ແຂວງອັດຕະປື

ຈາກ ວິກິພີເດຍ

ແມ່ແບບ:ແຂວງ ປະເທສ ລາວ

Attapeu Province-Laos.svg

ອັດຕະປື (ອັງກິດ: Attapeu) ຕາມສຳນຽງເວົ້າ, ຖ້າ ຂຽນ ຕາມ ຄວາມໝາຍ ແມ່ນ ອັຕຕາປື. ເປັນ ແຂວງຫນຶ່ງ ຂອງ ປະເທດລາວ ຕັ້ງຢູ່ ທາງທິດຕະເວັນອອກສຽງໃຕ້ ຂອງ ປະເທດລາວ ໄປທາງເໜືອ ຕິດກັບ ແຂວງ ເຊກອງ ມີ ເສັ້ນທາງ ເຊື່ອມຕໍ່ ເຊກອງ-ອັຕຕະປື. ທາງຕະເວັນຕົກ ຕິດກັບ ຈຳປາສັກ ມີເສັ້ນທາງເຊື່ອມຕໍ່ 2 ສາຍ ຄື ເສັ້ນທາງ ປະທຸມພອນ-ສະໜາມໄຊ ແລະ ທາງ ຜ່ານ ເຄື່ອນໄຟຟ້າ ຫ້ວຍເຮາະ-ອັຕຕະປື . ທາງດ້ານ ຕະເວັນອອກ ມີ ພູເຂົາ ແຍກ ອັຕຕະປື ອອກຈາກ ຫວຽດນາມ  ມີ ເສັ້ນທາງ ເຊື່ອມຕໍ່ ອັຕຕະປື-ພູເກືອ-ວຽດນາມ . ແຂວງ ອັຕຕະປື ຕິດກັບ ກຳປູເຈຍທາງໃຕ້, ມີ ນໍ້າເຊກອງ ເປັນ ເສັ້ນທາງ ເຊື່ອມຕໍ່ ແລະ ພວມ ມີແຜນ ສ້າງເສັ້ນທາງບົກ ຜ່ານ ເມືອງ ພູວົງ ໄປຫາ ກຳປູເຈຍ.

ແຂວງ​ ອັດ​ຕະ​ປື ເປັນ ແຂວງ ​ທີ່​ຕັ້ງ​ຢູ່ ​ທາງ​ພາກ​ໃຕ້​ສຸດ ຂອງ ​ລາວ ເບື້ອງ ​ຕາ­ເວັນ​ອອກສຽງ​ໃຕ້. ປະ­ຈຸ​ບັນ ​ເປັນ ເຂດ​ສາມຫລ່ຽມ​ພັດ­ທະ­ນາ ​ເສດ­ຖະ­ກິດ ​ລະຫວ່າງ​ລາວ-ຫວຽດ­ນາມ-ກຳ​ປູເຈຍ ຈະ​ກາຍ­ເປັນ ​ເຂດ​ພັດ­ທະ­ນາ ສົ່ງ­ເສີມ ​ການ​ຄ້າ ແລະ ການ​ທ່ອງທ່ຽວ ​ໃນ​ອະ­ນຸ​ພາກ​ພື້ນ ​ທີ່​ຕິດ​ພັນ ກັບ ​ທຳ​ມະ​ຊາດ ແລະ ວັດ­ທະ­ນະທຳ ​ສະ­ຖານ­ທີ່​ທ່ອງ​ທ່ຽວ ​ບ່ອນຫນຶ່ງ ​ທີ່ ​ສວຍ​ງາມ ໂດຍສະ­ເພາະ ກໍ່​ແມ່ນ​ຫນອງ​ຟ້າ ​ທີ່​ຫນ້າ​ງຶດ­ງໍ້ ແລະ ມະ­ຫັດ­ສະ­ຈັນ.

