ປະເທດໄທ

ຈາກ ວິກິພີເດຍ
ราชอาณาจักรไทย
ລາຊະອານາຈັກໄທຍ
ທຸງຊາດໄທຍ ເຄື່ອງໝາຍຊາດ ໄທຍ
ທຸງຊາດ ເຄື່ອງໝາຍຊາດ
ຄຳຂວັນ:
ເພງຊາດ: ເພງຊາດໄທຍ
ແຜນທີ່ສະແດງທີ່ຕັ້ງຂອງປະເທດໄທຍ
ນະຄອນຫຼວງ ບາງກອກ
13°44′N 100°30′E / 13.733°N 100.500°E / 13.733; 100.500
ເມືອງໃຫຍ່ສຸດ ບາງກອກ
ພາສາລັດຖະການ ພາສາໄທຍ
ລັດຖະບານ ປະຊາທິປະໄຕແບບລັດຖະສະພາ ມີພະມະຫາກະສັດຢູ່ໃຕ້ລັດຖະທຳມະນູນ
 - ພະມະຫາກະສັດ ສົມເດັດພະເຈົ້າມະຫາຊີວິດ
ພູມິພົນອະດຸນຍະເດດ
 - ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ
ສະຖາປະນາຂຶ້ນ
 - ອານາຈັກສຸໂຂໄທ 1238–1368 
 - ອະຍຸທະຍາ 1350–1767 
 - ອານາຈັກທົນບຸລີ 1767 ຫາ 6 ເມສາ 1782 
 - ລັດຕະນະໂກສິນ 6 ເມສາ 1782 ຫາປັດຈຸບັນ 
ພື້ນທີ່
 - ທັງໝົດ
 
 - ພື້ນນ້ຳ(%)
 
514.000 ກມ.² (ອັນດັບທີ 49)
198.115 ໄມລ໌² 
0.4
ປະຊາກອນ
 - ທັນວາ 2006ປະມານ
 - 2000

 - ປະຊາກອນ
 
62.828.706 (ອັນດັບທີ  20)
60.916.441

122/ກມ.² (ອັນດັບທີ 80)
326/ໄມລ໌² 
GDP (PPP)
 -ລວມ
 -ຕໍ່ປະຊາກອນ
2006ຄ່າປະມານ
585,9 ພັນລ້ານໂດລາສະຫະລັດ (ອັນດັບທີ 21)
10,849 (ອັນດັບທີ 69)
HDI (2004) 0,784 (ອັນດັບທີ 72) – ປານກາງ
ສະກຸນເງິນ ບາດ ฿ (THB)
ເຂດເວລາ (UTC+7)
ລະຫັດອິນເຕີເນັດ .th
ລະຫັດໂທລະສັບ +66

ປະເທດໄທ (ຄຳເຄົ້າ: ປເທສໄທຍ໌[໑], ໄທ: ประเทศไทย) ຫຼື ລາຊະອານາຈັກໄທຍ (ຄຳເຄົ້າ: ຣາຊອານາຈັກຣໄທຍ໌[໒], ໄທ: ราชอาณาจักรไทย, ອັງກິດ: Kingdom of Thailand) ຕັ້ງຢູ່ ອາຊີຕາເວັນອອກສຽງໃຕ້ ແລະ ມີຊາຍແດນ ຕິດກັບ ລາວ, ກຳປູເຈຍ, ມາເລເຊຍ ແລະ ມຽນມາ. ປະເທດໄທຍ ເປັນ ສະມາຊິກ ຂອງ ອົງການສະຫະປະຊາຊາດ, ເອເປັກ, ອາຊຽນ ແລະ ມີ ນະຄອນຫຼວງບາງກອກ (ຫຼື ກຸງເທບມະຫານະຄອນ) ເປັນ ສູນກາງການປົກຄອງ.

