ກອງປະຊຸມອາເຊັມ

ຈາກ ວິກິພີເດຍ

ກອງ​ປະ­ຊຸມ​ອາ​ເຊັມ 9 ແມ່ນ​ຊື່​ຫຍໍ້​ຂອງ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ­ຊີ-ເອີ​ຣົບ ຫຼື ອາ​ເຊັມ ຄັ້ງ​ທີ 9 ເຊິ່ງ​ຈັດ​ຂຶ້ນ​ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ໃນ​ເດືອນ​ພະ­ຈິກ 2012 ກອງ​ປະ­ຊຸມ​ດັ່ງ­ກ່າວ ຈະ​ເປັນ​ກອງ​ປະ­ຊຸມ​ຜູ້­ນຳ​ຂັ້ນ​ສູງ ແລະ ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ຈັດ​ຢູ່​ໃນ​ປະ­ເທດ​ນີ້.

ການ​ຕ່ຳ­ຫູກ ແລະ ຖັກ​ໄໝ ແມ່ນ​ຮີດ­ຄອງ​ປະ­ເພດ​ນີ​ອັນ​ຍາວ​ນານ​ຂອງ​ລາວ ຮີດ­ຄອງ​ປະ­ເພ­ນີ​ດັ່ງ­ກ່າວ ໄດ້​ສ້າງ​ຂຶ້ນ​ຈາກ​ການ​ປະ­ສົມ​ປະ­ສານ​ຂອງ​ແນວ​ຄວາມ​ຄິດ​ດ້ານ​ສິ­ລະ​ປະ ແລະ ຫັດ­ຖະ­ກຳ​ທີ່​ປາ­ນີດ ສັນ­ຍະ­ລັກ​ຂອງ​ກອງ​ປະ­ຊຸມ​ອາ​ເຊັມ 9 ແມ່ນ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຮີດ­ຄອງ​ປະ­ເພ­ນີ​ດັ່ງ­ກ່າວ ດ້ວຍ​ການ​ນຳ​ໃຊ້​ເສັ້ນ​ໄໝ​ຫຼາຍ​ສີ ໃນ​ການ​ວາດ​ລວ­ດລາຍ​ເປັນ​ຕົວ​ໜັງ­ສື A ໝາຍ​ເຖິງ​ອາ­ຊີ ແລະ E ໝາຍ​ເຖິງ​ເອີ​ຣົບ ໃນ​ຮູບ​ແບບ​ສັນ­ຍະ­ລັກ​ທີ່​ງ່າຍ­ດາຍ​ແຕ່​ງົດ​ງາມ ພວກ​ເຮົາ​ຍັງ​ເຫັນ​ໄດ້​ເຖິງ​ການ​ປະ­ສົມ​ປະ­ສານ​ຂອງ​ສີ­ແດງ ສີ­ເຫຼືອງ ແລະ ສີ­ຟ້າ​ຂອງ​ອາ­ຊີ ແລະ ເອີ​ຣົບ ເສັ້ນ​ໄໝ 9 ເສັ້ນ ແມ່ນ​ໝາຍ​ເຖິງ​ກອງ​ປະ­ຊຸມ​ອາ​ເຊັມ 9.

ດອກ​ຈຳ­ປາ ແມ່ນ​ດອກ​ໄມ້​ປະ­ຈຳ​ຊາດ​ຂອງ​ລາວ ເຊິ່ງ​ເປັນ​ດອກ​ໄມ້​ທີ່​ສົ່ງ​ກິ່ນ​ຫອມ​ຈັບ­ໃຈ ອັນ​ສະ­ແດງ​ເຖິງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ​ບັນ­ດາ​ຄະ­ນະ​ຜູ້​ແທນ​ຈາກ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ອາ​ເຊັມ ສູ່​ກອງ​ປະ­ຊຸມ​ອາ​ເຊັມ 9.

ໂບ​ສີ­ຂຽວ ຢູ່​ໃນ​ສັນ­ຍະ­ລັກ​ນັ້ນ ໝາຍ​ເຖິງ​ຄວາມ​ອຸ­ດົມ­ສົມ­ບູນ​ທາງ​ທຳ​ມະ​ຊາດ-ປ່າ­ໄມ້​ຢູ່​ໃນ​ລາວ ຄວາມ​ຂຽວ​ອຸ່ມ​ທຸ່ມ​ຢູ່​ໃນ​ປະ­ເທດ ແມ່ນ​ຊຸກ­ຍູ້​ໃຫ້​ປະ­ຊາ­ຊົນ​ຫັນ​ມາ​ປູກ​ຕົ້ນ­ໄມ້​ຫຼາຍ​ຂຶ້ນ ພ້ອມ​ດຽວ​ກັນ​ນີ້ ໂບ​ສີ­ຂຽວ ຍັງ​ໝາຍ​ເຖິງ​ແນວ​ຄວາມ​ຄິດ​ໃນ​ການ​ພັດ­ທະ­ນາ​ສີ­ຂຽວ ໂບ​ສີ­ຂຽວ​ນັ້ນ ໄດ້​ຮັດ​ແໝ້ນ​ສອງ​ທະ­ວີບ­ອາ­ຊີ ແລະ ເອີ​ຣົບ ເພື່ອ​ພ້ອມ​ກັນ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ອັນ​ສະ​ໝິດ​ແໝ້ນ​ຂອງ​ສອງ​ທະ­ວີບ ແລະ ຄຽງ​ຄູ່​ກັບ​ການ​ສະ­ເຫຼີມ­ສະ­ຫຼອງ​ໃນ​ໂອ­ກາດ​ກອງ​ປະ­ຊຸມ​ອາ​ເຊັມ 9 ຄຳ​ຂວັນ​ຂອງ​ກອງ​ປະ­ຊຸມ​ອາ​ເຊັມ 9 "ເພື່ອນ​ມິດ ເພື່ອ​ສັນ­ຕິ­ພາບ ຄູ່​ຮ່ວມ​ມື ເພື່ອ​ຄວາມ​ສົມ­ບູນ​ພູນ​ສຸກ" ແມ່ນ​ໄດ້​ສະ­ຫຼັກ​ໄວ້​ຢູ່​ທັງ​ສອງ​ຂ້າງ​ຂອງ​ໂບ​ສີ­ຂຽວ.

ສຳ­ລັບ​ຕົວ​ໜັງ­ສື "ອາ​ເຊັມ 9" ຢູ່​ໃນ​ສັນ­ຍະ­ລັກ ແມ່ນ​ສ່ອງ​ແສງ​ໃຫ້​ເຫັນ​ການ​ປະ­ສົມ​ປະ­ສານ​ລະ­ຫວ່າງ​ອັກ­ສອນ​ລາວ ແລະ ອັນ​ສອນ​ລາ​ຕິນ.