ແຂວງຊຽງຂວາງ

ຈາກ ວິກິພີເດຍ
ແຂວງຊຽງຂວາງ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງຊຽງຂວາງ
ເມືອງເອກ ເມືອງແປກ(ໂພນສະຫວັນ)
ISO 3166-2 LA-XI
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 15,880 km²

ແຂວງຊຽງຂວາງ ເປັນແຂວງທີ່ອຸດົມສົມບູນໄປດ້ວຍ ຊັບໃນດິນສິນໃນນ້ຳແລະປ່າໄມ້ທີ່ອຸດົມສົມບູນ ມີແຫຼ່ງທ້ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ເຊັ່ນ ທົ່ງໄຫຫີນ ບໍ່ນ້ຳຮ້ອນ ນອກຈາກນັ້ນ ແຂວງຊຽງຂວາງຍັງແມ່ນໜຶ່ງໃນບັນດາແຂວງທີ່ບໍ່ມີພົມແດນຕິດກັບແມ່ນໍ້າຂອງ ແລະ ມີຊາຍແດນຕິດກັບປະເທດຫວຽດນາມທາງທິດຕາເວັນອອກ

ປະຫວັດແຂວງຊຽງຂວາງ[ດັດແກ້]

ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກິໂລແມັດ ແລະ ຫ່າງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫລັບຊັບຊ້ອນຕາມເສັ້ນທາງຫມາຍເລກ 7 ໄປສິ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊິ່ງໃນຊ່ວງສົງຄາມອິນດູຈີນທາງເສັ້ນນີ້ເປັນເສັ້ນທາງຂົນສົ່ງກຳລັງ ລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ກະບວນການ ປະເທດລາວ ຈຶ່ງເປັນເຫດເຮັດໃຫ້ ອາເມຣິການຳເອົາຍົນຖິ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງຖືກເຜົາລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປປະເທດຫວຽດນາມສ່ວນຫນື່ງ ແລະ ໄປວຽງຈັນອີກສ່ວນຫນຶ່ງ ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງ ຈຶ່ງໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃຫມ່ຂື້ນ ໃສ່ຊື່ວ່າ ເມືອງແປກ ຫຼື ທີ່ຮູ້ຈັກກັນຄືໂພນສະຫວັນ

