ການບິນລາວ

ຈາກ ວິກິພີເດຍ
ການບິນລາວ
Lao Airlines
IATA
QV
ICAO
LAO
Callsign
LAO
ສ້າງຕັ້ງ19 ມັງກອນ 1976 (46 ປີ)
ສູນການບິນສະໜາມບິນສາກົນວັດໄຕ
ສະໜາມບິນສາກົນຫຼວງພະບາງ
Frequent flyer programຈຳປາເມືອງລາວ
ຂະຫນາດຝູງບິນ11
ຈຸດຫມາຍ23
ສູນໃຫຍ່ນະຄອນຫລວງວຽງຈັນ
ທຸງຊາດຂອງປະເທດລາວ ປະເທດລາວ
ບຸກຄົນສໍາຄັນທ່ານ ຄຳຫຼ້າ ພົມມະວັນ
ເວັບໄຊຕ໌: https://www.laoairlines.com

ການບິນລາວ ເປັນສາຍການບິນແຫ່ງຊາດ ຂອງ ສປປລາວ ໃຫ້ບໍລິການທາງດ້ານການຂົນສົ່ງທາງອາກາດ ໃນເສັ້ນທາງພາຍໃນປະເທດ 7 ແຫ່ງ, ແລະ ໃຫ້ບໍລິການການບິນໄປສູ່ບັນດາປະເທດອ້ອມຂ້າງຄື: ສາທາລະນະລັດປະຊາຊົນຈີນ, ຣາຊະອານາຈັກໄທ, ຣາຊະອານາຈັກກຳປູເຈຍ,ສາທາລະນະລັດສັງຄົມນິຍົມຫວຽດນາມ,ສິງກະໂປ,ເກົາຫຼີ.

ສຳນັກງານໃຫຍ່ຕັ້ງຢູ່ທີ່ ສະໜາມບິນສາກົນວັດໄຕ ຕູ້ ປ.ນ 6441 ໂທລະສັບ +856 21 513 150 ແຟັກ +856 21 512 004

ຫ້ອງການຂາຍປີ້ການບິນລາວ ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ https://goo.gl/maps/W8FqgE9wxyQ2

ສາຍດ່ວນ : 1626 ຫຼື +856 21 212051-54
ເວັບໄຊທ໌: https://www.laoairlines.com/
Facebook: Lao Airlines
Line: Lao Airlines
Instagram: Lao Airlines
Twitter: Lao Airlines
Youtube Channel: Lao Airlines

ປະຫວັດ[ດັດແກ້]

ການຂົນສົ່ງທາງອາກາດ ຂອງລາວໄດ້ກຳເນີດເກີດຂຶ້ນໃນຊຸມປີ 1960 ເປັນຕົ້ນມາ  ເຊິ່ງພາກສ່ວນໜຶ່ງ ແມ່ນການບິນຂອງ ລະບອບເກົ່າສ້າງຂຶ້ນ ແລະ ອີກພາກສ່ວນໜຶ່ງແມ່ນການບິນຂອງແນວລາວຮັກຊາດ ​ເຊິ່ງ​ພະນັກງານ​ໄດ້​ຮັບ​ການ​ກໍ່ສ້າງຢູ່ບັນດາປະເທດສັງຄົມນິຍົມ.  ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ​ໃນ​ປີ 1975 ຈຶ່ງໄດ້ເຕົ້າໂຮມເອົາພາຫະນະ ​ແລະ​ພະນັກງານ​ຂອງທັງ 2 ຝ່າຍເຂົ້າກັນ ແລະ ສ້າງຕັ້ງການບິນລາວ ຂຶ້ນໃນວັນທີ 19 ມັງກອນ 1976 ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ກົມ​ການບິນ​ພົນລະ​ເຮືອນ​ແລະ​ ຢູ່ພາຍໃຕ້ການຊີ້ນຳຂອງກະຊວງປ້ອງກັນປະເທດ.  ໜ້າທີ່ຂອງການບິນລາວ ໃນໄລຍະນັ້ນແມ່ນຮັບໃຊ້ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ພົນລະເຮືອນທົ່ວໄປ. ເຮືອບິນທີ່ນຳໃຊ້ແມ່ນ ເຊ 123 (C-123) , ເຊ 47 (C-47), ເດເຊ 4 (​DC-4), ອ່ານ 2(AN-2), ມີ 8(MI-8), ອ່ານ 24 (AN-24) ແລະ ອ່ານ 26 (AN-26).

