ແຂວງຜົ້ງສາລີ
|
|||||||||||||||||||||
ແຂວງຜົ້ງສາລີ “ເໜືອສຸດໃນປະເທດລາວ” ເປັນດິນແດນຂອງລາວທີ່ຕິດກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ທີ່ມີການເຂົ້າມາຢຶດຄອງຈາກຫົວເມືອງໃຫຍ່ທັງຫລາຍໃນອະດີດ ໃນປະຈຸບັນ ເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1,400 ແມັດ ໃນເຂດພູຟ້າ ເຮັດໃຫ້ອາກາດເຢັນສະບາຍຕະຫລອດປີ
ເນື້ອໃນ |
ປະຫວັດແຂວງຜົ້ງສາລີ [ດັດແກ້]
ເນື່ອງຈາກຕັ້ງຢູ່ໃນໄຊຍະພູມອັນເປັນ ຈຸດຍຸດທະສາດສຳຄັນ ຄືຢູ່ເຄິ່ງກາງລະຫວ່າງຈີນ ກັບ ຫວຽດນາມ ຝຣັ່ງຈຶ່ງໃຫ້ຄວາມສຳຄັນກັບພື້ນທີ່ແຖບນີ້ຫລາຍເຖິງຂະໜາດສັ່ງການໃຫ້ຕັ້ງຄ້າຍກອງທະຫານຮັກສາການຂຶ້ນ ດັ່ງມີຮ່ອງຮອຍຂອງສະຖາປັດຕະຍະກຳແບບຝຣັ່ງປາກົດໃຫ້ເຫັນຕາມຮ່ອມຕ່າງໆ ແມ່ນອາຄານພານິດຂອງຈີນ ທີ່ເນັ້ນປະໂຫຍດໃຊ້ສອຍໄປສ່ວນໃຫຍ່ ຕາມບັນທຶກກ່າວໄວ້ວ່າໃນອະດີດຜົ້ງສາລີມີຖານະເປັນໜຶ່ງໃນເມືອງຂອງພວກໄທລື້ໃນແຄວ້ນສິບສອງປັນນາ ຕົກປີພ.ສ 2438 ລາວກໍ່ໄດ້ເສຍດິນແດນສິບສອງປັນນາແລະສິບສອງຈຸທັຍ ໃຫ້ແກ່ຈີນ ຕໍ່ມາເມື່ອຕົກມາເປັນຂອງລາວ ຈຶ່ງກາຍເປັນແຂວງ ທີ່ມີຄວາມຫລາກຫລາຍທາງເຊື້ອຊາດຫຼາຍທີ່ສຸດແຂວງໜຶ່ງ. ມີທັງ: ລາວລຸ່ມ, ມົ້ງ, ອາຂ່າ, ຢ້າວ, ໄທລື້ ແລະ ເຜົ່າຕ່າງໆ ລວມເຖິງຊາວຕ່າງດ້າວຫວຽດນາມ ກັບ ຈີນ ເນື່ອງຈາກລັດຖະບານລາວມີນະໂຍບາຍທີ່ຈະສ້າງ ເອກະພາບໃນຄວາມຫລາກຫລາຍ ຈຶ່ງໄດ້ລວມຊົນກຸ່ມນ້ອຍເຖິງ 23 ເຜົ່າ ເຂົ້າດ້ວຍກັນ.
ທີ່ຕັ້ງ [ດັດແກ້]
- ທິດເໜືອ ແລະ ທິດຕາເວັນຕົກຕິດກັບ ສ.ປ ຈີນ
- ທິດໃຕ້ຕິດກັບ ແຂວງອຸດົມໄຊ ແລະ ຫລວງພະບາງ
- ທິດຕາເວັນອອກ ຕິດກັບ ສ.ສ ຫວຽດນາມ
ບັນດາເມືອງ [ດັດແກ້]
ແຂວງຜົ້ງສາລີປະກອບດ້ວຍ 7 ເມືອງຄື:
- ເມືອງບຸນເໜືອ(Boun Nua) (2-05)
- ເມືອງບຸນໃຕ້(Boun Tai) (2-07)
- ເມືອງຂວາ(Khoa) (2-03)
- ເມືອງໃໝ່(Mai) (2-02)
- ເມືອງຍອດອູ(Gnot-Ou) (2-06)
- ເມືອງຜົ້ງສາລີ(Phongsali) (2-01)
- ເມືອງສຳພັນ(Samphan) (2-04)
ປະຊາກອນ [ດັດແກ້]
ແຂວງຜົ້ງສາລີ ເປັນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານປະຊາກອນ ຫຼາຍທີ່ສຸດ ເນື່ອງຈາກມີເຖິງ 23 ຊົນເຜົ່າອາໄສຢູ່ພາຍໃນແຂວງ ປະກອບດ້ວຍ: ລາວລຸ່ມ, ໄທລື້, ໄທດຳ, ມົ້ງ, ຂະໝຸ, ຢ້າວ, ມູເຊີ, ຫໍ້, ໂລໂລ ຯລຯ
ສະຖານທີ່ທ່ອງທ່ຽວ [ດັດແກ້]
|
|
|
|---|---|
| ນະຄອນຫຼວງ | ນະຄອນຫຼວງວຽງຈັນ |
| ແຂວງ | ອັດຕະປຶ - ບໍ່ແກ້ວ - ບໍລິຄຳໄຊ - ຈຳປາສັກ - ຫົວພັນ - ຄໍາມ່ວນ - ຫຼວງນ້ຳທາ - ຫຼວງພະບາງ - ອຸດົມໄຊ -ຜົ້ງສາລີ - ສາລະວັນ - ສະຫວັນນະເຂດ - ວຽງຈັນ - ໄຊຍະບູລີ - ເຊກອງ - ຊຽງຂວາງ |
| ເຂດການປົກຄອງໃນອະດີດ | ເຂດພິເສດຊຽງຮ່ອນ-ຫົງສາ - ເຂດພິເສດໄຊສົມບູນ |