ປະຫວັດຄວາມເປັນມາຂອງ ແຂວງ ອັຕຕະປື[ດັດແກ້]

ສະໄໝສະຫະຊີບປະຖົມບູຮານ


ແຂວງ ອັຕຕະປື ເອີ້ນວ່າ ລາວເມືອງລຸ່ມ ຜູ້ປົກຄອງ ກໍ່ເອີ້ນວ່າ ພະຍາເມືອງລຸ່ມ. ໂລກນີ້ ເອີ້ນວ່າ ເມືອງລຸ່ມ,ຜູ້ປົກຄອງ ເອີ້ນວ່າ ພຍາ ເມືອງລຸ່ມ, ຄົນເມືອງລຸ່ມ ໄປມາຫາສູ່ ກັບ ເມືອງ ແຖນ ຢ່າງ ປະກະຕິ , ເມື່ອ ມີ ເລື່ອງໄດ໋ ກໍ່ ຂື້ນໄປຫາ ຂໍ ຄວາມຊ່ວຍເຫຼືອ ຈາກ ພຍາ ແຖນຫຼວງ ຈົນວ່າ ພຍາແຖນ ລຳຄານ,ຈື່ງ ຄິດຈະຂ້າ ຄົນເມືອງລຸ່ມ ໃຫ້ ຕາຍໝົດ ໂດຍ ຈະໃຫ້ຝົນຕົກລົງມາ ເກີດເປັນ ນໍ້າຖ້ວມໂລກ .


ລຍະ ນັ້ນ ລູກຊາຍຫຼ້າ ຂອງ ພຍາ ແຖນຫຼວງ ໄດ້ໝັ່ນລົງມາ ເມືອງລຸ່ມ ເລື່ອຍ ໆ ຍ້ອນ ມີຄວາມມັກຮັກ ກັບ ນາງ ຄຳສົງກາ ຜູ້ເປັນ ລູກສາວ ຂອງ ພຍາ ເມືອງລຸ່ມ, ຊື່ງ ແຖນຫຼ້າ ນີ້ ຈື່ງ ຄິດ ອີ່ດູສົງສານ ນາງ ຄໍາສົງກາ ແລະ ຊາວເມືອງລຸ່ມ, ຈື່ງ ໄດ້ ບອກໃຫ້ ພຍາ ເມືອງລຸ່ມ ພາຊາວເມືອງ ເຮັດ ເຮືອສະເພົາໃຫຍ່ ສູງ ໝື່ນ ວາ, ຍາວ ຫ້າ ໝື່ນ ວາ, ກ້ວາງ ໝື່ນ ສອງພັນ ວາ, ແລ້ວ ຂົນເອົາ ຝູງຄົນ ສັຕ ແລະ ສີ່ງຂອງ ທີ່ ຈຳເປັນ ຂຶ້ນຢູ່ ເຮືອສະເພົາ ນັ້ນ, ແລ້ວ ຕໍ່ມາ ຝົນ ເລີຍຕົກລີນ ຈົນວ່າ ນໍ້າ ຖ້ວມ ໂລກ, ເຮືອສະເພົາ ພູຂື້ນ ຕາມນໍ້າ , ຈົນຮອດ ເມືອງແຖນ, ຊາວແຖນ ເຫັນ ຄົນເມືອງລຸ່ມ ຂີ່ ເຮືອສະເພົາ ຂື້ນມາ ຈື່ງ ໄປບອກ ພຍາ ແຖນຫຼວງ ໃຫ້ຮູ້ເລື່ອງ, ແລ້ວ ແຖນຫຼ້າ ຈື່ງ ຂໍ ອະພັຍຍະໂທດ ຈາກ ອົງ ພໍ່ , ແລ້ວ ພຍາ ແຖນຫຼວງ ຈື່ງ ມີບັນຊາ ໃຫ້ ແຖນ ທັງມວນ ເບີ່ງລືກ ຫາຍາມທີ່ຄໍ້າຄູນ ກຽມ ງານສູ່ຂໍໝັ້ນໝາຍ ແລະ ງານດອງ ໃຫ້ ແຖນຫຼ້າ ເປັນ ຄູ່ຜົວເມັຍ ກັບ ນາງ ຄຳສົງກາ, ໃນນັ້ນ ພິເສດ ແມ່ນ ໄດ້ນຳເອົາ ນາງ ຄຳສົງກາ ໄປ ຫຼໍ່ ໃຫ້ເປັນ ສາວ ສຸດແສນສວຍງາມ, ສະນັ້ນ ຈື່ງ ເອີ້ນວ່າ ນາງ ຄຳສົງກາ ແມນຫຼໍ່, ແລ້ວກໍ່ ຈັດພິທີ ແຕ່ງງານ ຫົດສົງ ນັ່ງເທິງ ກອງເງິນ ກອງຄໍາ ກອງແກ້ວມະນີ ອະພິເສກ ເປັນ ຄູ່ຜົວເມັຍ,ໂດຍມີ ແຖນເຖົ້າ ຜູ້ເກີດພ້ອມ ປະຖົມມະກັປ ເຂົ້າມາ ຜຸກແຂນ ອວຍພອນ. ສະນັ້ນ ພິທີ ສູ່ຂໍໝັ້ນໝາຍ ແລະ ແຕ່ງດອງ ຈຶ້ງເປັນ ປະເພນີ ສືບມາ.


