ແຂວງຫຼວງພະບາງ
|
|||||||||||||||||||||
ແຂວງຫຼວງພະບາງ (ອັງກິດ: Luangprabang) ເປັນແຂວງໜຶ່ງຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ທາງພາກເໜືອຂອງປະເທດ ບໍລິເວນແຄມຝັ່ງແມ່ນ້ຳຂອງ ແລະ ແມ່ນ້ຳຄານ ຊຶ່ງໄຫຼມາປ່ອງໃສ່ກັນ ແລະ ມີເມືອງເອກ ແມ່ນ ເມືອງຫຼວງພະບາງທີ່ເປັນມໍລະດົກໂລກອີກດ້ວຍ.
ເນື້ອໃນ |
ປະຫວັດແຂວງຫຼວງພະບາງ [ດັດແກ້]
-
ເບິ່ງບົດຄວາມຫຼັກທີ່ ເມືອງຫຼວງພະບາງ
ເມືອງຫຼວງພະບາງ ແມ່ນ ເມືອງເອກຂອງແຂວງຫຼວງພະບາງ ໄດ້ຮັບການຍົກຍ້ອງໃຫ້ເປັນມໍລະດົກໂລກຈາກອົງການຢູເນສໂກ
- [[ປູ່ເຍີຍ່
Lao-Korea
ທີ່ຕັ້ງ [ດັດແກ້]
- ທິດເໜືອຕິດກັບ ແຂວງຜົ້ງສາລີ
- ທິດໃຕ້ຕິດກັບ ແຂວງວຽງຈັນ
- ທິດຕາເວັນອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສ.ສ ຫວຽດນາມ
- ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ
ປະຊາກອນ [ດັດແກ້]
ແຂວງພະບາງ ມີປະຊາກອນ ປະກອບດ້ວຍ: ລາວລຸ່ມ,ລື້,ຜູ້ໄທ,ລາວເທິງ,ລາວສູງ,ຢ້າວ,ອີກໍ້...
ສະພາບເສດຖະກິດ-ສັງຄົມ [ດັດແກ້]
ການປູກ ຢາງພາລາ ທົ່ວແຂວງມີ ເນື້ອທີ່ 1 ລ້ານ 2 ແສນກວ່າ ເຮັກຕາ, ປູກຖົ່ວແຮປ່ອຍຄັ່ງ 2 ພັນກວ່າເຮັກຕາ,ໄມ້ສັກ 22 ພັນກວ່າເຮັກຕາ, ຫມາກນຳ້ມັນ 3.900 ກ່ວາເຮັກຕາ, ຊາແກ່ 8 ຮ້ອຍເຮັກຕາ,ເປືອກເມືອກ 27 ເຮັກຕາ, ປໍສາ 170 ກວ່າເຮັກຕາ ແລະ ໄດ້ຢຸດຕິການຖາງ ປ່າເຮັດໄຮ່ປູກເຂົ້າໄດ້ 113 ບ້ານ ມີ 10.742 ຄອບຄົວ, ປະຈຸບັນທົ່ວແຂວງຍັງມີບ້ານ ທີ່ຍັງເຮັດໄຮ່ທັງຫມົດ 425 ບ້ານ, ມີ 20.650 ຄອບຄົວ, ໃນເນື້ອທີ່ 13.511 ເຮັກຕາ, ລົບລ້າງບ້ານທຸກຍາກໄດ້613 ບ້ານ, ມີ 62.722 ຄອບຄົວ, ກວມ 75% ແລະ ໃນໄລຍະຜ່ານມາໄດ້ມີຂະບວນຂຸດ ທາງເຂົ້າບ້ານມີ 125 ບ້ານ, ທົ່ວແຂວງມີບ້ານທີ່ມີທາງລົດ ເຂົ້າເຖິງ 625 ບ້ານ, ມີໄຟ ຟ້າເຂົ້າເຖິງ 11 ເມືອງທົ່ວ ແຂວງ, ພ້ອມນີ້ຍັງໄດ້ຍົກໃຫ້ ເຫັນວຽກງານທ່ອງທ່ຽວຂອງ ແຂວງ ເຊິ່ງໃນແຕ່ລະປີມີນັກ ທ່ອງທ່ຽວເຂົ້າມາຫລວງພະບາງ ປະມານ 3 ແສນຫາ 4 ແສນຄົນ ສາມາດສ້າງລາຍຮັບ ແຕ່ລະປີຈາກການທ່ອງທ່ຽວ ໄດ້ປະມານ 72 ລ້ານໂດລາ ສະຫະລັດ.