             ໃນປີ 1977 ຍ້ອນຄວາມຮຽກຮ້ອງຕ້ອງການຂອງສົງຄົມຜູ້ຊົມໃຊ້ບໍລິການເພິ່ມຂຶ້ນ ບໍລິສັດ ການບິນລາວ ຈຶ່ງໄດ້ເປີດກວ້າງເສັ້ນທາງບິນສູ່ຕ່າງປະເທດເຊັ່ນ ຮ່າໂນ້ຍ, ບາງກອກ ແລະ ພະນົມເປັນ ແລະ ໃນປີ 1985 ການບິນລາວຈຶ່ງໄດ້ເລີ່ມຫັນຈາກລະບົບການ ບໍລິຫານໃຫ້ເປັນແບບວິຊາການ ເພື່ອເປັນການສ້າງລາຍຮັບ ແລະ ການເພີ່ມພາລະບົດບາດ. ການບິນຮັບໃຊ້ວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກ-ລັດໄດ້ເລັງເຫັນເຖິງຄວາມສຳຄັນດັ່ງກ່າວ ຈຶ່ງໄດ້ແບ່ງເຮືອບິນ AN-24 (ອ່ານ ຊາວສີ່) ຈຳນວນ 4 ລຳ, AN-2 (ອ່ານ 2) ຈໍານວນ 4 ລຳ ແລະ Mi-8 (ມີ່ 8) ຈໍານວນ 2 ລຳ​ໃຫ້ພ້ອມດ້ວຍພາຫານະ ຮັບໃຊ້ພາກພື້ນດິນໃຫ້ແກ່ການບິນລາວເພື່ອໃຊ້ເຂົ້າໃນວຽກງານການບິນ. ມາເຖິງວັນທີ 18 ມີນາ 1989 ການບິນລາວທີ່ຂຶ້ນກັບກະຊວງປ້ອງການປະເທດກໍໄດ້ຖືກໂອນໄປໃຫ້ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ແລະ ວັນທີ່ 23 ພຶດສະພາ 1989 ການບິນລາວຈຶ່ງໄດ້ແຍກຕົວ ອອກຈາກກົມການບິນພົນລະເຮືອນ ສ້າງຕັ້ງ​ເປັນບໍລິສັດການບິນລາວ ທີ່ເປັນຫົວໜ່ວຍທຸລະກິດ ຢ່າງຂາດຕົວຂຶ້ນຢ່າງເປັນທາງການ ​ໂດຍມີການໄລ່ລຽງລາຍຮັບລາຍຈ່າຍດ້ວຍຕົນເອງ.

