ຈັງຫວັດເລີຍ

ຈາກ ວິກິພີເດຍ

ຈັງຫວັດເລີຍ (ໄທ: จังหวัดเลย) ແມ່ນຈັງຫວັດໜຶ່ງໃນພາກຕາເວັນອອກສຽງເໜືອຕອນເທິງ ໃນລາຊະອານາຈັກໄທ ຫ່າງຈາກບາງກອກປະມານ 520 ກິໂລແມັດ ມີສະພາບພູມິປະເທດອັນຈົບງາມ ອາກາດໜາວເຢັນ ເປັນແຫຼ່ງເພາະປູກໄມ້ດອກໄມ້ປະດັບທີ່ສຳຄັນແຫ່ງໜຶ່ງຂອງປະເທດ ແລະຍັງເປັນເມືອງທ່ອງເທີ່ຍວທີ່ສຳຄັນອີກນຳ.

ປະຫວັດສາດ[ດັດແກ້]

ມີຫຼັກຖານກ່ຽວກັບປະຫວັດຄວາມເປັນມາວ່າ ກໍ່ຕັ້ງໂດຍຊົນເຜົ່າໄທທີ່ສືບເຊື້ອສາຍມາຈາກບັນພະບຸລຸດທີ່ກໍ່ຕັ້ງອານາຈັກໂຍນົກຊຽງແສນ ໂດຍພໍ່ຂຸນບາງກາງຫາວແລະພໍ່ຂຸນຜາເມືອງ (ເຊື່ອຖືກັນວ່າເປັນເຊື້ອສາຍລາຊະວົງສິງຫະນະວັດ). ໄດ້ມີຜູ້ຄົນອົບພະຍົບຈາກອານາຈັກໂຍນົກຊຽງແສນທີ່ຫຼົ້ມສະຫຼາຍແລ້ວ ຜ່ານດິນແດນລ້ານຊ້າງ ຂ້າມລຳນ້ຳເຫືອງຂຶ້ນໄປທາງຝັ່ງຂວາຂອງລຳນ້ຳໝັນຮອດບໍລິເວນທີ່ຮາບ. ພໍ່ຂຸນຜາເມືອງໄດ້ຕັ້ງບ້ານດ່ານຂວາ (ປັດຈຸບັນຢູ່ໃນບໍລິເວນຊາຍເນີນນາດ່ານຂວາ ເຊິ່ງມີຊາກວັດເກົ່າຢູ່ໃນແປງນາຂອງເອກະຊົນ ລະຫວ່າງໝູ່ບ້ານຫົວແຫຼມກັບໝູ່ບ້ານນາເບ້ຍ ອຳເພີດ່ານຊ້າຍ) ສ່ວນພໍ່ຂຸນບາງກາງຫາວໄດ້ແບ່ງໄພ່ພົນຂ້າມລຳນ້ຳໝັນໄປທາງຝັ່ງຊ້າຍ ສ້າງບ້ານດ່ານຊ້າຍ (ສັນນິດຖານວ່າຢູ່ໃນບໍລິເວນໝູ່ບ້ານເກົ່າ ອຳເພີດ່ານຊ້າຍໃນປັດຈຸບັນ). ຕໍ່ມາຈຶ່ງໄດ້ອົບພະຍົບເລື່ອນຂຶ້ນໄປຕາມລຳນ້ຳໄປສ້າງບ້ານໜອງຄູ ແລະໄດ້ນຳຊື່ໝູ່ບ້ານດ່ານຊ້າຍ ມາຂະໜານນາມໝູ່ບ້ານໜອງຄູໃຫມ່ເປັນ "ເມືອງດ່ານຊ້າຍ" ອົບພະຍົບໄປຢູ່ເມືອງບາງຢາງໃນທີ່ສຸດ ໂດຍມີພໍ່ຂຸນຜາເມືອງອົບພະຍົບຜູ້ຄົນຕິດຕາມໄປຕັ້ງເມືອງລາດ (ເຊື່ອວ່າເປັນເມືອງສີເທບ ຢູ່ໃນທ້ອງທີ່ອຳເພີສີເທບແລະອຳເພີວິຊຽນບຸລີ ຈັງຫວັດເພັດຊະບູນ) ແລະຕັ້ງເມືອງດ່ານຊ້າຍ ເປັນເມືອງໜ້າດ່ານທາງຕາເວັນອອກຂອງເມືອງບາງຢາງ.