ປະຫວັດສາດ[ດັດແກ້]

ປະເທດໄທມີປະຫວັດສາດຍາວນານ. ນັບເລີ່ມຕັ້ງແຕ່ການຫຼົ້ມສະຫຼາຍຂອງອານາຈັກຂອມ-ຈັກກະວັດນະຄອນວັດ ນະຄອນທົມ ເມື່ອຕົ້ນໆ ຄິດສະຕະວັດທີ 8 ໂດຍມີຄວາມສືບເນື່ອງແລະຄາບກ່ຽວລະຫວ່າງອານາຈັກບູຮານຫຼາຍແຫ່ງເຊັ່ນ ອານາຈັກຟູນັນ ຈາມປາ ທະວາລະວະດີ ສີວິໄຊ ລະໂວ້ ຂະແມ ຯລຯ ໂດຍເລີ່ມມີຄວາມຊັດເຈນໃນອານາຈັກສຸໂຂໄທຕັ້ງແຕ່ປີ 1238 ໂດຍມີພໍ່ຂຸນສີອິນທາທິດເປັນປະຖົມກະສັດ. ໃນອານາຈັກນີ້ມີກະສັດຜູ້ປີຊາສາມາດຢູ່ຫຼາຍພະອົງ ເຊັ່ນ ພໍ່ຂຸນຣາມຄຳແຫງມະຫາລາດ ຜູ້ປະດິດອັກສອນໄທ ແລະຂະຫຍາຍອານາຈັກໄປກວ້າງໄກ. ຕໍ່ມາເກີດອານາຈັກລ້ານນາທາງພາກເຫນືອ ມີພໍ່ຂຸນເມັງຮາຍມະຫາລາດເປັນປະຖົມກະສັດ ເສື່ອມອຳນາດລົງໃນຊ່ວງຕົ້ນຄິດສະຕະວັດທີ 14 ແລ້ວຄວາມຮຸ່ງເຮືອງກໍ່ໄດ້ປະກົດຂຶ້ນໃນອານາຈັກທາງໃຕ້ ນະ ອານາຈັກອະຍຸທະຍາ ເຊິ່ງສະຖາປະນາຂື້ນໃນປີ 1350 ໂດຍສົມເດັດພະລາມາທິບໍດີທີ 1 ຫຼືພະເຈົ້າອູ່ທອງ ກົງກັບສະໄໝສົມເດັດເຈົ້າຟ້າງຸ່ມ ແຫ່ງອານາຈັກລ້ານຊ້າງ. ຍັງມີອານາເຂດທີ່ບໍ່ໃຫຍ່ ຕໍ່ມາກະສັດແຫ່ງກຸງສີອະຍຸທະຍາສາມາດໄດ້ດິນແດນອ້ອມຂ້າງເປັນປະເທດລາດ. ມີອານາເຂດກວ້າງຂວາງ ແຕ່ກໍ່ເສຍເມືອງຄັ້ງທຳອິດໃຫ້ແກ່ພະມ້າໃນປີ 1569. ໃນສະໄໝສົມເດັດພະມະຫິນທາທິລາດ ແລະສາມາດກອບກູ້ເມືອງໄດ້ສຳເລັດໃນປີ 1592 