ອານາຈັກອະຍຸທະຍາ

ຈາກ ວິກິພີເດຍ

ອານາຈັກອະຍຸທະຍາ (ຄຳເຄົ້າ: ອານາຈັກຣອຍຸທຍາ[໑], ໄທ: อาณาจักรอยุธยา) ຫຼື ອານາຈັກລ້ານເພຍ ແມ່ນອານາຈັກຂອງຊົນຊາດໄທສະຫຍາມໃນອະດີດຕັ້ງແຕ່ ຄ.ສ. 1350 ຫາ 1767 ໂດຍມີກຸງສີອະຍຸທະຍາເປັນນະຄອນຫຼວງ. ອານາຈັກອະຍຸທະຍານັບວ່າຈະເລີນຮຸ່ງເຮືອງຮັ່ງມີທີ່ສຸດໃນພູມິພາກສຸວັນນະພູມ.[໒] ທັງຍັງມີຄວາມສຳພັນທາງການຄ້າກັບຫຼາຍຊາດ ຈົນຖືໄດ້ວ່າເປັນສູນກາງການຄ້າໃນລະດັບນານາຊາດ.[໓] ແມ່ນ ຈີນ ຫວຽດນາມ ອິນເດຍ ຍີ່ປຸ່ນ ເປີເຊຍ ລວມທັງຊາດຕາເວັນຕົກ ເຊັ່ນ ປອກຕຸຍການ ຝະລັ່ງ ແອດສະປາຍ ແລະ ໂຮນລັງ. ເຄີຍມີອານາເຂດກວ້າງໃຫຍ່ໄພສານ ໂດຍມີປະເທສະລາດແຜ່ຂະຫຍາຍໄປຈົນຮອດລັດໄທເໜືອຂອງພະມ້າ ອານາຈັກລ້ານນາ ມົນທົນຢຸນນານແລະມົນທົນຊານຊີ ອານາຈັກລ້ານຊ້າງ ອານາຈັກຂອມ ແລະຄາບສະໝຸດມະລາຍູໃນປັດຈຸບັນ.[໔]

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  2. ดนัย ไชยโยค. (2550). ประวัติศาสตร์ไทย: ยุคอาณาจักรอยุธยา. โอ. เอส. พริ้นติ้ง เฮ้าส์. หน้า 8.
  3. ชนิดา ศักดิ์ศิริสัมพันธ์. (2542). ท่องเที่ยวไทย. บริษัท สำนักพิมพ์หน้าต่างสู่โลกกว้าง จำกัด. ISBN 974-86261-9-9. หน้า 40.
  4. Hooker, Virginia Matheson (2003). A Short History of Malaysia: Linking East and West. St Leonards, New South Wales, Australia: Allen and Unwin. p. 72. ISBN 1864489553. ສືບຄົ້ນເມືອ 2009-07-05.