ເມືອງຊຽງເງິນ

ຈາກ ວິກິພີເດຍ

ເມືອງຊຽງເງິນ ເປັນເມືອງທີ່ສຳຄັນຂອງແຂວງຫຼວງພະບາງເມືອງໜຶ່ງເຊິ່ງໄລຍະທາງຫ່າງຈາກຕົວເທດສະບານເມືອງຫຼວງພຣະບາງ ປະມານ 22 ກິໂລແມັດ ຈາກຕົວເມືອງຫຼວງພຣະບາງ. ສາມາດຂື້ນລົດໂດຍສານ ຫຼວງພຣະບາງ-ຊຽງເງິນ ຫຼື ອາດຈະໃຊ້ພາຫະນະສ່ວນຕົວມາກໍ່ໄດ້, ໃຊ້ເວລາ ແລ່ນລົດປະມານ 30 ນາທີ ລົດຈະແລ່ນຜ່ານຫຼວງພະບາງເຂົ້າເມືອງຊຽງເງິນ ບ້ານທຳອິດທີ່ຈະພົບເຫັນແມ່ນ ບ້ານແອນສະຫວັນຊຶ່ງຈະມີ່ແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງຫຼວງພະບາງ ຊຶ່ງທ່ານສາມາດທ່ຽວຊົມໄດ້ ສາມາດເຫັນທຳມະຊາດແລະວິຖີຊີວິດຊາວບ້ານໄດ້.ບຸນສຳຄັນອັນໃຫຍ່ຂອງເມືອງຊຽງເງິນແມ່ນບຸນອອກພັນສາ ຊຶ່ງມີການຫຼິ້ນນ້ຳບໍແກ້ວ ຊວ່ງເຮືອ ແລະ ອື່ນໆ ເມືອງຊຽງເງິນເປັນເມືອງທີ່ມີປະຊາກອນປະມານ(ຍັງບໍ່ມີຂໍ່ມູນ) ມີ ຈຳນວນໝູ່ບ້ານ(ຍັງບໍ່ມີຂໍ້ມູນ) ອາຊີບສວ່ນໃຫຍ່ແມ່ນກະສິກຳເປັນຫຼັກເຊິງມີນ້ຳຄານ ເປັນແມ່ນ້ຳສາຍຫຼັກຂອງເມືອງທີ່ປະຊາຊົນປະກອບເຂົ້າໃນວຽກງານກະສິກຳ ປະຊາຊົນສວນຫຼາຍນັບຖືສາສະໜາພຸດ