                ​ໃນປີ 1990 ບໍລິສັດການບິນລາວ ໄດ້ເຊັນສັນຍາການຮ່ວມທຶນກັບ ບໍລິສັດ ແດນຈາງ ຂາເຂົ້າ-ຂາອອກ ເພື່ອສ້າງຕັ້ງ​ເປັນ​ບໍລິສັດ​ການບິນ​ລາວ (ສາຍ​ຕ່າງປະ​ເທດ) ໂດຍເຊົ່າເຮືອບິນ TU154 (ຕູ ຮ້ອຍຫ້າສິບສີ່) ນຳສາຍການບິນ ບານການ ແອລາຍສ໌ - ບຸນກາລີ ​ເປັນ​ເວລາ​ນຶ່ງ​ປີ ຫລັງ​ຈາກ​ນັ້ນ​ໄດ້ເຊົ່າ BOEING 737 (ໂບອິງ ເຈັດ ສາມ ເຈັດ) ຈາກ IAL Miami America (ໄອເອແອລ ໄມອາມີ ອາເມລິກາ) ມາ​ນຳ​ໃຊ້​ແຕ່​ບໍ່​ມີ​ປະສິດທິ​ຜົນ. ບໍລິສັດ​ແດນ​ຈາງ ຂາ​ເຂົ້າ-ຂາ​ອອກ ​ໄດ້​​ໄປ​ຊອກ​ຄູ່ຮ່ວມທຶນ​​ໃໝ່​ຄື: ​ບໍລິສັດ ຊີ​ທີ​ເອ ​ເອສ໌ (CTAS) ຈາກ​ຮົງ​ກົງ ​ແລະ​ໄດ້​ດຳ​ເນີນ​ທຸລະ​ກິດ​ຮອດ​ປີ 1994. ​ເນື່ອງ​ຈາກ​ທຸລະ​ກິດ​ບໍ່​ມີ​ປະສິດທິ​ຜົນ ບໍລິສັດ ​ແດນ​ຈາງ ຈຶ່ງ​ໄດ້​ຖອນ​ຕົວ ​ແລະ​ບໍລິສັດ ຊີ​ທີ​ເອ​ເອສ໌ ຈຶ່ງ​ໄດ້ຮ່ວມກັບສາຍການບິນຢຸນນານແອລາຍສ໌ ເພື່ອ​ບິນ​ເສັ້ນ​ບິນ​ສາຍຕ່າງປະເທດ ຈົນ​ຮອດ ວັນ​ທີ 30 ທັນວາ 1996​. ​ໃນວັນທີ 1 ມັງກອນ 1997 ຈຶ່ງໄດ້ລວມເອົາເສັ້ນບິນສາຍພາຍໃນ ປະເທດເຂົ້ານຳກັນ ແລ້ວເອີ້ນຊື່ວ່າ ການບິນລາວຮ່ວມພັດທະນາຈຳກັດ (Lao Aviation Joint Development Company Limited),​ ໄດ້​ດຳ​ເນີນ​ທຸລະ​ກິດ​ເປັນ​ເວລາ 1 ປີກັບ 4 ເດືອນ ດ້ວຍ​ຮູບ​ການ​ເຊົ່າ​ພາຫະນະ​ການ​ຜະລິດ​ທັງ​ໝົດ​ນຳ​ລັດຖະບານ. ​ແຕ່​ວ່າການ​ດຳ​ເນີນ​ທຸລະ​ກິດບໍ່ມີປະສິດທິຜົນ   ຈາກນັ້ນການບິນລາວຮ່ວມພັດທະນາຈຳກັດກໍ່ໄດ້ຢຸດຕິ​ການ​ເຄື່ອນ​ໄຫວ ແລະ ໃນວັນທີ 14 ພຶດສະພາ 1998 ​ໄດ້​ຖືກໂອນກັບມາເປັນ ລັດວິສາຫະກິດ ການບິນລາວ ຄືເກົ່າຈົນເຖິງປະຈຸບັນ. ໃນປີ 2007 ແລະ 2008 ໃນ ລັດວິສາຫະກິດການບິນລາວໄດ້ຮັບລາງວັນ ດີເດັ່ນ http://www.laoairlines.com/?contentkey=pages&id=55

ການໃຫ້ບໍລິການ[ດັດແກ້]

Lao Airlines ATR72-500 at Wattay International Airport, Vientiane
Lao Airlines ATR72-200 (RDPL-34132) with plumeria livery at Pakse International Airport, Laos.

ລັດວິສາຫະກິດການບິນລາວ ໄດ້ໃຫ້ບໍລິການເສັ້ນທາງບິນຕໍ່ໄປນີ້:

ເສັ້ນທາງພາຍໃນປະເທດ[ດັດແກ້]

ທຸງຊາດຂອງປະເທດລາວ ປະເທດລາວ

ເສັ້ນທາງລະຫວ່າງປະເທດ[ດັດແກ້]

ທຸງຊາດຂອງສິງກະໂປ ສິງກະໂປ
ທຸງຊາດຂອງປະເທດກຳປູເຈຍ ກຳປູເຈຍ
ທຸງຊາດຂອງໄທ ໄທ
ທຸງຊາດຂອງຫວຽດນາມ ຫວຽດນາມ
ທຸງຊາດຂອງເກົາຫຼີໃຕ້ ເກົາຫຼີໃຕ້