ບັນດາເມືອງ [ດັດແກ້]
ແຂວງຫລວງພະບາງປະກອບດ້ວຍ 12 ເມືອງຄື:
- 06-01 ຫຼວງພະບາງ
- 06-02 ຊຽງເງິນ
- 06-03ນານ
- 06-04 ປາກອູ
- 06-05 ນ້ຳບາກ
- 06-06 ງອຍ
- 06-07 ປາກແຊງ
- 06-08 ໂພນໄຊ
- 06-09 ຈອມເພັດ
- 06-10 ວຽງຄຳ
- 06-11 ພູຄູນ
- 06-12 ໂພນທອງ
ສະຖານທີ່ທ່ອງທ່ຽວ [ດັດແກ້]
- ຫໍພິພິດທະພັນແຫ່ງຊາດຫຼວງພະບາງ
- ຫໍພະບາງ
- ພະບາງ
- ພະຣາຊະວັງຊຽງແກ້ວ
- ພູສີ
- ວັດຊຽງທອງ
- ຖ້ຳຕິ່ງ
- ຖໍ້ານາງອັ໋ນ
- ນ້ຳຕົກຕາດກວາງຊີ
- ນ້ຳຕົກຕາດທອງ
- ຕາດແສ້
- ວັດວິຊຸນ
- ວັດໃໝ່
- ວັດພະບາດໃຕ້(ວັດຫວຽດ)
- ວັດແສນ
- ວັດຄີລີ
- ວັດປ່າໂພນເພົາ
- ວັດທາດນ້ອຍ
- ວັດຫົວຊຽງ
- ວັດໂພນໄຊ
- ວັດຊຽງມ່ວນ
- ວັດຈຸມຄ້ອງ
- ວັດປ່າໄຜ່
- ວັດສີພຸດທະບາດ
- ວັດໜອງສີຄູນເມືອງ
- ວັດສົບ
- ວັດສີບຸນເຮືອງ
- ວັດສິລິມຸງຄຸນໄຊຍາຣາມ
- ວັດປາກຄານ
- ວັດທາດຫຼວງ
- ວັດມະໂນຣົມ
- ວັດຖ້ຳພູສີ
- ວັດອາໄພ
- ວັດອາຮາມອຸດຕະມະທານີ
- ວັດໝື່ນນາ
- ວັດຈອມເພັດ
- ວັດຊຽງແມນ
- ວັດລ່ອງຄູນແລະຖ້ຳຄູຫາສັກກະລິນ
- ວັດສັງຄະໂລກ
- ບ້ານຊ້າງຄ້ອງ
- ບ້ານຜານົມ
- ຕະຫຼາດມືດ
- ສຸສານຫຼວງ(ປ່າຊ້າເຈົ້າຊີວິດ)
- ບ່ອນຝັ່ງສົບອອງຣີ ມູໂອດ
- ບ້ານຊຽງແມນ
- ບ້ານຫາດຫ້ຽນ
- ບ້ານຈ່ານ
- ບ້ານຊ່າງໄຫ
- ຕະຫຼາດຊົນເຜົ່າມົ້ງ
- ຕະຫລາດເຊົ້າຫລວງພະບາງ
- ຮ້ານກາເຟປະຊານິຍົມຫລວງພະບາງ
- ເຮືອນມໍລະດົກຊຽງມ່ວນ
- ເຂດບ້ານເຈັກ
ອາຫານປະຈຳແຂວງຫຼວງພະບາງ [ດັດແກ້]
ແຫຼ່ງຂໍ້ມູນອື່ນ [ດັດແກ້]
- ຂ້ໍມູນເພິ່ມເຕີມ (ພາສາຝະລັ່ງ)
|
|
|
|---|---|
| ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
| ແຂວງ | ອັດຕະປຶ - ບໍ່ແກ້ວ - ບໍລິຄຳໄຊ - ຈຳປາສັກ - ຫົວພັນ - ຄໍາມ່ວນ - ຫຼວງນ້ຳທາ - ຫຼວງພະບາງ - ອຸດົມໄຊ -ຜົ້ງສາລີ - ສາລະວັນ - ສະຫວັນນະເຂດ - ວຽງຈັນ - ໄຊຍະບູລີ - ເຊກອງ - ຊຽງຂວາງ |
| ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |