳມ່ວນ ໄປຫາ ຊາຍແດນລາວ-ຫວຽດນາມ, ແລະ ທາງເລກທີ່ 8 ຈາກບໍລິຄຳໄຊ ຫາຊາຍແດນ ລາວ-ຫວຽດນາມ. ນອກຈາກນີ້, ຍັງມີເສັ້ນທາງເລກທີ່ 11 ທີ່ເຊື່ອມຕໍ່ ຈາກນະຄອນຫຼວງວຽງຈັນ ລຽບຕາມແຄມແມ່ນ້ຳຂອງ ໄປຫາແຂວງໄຊຍະບູລີ ຊຶ່ງມີລວງຍາວທັງໝົດ ປະມານ 400 ກິໂລແມັດ, ຊຶ່ງໃນນີ້ 80% ແມ່ນໄດ້ປູຢາງມາດຕະຖານແລ້ວ, ສ່ວນທີ່ເຫຼືອ ແມ່ນຢູ່ໃນຂັ້ນຕອນ ກຳລັງປັບປຸງການກໍ່ສ້າງ. ນອກຈາກນີ້ແລ້ວ, ຍັງມີເສັ້ນທາງ ເລກທີ 11A ທີ່ເຊື່ອມຕໍ່ຈາກ ແຂວງໄຊຍະບູລີ ໄປຫາຊາຍແດນ ພູດູ່ ລາວ-ໄທ, ເສັ້ນທາງ ເລກທີ່ 7 ທີ່ເຊື່ອມຕໍ່ ແຕ່ເມືອງພູຄູນ ຂອງແຂວງຫຼວງພະບາງ ໄປຫາ ແຂວງຊຽງຂວາງ ແລະ ເຊື່ອມຕໍ່ ໄປຫາ ດ່ານນ້ຳກັ່ນ ຊາຍແດນ ລາວ-ຫວຽດນາມ.


ເສັນທາງລົດໄຟ[ດັດແກ້]

ສະຖານີລົດໄຟທ່ານາແລ້ງ

ໃນປັດຈຸບັນປະເທດລາວເກືອບບໍ່ມີລະບົບລົດໄຟ ໃນປີ ຄ.ສ. 2007 ຈຶງໄດ້ມີການກໍ່ສ້າງລາງຕໍ່ຈາກເຄືອຂ່າຍລົດໄຟປະເທດໄທ ອອກໄປ 3.5 ກິໂລແມັດ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທຳອິດ ເຂົ້າສູ່ປະເທດລາວ ແລະ ໄດ້ມີການສຳຫຼວດເພື່ອສ້າງຕໍ່ໄປອີກ 12 ກິໂລແມ້ດ ໄປຍັງວຽງຈັນ ນອກຈາກນັ້ນ ປະເທດລາວ ກໍ່ຍັງບໍ່ມີການຄົມມະນາຄົມຕິດຕໍ່ກັບປະເທດອື່ນອີກທາງລົດໄຟ ເຖິງວ່າ ຈະມີຂໍ້ສະເໜີໃນການສ້າງລົດໄຟຕິດຕໍ່ກັບປະເທດຫວຽດນາມ ມາກ່ອນກໍ່ຕາມ ປະເທດເພື່ອນບ້ານຕ່າງໆ ໃຊ້ຮາງຂະໜາດ 1000 ມິນລິແມ້ດ ຮວມທັ້ງຮາງທີ່ໄປຮອດຍູນນານໃນປະເທດຈີນ.

  • ການກໍ່ສ້າງທາງລົດໄຟລາວ-ຈີນ

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ອີງໃສ່ການພົວພັນລະຫວ່າງອາຊຽນ-ຈີນທີ່ນັບມື້ຂະຫຍາຍຕົວທັງໄດ້ຕົກລົງສ້າງເຂດການຄ້າເສລີອາຊຽນ-ຈີນນັບແຕ່ປີ 2010 ເປັນຕົ້ນໄປ. ການສ້າງເສັ້ນທາງລົດໄຟເຊື່ອມຕໍ່ກັບບັນດາປະເທດອາຊຽນ, ສປ ຈີນ ໄດ້ເລືອກເອົາເສັ້ນທາງທີ່ຜ່ານປະເທດລາວທີ່ເຫັນວ່າມີໄລຍະທາງ ສັ້ນທີ່ສຸດໃນຈຳນວນ 3 ເສັ້ນທາງທີ່ໄດ້ປຶກສາຫາລືກັນໃນປີ 1996. ເສັ້ນທາງລົດໄຟທີ່ຖືກເລືອກແມ່ນເປັນເສັ້ນຜ່ານກາງເລີ່ມແຕ່ສິງກະໂປ ຜ່ານມາເລເຊຍເຂົ້າບາງກອກ ປະເທດໄທ ແລ້ວຕໍ່ໃສ່ນະຄອນຫຼວງວຽງຈັນຂອງ ສປປ ລາວ ຂຶ້ນໄປຫາຊາຍແດນລາວ-ຈີນແລ້ວກ້າວສູ່ ຄຸນມິງລວມຄວາມຍາວ 3.640 ກິໂລແມັດ ແຕ່ດ້ວຍການຕົກລົງເຫັນດີຂອງການນຳສອງປະເທດເພື່ອຍົກລະດັບການພົວພັນລາວ-ຈີນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຈະສ້າງເສັ້ນທາງເຊື່ອມຕໍ່ແຕ່ຊາຍແດນຈີນ-ລາວເຂົ້າຫາ ນະຄອນຫຼວງວຽງຈັນ ແລະ ເຊື່ອມຕໍ່ກັບໄທກ່ອນ ຫຼັງຈາກນັ້ນ ຈິ່ງຂະຫຍາຍຕໍ່ຈາກນະຄອນຫຼວງວຽງຈັນ ລົງໄປທ່າແຂກຕໍ່ໃສ່ຊາຍແດນລາວ-ຫວຽດນາມ. ໄລຍະທາງແຕ່ຈຸດຊາຍແດນລາວ-ຈີນ ເຖິງນະຄອນຫຼວງວຽງຈັນ ມີລວງຍາວທັງຫມົດປະມານ 421 ກິໂລແມັດ ໃນນັ້ນ ເສັ້ນທາງຕ້ອງຜ່ານອຸບມຸງໃນຄວາມຍາວ 190 ກວ່າກິໂລແມັດ ແລະ ໄດ້ສ້າງຂົວຍາວ 90 ກິໂລແມັດ ຫຼືສະເລ່ຍເສັ້ນທາງຜ່ານທັງອຸບມຸງ-ຂົວກວມເອົາ 2/3 ຂອງເສັ້ນທາງທັງຫມົດ ແລະ ຈະໄດ້ໃຊ້ທຶນສູງເຖິງ 7 ຕື້ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຕາມແຜນ ຈະເລີ່ມລົງມືກໍ່ສ້າງໃນວັນທີ 25 ເມສາປີ 2011 ທີ່ຈະມາເຖິງ ໂດຍຈະໃຊ້ເວລາ 4 