ສາຍການບິນຮ່ວມ[ດັດແກ້]

ສາຍການບິນລາວມີສາຍການບິນຮ່ວມ codeshare agreements ກັບສາຍການບິນລຸ່ມນີ້:

ຝູງບິນ[ດັດແກ້]

ໃນປັດຈຸບັນການບິນລາວມີຝູງບິນປະຈຳການດັ່ງຕໍ່ໄປນີ້: [1]

ຝູງບິນການບິນລາວ
ຊະນິດເຮືອບິນ ກຳລັງໃຫ້ບໍລິການ ສັ່ງເພີ່ມ ຈຳນວນຕັ່ງໂດຍສານ ໝາຍເຫດ
ຊັ້ນທຸລະກິດ ຊັ້ນປະຢັດ ລວມ
Airbus A320-214 4 16 126 142
8 150 158
ATR 72-500 4 70 70
ATR 72-600 3 70 70
ລວມ 11 0

ຍົນທີ່ເຄີຍຮັບໃຊ້[ດັດແກ້]

  • Harbin Y-12 2 ລຳ
  • Airbus A320-200 1 ລຳ
  • Xian MA60 4 ລຳ (ໂອນຊື່ໃຫ້ Lao Skyway)
  • COMAC ARJ21-700 2 ລຳ, ສົ່ງມອບໃນປີ 2012

ເຫດການ ແລະ ອຸປະຕິເຫດ[ດັດແກ້]

RDPL-34233 (ATR 72-600)

ການບິນລາວ ທ່ຽວບິນທີ 301 (ອັງກິດ: Lao Airlines Flight 301) ແມ່ນທ່ຽວບິນຕາມປົກກະຕິພາຍໃນປະເທດລາວທີ່ເດີນທາງຈາກວຽງຈັນຫາປາກເຊ ໃນວັນທີ 16 ຕຸລາ ຄ.ສ. 2013. ຍົນລຸ້ນ ATR 72-600ໄດ້ຕົກລົງສູ່ແມ່ນ້ຳຂອງ ຢູ່ ປາກເຊ ເຮັດໃຫ້ຜູ້ໂດຍສານແລະລູກເຮືອເສຍຊີວິດທັງໝົດ 49 ຄົນ. ອຸປະຕິເຫດນີ້ແມ່ນຄັ້ງທຳອິດທີ່ເກີດກັບຍົນລຸ້ນ ATR 72-600.[2] ແມ່ນເຫດການຍົນຕົກທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດທີ່ເຄີຍເກີດໃນລາວ ແລະແມ່ນອຸປະຕິເຫດທີ່ມີຜູ້ເສຍຊີວິດຫຼາຍເປັນອັນດັບທີສອງທີ່ເຄີຍເກີດກັບຍົນລຸ້ນ ATR 72 ໂດຍທີ່ເສຍຊີວິດຫຼາຍທີ່ສຸດແມ່ນ Aero Caribbean Flight 883 ແລະ American Eagle Flight 4184 ທີ່ເສຍຊີວິດ 68 ຄົນ ແລະແມ່ນເຫດການຍົນຕົກທີ່ກ່ຽວກັບການບິນລາວເປັນຄັ້ງທຳອິດນັບແຕ່ ຄ.ສ. 2000.[3][4][5][6]

ແຫຼ່ງທີ່ມາ:

ແຫຼ່ງຂໍ້ມູນອື່ນ[ດັດແກ້]

  1. "Global Airline Guide 2019 (Part One)". Airliner World (October 2019): 19.
  2. Taylor, Ellis. "ATR releases more details on Lao Airlines crash", Flightglobal, 17 October 2013
  3. "Laos air safety profile". Aviation Safety Network. Retrieved 16 October 2013.
  4. "Lao Aviation". Aviation Safety Network. Retrieved 16 October 2013.
  5. "Lao Airlines". Aviation Safety Network. Retrieved 16 October 2013.
  6. "Lao Aviation incident record". Aviation Safety Network. Retrieved 29 October 2013.