ໃນປີ ຄ.ສ 1970 ຫລື ເມື່ອປະມານ 30 ກວ່າປີທີ່ຜ່ານມາ ແຂວງຊຽງຂວາງ ເຄີຍເປັນສະໝໍລະພູມຮົບ ອັນດຸເດືອດນັບເທື່ອບໍ່ຖ້ວນ ໃນຍຸກສົງຄາມອິນດູຈີນ ຫລື ສົງຄາມຫວຽດນາມ ທີ່ຜ່ານມາ ອາດເພາະວ່າໃນອະດີດ ຊຽງຂວາງຄືຈຸດຍຸດທະສາດສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງຕະເວັນອອກສຽງເໜືອຂອງປະເທດ ຢູ່ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ ແລະ ເມືອງໂພນສະຫວັນຊຶ່ງເປັນເມືອງຫລວງຂອງຊຽງຂວາງ ຂວາງຂ້າມສາຍພູອັນສະຫລັບຊັບຊ້ອນເທິງເສັ້ນທາງເລກທີ 7 ໄປສີ້ນສຸດທີ່ດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອ ຂອງປະເທດຫວຽດນາມໄລຍະທາງພຽງແຕ່ 130 ກິໂລແມັດ ຊຶ່ງໃນຊ່ວງສົງຄາມອິນດູຈີນ ເສັ້ນທາງສາຍນີ້ເຄຍໃຊ້ເປັນເສັ້ນທາງສົ່ງກຳລັງ ບຳລຸງລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ຂະບວນການປະເທດລາວ ຊຶ່ງໃນຂະນະນັ້ນເປັນພັນທະມິດກັນ ແລະ ເສັ້ນທາງສາຍນີ້ຈຶ່ງມີຊື່ຮຽກອີກຢ່າງໜຶ່ງວ່າ ເສັ້ນທາງໂຮ່ຈິມິນ ຍ້ອນວ່າຢູ່ໃກ້ຫວຽດນາມເໜືອ ເຮັດໃຫ້ຂະບວນການປະເທດລາວ ຕັດສິນໃຈຕັ້ງກອງບັນຊາການໃຫຍ່ ຂຶ້ນບ່ອນນີ້ກອງທັບອາກາດອະເມຣິກາ ຈຶ່ງສົ່ງເຮືອບິນ ຖິ້ມລະເບີດ ບີ 52 ເຂົ້າມາຖິ້ມລະເບີດປູພົມ ໝາຍທຳລາຍລ້າງຂະບວນການປະເທດລາວຢ່າງໜັກ ຫມູ່ບ້ານໃຫຍ່ນ້ອຍຫລາຍຮ້ອຍແຫ່ງ ຕະຫລອດຈົນວັດວາອາຮາມ ຖືກທຳລາຍເກືອບທັງໝົດ ສົ່ງຜົນໃຫ້ປະຊາຊົນ ແລະ ທະຫານຝ່າຍຂະບວນການປະເທດລາວຕ້ອງອົບຍົບເຂົ້າໄປຢູ່ຕົດຕາມຖ້ຳ ແລະ ຫຸບເຂົາທົ່ວໄປໃນແຂວງຊຽງຂວາງ ແລະ ຂ້າງຄຽງ. ໃນອະດີດໃນສະໄໝຊ່ວງທົດສະວັດທີ 1830 ແຂວງຊຽງຂວາງຖືກລວມເຂົ້າຢູ່ກັບຫວຽດນາມ ປະຊາຊົນຊຽງຂວາງ ໃນສະໄໝນັ້ນຖືກບັງຄັບໃຫ້ແຕ່ງກາຍ ແລະ ໃຊ້ຂະໜົບທຳນຽມຂອງຫວຽດນາມ ແຕ່ຄວາມຮັກອິດສະຫລະ ແລະ ເດັດດ່ຽວໃນຊາດພັນຂອງຕົນເອງ ເຮັດໃຫ້ຊາວແຂວງຊຽງຂວາງ ທຸກຄົນລຸກຮືຂຶ້ນຕໍ່ສູ້ ເພື່ອຮັກສາ ຄວາມເປັນອະທິປະໄຕຂອງຕົນເອງໄວ້ຢ່າງສຸດຄວາມສາມາດ ແຕ່ທ້າຍທີ່ສຸດຊາວແຂວງຊຽງຂວາງກໍບໍ່ອາດຕ້ານທານກຳລັງຈາກປະເທດເພື່ອນບ້ານຜູ້ຊົງອິດທິພົນ ໃນຂະນະນັ້ນ ຈຶ່ງຕົກເປ້ນເມືອງຂຶ້ນຂອງຫວຽດນາມຢູ່ຊົ່ວໄລຍະໜຶ່ງ. ສົງຄາມອິນດູຈີນ ໄດ້ຜ່ານພົ້ນໄປສາມສິບກວ່າປີແລ້ວ ແຕ່ບາດແຜ ແລະ ຮ່ອງຮອຍຈາກສົງຄາມ ຍັງຄົງຢູ່ ສະພາບຂອງສິ່ງເພພັງ ຂອງເມືອງຄູນ ເມືອງຫລວງເກົ່າຍັງຄົງມີຮ່ອງຮອຍໃຫ້ເຫັນຢູ່ໂດຍທົ່ວໄປ ຊຶ່ງຈາກຊາກເພພັງບາງແຫ່ງທາງລັດຖະບານລາວໄດ້ອະນຸລັກເອົາໄວ້ໃຫ້ຄົນລຸ້ນຫລັງໄດ້ ເຫັນເຖິງພິດໄພຂອງສົງຄາມ ທີ່ເກິດຂື້ນເມື່ອໃນອະດີດ ຮ່ອງຮອຍຂອງຂຸມລະເບີດຂະໜາດໃຫຍ່ ຈາກຝູງບິນ ບີ 52 ຂອງອະເມຣິກາ ຍັງຄົງມີໃຫ້ເຫັນຢູ່ທົ່ວໄປ ປະຈຸບັນໄດ້ຖືກດັດແປງໃຫ້ເປັນບໍ່ລ້ຽງປາໃນນາເຂົ້າ ຊາກຂອງລູກລະເບີດ ນ້ຳໜັກຫລາຍສິບໂຕນ ຖືກດັດແປງມາເປັນຮົ້ວເຮືອນ, ເສົາເຮືອນ, ຮາງເຂົ້າໝູ, ບ່ອນນັ່ງຫລິ້ນ, ເຕົາປິ້ງ ສຳລັບນັກທ່ອງທ່ຽວ.