ປີໃຫ້ສໍາເລັດເພື່ອເປັນຂອງຂວັນຮັບຕ້ອນວັນສະຖາ ປະນາ ສປປ ລາວ ຄົບຮອບ 40 ປີ. ເພື່ອກໍ່ສ້າງເສັ້ນທາງສາຍສຳຄັນນີ້ ໃຫ້ສຳເລັດຕາມແຜນໄດ້ສ້າງຕັ້ງບໍລິສັດຮ່ວມທຶນລາວ-ຈີນໂດຍແບ່ງອັດຕາສ່ວນ ໃນການປະກອບຮຸ້ນຄື: ຝ່າຍຈີນປະກອບເປັນເງິນສົດ, ອຸປະກອນ ແລະ ຖືຮຸ້ນ 70%, ສ່ວນຝ່າຍລາວກໍ່ປະກອບເປັນເງິນສົດ, ວັດຖຸກໍ່ ສ້າງຈຳນວນຫນຶ່ງຖືຄອງຮຸ້ນ 30% ແລະ ຍັງສາມາດເພີ່ມຮຸ້ນໄດ້ຕາມການພັດທະນາເສດຖະກິດສັງຄົມ. ລາງລົດໄຟໃນສາຍນີ້ ແມ່ນເອົາຕາມມາດຕະຖານສາກົນທີ່ມີລວງກວ້າງ 1,435 ແມັດ, ແລ່ນດ້ວຍກະແສໄຟຟ້າສາ ມາດປ້ອງກັນການສັ່ນສະເທືອນຂອງແຜ່ນດິນໄຫວ ໃນລະດັບ 7 ລິກເຕີ. ສຳລັບມາດຕະຖານຄວາມໄວແມ່ນກຳນົດ 200 ກິໂລແມັດຕໍ່ ຊົ່ວໂມງ (ສະເພາະລົດໄຟໂດຍສານ) ແລະ 120 ກິໂລແມັດຕໍ່ຊົ່ວໂມງ (ສຳລັບລົດໄຟຂົນສົ່ງສິນຄ້າ). ດ້ານການກໍ່ສ້າງແມ່ນອີງໃສ່ມາດ ຖານເຕັກນິກຂອງຈີນທີ່ໂລກຍອມຮັບແລ້ວ ແລະຈະມີດ້ວຍກັນ 5 ສະຖານີໃຫຍ່ຄື: ສະຖານີບໍ່ເຕັມ, ເມືອງໄຊ, ຫຼວງພະບາງ, ວັງວຽງ, ນະຄອນຫຼວງວຽງຈັນ ພ້ອມນັ້ນ ກໍ່ຈະມີສະຖານີນ້ອຍອີກຈຳນວນຫນຶ່ງລວມ 21 ສະຖານີ. ຫຼັງຈາກເສັ້ນທາງສ້າງສຳເລັດຈະກາຍເປັນແຮງດັນອັນສຳຄັນຕໍ່ການຍູ້ການເຕີບໂຕທາງເສດຖະກິດຂອງສປປ ລາວ ຫຼື ແມ່ນແຕ່ ເວລາກໍ່ສ້າງກໍ່ເປັນຜົນດີບໍ່ໜ້ອຍສຳລັບພະນັກງານວິຊາການ, ກຳມະກອນ ເພາະໂຄງການດັ່ງກ່າວ ຄາດຈະຕ້ອງການແຮງງານຫຼາຍ ເຖິງ 50 ພັນ ຄົນເຂົ້າຮ່ວມ. ເຖິງຢ່າງໃດກໍ່ຕາມ ສາຍທາງເສັ້ນປະຫວັດສາດນີ້ ແມ່ນແນໃສ່ສ້າງເພື່ອຂົນສົ່ງສິນຄ້າເປັນຄວາມຫວັງໃຫຍ່ ແຕ່ປະຈຸບັນລາວຍັງມີສິນຄ້າບໍ່ຫຼາຍເທົ່າທີີ່ຄວນ ສະນັ້ນ ປະຊາຊົນລາວຕ້ອງເພີ່ມການຜະລິດໃຫ້ຫຼາຍຂຶ້ນ.