ໂດຍສົມເດັດພະນະເລສວນມະຫາລາດ. ເຮັດຍຸທະຫັດຖີ (ການສູ້ຮົບກັນຕົວຕໍ່ຕົວເທິງຫຼັງຊ້າງ) ກັບພະມະຫາອຸປະລາຊາ ແຫ່ງອານາຈັກຫົງສາວະດີ ເຮັດໃຫ້ພະມ້າບໍ່ມາຍຶດເມືອງກວ່າຮ້ອຍກວ່າປີ. ໃນສະໄໝສົມເດັດພະນາລາຍມະຫາລາດ ເປັນຍຸກສະໄໝທີ່ມີການຄ້າເສລີ ມີຊາວຕາເວັນຕົກມາຄ້າຂາຍເປັນຈຳນວນຫຼາຍ ໂດຍສະເພາະແມ່ນຊາວຝະລັ່ງ. ສຸດທ້າຍພະມ້າກໍ່ກັບມາຕີຈົນເສຍກຸງສີອະຍຸທະຍາເປັນຄັ້ງທີ່ສອງໃນປີ ພ.ສ. 2310 ໃນສະໄໝສົມເດັດພະທີ່ນັ່ງສຸລິຍາດອະມະລິນ ຫຼື ພະເຈົ້າເອກະທັດ. ຕໍ່ມາພະຍາວະຊິລະປາການ (ສິນ) ໄດ້ຍົກກຳລັງມາໂຮມຢູ່ເມືອງຈັນທະບູລີ ຈົນສາມາດກັບມາຍຶດເມືອງຄືນຈາກພະມ້າໄດ້ສຳເລັດພາຍໃນ 9 ເດືອນ ແລະສະຖາປະນາຕົນເອງເປັນກະສັດພະນາມວ່າ ສົມເດັດພະບໍລົມມະລາຊາທິລາດທີ 4 ຫຼື ສົມເດັດພະເຈົ້າຕາກສິນມະຫາລາດ. ເມື່ອເບິ່ງກຸງສີອະຍຸທະຍາແລ້ວ ເຫັນວ່າບໍ່ສາມາດຟື້ນຟູກັບຄືນໄດ້ ຈຶ່ງໄດ້ຍ້າຍລາຊະທານີມາຢູ່ກຸງທົນບຸລີ. ກຸງທົນບຸລີໄດ້ມີໂອກາດເປັນລາຊະທານີຂອງໄທພຽງ ໄລຍະ 15 ປີ ເທົ່ານັ້ນ. ພາຍຫຼັງ​ໄດ້ຕົກ​ເຂົ້າ​ສູ່​ວິ​ກິດ​ກາ​ນອັນ​ຮ້າຍ​ແຮງຍ້ອນ​ມີຄວາມ​ຂັດ​ແຍ່ງ​ພາຍ​ໃ​ນກຸງທົນບຸລີ ເຫດການທີ່ເກິດຂຶ້ນໃນເວລາ​ນັ້ນເຮັດ​ໃຫ້ສົມເດັດພະເຈົ້າຕາກສິນມະຫາລາດເຊິ່ງໄດ້ຊື່ວ່າແມ່ນວີລະບຸລຸດຜູ້ກູ້ຊາດແຕ່ພະມ້າຕ້ອງຖືກ​ຈັບສັ່່່່ງປະຫານ​ຊີວິດ.​

