ຈັງຫວັດລຳປາງ

ຈາກ ວິກິພີເດຍ

ຈັງຫວັດລຳປາງ ຫຼື ຈັງຫວັດລຳພາງ ແມ່ນຈັງຫວັດໜຶ່ງໃນພາກເໜືອຂອງປະເທດໄທ. ຕັ້ງຢູ່ໃນທີ່ຮາບພຽງລ້ອມອ້ອມດ້ວຍພູ ມີປະຫວັດສາດເກົ່າແກ່ດົນນານ ມີຊື່ເອີ້ນຢ່າງຫຼາກລາຍຕັ້ງແຕ່ ເຂລາງນະຄອນ, ວຽງລະກອນ, ນະຄອນລຳປາງ ຯລຯ. ລຸນຫຼັງ ເປັນທີ່ຮູ້ຈັກກັນດີອີກຊື່ໜຶ່ງວ່າ ເມືອງລົດມ້າ ທີ່ພົວພັນກັບເອກະລັກຂອງລຳປາງ.

ສະພາບພູມສາດ[ດັດແກ້]

ລຳປາງຕັ້ງຢູ່ໃນພື້ນທີ່ຮາບພຽງ ອ້ອມລ້ອມດ້ວຍຮ່ອມພູຈາກທຸກດ້ານ ເຮັດໃຫ້ມີລັກສະນະເປັນກົ້ນໝໍ້ຂາງ ມີແມ່ນ້ຳສຳຄັນ ແມ່ນ ແມ່ນ້ຳວັງ ທີ່ມີຕົ້ນນ້ຳຢູ່ທີ່ຕອນເໜືອ ບໍລິເວນອຳເພີວັງເໜືອ ທີ່ໄຫຼລົງຈາກເໜືອສູ່ໃຕ້ ພື້ນທີ່ຮາບພຽງທີ່ກວ້າງໃຫຍ່ທີ່ສຸດຢູ່ບໍລິເວນຕອນກາງ ແມ່ນ ບໍລິເວນອຳເພີເມືອງລຳປາງ ອຳເພີເກາະຄາ ແລະອຳເພີຫ້າງສັດ.

ທີ່ຕັ້ງ[ດັດແກ້]

ຈັງຫວັດລຳປາງ ມີພື້ນທີ່ຕິດຕໍ່ກັບຈັງຫວັດອື່ນ ໆ ລຽນຕາມເຂັມໂມງ ດັ່ງນີ້

ອ້າງອີງ[ດັດແກ້]