ສະໜາມບິນສຸວັນນະພູມ

ຈາກ ວິກິພີເດຍ

ສະໜາມບິນສຸວັນນະພູມ (ໄທ: ท่าอากาศยานสุวรรณภูมิ, ອັງກິດ: Suvarnabhumi Airport; IATA: BKK, ICAO: VTBS) ແມ່ນສະໜາມບິນສາກົນຫຼັກແລະໃຫຍ່ທີສຸດຂອງປະເທດໄທ ຕັ້ງຢູ່ທີ ອຳເພີບາງພີ ຈັງຫວັດສະໝຸດປາການ ຫ່າງຈາກໃຈກາງນະຄອນຫຼວງບາງກອກ 25 ກິໂລແມັດ ເປີດໃຫ້ບໍລິການເຕັມຮູບແບບເມື່ອວັນທີ 28 ກັນຍາ ຄ.ສ. 2006 ໂດຍເປັນສະໜາມບິນຫຼັກຂອງປະເທດແທນສະໜາມບິນດອນເມືອງ