ເຂດການປົກຄອງ[ດັດແກ້]

ພາກເໜືອ[ດັດແກ້]

ມີ 9 ຈັງຫວັດ :

ພາກຕາເວັນອອກສຽງເໜືອ[ດັດແກ້]

ມີ 20 ຈັງຫວັດ :

ພາກກາງ[ດັດແກ້]

ມີບາງກອກແລະ 21 ຈັງຫວັດ :

ພາກຕາເວັນອອກ[ດັດແກ້]

ມີ 7 ຈັງຫວັດ :

ພາກຕາເວັນຕົກ[ດັດແກ້]

ມີ 5 ຈັງຫວັດ :

ພາກໃຕ້[ດັດແກ້]

ມີ 14 ຈັງຫວັດ

ເມືອງໃຫຍ່ / ຈັງຫວັດໃຫຍ່[ດັດແກ້]

ອັນດັບ ເມືອງ / ເທດສະບານ ຈຳນວນປະຊາກອນ ຈັງຫວັດ
1 ບາງກອກ 6,121,672 ບາງກອກ
2 ນົນທະບູລີ 266,941 ນົນທະບູລີ
3 ປາກເກັດ 167,138 ນົນທະບູລີ
4 ຫາດໃຫຍ່ 157,678 ສົງຂາ
5 ຊຽງໃໝ່ 150,805 ຊຽງໃໝ່
6 ນະຄອນລາຊະສີມາ 149,938 ນະຄອນລາຊະສີມາ
7 ອຸດອນທານີ 142,670 ອຸດອນທານີ
8 ສຸລາດທານີ 124,665 ສຸລາດທານີ
9 ຂອນແກ່ນ 121,283 ຂອນແກ່ນ
10 ນະຄອນສີທຳມະລາດ 106,293 ນະຄອນສີທຳມະລາດ
ອັນດັບ ຈັງຫວັດ ຈຳນວນປະຊາກອນ ພາກ
1 ບາງກອກ 6,121,672 ພາກກາງ
2 ນະຄອນລາຊະສີມາ 2,546,763 ພາກຕາເວັນອອກສຽງເໜືອ
3 ອຸບົນລາຊະທານີ 1,774,808 ພາກຕາເວັນອອກສຽງເໜືອ
4 ຂອນແກ່ນ 1,747,542 ພາກຕາເວັນອອກສຽງເໜືອ
5 ຊຽງໃໝ່ 1,650,009 ພາກເໜືອ
6 ບຸລີລຳ 1,531,430 ພາກຕາເວັນອອກສຽງເໜືອ
7 ອຸດອນທານີ 1,523,802 ພາກຕາເວັນອອກສຽງເໜືອ
8 ນະຄອນສີທຳມະລາດ 1,504,420 ພາກໃຕ້
9 ສີສະເກດ 1,443,975 ພາກຕາເວັນອອກສຽງເໜືອ
10 ສຸລິນ 1,374,700 ພາກຕາເວັນອອກສຽງເໜືອ

ເສດຖະກິດ[ດັດແກ້]

ປະເທດໄທມີເສດຖະກິດແບບປະສົມ ມີລາຍໄດ້ຫຼັກຈາກອຸດສາຫະກຳ ການສົ່ງອອກສິນຄ້າແລະບໍລິການ ການທ່ອງທ່ຽວ ການບໍລິການ ກະເສຕະກຳແລະຊັບພະຍາກອນທຳມະຊາດ. ປະເທດໄທແມ່ນປະເທດທີ່ມີມູນຄ່າການສົ່ງອອກເປັນອັນດັບທີ 24 ຂອງໂລກ ແລະມີມູນຄ່າການນຳເຂົ້າເປັນອັນດັບທີ 23 ຂອງໂລກ. ຕະຫຼາດນຳເຂົ້າສິນຄ້າໄທທີ່ສຳຄັນ ໄດ້ແກ່ ຍີ່ປຸ່ນ ຈີນ ສະຫະລັດອາເມລິກາ ມາເລເຊຍ ສະຫະລັດອາຫຼັບເອມິເລດ ສິງກະໂປ ໄຕ້ຫວັນ ເກົາຫຼີໃຕ້ ຊາອຸດິອາລະເບຍ ແລະອິນໂດເນເຊຍ.[໓] ຂໍ້ມູນໃນເດືອນກຸມພາ ຄ.ສ. 2009 ປະເທດໄທສົ່ງອອກສິນຄ້າກວ່າ 406,990 ລ້ານບາດ ໂດຍສິນຄ້າສົ່ງອອກທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 141,401 ລ້ານບາດ ອາຫານ 52,332 ລ້ານບາດ ສິນຄ້າອຸດສາຫະກຳ 45,959 ລ້ານບາດ ແລະມີມູນຄ່າການນຳເຂົ້າປະມານ 285,965 ລ້ານບາດ ໂດຍສິນຄ້ານຳເຂົ້າທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 113,421 ລ້ານບາດ ນ້ຳມັນແລະເຊື້ອເພີງ 50,824 ລ້ານບາດ ແລະເຄມີພັນ 46,376 ລ້ານບາດ ມີມູນຄ່າການຄ້າສຸທທິ 121,025 ລ້ານບາດ.[໔]

