ຈັງຫວັດປາຈີນບຸລີ

ຈາກ ວິກິພີເດຍ

ຈັງຫວັດປາຈີນບຸລີ (ໄທ: จังหวัดปราจีนบุรี) ແມ່ນຈັງຫວັດໃນພາກຕາເວັນອອກຂອງປະເທດໄທ ນັບເປັນຈັງຫວັດແຫ່ງມໍລະດົກໂລກ ເນື່ອງຈາກມີອຸທະຍານແຫ່ງຊາດອັນເປັນມໍລະດົກໂລກເຖິງ 3 ແຫ່ງ ແລະເປັນເມືອງທີ່ມີປະຫວັດສາດດົນນານ. ມີການພົບຊາກບູຮານສະຖານໃນຫຼາຍພື້ນທີ່ຂອງຈັງຫວັດ. ນອກຈາກນີ້ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດຫຼາຍແຫ່ງ ທັງຍັງເປັນຈັງຫວັດທີ່ມີພື້ນທີ່ປ່າຫຼາຍທີ່ສຸດໃນພາກຕາເວັນອອກອີກນຳ.

ແຕ່ເດີມຈັງຫວັດປາຈີນບຸລີມີພື້ນທີ່ກວ້າງໃຫຍ່ຫຼາຍ ເນື່ອງຈາກໃນອະດີດເຄີຍມີການຍຸບລວມຈັງຫວັດນະຄອນນາຍົກເຂົ້າກັບຈັງຫວັດປາຈີນບຸລີໃນປີ ຄ.ສ. 1943 ເພື່ອເປັນການປະຫຍັດງົບປະມານໃນສະພາວະທີ່ເສດຖະກິດຂອງປະເທດຕົກຕ່ຳລະຫວ່າງສົງຄາມ. ຕໍ່ມາໃນປີ ຄ.ສ. 1946 ຈຶ່ງມີພະລາຊະບັນຫຍັດຈັດຕັ້ງຈັງຫວັດນະຄອນນາຍົກຂຶ້ນອີກເທື່ອ. ຢ່າງໃດກໍດີພື້ນທີ່ຂອງຈັງຫວັດປາຈີນບຸລີກໍຍັງຄົງມີຄວາມກວ້າງໃຫຍ່ ເຮັດໃຫ້ເກີດບັນຫາໃນການປົກຄອງແລະໃຫ້ບໍລິການປະຊາຊົນເນື່ອງຈາກບາງອຳເພີຢູ່ຫ່າງໄກຈາກໂຕຈັງຫວັດຫຼາຍ ຈຶ່ງໄດ້ມີການກາພະລາຊະບັນຫຍັດຯ ໃຫ້ແຍກບາງອຳເພີທາງດ້ານທິດຕາເວັນອອກຂອງຈັງຫວັດປາຈີນບຸລີແລ້ວລວມກັນຈັດຕັ້ງເປັນຈັງຫວັດສະແກ້ວໃນປີ ຄ.ສ. 1993 ຈົນຮອດປັດຈຸບັນ.