ເມື່ອ ແຕ່ງດອງແລ້ວ ຕໍ່ມາ ກໍ່ ໃຫ້ ໂອວາດ ສັ່ງສອນ ທຸກແນວ, ແລ້ວ ກຽມສົ່ງ ເຮືອສະເພົາ ກັບມາ ເມືອງລຸ່ມຄືນ ໂດຍໃຫ້ ບັນດາແຖນ ແຕ່ລະອົງ ເຮັດໜ້າທີ່ ຂອງຕົນ ເພື່ອ ໃຫ້ ນໍ້າບົກລົງ ເຊັ່ນ ແຖນລົມ ໃຫ້ ລົມ ພັດແຮງ ແຖນແດດ ໃຫ້ ແດດກ້າ ແຮງ ໃຫ້ ນໍ້າ ບົກ ໄວ ໆ, ແລະ ເຮືອສະເພົາ ກໍ່ຕໍ່າລົງມາ ຕາມ ນໍ້າ ຈົນເຖີງ ເມືອງລຸ່ມເຮົານີ້, ເຮືອສະເພົາ ໄດ້ມາຈອດລົງ ບ່ອນເກົ່າ , ເຮືອສະເພົາ ຈົມລົງຂີ້ຕົມ ເຄີ່ງໜື່ງ , ແຕ່ວ່າ ຄົນ ໃນ ເຮືອ ບໍ່ມີໄຜຈື່ໄດ້ ແລະ ຫຼົງລືມໄປ ໝົດຄູ່ຢ່າງ, ສະນັ້ນ ຈື່ງ ເອີ້ນວ່າ ລາວຫຼົງ, ເມື່ອ ແຜ່ນດິນ ແຫ້ງດີແລ້ວ, ກໍ່ປ່ອຍສັດລົງມາ ແລະ ເຄື່ອງປູກ ລົງມາ ສ້າງຢູ່ທຳກິນ . ຫຼາຍປີມາ ເຮືອສະເພົາ ຈື່ງຄ່ອຍກາຍເປັນພູ ເອີ້ນວ່າ ພູສະເພົາ ຕໍ່ມາ ສຽງເອີ້ນ ປ່ຽນເປັນ ພູສະພອງ ດັ່ງຄູ່ມື້ນີ້ ຊື່ງ ຕັ້ງຢູ່ ກາງແຂວງ ອັຕຕະປື.


ເມື່ອ ພຍາ ຜູ້ເປັນ ພໍ່ ຕາຍແລ້ວ , ຈື່ງອະພິເສກ ທ້າວແຖນຫຼ້າ ເປັນ ພຍາ ເອີ້ນວ່າ ພຍາ ລາວຫຼົງ ແລະ ເອີ້ນຊື່ ເມືອງວ່າ ນະຄອນ ລາວຫຼົງ.


ນີ້ ເປັນນິທານ ປູ່ແຖນຫຼ້າ ຍ່າ ຄຳສົງກາ ແມນຫຼໍ່ ສືບມາ ຂອງ ອັຕຕະປື.