ຢ່າງໃດກໍດີ ແຮງງານສ່ວນໃຫຍ່ຂອງໄທຢູ່ໃນພາກກະເສຕະກຳ[໕] ໂດຍມີເຂົ້າເປັນພືດເສດຖະກິດຫຼັກທີ່ສຳຄັນທີ່ສຸດຂອງປະເທດ[໖]ແລະຖືໄດ້ວ່າເປັນປະເທດເຊິ່ງສົ່ງອອກເຂົ້າເປັນອັນດັບ 1 ຂອງໂລກ[໗]ດ້ວຍສັດສ່ວນການສົ່ງອອກຄິດເປັນຮ້ອຍລະ 36 ຂອງໂລກ.[໘]ປະເທດໄທມີພື້ນທີ່ເຊິ່ງເໝາະຕໍ່ການເພາະປູກກວ່າ 27.25%[໙]ເຊິ່ງໃນຈຳນວນນີ້ກວ່າ 55% ໃຊ້ສຳລັບການປູກເຂົ້າ.[໑໐]ສ່ວນພືດຜົນທາງການກະເສດອື່ນ ໆ ໄດ້ແກ່ ຢາງພາລາ ຜັກແລະໝາກໄມ້ຕ່າງ ໆ ລວມໄປເຖິງມີການເພາະລ້ຽງປະສຸສັດ ເຊ່ນ ງົວ ໝູ ເປັດ ໄກ່ ສັດນ້ຳທັງປານ້ຳຈືດ ປານ້ຳເຄັມໃນກະຊັງ ການເຮັດນາກຸ້ງ ການລ້ຽງຫອຍ ລວມໄປເຖິງການປະມົງທາງທະເລ. ເນື່ອງຈາກປະເທດໄທມີຄວາມອຸດົມສົມບູນດ້ານພືດພັນທັນຍາຫານຕະຫຼອດປີ ຈຶ່ງໄດ້ຊື່ວ່າເປັນແຫຼ່ງຜະລິດອາຫານທີ່ສຳຄັນຂອງໂລກ ແລະເປັນຜູ້ສົ່ງອອກອາຫານລາຍໃຫຍ່ຂອງໂລກເປັນອັນດັບທີ 5.[໑໑]

ວິທະຍາສາດແລະເຕັກໂນໂລຊີ[ດັດແກ້]

ໄດ້ມີການບັນຈຸແຜນການໃຊ້ແລະພັດທະນາວິທະຍາສາດແລະເຕັກໂນໂລຊີນັບຕັ້ງແຕ່ແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 5 (ຄ.ສ. 1982-1986) ເປັນຕົ້ນມາ. ແຕ່ໃນຂະນະນັ້ນຍັງພໍ້ວ່າມີອຸປະສັກດ້ານສະໝັດຖະພາບຂອງປະເທດໃນດ້ານວິທະຍາສາດແລະເຕັກໂນໂລຊີຂອງປະເທດຍັງບໍ່ເຂັ້ມແຂງ ຈົນເຖິງແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 6 (ຄ.ສ. 1987-1991) ຈຶ່ງໄດ້ຈັດແຜນພັດທະນາວິທະຍາສາດແລະເຕັກໂນໂລຊີໃຫ້ເປັນ 1 ໃນ 10 ຂອງແຜນ ເພື່ອພັດທະນາຂີດຄວາມສາມາດດ້ານການຜະລິດແລະການແປຮູບສິນຄ້າ.[໑໒]

ພະບາດສມເດັດພະຈອມເກົ້າເຈົ້າຢູ່ຫົວຊົງໄດ້ຮັບພະສະໄໝຍານາມວ່າ "ພະບິດາແຫ່ງວິທະຍາສາດໄທ" ຈາກການທີ່ໄດ້ຊົງຄຳນວນສຸລິຍຸປະລາຄາເຕັມດວງ 18 ສິງຫາ ຄ.ສ. 1868 ຢ່າງແມ່ນຍຳ ເມື່ອວັນທີ 14 ເມສາ ຄ.ສ. 1982 ໂດຍລັດຖະບານກຳໜົດໃຫ້ວັນທີ 18 ສິງຫາ ຂອງທຸກປີເປັນວັນວິທະຍາສາດແຫ່ງຊາດ.[໑໓]


ໃນປັດຈຸບັນວິທະຍາສາດໄດ້ເຂົ້າມາມີສ່ວນຮ່ວມໃນປະເທດໄທຫຼາຍຂຶ້ນໃນເລື່ອງການແພດ ການຄົມມະນາຄົມ ການສຶກສາ ການສື່ສານເຮັດໃຫ້ວິທະຍາສາດແລະເຕັກໂນໂລຊີຂອງປະເທດໄທກ້າວໜ້າຢ່າງໄວວາ.[໑໔]

