ຈັງຫວັດຊຽງໃໝ່
ຈັງຫວັດຊຽງໃຫມ່ ແມ່ນຫນຶ່ງໃນ 75 ຈັງຫວັດຂອງໄທ. ຕັ້ງຢູ່ທາງພາກເໜືອຂອງປະເທດໄທ. ຄອບຄຸມພື້ນທີ່ປະມານ 20,107 ຕາລາງກິໂລແມັດ ຫຼື ໃຫຍ່ເປັນອັນດັບທີ່ 2 ຂອງປະເທດ ແລະມີຈຳນວນປະຊາກອນປະມານ 1.63 ລ້ານຄົນ, ເຊິ່ງຫຼາຍເປັນອັນດັບທີ່ 4 ຂອງປະເທດ. ແບ່ງການປົກຄອງອອກເປັນ 25 ອຳເພີ (ໂດຍທີ່ອຳເພີກັນລະຍານີວັດທະພະນາແມ່ນລຳດັບທີ່ 25 ຂອງຈັງຫວັດ ແລະລຳດັບທີ່ 878 ຂອງປະເທດ).
ຈັງຫວັດຊຽງໃຫມ່ເປັນຈັງຫວັດທີ່ມີການພັດທະນາໃນລະດັບສູງ. ມີສັກະຍະພາບໃນການພັດທະນາແລະເຕີບໂຕຢ່າງໄວ. ທັງທາງດ້ານການທ່ອງທ່ຽວ ເສດຖະກິດ ແລະການລົງທຶນ, ຈົນເປັນເມືອງເສດຖະກິດອັນໃຫຍ່ເປັນອັນດັບ 2 ຂອງປະເທດໄທ ລອງແຕ່ບາງກອກ. ແມ່ນຈັງຫວັດທີ່ມີແຫຼ່ງທ່ອງທ່ຽງທາງທຳມະຊາດແລະວັດທະນະທຳຫຼາຍ. ມີປະຫວັດຕິສາດອັນຍາວດົນ ເຊິ່ງເປັນທີ່ຕັ້ງຂອງອານາຈັກລ້ານນາໃນສະໄໝບູຮານ. ມີພາສາລ້ານນາ (ຄວາມເມືອງ ຫຼື ຄຳເມືອງ) ແມ່ນພາສາທ້ອງຖິ່ນ. ມີເອກະລັກສະເພາະໂຕອັນແຕກຕ່າງກັບຈັງຫວັດອື່ນໆ, ທັງດ້ານປະເພນີແລະວັດທະນະທຳອັນດີງາມ.
ປະຫວັດ [ດັດແກ້]
ເມືອງຊຽງໃໝ່ (จังหวัดเชียงใหม่) ມີຊື່ປາກົດໃນຕຳນານວ່າ "ນົບບຸລີສີນະຄອນພິງຊຽງໃໝ່". ສ້າງຂຶ້ນໃນປີ ພ.ສ. 1839 ໂດຍພະຍາມັງຮາຍແມ່ນຜູ້ຊົງສ້າງ. ມີອາຍຸຄົບ 700 ປີ ໃນປີ ພ.ສ. 2539.
ໃນອະດີດຊຽງໃໝ່ມີຖານະເປັນເມືອງຫຼວງຂອງລາດຊະອານາຈັກນະຄອນລັດອິດສະຫຼະ, ຊື່ວ່າ ອານາຈັກລ້ານນາ. ອັນປົກຄອງໂດຍກະສັດລາດຊະວົງມັງຮາຍ ປະມານ 261 ປີ (ລະຫວ່າງ ພ.ສ. 1839-2101) ກະທັ່ງໃນປີ ພ.ສ. 2101, ຊຽງໃໝ່ໄດ້ເສຍເມືອງໃຫ້ແກ່ພະເຈົ້າບຸເລງນອງແຫ່ງພະມ້າ, ແລະ ໄດ້ຢູ່ພາຍໃຕ້ການປົກຄອງຂອງພະມ້າມາດົນກວ່າສອງຮ້ອຍປີ ຈົນຮອດສະໄໝສົມເດັດພະເຈົ້າກຸງທົນບຸລີ, ຈິ່ງໄດ້ມີການເຮັດສົງຄາມເພື່ອຂັບໄລ່ພະມ້າອອກຈາກເມືອງຊຽງໃໝ່ແລະຊຽງແສນໄດ້ສຳເລັດ, ໂດຍການນຳຂອງເຈົ້າກາວິລະແລະພະຍາຈ່າບ້ານ.
ຫຼັງຈາກນັ້ນ ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ຊົງພະກລຸນາໂຜດເກົ້າຯ ສະຖາປະນາເຈົ້າກາວິລະຂຶ້ນເປັນພະເຈົ້າບໍລົມລາຊາທິບະດີກາວິລະ ໃຫ້ປົກຄອງຫົວເມືອງຝ່າຍເໜືອໃນຖານະປະເທດສະລາຊຂອງກຸງລັດຕະນະໂກສິນ ແລະລາດຊະວົງທິບຈັກະລາທິວົງ (ລາດຊະວົງເຈົ້າເຈັດຕົນ). ອັນເປັນເຊື້ອສາຍຂອງພະເຈົ້າບໍລົມະລາຊາທິບໍດີກາວິລະ ກໍ່ໄດ້ປົກຄອງເມືອງຊຽງໃໝ່ແລະຫົວເມືອງຕ່າງ ໆ ສືບຕໍ່ມາ ແລະປ່ຽນຊື່ເມືອງເປັນ "ລັດຕະນະຕິງສາອະພິນະວະບຸລີຊຽງໃໝ່".
ໃນລັດສະໄໝຂອງ ພະບາດສົມເດັດພະຈຸນລະຈອມເກົ້າເຈົ້າຢູ່ຫົວ ໄດ້ມີການປະຕິຮູບການປົກຄອງຫົວເມືອງປະເທດສະລາດ ໂດຍມີການຈັດຕັ້ງການປົກຄອງແບບມົນທົນເທສາພິບານ. ເອີ້ນວ່າ "ມົນທົນພາຍັບ" ຫຼືມົນທົນລາວສຽງ. ຕໍ່ມາຊຽງໃໝ່ໄດ້ມີການປັບປຸງການປົກຄອງແລະຍົກຖານະຂຶ້ນເປັນ "ຈັງຫວັດ" ຕັ້ງແຕ່ປີ ພ.ສ. 2476 ໃນລັດສະໄໝພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ຈົນຮອດປະຈຸບັນ.