ກະສິກຳ

ຈາກ ວິກິພີເດຍ

ດ້ານກະສິກຳ ໂດຍຖືເອົາ ວຽກງານກະສິກຳ-ປ່າໄມ້ ເປັນພື້ນຖານ ເພື່ອກໍ່ສ້າງ ແລະ ຂະຫຍາຍອຸດສາຫະກຳ, ໃນຕະຫລອດໄລຍະ 30 ປີຜ່ານມາ ), ຂະແຫນງດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນ ກະສິກຳ-ປ່າໄມ້ ເພີ່ມຂຶ້ນ ປະມານ 4-5% ຕໍ່ປີ, ມາຮອດປະຈຸບັນ ກວມເອົາ 52% ຂອງ GDP ໃນນັ້ນຂະແຫນງປູກຝັງ ກວມປະມານ 27%, ລ້ຽງສັດ 19% ແລະ ປ່າໄມ້ 6%. ອັນພົ້ນເດັ່ນລັດຖະບານໄດ້ສຸມທຶນຮອນ ເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ແກ່ ການຜະລິດ ກະສິກຳ ເປັນຕົ້ນແມ່ນ ລະບົບຊົນລະປະທານ ຊຶ່ງມາຮອດປະຈຸບັນ ມີເຖິງ 24.695 ແຫ່ງ, ສາມາດສະຫນອງນ້ຳໃຫ້ແກ່ການຜະລິດລະດູແລ້ງ 215.000 ເຮັກຕາ, ທຽບໃສ່ປີ 1976 ມີເນື້ອທີ່ການຜະລິດລະດູແລ້ງ ທີ່ໄດ້ຮັບນ້ຳຈາກລະບົບຊົນລະປະທານພຽງ 2.700 ກວ່າເຮັກຕາ. ພ້ອມກັນນີ້ ກໍໄດ້ສ້າງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ຂຶ້ນ ເຊິ່ງເຄື່ອຂ່າຍປະກອບ ມີ 10 ສູນ, 8 ສະຖານີ ແລະ 1 ໂຮງງານຜະລິດຢາວັກຊິນ. ຈາກພື້ນຖານດັ່ງກ່າວເຮັດໃຫ້ຜົນຜະລິດເຂົ້າ ບັນລຸເຖິງ 2.600.000 ໂຕນ ໃນປີ 2005 ທຽບໃສ່ປີ 1976 ຜົນຜະລິດເຂົ້າໄດ້ພຽງ 660.000 ກວ່າໂຕນ. ນັບແຕ່ປີ 2000 ເປັນຕົ້ນມາ ສປປ ລາວ ສາມາດມີເຂົ້າກຸ້ມກິນ ຢ່າງພຽງພໍ, ມີສ່ວນແຮໄວ້ ແລະ ຈຳນວນຫນຶ່ງໄດ້ກາຍເປັນສິນຄ້າ ສົ່ງອອກ, ຊຶ່ງບໍ່ເຄີຍມີມາຈັກເທື່ອໃນປະຫວັດສາດຂອງຊາດລາວ. ນອກຈາກປູກເຂົ້າແລ້ວຍັງໄດ້ປູກພືດ, ລ້ຽງສັດທັງໃນແບບອຸດສາຫະກຳ ແລະ ພື້ນບ້ານ ຊຶ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນນັ້ນການລ້ຽງສັດເພີ່ມຂຶ້ນ ໃນລະດັບ 3% ຕໍ່ປີ, ລ້ຽງປາ ເພີ່ມຂຶ້ນໃນລະດັບ 15% ຕໍ່ປີ, ສາມາດແກ້ໄຂຄວາມຕ້ອງການຂອງ ຕະຫລາດພາຍໃນປະເທດໄດ້ໂດຍພື້ນຖານ ພ້ອມນີ້ກໍມີຫລາຍປະເພດໄດ້ກາຍເປັນສິນຄ້າສົ່ງອອກ ຊຶ່ງມາເຖິງປະຈຸບັນ ມີມູນຄ່າສົ່ງອອກ ປະມານ 70 ລ້ານໂດລາຕໍ່ປີ [1].