ນ້ຳຕົກຕາດກວາງຊີ

ຈາກ ວິກິພີເດຍ

ນ້ຳຕົກຕາດກວາງຊີ ແມ່ນນ້ຳຕົກຕາດໜຶ່ງທີ່ສວຍງາມທີ່ສຸດໃນແຂວງຫລວງພະບາງ, ເປັນນ້ຳຕົກຫີນປູນຂະໜາດໃຫຍ່ສູງປະມານ 7 0 ແມັດ ມີສາຍນ້ຳໄຫລອາບມາຕາມໜ້າຜາຜ່ານໂຂດຫີນນ້ອຍໃຫຍ່ ຮູບຊົງແປກຕາລົງສູ່ແອ່ງນ້ຳເບື້ອງລຸ່ມ ມີນ້ຳຕະຫລອດປີແຕ່ໃນລະດູຮ້ອນນ້ຳຂ້ອນຂ້າງນ້ອຍ ສະພາບປ່າມີຄວາມຮົ່ມເຢັນ ດ້ານລຸ່ມມີຂົວ ແລະ ເສັ້ນທາງເດີນຊົມອ້ອມຮອບນ້ຳຕົກ

ທີ່ຕັ້ງ ນ້ຳຕົແຫ່ງນີ້ຢູ່ຫ່າງຈາກຕົວເມືອງຫລວງພະບາງໄປທາງທິດຕະເວັນຕົກສຽງໃຕ້ປະມານ 32 ກິໂລແມັດ ເມື່ອເຖິງບ່ອນຈອດລົດຕ້ອງຍ່າງຕີນຂຶ້ນໄປອີກປະມານ 300 ແມັດຈະເຖິງຕົວນ້ຳຕົກຕາດ

ການເດີນທາງ ສາມາດເໝົາລົດ 3 ລໍ້ ຫລື ລົດສອງແຖວ ຈາກໃນຕົວເມືອງຫລວງພະບາງ ຫລື ຖ້າຢາກສະດວກສະບາຍໄປກວ່ານັ້ນກໍສາມາດເຊົ່າລົດຕູ້ປັບອາກາດ ຊຶ່ງມີທັງແບບເຊົ່າເໝົາຄັນ ຫລື ຫາກເດິນທາງມານ້ອຍຄົນກໍສາມາດຊື້ປີ້ໂດຍສານລົດຕູ້ ຈາກຕົວແທນບໍລິສັດທ່ອງທ່ຽວໄດ້ທຸກແຫ່ງ ຊຶ່ງກໍຈະຕ້ອງໄປກັບຜູ້ຮ່ວມທາງຄົນອື່ນໆ ທີ່ມີຈຸດໝາຍດຽວກັນ ຕະຫລອດເສັ້ນທາງເປັນຖະໜົນປູຢາງ ສາມາດຊົມວິວທິວທັດນະ ຫມູ່ບ້ານຊົນນະບົດຕ່າງໆ ໃຊ້ເວລາເດິນທາງປະມານ 45 ນາທີ