ການຄົມມະນາຄົມ[ດັດແກ້]

ການຄົມມະນາຄົມສ່ວນຫຼາຍໃນປະເທດໄທຈະໃຊ້ການຂົນສົ່ງທາງບົກເປັນຫຼັກ ແມ່ນ ອາໄສລົດແລະລົດຈັກ ທາງຫຼວງສາຍຫຼັກໃນປະເທດໄທ ໄດ້ແກ່ ຖະໜົນພະຫົນໂຍທິນ ຖະໜົນມິຕະພາບ ຖະໜົນສຸຂຸມວິດ ແລະຖະໜົນເພັດກະເສມ. ນອກຈາກນີ້ລະບົບຂົນສົ່ງມວນຊົນຈະມີການບໍລິການຕາມເມືອງໃຫຍ່ຕ່າງໆ ໄດ້ແກ່ ລະບົບລົດເມ ແລະລົດໄຟ ລວມເຖິງລະບົບທີ່ເລີ່ມມີການໃຊ້ງານລົດໄຟລອຍຟ້າ ແລະລົດໄຟໃຕ້ດິນ ແລະໃນຫຼາຍພື້ນທີ່ຈະມີການບໍລິການລົດສອງແຖວ ລວມເຖິງລົດຮັບຈ້າງຕ່າງໆ ໄດ້ແກ່ ຕັກຊີ ເມວເຄື່ອງ ລົດຈັກຮັບຈ້າງ ແລະລົດຕຸກຕຸກ. ໃນອະດີດປະເທດໄທເຄີຍມີການຄົມມະນາຄົມໂດຍໃຊ້ລົດຮາງທີ່ມີລັກສະນະຄ້າຍລົດໄຟ.

ສຳລັບການຄົມມະນາຄົມທາງອາກາດນັ້ນ ປັດຈຸບັນປະເທດໄທໄດ້ເປີດໃຊ້ສະໜາມບິນສຸວັນນະພູມ ເຊິ່ງຖືໄດ້ວ່າເປັນສະໜາມບິນຂະໜາດໃຫຍ່ທີ່ສຸດຂອງປະເທດ ໂດຍເປີດຢ່າງເປັນທາງການຕັ້ງແຕ່ວັນທີ 28 ກັນຍາ ຄ.ສ. 2006[໑໕] ເພື່ອໃຊ້ແທນທີ່ສະໜາມບິນນານາຊາດດອນເມືອງ ສ່ວນການຄົມມະນາຄົມທາງນ້ຳ ໂດຍອາໄສເຮືອເປັນຫຼັກ. ປະເທດໄທມີທ່າເຮືອຫຼັກ ໆ ແມ່ນ ທ່າເຮືອບາງກອກ ຄອງເຕີຍ ແລະທ່າເຮືອແຫຼມສະບັງ.

ການສື່ສານ[ດັດແກ້]

ການສື່ສານໃນປະເທດໄທເດີມໃຊ້ຈົດໝາຍ ໂດຍໄປສະນີໄທເປັນຜູ້ຮັບສົ່ງຈົດໝາຍ ແຕ່ການຂຽນຈົດໝາຍທີ່ຫຼ້າຊ້າຈຶ່ງໄດ້ມີການນຳໂທລະເລກມາໃຊ້ໃນປະເທດໄທ ໂດຍກົມໄປສະນີໂທລະເລກແລະເລີກໃຊ້ໄປແລ້ວໃນປັດຈຸບັນ ໂດຍມີໂທລະສັບແລະໂທລະສານເປັນເຄື່ອງສື່ສານທີ່ສະດວກໄວວາທີ່ສຸດແລະລາຄາປະຫຍັດ ຢ່າງໃດກໍດີຍັງມີອິນເຕີເນັດໃຊ້ເປັນເຄື່ອງສື່ສານຢູ່ກັນບໍ່ໜ້ອຍ.

