ແຂວງຜົ້ງສາລີ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ຜົ້ງສາລີ)
ແຂວງຜົ້ງສາລີ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງຜົ້ງສາລີ
ເມືອງເອກ ຜົ້ງສາລີ
ISO 3166-2 LA-PH
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 16,270 km²
ພົນລະເມືອງ​ 172,286 (2008 ຄາດຄະເນ) ຄົນ

ແຂວງຜົ້ງສາລີ “ເໜືອສຸດໃນປະເທດລາວ” ເປັນດິນແດນຂອງລາວທີ່ຕິດກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ທີ່ມີການເຂົ້າມາຢຶດຄອງຈາກຫົວເມືອງໃຫຍ່ທັງຫລາຍໃນອະດີດ ໃນປະຈຸບັນ ເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1,400 ແມັດ ໃນເຂດພູຟ້າ ເຮັດໃຫ້ອາກາດເຢັນສະບາຍຕະຫລອດປ

ປະຫວັດສາດແຂວງຜົ້ງສາລີ. ປະຫວັດສາດແຂວງຜົ້ງສາລີ.ປະມານສະຕະວັດທີສິບແປດ.ຈາກປະມານປີ1760ເຖິງປີ1967. ລາຊະວົງຟູ ໄດ້ປົກຄອງແຂວງຜົ້ງສາລີແລະເຂດອ້ອມແອ້ມປະມານ200ກ່ວາປີ.ຄອບຄົວຟູແມ່ນເອກອັກຄະລັດຖະທູດ (ລາດຊະວົງຟູແມ່ນທູດພິເສດ) ທີ່ສົ່ງໂດຍລາດຊະວົງຊິງ(清朝)ໄປມຽນມາ,ໄທແລະລາວ. ຕໍ່ມາລາຊະວົງຟູກັບທະຫານແລະລູກນ້ອງລາວກໍໍ່ໄດ້ຕັ້ງຖິ່ນຖານຢູ່ແຂວງຜົ້ງສາລີແລະສ້າງຕັ້ງການບໍລິຫານຂື້ນຄຸ້ມຄອງຢູ່ແຂວງຜົ້ງສາລີແລະເຂດອ້ອມແອ້ມ. ຕະກູນຟູ(傅氏)ແມ່ນຊົນເຜົ່າຈີນຫໍໍ້ໍ່.


ເນື່ອງຈາກຕັ້ງຢູ່ໃນໄຊຍະພູມອັນເປັນ ຈຸດຍຸດທະສາດສຳຄັນ ຄືຢູ່ເຄິ່ງກາງລະຫວ່າງຈີນ ກັບ ຫວຽດນາມ ຝຣັ່ງຈຶ່ງໃຫ້ຄວາມສຳຄັນກັບພື້ນທີ່ແຖບນີ້ຫລາຍເຖິງຂະໜາດສັ່ງການໃຫ້ຕັ້ງຄ້າຍກອງທະຫານຮັກສາການຂຶ້ນ ດັ່ງມີຮ່ອງຮອຍຂອງສະຖາປັດຕະຍະກຳແບບຝຣັ່ງປາກົດໃຫ້ເຫັນຕາມຮ່ອມຕ່າງໆ ແມ່ນອາຄານພານິດຂອງຈີນ ທີ່ເນັ້ນປະໂຫຍດໃຊ້ສອຍໄປສ່ວນໃຫຍ່ ຕາມບັນທຶກກ່າວໄວ້ວ່າໃນອະດີດຜົ້ງສາລີມີຖານະເປັນໜຶ່ງໃນເມືອງຂອງພວກໄທລື້ໃນແຄວ້ນສິບສອງປັນນາ ຕົກປີພ.ສ 2438 ລາວກໍ່ໄດ້ເສຍດິນແດນສິບສອງປັນນາແລະສິບສອງຈຸທັຍ ໃຫ້ແກ່ຈີນ ຕໍ່ມາເມື່ອຕົກມາເປັນຂອງລາວ ຈຶ່ງກາຍເປັນແຂວງ ທີ່ມີຄວາມຫລາກຫລາຍທາງເຊື້ອຊາດຫຼາຍທີ່ສຸດແຂວງໜຶ່ງ. ມີທັງ: ລາວລຸ່ມ, ມົ້ງ, ອາຂ່າ, ຢ້າວ, ໄທລື້ ແລະ ເຜົ່າຕ່າງໆ ລວມເຖິງຊາວຕ່າງດ້າວຫວຽດນາມ ກັບ ຈີນ ເນື່ອງຈາກລັດຖະບານລາວມີນະໂຍບາຍທີ່ຈະສ້າງ ເອກະພາບໃນຄວາມຫລາກຫລາຍ ຈຶ່ງໄດ້ລວມຊົນກຸ່ມນ້ອຍເຖິງ 23 ເຜົ່າ ເຂົ້າດ້ວຍກັນ.

ທີ່ຕັ້ງ[ດັດແກ້]

  • ທິດເໜືອ ແລະ ທິດຕາເວັນຕົກຕິດກັບ ສ.ປ ຈີນ
  • ທິດໃຕ້ຕິດກັບ ແຂວງອຸດົມໄຊ ແລະ ຫລວງພະບາງ
  • ທິດຕາເວັນອອກ ຕິດກັບ ສ.ສ ຫວຽດນາມ

ບັນດາເມືອງ[ດັດແກ້]

ແຂວງຜົ້ງສາລີປະກອບດ້ວຍ 7 ເມືອງຄື:

  1. ເມືອງບຸນໃຕ້(Boun Tai) (2-07)
  2. ເມືອງຂວາ(Khoua) (2-03)
  3. ເມືອງໃໝ່(Mai) (2-02)
  4. ເມືອງຍອດອູ(Gnot-Ou) (2-06)
  5. ເມືອງຜົ້ງສາລີ(Phongsali) (2-01)
  6. ເມືອງສຳພັນ(Samphan) (2-04)
  7. ເມືອງບຸນເໜືອ (Boun Neua)

ປະຊາກອນ[ດັດແກ້]

ແຂວງຜົ້ງສາລີ ເປັນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານປະຊາກອນ ຫຼາຍທີ່ສຸດ ເນື່ອງຈາກມີເຖິງ 23 ຊົນເຜົ່າອາໄສຢູ່ພາຍໃນແຂວງ ປະກອບດ້ວຍ: ລາວລຸ່ມ, ໄທລື້, ໄທດຳ, ມົ້ງ, ກຶມມຸ, ຢ້າວ, ມູເຊີ, ຫໍ້,ຢັ້ງ, ໂລໂລ ຯລຯ

ຢູ່ໃນແຂວງຜົ້ງສາລີແມ່ນຄົນຊົນເຜົ່າຫໍ້(漢家)ຫຼາຍກວ່າໝູ່ມີປະຊາກອນປະມານ 30% ຕໍ່ມາແມ່ນຊົນເຜົ່າພູນ້ອຍປະມານ 25% ຕໍ່ມາແມ່ນໄທລື້ປະມານ 25% ໄທດຳປະມານ 5% ນອກຈາກນັ້ນແມ່ນຊົນເຜົ່າອື່ນໆ. ທຸກຊົນເຜົ່າສະເໝີພາບ,ທຸກຊົນເຜົ່າລ້ວນແຕ່ເຂົ້າກັນໄດ້ດີຫຼາຍແລະຮັກສັນຕີພາບແລະມີຄວາມສູກຢູ່ໃນໃຈ.

ສະຖານທີ່ທ່ອງທ່ຽວ[ດັດແກ້]