ເສັ້ນທາງນ້ຳ[ດັດແກ້]

ປະເທດລາວມີແມ່ນ້ຳທີ່ໃຊ້ໃນການຄົມມະນາຄົມໄດ້ 4,587 ກິໂລແມ້ດ ສ່ວນໃຫຍ່ແມ່ນນ້ຳຂອງ ແລະ ສາຂາຂອງມັນທີ່ແຍກອອກໄປ ແລະ ອີກ 2,897 ກິໂລແມັດ ທີ່ບາງສ່ວນໃຊ້ໃນການຄົມມະນາຄົມໄດ້ ດ້ວຍເຮືອທີ່ເລິກໄປຈາກຜິວນ້ຳບໍ່ກາຍເຄິ່ງແມັດ.

ທາງອາກາດ[ດັດແກ້]

ປະເທດລາວມີສະໜາມບິນທັງໝົດ 52 ແຫ່ງເຊິ່ງມີຢູ່ພຽງ 9 ແຫ່ງເທົ່ານັ້ນທີ່ມີລັນເວລາດຍາງ ສ່ວນອີກ 43 ແຫ່ງບໍ່ມີ ແລະ ສະໜາມບິນທີ່ລາດຍາງ ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນປາກເຊ ແລະ ສະໜາມສາກົນຫຼວງພະບາງ ທີ່ມີລະຍະທາງຫຼາຍກ່ວາ 2,438 ແມັດ ສ່ວນທີ່ເຫຼືອມີລັນເວລາດຍາງ ສະໜາມບິນສີ່ແຫ່ງມີລັນເວຍາວ 1,524 - 2,437 ແມັດ ແລະ ສີ່ແຫ່ງທີ່ເຫຼືອມີລະຍະທາງລະຫວ່າງ 914 - 1,523 ແມ້ດ ສະໜາມບິນທີ່ເຫຼືອບໍ່ມີລັນເວຍ໌ລາດຍາງມີຈຳນວນ 43 ແຫ່ງ ມີສະໜາມບິນພຽງແຫ່ງດຽວເທົ່ານັ້ນທີ່ມີຄວາມຍາວຫຼາຍກ່ວາ 1,524 ແມ້ດ; 17 ແຫ່ງມີຄວາມຍາວລະຫວ່າງ 914 - 1,523 ແມ້ດ ສ່ວນອີກ 25 ແຫ່ງສຸດທ້າຍມີຄວາມຍາວນ້ອຍກວ່າ 914 ແມ້ດ

ສາຍການບິນ[ດັດແກ້]

ສະໜາມບິນ[ດັດແກ້]

ອັນດັບເວທີລະຫວ່າງປະເທດ[ດັດແກ້]

ອົງກອນ ຫົວຂໍ້ສຳຫຼວດ ອັນດັບທີ
Heritage Foundation/
The Wall Street Journal
ດັດຊະນີເສລີພາບທາງດ້ານເສດຖະກິດ
(Index of Economic Freedom)
149 ຈາກ 157
ອົງການສື່ໄຮ້ພົມແດນ ດັດຊະນີເສລີພາບສື່ໂລກ
(Worldwide Press Freedom Index)
156 ຈາກ 167
ອົງການຄວາມໂປ່ງໃສນາໆຊາດ ດັດຊະນີການຮັບຮູ້ເຖິງການທຸດຈະລິດ
(Corruption Perceptions Index)
163 ຈາກ 179
ອົງການສະຫະປະຊາຊາດເພື່ອການພັດທະນາ ດັດຊະນີພັດທະນາມະນຸດ
(Human Development Index)
130 ຈາກ 177

ເຫດການສຳຄັນ[ດັດແກ້]

ມະຫະກຳກີລາມະຫາວິທະຍາໄລອາຊຽນ

ເບີ່ງຕື່ມ[ດັດແກ້]

ບ້ານ ນາຫວ້າ

  1. "Report for Selected Countries and Subjects". World Economic Outlook Database. International Monetary Fund. October 2012. ສືບຄົ້ນເມືອ 22 January 2013. 
  2. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  3. Locations - ::WELCOME TO:: LAOWINHOTEL - Vientiane (Laos)
  4. รวมทริปท่องเที่ยวเวียงจันทน์ ลาว - BlogGang.com
  5. "คนลาว" ....เรียบง่ายแต่มีความสุข
  6. Just Another Beer? Not to Those in Laos - NYTimes.com

ແຫຼ່ງຂ້ໍມູນອື່ນ[ດັດແກ້]

ຊອກຫາເພີ່ມກ່ຽວກັບ ປະເທດລາວ ບົນໂຄງການພີ່ນ້ອງຂອງວິກິພີເດຍ :
Wiktionary-logo-en.png ວັດຈະນານຸກົມແລະຄຳແປ
Wikibooks-logo.svg ໜັງສືແລະຕຳລາ
Wikiquote-logo.svg ຄຳຄົມແລະສຸພາສິດ
Wikisource-logo.svg ເອກກະສານຕົ້ນສະບັບ
Commons-logo.svg ພາບ ສຽງ ແລະ ສື່
Wikinews-logo.svg ຂ່າວ
Wikiversity-logo-en.svg ແຫຼ່ງຮຽນຮູ້