ອັຕຕະປີ ມີຂອບເຂດ ຕ້ານໄຕ້ ພຽງ ປາກ ນໍ້າເຊກອງ ຕົກ, ດ້ານຕາເວັນອອກ ພຽງ ໄມ້ລົ້ມແບ່ງ ສາຍພູແດນແກວ ຕໍ່ມາ ຫຍັບເຂົ້າມາຮອດ ໜອງໄກ່ໂອກ ຍອດນໍ້າອາງ ແລະ ຕໍ່ມາ ຫຍັບມາ ຕັ້ງເສົາຫີນ ໄວ້ ໜອງຟ້າ, ທິດເໜືອ ພຽງ ເມືອງ ພຍາ ຕຸ້ມວາງ (ຕຸ້ມພະວັງ) ຕະໂປນ ໂພນສິມ ຄື ແຕ່ ນໍ້າຂອງ ຮອດ ໄມ້ລົ້ມແບ່ງ ສາຍພູ ແດນແກວ, ທິດຕາວັນຕົກ ແມ່ນ ນໍ້າຂອງ ເປັນແດນ.


ແຕ່ ສະໄໝກາງ ເຖີງ ປັດຈຸບັນ .

ໂດຍລວມ ແລ້ວ ເມື່ອ ມາຮອດ ພສ 1143 ເຖີງ 1300 ຂອມ ເຮືອງອຳນາດ ກວມເອົາ ອານາຈັກ ທວາຣາວະດີ ອານາຈັກ ສີໂຄຕະບູນ ເປັນເມືອງຂື້ນ ຂອງ ຂອມ ນະຄອນ ລາວຫຼົງ ກໍ່ເໝືອນກັນ ສ່ວນ ອານາຈັກ ໂຍນົກ ອານາຈັກ ຈຸລະມະນີ ນັ້ນ ແມ່ນ ຂື້ນ ພຽງ ບາງສ່ວນ,

ສະນັ້ນ ໃນ ພສ 1297 ຂຸນລໍ ລູກຊາຍກົກ ຂອງ ຂຸນບູລົມ ກະສັດອ້າຍລາວ ທາງພາກເໜືອ ຈື່ງໄດ້ ແຕ່ງ ຂຸນ ລົກກົມ ລົງມາ ປົດປ່ອຍເອົາ ສີໂຄຕະບູນ ຄືນມາໄດ້ , ແລ້ວ ຈຳປາສັກ ແລະ ນະຄອນ ລາວຫຼົງ ຈື່ງ ແຂງເມືອງ ຄືນມາໄດ້.

ຖືວ່າ ນະຄອນ ລາວຫຼົງ ເປັນ ເມືອງຂື້ນ ຂອງ ຂອມ 139 ປີ ຄື ແຕ່ ພສ 1143 ເຖີງ 1282 . ແລ້ວ ປົກຄອງກັນ ມາຮອດ 5 ເຊັ່ນ ພຍາ ໄດ້ປະມານ 25 ປີ ອານາຈັກຕ່າງ ໆ ກໍ່ປົດປ່ອຍໄດ້.

ແຕ່ວ່າ ໃນຊ່ວງ ພສ 1225 ເຊື້ອ ກະສັດ ລາວຫຼົງ ຍັງສືບຕໍ່ປົກຄອງມາ ຈົນຮອດ ສມັຍ ພຍາ ລາວຫຼົງ ມີ ລູກສາວ ຊື່ວ່າ ນາງ ສີພະເກດ ຜູ້ແສນງາມ, ໂດຍ ປະກາດວ່າ ເຊື້ອພຍາລາວ ຜູ້ໄດ໋ ສ້າງຜາສາດຫີນ ໃຫ້ ນາງ ສີພະເກດ ຢູ່ໄດ້ ແມ່ນ ຈະໄດ້ແຕ່ງ ໃຫ້ເປັນ ມະເຫສີ ຂອງຜູ້ນັ້ນ.

ພຍາ ກາມະທາ ຜູ້ປົກຄອງ ເມືອງ ຈຳປາສັກ ທີ່ມີສາຍເລືອດ ພໍ່ເປັນລາວ ແມ່ ເປັນ ຈາມ ປະສົມ ຂອມ, ຈື່ງໄດ້ແຕ່ງ ທ່ານ ວິສະນຸ ເທວະບຸຕ ມາສ້າງ ຜາສາດ ໃຫ້ ນາງ ສີພະເກດ ທີ່ກາງເມືອງ ປາກນໍ້າເຊຊຸຕົກ, ແລ້ວ ມາແຕ່ງເອົາ ນາງ ສີພະເກດ ເປັນ ມະເຫສີ ຜູ້ທີສາມ ເປັນ ຝ່າຍຊ້າຍ ໄດ້ ລູກຊາຍ ຊື່ວ່າ ທ້າວ ຄຳຄັດ, ເມື່ອ ທ້າວ ຄໍາຄັດ ອາຍຸ ໄດ້ 3 ປີ ຄື ພສ 1229 ພຍາ ລາວຫຼົງ ຜູ້ເປັນ ພໍ່ເຖົ້າ ກໍ່ຕາຍ, ແລ້ວ ທ້າວຄຳຄັດ ກໍໄດ້ ສະເວີຍ ເມືອງ ສີບແທນຕໍ່ມາ ຕາມບັນຊາ ຂອງ ພຍາ ກາມະທາ, ແລະ ໄດ້ປ່ຽນ ຊື່ເມືອງມາເປັນ ເມືອງ ຣາມະລັກ ອົງການ ແລະ ໂຮມເອົາ ຈຳປາສັກ ກັບ ຣາມະລັກອົງການ ເປັນ ເມືອງດຽວກັນ ໂດຍຂື້ນກັບ ອານາຈັກ ຄຳມ່ວນ ສີໂຄຕະບູນ ຟູນັນ, ຊື່ງມີ ຂຸນ ລົກກົມ ລູກຊາຍ ຜູ້ທີ 6 ຂອງ ຂຸນ ບໍລົມ ຣາຊາທິຣາຊ ເປັນ ຜູ້ປົກຄອງ. ພຍາ ຄຳຄັດ ອາຍຸ 53 ປີ ກໍຕາຍ ໃນ ພສ 1279.

ພສ 1844 ຣາມະລັກອົງການ ເປັນ ເມືອງຮ້າງ ຍ້ອນ ພັຍພະຍຸພິບັດ ( ມີ ສະເພາະ ປວັຕ ການເກີດມີ ໜອງລົມ ດິນຫຼົ່ມເອົາຂ້າ ) ຊາຕຂອມ ຈື່ງ ເຂົ້າ ຢຶດຄອງ ເອົາ ຈົນຮອດ ພສ 1892 ແລ້ວ ພຍານະຄອນຫຼວງ ຂອມ ຈື່ງມອບ ໃຫ້ ເຈົ້າຟ້າງຸ່ມ.


ພສ 2115 ເຈົ້າ ຊັຍຍະເສຖຖາທິຣາຊ ຖືກ ພຍານະຄອນ ຫຼອກລົງມາຂ້າຖີ້ມ ແຕ່ ເອົາໂຕລອດໄດ້ ,ແລ້ວຂື້ນມາ ຮອດ ຣາມມະລັກອົງການ ໄດ້ ໃນ ພສ 2119 ຢູ່ນຳ ພຍາ ໂສມາຣິທທິ ແລ້ວ ພ້ອມກັນ ໄລ່ຕີກອງທັບ ຂອງ ພຍາ ຊຽງໄຕ້ ພຍາ ຊຽງເໜືອ ແລະ ພຍາ ນະຄອນ ຄຸງຮອດ ວຽງຈັນ, ຢູ່ ວຽງຈັນ 5 ເດືອນ ພະມ້າ ກໍ່ມາອ້ອມ ວຽງຈັນ ແລ້ວ ເຈົ້າ ຊັຍຍະເສຖຖາທິຣາຊ ກັບ ພຍາ ໂສມາຣິທທິ ຈື່ງ ພ້ອມກັນ ຕີແຫກວົງລ້ອມ ດ້ານ ພຣະ ທາດຫຼວງ ລົງມາ ເຖີງ ຣາມມະລັກອົງການ ພສ 2124 . ແລ້ວ ມາຮອດ ພສ 2121 ພ້ອມກັນ ຕັ້ງເມືອງໃໝ່ຢູ່ທີ່ ບ້ານ ຫາດຂີ້ຄວາຍ ສາຍນໍ້າ ເຊກະໝານ ຝັ່ງຊ້າຍ, ແລ້ວຕັ້ງຊື່ ອັນເປັນມຸງຄຸນ ໃຫ້ວ່າ ອັຕຕາປື ແປວ່າ ເຕັມອັຕຕາ ຄວາມໝາຍແມ່ນ ດິນແດນ ທີ່ອຸດົມສົມບູນ ໃນຕົວມັນເອງ ຢ່າງເຕັມປ່ຽມ, ອັຕຕາ ແມ່ນ ຄວາມຕ້ອງການທີ່ພໍດີ, ປື ແມ່ນ ເຕັມ.

ເຈົ້າ ຊັຍຍະເສຖຖາທິຣາຊ ສັ່ງສອນ ຊາວ ອັຕຕາປືວ່າ:


ເຈົ້າ ທ້າວ ພຍາ ໃຫ້ ປົກຄອງ ຕາມ ຄອງ ທັມມິກກະຣາຊ , ໃຫ້ ຮັກ ປະຊາຊົນ ຄື ລູກຄີງ, ປະຊາຊົນ ກໍ່ໃຫ້ ຮັກແພງ ພຍາ ຄື ພໍ່,ໃຫ້ ຝູງເຈົ້າ ຮັກແພງ ປະເທສຊາຕ ລ້ານຊ້າງວຽງຈັນ ອັນເປັນ ເຊື້ອຊາຕລາວແທ້ ໆ ຂອງຕົນ ໃຫ້ດີ ແທ້ເນີ, ຢ່າໄປ ຫຼົງເຫັນດີ ນຳ ຄົນຕ່າງດ້າວ ທ້າວຕ່າງແຊງ, ນົກ ຮ້ອງ ຢ່າວ່າດີ ທນີ ຮ້ອງ ຢ່າວ່າມ່ວນ ຈົນລືມໂຕ ດາຍ, ຢ່າເຫັນໝູ່ໜ້າ ດີກວ່າ ໝູ່ຫຼັງ, ຢ່າຫວັງກິນນໍ້າ ບໍ່ໜ້າ, ຢ່າເຫັນຊູ້ ດີກວ່າເມັຍ, ມັນ ຊິ ເສຍຊາຕ ຂາດທຶນ, ໃຫ້ຖື ຊາຕລາວ ເຮົານີ້ ສຳຄັນ ດັ່ງຊີວິດ ເນີ, ພ້ອມກັນ ຮັກສາ ຊາຕເຊື້້ອ ເຂຕນໍ້າ ແດນດິນ ໃວ້ໃຫ້ດີອີຫຼີ ເນີ.

ແລ້ວ ມື້ລຸນມາ ທ່ານ ກໍ່ ຫາຍຕົວໄປ ຈາກໄປ.


ຄຸນສົມບັຕພິເສດ ຂອງ ເຈົ້າ ຊັຍຍະເສຖຖາທິຣາຊ ທີ່ ຊາວ ອັຕຕະປື ຮູ້ຈັກດີ

1. ຖືກ ພຍາ ນະຄອນ ຂ້າ ບໍ່ຕາຍ.


2. ໃຫ້ພວກຂ້າ ຕີລາຄາ ຂາຍ ພະອົງ ເປັນຄຳ 500 ບາດ ກັບ ຂ້າທາດ 5 ຄົນ.


3. ສານໄຊ ໃສ່ປາ ແລ້ວ ປີ້ງ ໃຫ້ ພວກຂ້າ ກິນແກ້ມເຫຼົ້າ ກິນເທົ່າໄດ ກໍ່ບໍ່ໝົດ.


4. ເອົາ ກວຍຕາຮ່າງ ໂຕ່ງນໍ້າລິນ ໃສ່ ເຫຼົ້າໃຫ ໃຫ້ ພວກຂ້າກິນ ເປັນ ອັສສະຈັນ.


5. ເຝົ້າ ລູກ ໃຫ້ ພວກຂ້າ ລູກຂ້າ ກາຍເປັນ ໝາກອຶ ໝາກຟັກ ຈົນ ຂ້າງຶດງໍ້.


6. ແຂ່ງ ຍິງ ທະນູ ໃສ່ ໜ້າຝາຫີນ ລູກທະນູ ສຽບເຂົ້າ ໜ້າຝາຫີນ.


7. ນຳພາ ປະຊາຊົນ ໝາຍແດນເມືອງ ດ້ວຍ ເສົາຫີນ ຢູ່ ເຂດໜອງຟ້າ.


8. ນຳພາ ປະຊາຊົນ ຕັ້ງເມືອງ ຊື່ວ່າ ອັຕຕະປື.


9. ສ້າງວ້ຕ ແຂ່ງກັນ ແລ້ວມື້ດຽວ ພະອົງ ສ້າງວັຕທາຕ ຝູງພຍາ ສ້າງວັດຫຼວງ.



ນັບ​ຕັ້ງ​ແຕ່​ອະດີດ​ຈົນ​ເຖິງ​ປັດຈຸບັນ​ອັດ​ຕະປື ຍັງ​ຄົງ​ຄວາມ​ເປັນ​ເອ​ກະ​ລັກ​ໄວ້​ໄດ້​ເປັນຢ່າງ​ດີ​ນັ້ນກໍ​ຄື​ວິ​ຖີການ​ດຳລົງ​ຊີວິດ ​ແລະ ​ຮີດ​ຄອງ​ວັດທະນະທຳ​ອັນ​ເກົ່າ​ແກ່​ທີ່​ມີ​ມາ​ແຕ່​ບູຮານ​ນະ​ການ, ​ຫຼາຍຄົນ​ອາດ​ຈະ​ສົງ​ໃສ​ວ່າ​ທີ່​ອັດ​ຕະປືຈະ​ມື​ເມືອງໆໜຶ່ງທີ່​ມີ​ຊື່ວ່າ ​ໄຊ​ເຊ​ດຖາ​ເຊິ່ງຈະ​ຄ້າຍໆ ກັບ​ຊື່​ເມືອງ​ທີ່ຢູ່​ນະຄອນຫຼວງວຽງຈັນ​ ແລະ ຄ້າຍຄື​ກັບ​ຊື່​ຂອງ ອະດີດພະ​ເຈົ້າ​ແຜ່ນດິນ​ລ້ານ​ຊ້າງ​ສະ​ໄໝກ່ອນ ນັ້ນກໍ​ຄື​ພະ​ເຈົ້າ​​ໄຊ​ຍະ​ເຊ​ດຖາ​ນັ້ນ​ເອງ, ​ແນ່ນອນ​ຊື່ໆ ນີ້​ມີ​ຄວາມ​ກ່ຽວຂ້ອງ​ກັນ, ​ເພາະວ່າ​ເມື່ອ​ສະ​ໄໝລາຊະການ​ຂອງ​ພະ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິລາດ​ພະ​ອົງ​ໄດ້​​ເດີນ ທາງ​ລົງ​ໄປ​ກວດ​ລາຊະການ​ແຜ່ນດິນ​ ແລະ ​ປາບ​ພວກ​ກະບົດ​ທີ່​ພາກ​ໃຕ້​ລາວ​ທີ່​ເຂົ້າ​ໃຈ​ວ່າ​ ຈະ​ຕ້ອງ​ເປັນ​ດິນ​ແດນ​ຂອງ​ແຂວງ​ອັດ​ຕະປື​ ໃນ​ປັດຈຸບັນ​ນີ້ ​ແລະ ​ພະ​ອົງ​ໄດ້​ຊິ້ນ​ພະ​ຊົນ​ຢູ່​ທີ່​ນັ້ນ ​ເພື່ອ​ເປັນ​ການ​ຈາລຶກ​ບຸນຄຸນ​ ແລະ​ ຄຸນງາມຄວາມດີ​ຂອງ​ພະ​ອົງ​ເອົາ​ໄວ້​ຈິ່ງ​ໄດ້​ຕັ້ງ​ຊື່ ​ເມືອງ​ຂຶ້ນມາ​ທີ່​ຊື່ວ່າ ​ເມືອງ​ໄຊ​ເສດຖາ ​ແລະ ​ເຄີຍ​ເປັນສູນ​ກາງ​ການ​ປົກຄອງ​ຂອງ​ແຂວງ ກ່ອນ​ທີ່​ຈະ​ປ່ຽນມາ​ຕັ້ງ​ໃໝ່ທີ່​ເມືອງ​ສາມັກຄີ​ໄຊ​ໃນ​ດຽວນີ້.

ລັກສະນະພູມສັນຖານ[ດັດແກ້]

ອັດ​ຕະປື ດິນ​ແດນ​ທີ່​ຕັ້ງທາງ​ທິດຕາ​ເວັນ​ອອກສຽງ​ໃຕ້ຂອງ​ລາວ ​ແລະ​ ເປັນ​ດິນ​ແດນ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ຫຼາກຫຼາຍ​ ແລະ ​ຂຶ້ນຊື່​ລື​ນາມທາງ​ດ້ານ​ມູນ​ເຊື້ອ​ປະຫວັດສາດ​ວັດທະນະທຳ​ອັນ​ເກົ່າ​ແກ່​ທີ່​ແອບ​ແຝງຄວາມໜ້າສົນ​ໃຈ​ເອົາ​ໄວ້​ເປັນໜ້າຄົ້ນ​ຫາ​ເປັນ​ຢ່າງ​ຍິ່ງ

ພູມີ​ປະ​ເທດ​ສ່ວນ​ໃຫຍ່​ຂອງ​ແຂວງ​ອັດ​ຕະປື ​ແມ່ນ​ປະກອບ​ໄປ​ດ້ວຍ​ປ່າ​ໄມ້ ​ແລະ ​ຂຸນ​ເຂົາ​ທີ່​ມີ​ຄວາມ​ອຸດົມສົມບູນ​ທີ່​ສຸດ​ອີກ​ແຫ່ງໜຶ່ງຂອງ​ລາວ​ໂດຍ​ມີ​ແມ່ນ້ຳເຊກອງງ ​ແລະ ​ສາຍ​ເຊ​ຂະໝານ​ໄຫຼຜ່ານ​ໃຫ້​ຄວາມ​ຊຸ່ມ​ເຢັນ ​ແລະ​ຫຼໍ່ລ້ຽງຊີວິດ​ຂອງ​ພີ່ນ້ອງ​ຊາວ​ອັດ​ຕະປືມາຕັ້ງ​ແຕ່​ບູຮານ​ນະ​ການ ແລະ ​ໄດ້​ກາຍ​ເປັນ​ເອກ​ະລັກໜຶ່ງທີ່​ສຳຄັນ​ຂອງ​ແຂວງ​ອັດ​ຕະປື​ໂດຍ​ສະ​ເພາະ​ນັກ​ທ່ອງ​ທ່ຽວທີ່​ຢາກ​ສຳຜັດ​ກັບ​ທຳ​ມະ​ຊາດ ​​ແລ​ະ ການ​ຜະຈົນ​ໄພ ມີ​ນັກ​ທ່ອງ​ທ່ຽວຫຼາຍໆຄົນ​ໃຫ້​ສາຍ​ຍາ​ດິນ​ແດນ​ແຫ່ງ​ນີ້​ວ່າ ​“ເມືອງ​ສວນ” ​ເນື່ອງ​ຈາກ​ມີ​ທຳ​ມະ​ຊາດ​ທີ່​ອຸດົມສົມບູນ, ອາກາດ​ບໍລິສຸດ ​ແລະ​ບັນຍາກາດ​ທີ່​ງຽບສະຫງົບ.

ທີ່ຕັ້ງ[ດັດແກ້]

  • ທິດເໜືອຕິດກັບ ແຂວງເຊກອງ
  • ທິດໃຕ້ຕິດກັບ ແຂວງຊຽງແຕງ ແລະ ແຂວງຣັດຕະນະຄີຣີ ຂອງ ຣາຊະອານາຈັກກຳປູເຈຍ
  • ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ

ບັນດາເມືອງ[ດັດແກ້]

ແຂວງອັດຕະປຶປະກອບດ້ວຍ 5 ເມືອງ ໄດ້ແກ່ :

  1. 17-01 ໄຊເຊດຖາ (Xaysetha)
  2. 17-02 ສາມັກຄີໄຊ (Samakkhixay)
  3. 17-03 ສະໜາມໄຊ (Sanamxay)
  4. 17-04 ຊານໄຊ (Sanxay)
  5. 17-05 ພູວົງ (Phouvong)

​ແຫຼ່ງທ່ອງ​ທ່ຽວ[ດັດແກ້]

Commons:Category
Commons ມີພາບກ່ຽວກັບ:
ແຂວງອັດຕະປື