ລັກສະນະພູມສັນຖານ[ດັດແກ້]

ແຂວງຊຽງຂວາງຕັ້ງຢູ່ທາງພາກເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນ ທີ່ອຸດົມສົມບູນ ເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ 2820 ແມັດ.

ໂພນ​ສະ­ຫວັນ ຄ້າຍ­ຄື​ກັນ​ກັບສະ­ຫວັນ​ຂອງ​ຄົນ​ເມືອງ​ເຫນືອ ກໍ່​ວ່າ​ໄດ້ດຳ­ລົງ​ຊີ­ວິດ​ອາ­ໄສ​ຕາມທຳ​ມະ​ຊາດ​ໃນ​ເຂດ​ເນີນ​ພູ, ທົ່ງພຽງ​ລຽບ​ຕາມ​ລຳ​ນ້ຳ­ຂອງ ຫລື ຕາມ​ຈ້າຍ​ພູບວກ​ກັບ​ຄວາມ​ຈະເລີນ​ຮຸ່ງ­ເຮືອງ​ໃນ​ປະ­ຈຸ​ບັນ​ເຮັດໃຫ້​ບ່ອນ​ດັ່ງ­ກ່າວ​ນີ້​ມີ​ໂສມ​ຫນ້າໃຫມ່​ປະ­ດັບ​ດິນ­ແດນ​ອິດ­ສະ­ຫລະສາຍ​ຖະ­ຫນົນ­ຫລວງ​ຄົດ​ລ້ຽວ​ໂງເງ ຕາມ​ຮ່ອມ​ພູ, ສັນ­ພູ ໃນ​ປະ­ຈຸບັນ​ເຂດ​ທົ່ງ​ໄຫ​ຫີນ​ມີ​ອາ­ ກາດຫນາວ​ເຢັນ​ຕະ­ຫລອດ​ປີ ຖະ­ຫນົນສາຍ​ຫລັກ​ທີ່​ຄົດ​ລ້ຽວ ບ້ານ​ໂພນສະ­ຫວັນ ເບິ່ງ​ຄື​ກັນ​ກັບ​ວ່າ​ເປັນອານາ​ນິ­ຄົມ​ຂອງ​ປະ­ຊາ­ຊົນ​ໃນເຂດ​ນັ້ນ​ຍອຍ​ປ່າ​ສົນ​ເປັນ​ສີ­ຂຽວປົກ​ຄຸມ​ເຮັດ​ໃຫ້​ຫມູ່​ບ້ານ​ດັ່ງ­ກ່າວ ມີ​ສີ­ສັນ​ຂຶ້ນ​ຕື່ມເປັນ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ຊ້ຳ​ແບບ​ກັບບ່ອນ​ອື່ນ​ຂອງ​ແຂວງ ມັນ​ຍັງ​ມີ​ສະເຫນ​ຂອງ​ມັນ​ຢູ່​ໃນ​ຄວາມ​ລຽບງ່າຍ​ທີ່​ອຸ­ດົມ​ໄປ​ດ້ວຍ​ປະ­ຫວັດສາດ​ທາງ​ດ້ານ​ວັດ­ທະ­ນະ­ທຳ ເຮົາ​ຈະ​ເຫັນ​ລູກ​ລະ­ເບີດ​ທີ່​ໃຊ້​ເປັນເສົາ​ຮົ້ວ​ບ້ານ ແລະ ເປັນ​ຮາງ​ໂຕ່ງນ້ຳ​ໃນ​ຍາມ​ຝົນໃນ​ເຂດ​ຊົນ​ນະບົດ.

ທີ່ຕັ້ງ[ດັດແກ້]

ບັນດາເມືອງ[ດັດແກ້]

ແຂວງຊຽງຂວາງ ປະກອບມີ 7 ເມືອງ, ມີ 477 ບ້ານ, ປະຊາກອນທັງໝົດ 278,776 ຄົນ, ມີ 48,528 ຄົວເຮືອນ (ສະຖິຕິປີ 2022)

ສະຖານທີ່ທ່ອງທ່ຽວ[ດັດແກ້]

  1. ທົ່ງໄຫຫີນ
  2. ບໍ່ນ້ຳຮ້ອນ
  3. ວັດເພຍວັດ
  4. ຖ້ຳພະ(ເມືອງພູກູດ)
  5. ວັດໄຫຫີນ
  6. ໜອງນໍ້າຫງຳ