ການທ່ອງທ່ຽວ[ດັດແກ້]

ການທ່ອງທ່ຽວເຮັດລາຍໄດ້ໃຫ້ກັບປະເທດເປັນສັດສ່ວນສູງເມື່ອທຽບໃສ່ສັດສ່ວນຂອງຫຼາຍໆ ປະເທດໃນທະວີບອາຊີ (ປະມານ 6% ຂອງຈີດີພີ). ນັກທ່ອງທ່ຽວສ່ວນຫຼາຍທີ່ເດີນທາງມາຍັງປະເທດໄທດ້ວຍເຫດຜົນຫຼາຍປະການ ສ່ວນໃຫຍ່ມາທ່ອງທ່ຽວຕາມຊາຍຫາດແລະພັກຜ່ອນ ເຖິງແມ້ນວ່າຈະມີຄວາມບໍ່ສະຫງົບໃນສາມຈັງຫວັດຊາຍແດນພາກໃຕ້ກໍຕາມ[໑໖] ໂດຍແຫຼ່ງທ່ອງທ່ຽວທີ່ສຳຄັນໄດ້ແກ່ ບາງກອກ ເມືອງພັດທະຍາ ພາກໃຕ້ຝັ່ງທະເລອັນດາມັນ ແລະຈັງຫວັດຊຽງໃໝ່. [໑໗]

ໃນປີ ຄ.ສ. 2010 ມີນັກທ່ອງທ່ຽວລວມ 15.94 ລ້ານຄົນ ເພິ່ມຂຶ້ນຈາກປີກ່ອນເຖິງຮ້ອຍລະ 12.63 ໂດຍຫຼາຍກວ່າ 1 ໃນ 4 ເປັນນັກທ່ອງທ່ຽວຈາກອາຊຽນກົມການທ່ອງທ່ຽວ. [໑໘]

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  2. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  3. Office of Commercial Affiar, Royal Thai Embassy, Washington DC. Thai economic overview. p.2
  4. ທະນາຄານແຫ່ງປະເທດໄທ. ສິນຄ້າອອກແລະສິນຄ້າເຂົ້າຈຳແນກຕາມກຸ່ມສິນຄ້າ
  5. ທະນາຄານແຫ່ງປະເທດໄທ. Thailand at a Glance
  6. ຕະຫຼາດສິນຄ້າກະເສດລ່ວງໜ້າແຫ່ງປະເທດໄທ. ເຂົ້າຂາວ 5% Both Options (BWR5). ສືບຄົ້ນເມື່ອ 7 ພະຈິກ 2553.
  7. www.ch7.com. ປີ 52 ໄທສົ່ງອອກເຂົ້າທະລຸເປົ້າ ເງິນເຟີ້ຕິດລຶບໜ້ອຍ. ສືບຄົ້ນເມື່ອ 8 ພະຈິກ 2553.
  8. Thailand backs away from rice cartel plan." The International Herald Tribune 7 May 2008: 12. 2 Feb. 2009 [໑]
  9. CIA - The World Factbook :: Land use (ພາສາອັງກິດ)
  10. IRRI - Science - Rice Statistics - Info by Country - Thailand (ພາສາອັງກິດ)
  11. ເອກະລັກປະຈຳຊາດຂອງໄທ. ສຳນັກງານຄະນະກຳມະການວັດທະນະທຳແຫ່ງຊາດ. ສືບຄົ້ນ 9-12-2553.
  12. ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 116.
  13. ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 117.
  14. http://www.rmutphysics.com/charud/specialnews/6/science/unit4_13.html
  15. ສະໜາມບິນສຸວັນນະພູມ. ປະຫວັດຄວາມເປັນມາຂອງສະໜາມບິນສຸວັນນະພູມ. ສືບຄົ້ນເມື່ອ 18 ເມສາ 2553.
  16. ການທ່ອງທ່ຽວແຫ່ງປະເທດໄທ. International tourist arrival to Thailand by nationality and mode of transport
  17. Thailand and the World Bank, World Bank on Thailand country overview.The Guardian, Country profile: Thailand, 25 April 2009.
  18. [໒]. ສືບຄົ້ນຂໍ້ມູນ 31 ກໍລະກົດ 2554

ແຫຼ່ງຂໍ້ມູນອື່ນ[ດັດແກ້]