ແຂວງບໍ່ແກ້ວ

ຈາກ ວິກິພີເດຍ

ແຂວງບໍ່ແກ້ວ
ຂໍ້ມູນທັ່ວໄປ
ຊື່ພາສາລາວ ແຂວງບໍ່ແກ້ວ
ເມືອງເອກ ຫ້ວຍຊາຍ
ISO 3166-2 LA-BK
ຂໍ້ມູນສະຖິຕິ
ເນື້ອທີ່ 6,196 km²
ປະຊາກອນ 149,700 (2004 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 24 ຄົນ/km²

ແຂວງບໍ່ແກ້ວ (ອັງກິດ: Bokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງຕອນຕະເວັນຕົກສຽງເໜືອຂອງລາວ ແຂວງນີ້ມີຊື່ອສຽງທາງດ້ານອັນຍະມະນີ ແລະຍັງຢູ່ໃນເຂດສາມຫຼ່ຽມທອງຄຳອີກດ້ວຍ

[ດັດແກ້] ປະຫວັດ

ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫັວຂອງ (ແຂວງຫັວຂອງໄດ້ຖຶກຍຸບລົງເປັນ 2 ແຂວງ) ແມ່ນພື້ນທີ່ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນ ມາຕັ້ງເປັນແຂວງໃໝ່ ແລ້ວຕັ້ງເມືອງຫ້ວຍຊາຍ ຊຶ່ງເປັນເມືອງເອກຂອງແຂວງຫັວຂອງເດີມເປັນເມືອງເອກຂອງແຂວງບໍ່ແກ້ວ ຕ່ອມາໃນປີ ພ.ສ. 2534 ໄດ້ມີການໂອນ ເມືອງປາກທາ ແລະ ເມືອງຜາອຸດົມຈາກ ແຂວງອຸດົມໄຊ ມາຂຶ້ນກັບແຂວງບໍ່ແກ້ວ

[ດັດແກ້] ບັນດາເມືອງ

  1. 0501 ຫ້ວຍຊາຍ (Houayxay)
  2. 0502 ຕົ້ນເຜິ້ງ (Tonpheung)
  3. 0503 ເມິງ (Meung)
  4. 0504 ຜາອຸດົມ (Pha Oudom)
  5. 0505 ປາກທາ (Paktha)

[ດັດແກ້] ທີ່ຕັ້ງ


ເຄື່ອງມືສ່ວນຕົວ