ນອກຈາກນີ້ແລ້ວ ຍັງມີຊາວໂຍນົກອີກກຸ່ມໜຶ່ງໄດ້ອົບພະຍົບມາຕັ້ງບ້ານເຮືອນລະຫວ່າງຊາຍແດນຕອນໃຕ້ຂອງອານາເຂດ ລ້ານນາ ຕໍ່ແດນລ້ານຊ້າງຢູ່ຊົ່ວໄລຍະເວລາໜຶ່ງ ກ່ອນທີ່ຈະອົບພະຍົບລີ້ໄພສົງຄາມຂ້າມລຳນ້ຳເຫືອງມາຕັ້ງເມືອງເຊໄລຂຶ້ນ (ສັນນິດຖານວ່າຢູ່ໃນທ້ອງທີ່ໝູ່ບ້ານຊາຍຂາວ ຕຳບົນຊາຍຂາວ ອຳເພີວັງສະພຸງ). ຈາກຫຼັກຖານໃນສະໝຸດຂ່ອຍທີ່ມີການຄົ້ນພົບ ເມືອງເຊໄລຢູ່ດ້ວຍຄວາມສະຫງົບຮົ່ມເຢັນມາຈົນຮອດສະໄໝເຈົ້າເມືອງຄົນທີ 5 ເກີດທຸບພິກຂະໄພ ເຂົ້າຍາກໝາກແພງ ຝົນຟ້າບໍ່ຕົກ ຈຶ່ງໄດ້ພາຜູ້ຄົນອົບພະຍົບໄປຕາມລຳແມ່ນ້ຳເຊໄລຮອດບໍລິເວນທີ່ຮາບລະຫວ່າງປາກລຳຫ້ວຍໄຫຼຕົກແມ່ເຊໄລ ຈຶ່ງໄດ້ຕັ້ງບ້ານເຮືອນຂຶ້ນຂະໜານນາມວ່າ "ບ້ານແຮ່ " ສ່ວນລຳຫ້ວຍໃຫ້ຊື່ວ່າ "ຫ້ວຍໝານ".

ໃນປີ ຄ.ສ. 1853 ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ຊົງພິຈາລະນາເຫັນວ່າ ໝູ່ບ້ານແຮ່ເຊິ່ງຕັ້ງຢູ່ຮິມຝັ່ງຫ້ວຍນ້ຳໝານ ແລະຢູ່ໃກ້ກັບແມ່ນ້ຳເລີຍ ມີຜູ້ຄົນເພີ່ມຫຼາຍຂຶ້ນ ສົມຄວນຈະໄດ້ຕັ້ງເປັນເມືອງ ເພື່ອປະໂຫຍດໃນການປົກຄອງຢ່າງໃກ້ຊິດ ຈຶ່ງໄດ້ຊົງໃຫ້ຈັດຕັ້ງເປັນເມືອງເອີ້ນຊື່ຕາມຊື່ຂອງແມ່ນ້ຳເລີຍວ່າ ເມືອງເລີຍ. ຕໍ່ມາ ຄ.ສ. 1897 ໄດ້ມີເປົ່າປະກາດໃຊ້ພະລາຊະບັນຫຍັດລັກສະນະປົກຄອງພື້ນທີ່ ລ.ສ.116 ແບ່ງການປົກຄອງເມືອງເລີຍອອກເປັນ 3 ອຳເພີ ໄດ້ແກ່ ອຳເພີກຸດປ່ອງ ອຳເພີທ່າລີ່ ອຳເພີນາກອກ (ປັດຈຸບັນຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ). ອຳເພີທີ່ຕັ້ງເມືອງແມ່ນ ອຳເພີກຸດປ່ອງ. ຕໍ່ມາ ຄ.ສ. 1899-1906 ໄດ້ປ່ຽນຊື່ເມືອງເລີຍເປັນ ບໍລິເວນລຳນ້ຳເລີຍ ຄ.ສ. 1906-1907 ປ່ຽນຊື່ບໍລິເວນລຳນ້ຳເລີຍເປັນບໍລິເວນລຳນ້ຳເຫືອງ ແລະໃນ ຄ.ສ. 1907 ໄດ້ມີເປົ່າປະກາດຂອງກະຊວງມະຫາດໄທລົງວັນທີ 4 ມັງກອນ ຄ.ສ. 1907 ຍົກເລີກບໍລິເວນລຳນ້ຳເຫືອງ ໃຫ້ຄົງເຫຼືອໄວ້ສະເພາະ "ເມືອງເລີຍ " ໂດຍໃຫ້ປ່ຽນຊື່ອຳເພີກຸດປ່ອງເປັນ "ອຳເພີເມືອງເລີຍ ".