ເຈົ້າສີສະຫວ່າງວັດທະນາ

ຈາກ ວິກິພີເດຍ

ພະບາດສົມເດັດພະເຈົ້າເຊດຖາຂັດຕິຍະວົງສາ ພະມະຫາສີສະຫວ່າງວັດທະນາ (ພຣະບາທສົມເດັຈພຣະເຈົ້າສີສວ່າງວັທນາ) ເຈົ້າມະຫາຊີວິດສີສະຫວ່າງວັດທະນາ ຊົງເປັນພະມະຫາກະສັດອົງສຸດທ້າຍແຫ່ງລາຊະອານາຈັກລາວ ກ່ອນທີ່ຈະຖືກຝ່າຍປະເທດລາວ ຍຶດອຳນາດປ່ຽນແປງການປົກຄອງ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ຄ.ສ 1975 ສະເດັດພະລາຊະສົມພົບເມື່ອວັນທີ່ 13 ພະຈິກ ຄ.ສ 1907 ໂດຍຊົງເປັນພະລາຊະໂອລົດ ໃນ ເຈົ້າມະຫາຊີວິດສີສະຫວ່າງວົງ ກັບ ສົມເດັດພະລາຊິນີອັກຄະລະມະເຫສີຄຳອຸ່ນ. ພະອົງອະພິເສກ ກັບ ພະລາຊີນີເຈົ້າຟ້າຄຳຜຸຍ ເມື່ອວັນທີ່ 7 ສິງຫາ ຄ.ສ 1930 ຊົງມີພະລາຊະໂອລົດທິດາລວມ 7 ພະອົງ ຄື:

26 ພະຈິກ ຄ.ສ 1975 ພະເຈົ້າມະຫາຊີວິດສີສະຫວ່າງວັດທະນາ ຊົງສະລະລາຊະບັນລັງ ກ່ອນການສະຖາປະນາ ສປປລາວ 1 ອາທິດ ຫລັງຈາກນັ້ນພະອົງ ຍັງຄົງປະທັບ ທີ່ພະລາຊະວັັງຫລວງພະບາງຕາມເດີມ ຈົນກະທັ້ງ ຄ.ສ 1977 ພະອົງຖືກລັດຖະບານລາວ ສົ່ງຕົວໄປທີ່ຄ້າຍສຳມະນາ ທີ່ເມືອງວຽງໄຊ ພ້ອມກັບພະລາຊະວົງ ດ້ວຍຂໍ້ຫາວ່າຊົງກ່ຽວຂ້ອງກັບພວກ "ປະຕິການ" ຫລື ພວກປະຕິກິລິຍາ ແລະ ສະເດັດສະຫວັນນາຄົດ ເມື່ອປະມານ ຄ.ສ 1978 ຫລື ຄ.ສ 1984 ໃນເລື່ອງນີ້ລັດຖະບານ ສປປລາວ ບໍ່ເຄີຍເປີດເຜີຍ ເລື່ອງການສະຫວັນນາຄົດ ຂອງພະອົງແຕ່ປະການໃດເລຍ.

ເຄື່ອງມືສ່ວນຕົວ

Variants
ເທື່ອເບິ່ງ
Actions
ນຳທິດ
ກັບອຸບປະກອນ